ກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ເລີ່ມດຳເນີນໂຄງການສື່ສານ “Live fully in Vietnam” ເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ

15:53 | 24/11/2021

ຍສໝ - ກົມໃຫຍ່ການ​ທ່ອງ​ທ່ຽວ​ ​ຫວຽດນາມ ຫາກໍ່​ໄດ້​ຜັນຂະຫຍາຍບັ້ນ​ການ​ສົ່ງເສີມ, ໂຄສະນາ​​ທີ່​ມີ​ຊື່​ວ່າ “Live fully in Vietnam” ໂດຍ​ຕິດພັນກັບ​ເຄື່ອງ​ໝາຍການ​ທ່ອງ​ທ່ຽວ​ແຫ່ງ​ຊາດ Vietnam - Timeless Charm.

ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕ​ີ ຫ​ວຽດ​ນາມ ຟ້າ​ມ​ມິງ​ຈິງ ເຂົ້າ​ຮ່ວມ​ລ​າຍ​ການ​ສິ​ລະ​ປະ​ພິ​ເສດ “ຄວ​າ​ມ​ເຊ​ື່ອ​ໝັ້ນ ແລະ ​ຄາດ​ຫວັງ” ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕ​ີ ຫ​ວຽດ​ນາມ ຟ້າ​ມ​ມິງ​ຈິງ ເຂົ້າ​ຮ່ວມ​ລ​າຍ​ການ​ສິ​ລະ​ປະ​ພິ​ເສດ “ຄວ​າ​ມ​ເຊ​ື່ອ​ໝັ້ນ ແລະ ​ຄາດ​ຫວັງ”
ຫວຽດນາມ ໄດ້ຮັບລາງວັນໃຫຍ່ ທີ່ງານລາງວັນການທ່ອງທ່ຽວໂລກ 2021 ຫວຽດນາມ ໄດ້ຮັບລາງວັນໃຫຍ່ ທີ່ງານລາງວັນການທ່ອງທ່ຽວໂລກ 2021

ເນື້ອ​ໃນ​ສານ ມີຄວາມໝາຍເຊື້ອ​ເຊີນ​ນັກ​ທ່ອງ​ທ່ຽວ​ສາກົນ​ກັບ​ຄືນ​ມາທ່ອງທ່ຽວຢູ່ຫວຽດນາມ. ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ເດືອນມີນາ 2020, ນັກ​ທ່ອງ​ທ່ຽວ​ສາມາດກັບຄືນມາທ່ອງທ່ຽວຢູ່​ປະ​ເທດ​ຫວຽດນາມ ທີ່ເຕັມໄປດ້ວຍຊີວິດ​ຊີວາ​ກັບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ​ແລະ ​ເປັນ​ເອກະລັກ​ສະ​ເພາະ, ຫາດຊາຍທະເລ​ທີ່ມີແດດ ລົມ ​ແລະ ວັດທະນະທຳ​ທີ່​ອຸດົມສົມບູນ ​ໂດຍ​ໄດ້​ຮັບ​ການນັບຖືຈາກ​ເພື່ອນ​ມິດສາ​ກົນ.

ກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ເລີ່ມດຳເນີນໂຄງການສື່ສານ “Live fully in Vietnam”  ເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ
ກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ເລີ່ມດຳເນີນໂຄງການສື່ສານ “Live fully in Vietnam” ເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ. ພາບປະກອບ: vtv.vn

ເພື່ອເພີ່ມທະວີປະສິດທິຜົນບັ້ນ​ການ​ສົ່ງເສີມ, ໂຄສະນາ​ “Live fully in Vietnam”, ກົມໃຫຍ່ການທ່ອງທ່ຽວແຫ່ງຊາດຫວຽດນາມ ພວມຕັ້ງໜ້າຈັດຕັ້ງປະຕິບັດບັນດາການເຄື່ອນໄຫວໂຄສະນາ, ​ເຜີຍ​ແຜ່, ​ສົ່ງເສີມການຟື້ນຟູການທ່ອງທ່ຽວ, ໃນນັ້ນມີ: ການອອກແບບຕົວລະບຸຕົວຕົນ; ການສ້າງຄລິບວີດີໂອໂຄສະນາ; ​ໂຄສະນາ​ຜ່ານ​ຮູບ​ພາບ ​ແລະ ບົດ​ຂຽນ​ໃນ​ຊ່ອງ​ສື່​ມວນ​ຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຄື: ໜ້າແວບ vietnam.travel, ​ເຄືອ​ຂ່າຍ​ສັງຄົມ​ຂອງ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດນາມ: Facebook, Instagram, Pinterest, Youtube, Tiktok...

ກົມໃຫຍ່ການ​ທ່ອງ​ທ່ຽວ​ ​ຫວຽດນາມ ຫວັງ​ວ່າ ​ບັ້ນການ​ສົ່ງເສີມ, ​ໂຄສະນາ​ “Live fully in Vietnam” ຈະ​ເສີມຂະຫຍາຍປະສິດທິ​ຜົນ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ໃຫ້ເຫັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະເຊື້ອ​ເຊີນ​ຊາວ​ໂລກ​ກັບ​ຄືນ​ມາ ເພື່ອ​ມີ​ປະສົບ​ການ​ຢ່າງ​ເຕັມທີ່​ ຢູ່ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.