ເຮືອນ​ຫວຽດ​ນາມ ​ລອດເຂົ້າທອັບສວຍ​ງາມ​ທີ່​ສຸດ​ໃນ​ໂລກ

16:45 | 21/12/2021

ຍສໝ - ເວັບໄຊສະຖາປັດຕະຍະກຳ ArchDaily ໄດ້ຄັດເລືອກ 50 ກິດຈະກຳເຮືອນ ຢູ່ອາໄສທີ່ດີທີ່ສຸດ ແລະໄດ້ຮັບການແຊ໌ຫຼາຍທີ່ສຸດ, ໃນນັ້ນມີສອງໂຄງການຢູ່ຫວຽດນາມ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຕາ​ລີ ແລະ ສ.ເຊັກ​ໂກ ສະ​ໜັບ​ສະ​ໜູນ​ເງິນ​ເປັນ​ຈຳ​ນວນ 5000 ເອີ​ໂຣ ຊ່ວຍ​ເດັກ​ກຳ​ພ້າ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຕາ​ລີ ແລະ ສ.ເຊັກ​ໂກ ສະ​ໜັບ​ສະ​ໜູນ​ເງິນ​ເປັນ​ຈຳ​ນວນ 5000 ເອີ​ໂຣ ຊ່ວຍ​ເດັກ​ກຳ​ພ້າ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະອິດທິພົນຊື່ສຽງຕໍ່​ໂລກ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະອິດທິພົນຊື່ສຽງຕໍ່​ໂລກ

ArchDaily ໄດ້ຮັບການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2008​, ມີສໍານັກງານຢູ່ອາເມລິກາ​​, ໄດ້ຮັບ​ຖື​ວ່າ​ເປັນ​ເວັບ​ໄຊ​ສະ​ຖາ​ປັດ​ຕະຍະກຳທີ່ມີຜູ້ເຂົ້າ​ອ່ານ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ ເຊິ່ງ​ມີ​ເກືອບ 200 ລ້ານ​ຄັ້ງ​ຕໍ່​ເດືອນ​.

ທຸກໆປີ, ArchDaily ສະຫຼຸບ 50 "ເຮືອນຂອງປີ" ໂດຍອີງໃສ່ເງື່ອນໄຂທີ່ມີຄຸນນະພາບ ແລະຄວາມນິຍົມຂອງຜູ້ອ່ານ. ປີນີ້, ບັນຊີລາຍຊື່ໄດ້ຖືກ ປະກາດໃນວັນທີ 18 ເດືອນທັນວາ, ຫຼັງຈາກຄະນະບັນນາທິການ ໄດ້ພິຈາລະນາ ຫຼາຍກວ່າ 3.800 ໂຄງການທີ່ລົງໃນເວັບໄຊໃນ 11 ເດືອນຜ່ານມາ.

ສອງ​ກິດຈະການ​ຫວຽດນາມ​ ທີ່ລອດເຂົ້າບັນຊີ​ລາຍ​ຊື່​ໂຄງການ ເຮືອນ 50 ​ຫຼັງ ປີ 2021 ຂອງ ArchDaily ແມ່ນ​ເຮືອນ​ທີ່​ມີ​ຊື່​ວ່າ TH House ​ໂດຍໄດ້​ຮັບ​ການ​ອອກ​ແບບ​ໂດຍ​ຫ້ອງການ ODDO architects ​ແລະ​ເຮືອນ​ຢູ່​ໂຮ້ຍອານ ​ໄດ້​ຮັບ​ການ​ອອກ​ແບບ​ໂດຍ​ຫ້ອງການ​ lequang-architects.

ເຮືອນ​ຫວຽດ​ນາມ ​ລອດເຂົ້າທອັບສວຍ​ງາມ​ທີ່​ສຸດ​ໃນ​ໂລກ
TH House. ພາບ: ເລຮວ່າງ

TH House ໄດ້ກໍ່ສ້າງຂຶ້ນໃນເນື້ອທີ່ 24 ຕາແມັດ ຢູ່ໃນຮ່ອມກວ້າງພຽງ 1,2 ແມັດ ຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ. ຕົ້ນໄມ້ໃນເຮືອນປັບປຸງ ສະພາບແວດລ້ອມແຄບ ແລະຫັນເຮືອນກາຍເປັນ “ດອນເກາະ” ຢູ່ກາງເມືອງ, ຊ່ວຍໃຫ້ສະມາຊິກພັກຜ່ອນຢ່ອນອາລົມທັງດ້ານຈິດໃຈ ​ແລະ​ຮ່າງ​ກາຍ​.

ເຮືອນ​ຫວຽດ​ນາມ ​ລອດເຂົ້າທອັບສວຍ​ງາມ​ທີ່​ສຸດ​ໃນ​ໂລກ
ເຮືອນຢູ່ໂຮ້ຍອານ. ພາບ: ເລຮວ່າງ

ເຮືອນຢູ່ໂຮ້ຍອານ ຕັ້ງຢູ່ໃນເນື້ອທີ່ 180 ຕາແມັດ ຢູ່ ເກິມແທ່ງ, ໄດ້ເອົາແຮງບັນ ດານໃຈຈາກເຮືອນພື້ນເມືອງໂຮ້ຍອານ ແຕ່ມີໂຄງສ້າງຂອງຫອຍ.

ດ້ວຍການອອກແບບທີ່ເປີດກວ້າງ ແລະ ຕິດແທດກັບທຳມະຊາດ, ເຮືອນດັ່ງກ່າວ ຍັງຖືກນຳໃຊ້ເປັນສູນວົງຄະນະຍາດຂະໜາດນ້ອຍສຳລັບເຈົ້າຂອງເຮືອນ, ເປັນນັກເຄື່ອນໄຫວດ້ານສິ່ງແວດລ້ອມພົບປະແລກປ່ຽນກັບເພື່ອນບ້ານ.

ເຮືອນ​ຫວຽດ​ນາມ ​ລອດເຂົ້າທອັບສວຍ​ງາມ​ທີ່​ສຸດ​ໃນ​ໂລກ
ເຮືອນ ບ໋າດຈ່າງ. ພາບ: Hiroyuki Oki

ຄຽງຂ້າງ ArchDaily, ວາລະສານສະຖາປັດຕະຍະກຳ Dezeen (ອັງກິດ) ກໍ່ໄດ້ປະກາດບັນຊີລາຍຊື່ເຮືອນ 10 ຫລັງຂອງປີ 2021, ໃນນັ້ນມີເຮືອນ ບ໋າດຈ່າງ ໂດຍບໍລິສັດສະຖາປັດຕະຍະກຳຫວໍຈ້ອງເຫງ້ຍ ອອກແບບ.

ບູນມີ

ເຫດການ
302 Found

Found

The document has moved here.