ປຸກ​ລະ​ດົມ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ “ການ​ທ່ອງ​ທ່ຽວ​ປອດ​ໄພ - ແບບ​ຄົບ​ວົງ​ຈອນ”

12:06 | 19/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ດ່​ວານ​ວັນ​ວຽດ ໄດ້​ລົງ​ນາມ​ເອ​ກະ​ສານ​ເລກ​ທີ 4698/BVHTTDL-TCDL ກ່ຽວກັບໂຄງການປຸກລະດົມການທ່ອງທ່ຽວພາຍໃນປະເທດ ທີ່ມີການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວປອດໄພ - ແບບຄົບວົງຈອນ”.

ການ​​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ, ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ ການ​​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ, ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​
ຟື້ນ​ຟູ​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ​ຂົນ​ສົ່ງ​ຜູ້​ໂດຍ​ສານສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ມີ​ຄວາມ​ປອດ​ໄພ​ຕໍ່​ໂລກ​ລະ​ບາດ ຟື້ນ​ຟູ​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ​ຂົນ​ສົ່ງ​ຜູ້​ໂດຍ​ສານສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ມີ​ຄວາມ​ປອດ​ໄພ​ຕໍ່​ໂລກ​ລະ​ບາດ
ປຸກ​ລະ​ດົມ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ “ການ​ທ່ອງ​ທ່ຽວ​ປອດ​ໄພ - ແບບ​ຄົບ​ວົງ​ຈອນ”
ພ​າບ​ປະ​ກອບ: TTXVN

ໂຄງການແມ່ນມຸ່ງໄປເຖິງການຟື້ນຟູການເຄື່ອນໄຫວທ່ອງທ່ຽວຕາມວິວັດການຈາກຕະຫຼາດພາຍໃນແຂວງ, ພາຍໃນເຂດ ຈົນຮອດ ພາຍໃນປະເທດ, ແນະນຳ, ໂຄສະນາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນ, ເຂົ້າຮ່ວມການທ່ອງທ່ຽວຫຼາກຫຼາຍຮູບແບບ, ມີຄວາມຈັບໃຈ, ຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຂອງ ຕະຫຼາດກ່ຽວກັບການທ່ອງທ່ຽວພາຍໃນ ຢ່າງປອດໄພ ແລະ ມີຄວາມຈັບອົກຈັບໃຈ.

ໂຄງການນີ້ໄດ້ເຕື້ອງເຖິງວິທີແນະນຳໃນການຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວຢ່າງປອດໄພສຳລັບບັນດາພະແນກທ່ອງທ່ຽວ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ບັນດາວິສາຫະກິດດຳເນີນທຸລະກິດ, ການບໍລິການດ້ານການທ່ອງທ່ຽວ ແລະ ແຂກທ່ອງທ່ຽວ.

ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ​ທ່ອງ​ທ່ຽວ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ພະແນກທ່ອງທ່ຽວ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ການ​ນຳ​ທ້ອງ​ຖິ່ນ​ປະ​ກາດ​ເປີດ​ປ​ະ​ຕູ​ທ່ອງ​ທ່ຽວ, ຕ້ອນ​ຮັບ ແລະ ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ຕາມ​ແຕ່​ລະ​ລະ​ດັບ​ໂລກ​ລະ​ບາດ​ຢູ່​ທ້ອງ​ຖິ່ນ ໂດຍ​ຕິດ​ພັນ​ກັບ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພຈາກ​ໂລກ​ລະ​ບາດ​ທີ່​ເໝາະສົມ.

ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ​ໄດ້​ຈັດ​ຕັ້ງ​ການ​ສື່ມວນ​ຊົນ, ພົບ​ປະ, ໂຄ​ສະ​ນາ​ບັນ​ດາ​ສະ​ຖານ​ທີ່, ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ, ການ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ ແລະ ກຽມ​ພ້ອມ​ການ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ​, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ, ເຫດ​ການ​ປຸກ​ລະ​ດົມ​ການ​ຕະຫຼາດ, ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ຈາກ​ພາ​ຍ​ໃນ​ແຂວງໄປຫາລະຫວ່າງແຂວງ, ລະຫວ່າງ​ເຂດ ແລະ ຂອບ​ເຂດ​ພາຍ​ໃນ​ປະ​ເທດ.

ມອບ​ໃຫ້​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ສົມ​ທົບ​ກັບ​ບັນ​ດາ​ຝ່າຍ​ຈັດ​ຕັ້ງ ແລະ ປະ​ກາດ ແລະ ​ປຸກ​ລະ​ດົມ​ໂຄງ​ການ​ທ່ອງ​ທ່ຽວ​ທີ່​ປອດ​ໄພ, ດຶງ​ດູດ​ໃຈ “ການ​ທ່ອງ​ທ່ຽວທີ່​ປອດ​ໄພ - ແບບຄົບວົງຈອນ” ໃນ​ຊ່ອງ​ສື່ມວນ​ຊົນ ຂອງ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ ແລະ ໃນ​ບັນ​ດາ​ພາ​ຫະ​ນະ​ຊື່ມວນ​ຊົນ,

ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່​ນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ, ເຫດ​ການ​ເລີ່ມ​ຕົ້ນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ລະ​ຫວ່າງ​ແຂວງ, ລະ​ຫວ່າງ​ເຂດ​ຢ່າງ​ປອດ​ໄພ, ມີ​ໄຫວ​ພິບ. ເຊື່ອມ​ຕໍ່​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ສະ​ຫະ​ສະ​ມາ​ຄົມ, ວິ​ສາ​ຫະ​ກິດ, ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ສ້າງ​ຜະ​ລິດ​ຕະ​ພັນ​ດຶງ​ດູດ​ໃຈ​ເພື່ອ​ແນ​ໃສ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.