ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ

06:30 | 30/12/2021

ຍສໝ - ໃນ​ແສງ​ຕາ​ເວັນ​ຂອງ​ຊຸມວັນ​ທ້າຍ​​ລະ​ດູ​ໜາວ, ດອກ​ຄາຍ ​ແລະ​ດອກໝັ້ນ​ຢູ່ “ປະ​ຕູ​ສະ​ຫວັນ” ຢູ່​ເມືອງ​ລົ໋ງ ເບັ່ງ​ບານງາມທີ່ສຸດ. ຮ່ອມພູທີ່ງຽບສະຫງົບໄດ້ດຶງດູດນັກທ່ອງທ່ຽວດ້ວຍສີບົວຂອງດອກຄາຍ, ສີຂາວຂອງດອກໝັ້ນ, ສີຂຽວຂອງຫຍ້າ, ແລະຈິດໃຈຮັກແພງແຂກຄົນຂອງຜູ້ຄົນທີ່ຢູ່ທີ່ນີ້.

ສວນດອກຄາຍທີ່ມີຊື່ສຽງຂອງແຂວງແທງຮວ໋າ 'ປ່ຽນເສື້ອໃໝ່' ເພື່ອຕ້ອນຮັບບຸນເຕັດ ສວນດອກຄາຍທີ່ມີຊື່ສຽງຂອງແຂວງແທງຮວ໋າ 'ປ່ຽນເສື້ອໃໝ່' ເພື່ອຕ້ອນຮັບບຸນເຕັດ
ດອກຄາຍເຍິດເຕິນ ເບິ່ງຄືວ່າ ບໍ່ອາດຂາດໄດ້ໃນບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ດອກຄາຍເຍິດເຕິນ ເບິ່ງຄືວ່າ ບໍ່ອາດຂາດໄດ້ໃນບຸນປີໃໝ່ປະຈໍາຊາດຂອງຫວຽດນາມ
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
ຕາ​ແສງເມືອງ​ລົ໋ງ , ​ເມືອງ ກີ​ເຊີນ (​ແຂວງເງ້​ອານ) ຕັ້ງ​ຢູ່​ຮ່ອມ​ພູ ​ເຈື່ອງ​ເຊີນ ​ທີ່​ສະຫງ່າ​ຜ່າ​ເຜີຍ ດ້ວຍ​ລະດັບ​ຄວາມ​ສູງ​ 1.500 ​m ເໜືອ​ນ້ຳ​ທະ​ເລ. ເນື້ອທີ່ຂອງຕາແສງແມ່ນ 142,30 km2 ແມ່ນບ່ອນຢູ່ອາໄສຂອງພົນລະເມືອງ 4.800 ຄົນ. ເກືອບ 100% ຂອງປະຊາກອນແມ່ນຊົນເຜົ່າມົ້ງ. ພາບ: tienphong.vn
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
ຊຸມທົດສະວັດ​ກ່ອນ, ​ເມືອງ​ລົ໋ງ ​ໄດ້​ຮັບ​ຖື​ວ່າ “ເຂດຢາ​ຝິ່ນ” ​ແຕ່ຕົ້ນໄມ້ຕ່າງໆຢູ່​ແຫ່ງ​ນີ້​ໄດ້​ຖືກ​ລົບລ້າງ, ​ແທນທີ່ນັ້ນແມ່ນຕົ້ນດອກຄາຍ, ຕົ້ນດອກໝັ້ນ ​ແລະ ພືດ​ສະໝູນໄພ​ອັນ​ລ້ຳ​ຄ່າ​ຫຼາຍ​ຊະນິດ. ພາບ: tienphong.vn
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
​ອາກາດ​ຢູ່​ເມືອງ​ລົ໋ງ ​ແມ່ນ​ເຢັນ​ສະບາຍ, ນັກ​ທ່ອງ​ທ່ຽວ​ທຸກແຖບຖິ່ນ​ເມື່ອ​ມາ​ແຫ່ງ​ນີ້​ມັກຖືວ່າ ເໝືອນດັ່ງ ຊາປາ ຫຼື ດ່າລາດຂອງເງ້ອານ. ພາບ: tienphong.vn
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
ໃນ​ບັນ​ດາ​ປະເພດຕົ້ນ​ໄມ້, ຕົ້ນດອກຄາຍ ແມ່ນ​ປະຊາຊົນໄດ້​ປູກ​ຫຼາຍ​ທີ່​ສຸດ. ພາບ: tienphong.vn
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
ອາກາດ​ໃນ​ປີ​ນີ້​ມີ​ຄວາມ​ອົບ​ອຸ່ນ, ສະ​ນັ້ນ ດອກຄາຍ ​ໃນ​ເມືອງ​ລົ໋ງ ເບັ່ງບານແຕ່ຕົ້ນປີ. ພາບ: tienphong.vn
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
​ຕົ້ນດອກຄາຍຫຼາຍປີທີ່ແຂງແຮງ ຕ້ອນຮັບແສງຕາເວັນ. ພາບ: tienphong.vn
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
ຕົ້ນດອກຄາຍຫຼາຍປີ ພໍ່ຄ້າໄດ້ຊື້ດ້ວຍລາຄາສູງ. ພາບ: tienphong.vn
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
ຕົ້ນດອກຄາຍທີ່ເບັ່ງບານເຕັມທີ່, ສີບົວສົດໃສຢູ່ໃນສວນນ້ອຍ. ພາບ: tienphong.vn
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
ຕົ້ນດອກຄາຍເບັ່ງບານໃນ​ຕົ້ນ​ປີ ​ເຮັດ​ໃຫ້​ປະຊາຊົນ​ເສຍ​ແຫຼ່ງລາຍ​ຮັບ​ໃນ​ໄລຍະ​ບຸນ​ເຕັດ, ​ແຕ່​ນີ້ກໍ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​​ເມືອງ​ລົ໋ງ, ​ມາຍັງ “ປະຕູ​ສະຫວັນ”. ພາບ: tienphong.vn
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
ຢູ່​ໃກ້​ກັບ​ເຮືອນ​ຂອງ​ຊາວ​ເຜົ່າມົ້ງ ​ແມ່ນປະເພດພືດທີ່​ຄຸ້ນ​ເຄີຍ​ກັບ​ເຂົາ​ເຈົ້າ. ພາບ: tienphong.vn
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ

ສວນໝັ້ນແຕກໜໍ່ ແລະ ອອກໃບອ່ອນ. ພາບ: tienphong.vn

ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
ນັກ​ທ່ອງ​ທ່ຽວ ​ແລະ​ນັກ​ຖ່າຍຮູບ​ມາ​ສວນ​ຕົ້ນດອກຄາຍເມືອງ​ລົ໋ງ​ເພື່ອ​ຖ່າຍຮູບ, ບັນທຶກ​ຊ່ວງ​ເວລາ​ທີ່​ດອກ​ຄາຍເບັ່ງບານສົ່ງ​ລະດູ​ໜາວ ​ແລະ​ຕ້ອນຮັບ​ລະດູ​ບານໃໝ່ວຽນມາ. ພາບ: tienphong.vn
ຂຶ້ນ​ໄປ​ທີ່ 'ປະ​ຕູ​ສະ​ຫວັນ​' ຊົມດອກຄາຍເບັ່ງບານ
ອອກຈາກເມືອງ​ລົ໋ງ, ແຂກທ່ອງທ່ຽວຫວັງວ່າຈະກັບມາແຫ່ງນີ້ອີກ... ພາບ: tienphong.vn

ບູນມີ

ເຫດການ
302 Found

Found

The document has moved here.