ຄວາມ​ດຶງ​ດູດ​ຂອງ​ສະ​ຖານ​ທີ່​ນັດ​ພົບ​ວັດ​ທະ​ນະ​ທຳ​ແຖວ​ໜ້າ ອາ​ຊີ - ເມືອງ​ເກົ່າ​ໂຮ້ຍ​ອານ

06:18 | 26/11/2021

ຍ​ສ​ໝ - ໂດຍ​ແມ່ນ​ໜຶ່ງ​ໃນ 2 ສະ​ຖານ​ທີ່​ເຊິ່ງແຂວງ​ກ໋​ວາງ​ນາມ ໄດ້ເລືອ​ກ​ເອົາ​ເປັນ​ສະ​ຖານ​ທີ່​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວສາ​ກົນ, ພາຍຫຼັງ​ຢຸດ​ການ​ເຄື່ອນ​ໄຫວ​ມາ​ເປັນ 2 ປີ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19, ປັດ​ຈຸ​ບັນເມືອງ​ເກົ່າ​ໂຮ້ຍ​ອານ ພວມ​ເຕັມ​ໄປ​ດ້ວຍ​ກຳ​ລັງ​ຊີ​ວິດ, ກັບມາຟົດ​ຟື້​ນ​ຄືນໃໝ່ ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອ​ງ​ທ່ຽວ​ສາ​ກົນ…

ໂຮ້ຍ​ອານ ​ຈະ​ເປີດ​ປະ​ຕູ​ຢ້ຽມ​ຊົມ​ນັບ​ແຕ່​ວັນ​ທີ 15 ພະ​ຈິກ  ແລະ ຫຼຸດ​ລາ​ຄາປີ້​ລົງ 50% ໂຮ້ຍ​ອານ ​ຈະ​ເປີດ​ປະ​ຕູ​ຢ້ຽມ​ຊົມ​ນັບ​ແຕ່​ວັນ​ທີ 15 ພະ​ຈິກ ແລະ ຫຼຸດ​ລາ​ຄາປີ້​ລົງ 50%
ໂຮ້ຍ​ອານ ແລະ ຊາ​ປາ ແມ່ນ​ບັນ​ດາ​ສະ​ຖານເພື່ອ​​ຖ່າຍຮູບ​ງາມ​ທີ່​ສຸດ ຢູ່ ຫວຽດ​ນາ ໂຮ້ຍ​ອານ ແລະ ຊາ​ປາ ແມ່ນ​ບັນ​ດາ​ສະ​ຖານເພື່ອ​​ຖ່າຍຮູບ​ງາມ​ທີ່​ສຸດ ຢູ່ ຫວຽດ​ນາ
ຄວາມ​ດຶງ​ດູດ​ຂອງ​ສະ​ຖານ​ທີ່​ນັດ​ພົບ​ວັດ​ທະ​ນະ​ທຳ​ແຖວ​ໜ້າ ອາ​ຊີ - ເມືອງ​ເກົ່າ​ໂຮ້ຍ​ອານ
ພາບ​ປະ​ກອບ: TTXVN

ໂດຍນອນ​ຢູ່​ແຄມ​ແມ່​ນ້ຳ​ຮ່​ວາຍ, ຫ່າງ​ຈາກ​ນະ​ຄອນ​ດ່າ​ນັ້ງ 30 ກີ​ໂລ​ແມັດ, ເມືອງ​ເກົ່າ​ໂຮ້ຍ​ອານ ແມ່ນ​ສະ​ຖານ​ທີ່​ທີ່​ມີ​ຊື່​ສຽງ ແລະ ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວພາຍ​ໃນ ກໍ່​ຄື​ຕ່າງ​ປະ​ເທດ​ໃນຫຼາຍ​ປີ​ຜ່ານ​ມາ. ຜ່ານ​ໄລ​ຍະ​ປະ​ຫ​ວັດ​ສາດ​, ກະ​ແສ​ເວ​ລາ ຄື​ສ້າງ​ຄວາ​ມ​ງາ​ມ​ທີ່​ສະ​ຫງົ​ບ​ງຽບ​ໃຫ້​ແກ່​ເມືອງ​ເກົ່າ​ໂຮ້ຍ​ອານ.

ໂດຍປີ້ນ​ກັບ​ຕົວ​ເມືອງ​ທີ່ທັນສະໄໝ, ເມືອງ​ເກົ່າ​ໂຮ້ຍ​ອານ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ກັບ​ແຂກ​ທ່ອງ​ທ່ຽວ​ດ້ວຍ​ເຮືອນຫຼາຍ​ຫຼັງທີ່​ເກົ່າ​ແກ່ ແລະ ບັນ​ດາໂຄມ​ໄຟ​ທີ່​ສ້າງ​ເປັນ​ເຄື່ອງ​ໝາຍ​ໂຮ້ຍ​ອານ.

ໂດຍໄດ້​​ສ້າງ​ຕັ້ງ​ ແລະ ພັດ​ທະ​ນາ​ແຕ່​ສະ​ຕະ​ວັດ​ທີ 16, ເມືອງ​ເກົ່າ​ໂຮ້ຍ​ອານ ເຄີຍ​ແມ່​ນ​ໜຶ່ງໃນ​ບັນ​ດາ​ທ່າ​ກ່ຳ​ປັ່ນ​ການ​ຄ້າ​ສາ​ກົນ​ທີ່​ຄຶກ​ຄື້ນ​ໜາ​ແໜ້ນ​ທີ່​ສຸດ​ໃນ​ພ​າກ​ພື້ນ.

ນັ​ບ​ແຕ່​ໄລຍະ​ສະ​ຕະ​ວັດ​ທີ 16, ນີ້ິ້​ແມ່ນສະ​ຖ​ານ​ທີ່​ເຕົ້າ​ໂຮມ​ສິນ​ຄ້າຂອງ​ບັນ​ດາ​ພໍ່​ຄ້າ​ທີ່​ມາ​ຈາກ​ຈີ​ນ, ຍີ່​ປຸ່ນ, ໂຮນ​ລັງ, ອິນ​ເດຍ, ແອັດ​ສະ​ປາຍ… ເພາະ​ສະ​ນັ້ນ, ບັນ​ດາ​ໂຄງ​ການສະຖາປັດຕະຍະກຳ ແລະ ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ເມືອງ​ເກົ່າ​ໂຮ້ຍ​ອານ ຈິ່ງມາ​ຈາກ​ພື້ນ​ຖາ​ນ​ວັດ​ທະ​ນະ​ທຳ ຕາ​ເວັນ​ອອກ - ຕາ​ເວັນ​ຕົກ.

ເມືອງ​ເກົ່າ​ໂຮ້ຍ​ອານ ມີ​ຊື່​ສຽງ​ດ້ວຍ​ສະ​ຖາ​ປັດ​ຕ​ະ​ຍາ​ກຳທີ່​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ທ່າ​ກ່ຳ​ປັ່ນ​ທີ່​ເປັນ​ມູນ​ເຊື້ອ​ຂອງ ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ມາ​ຮອດ​ປັດ​ຈຸ​ບັນ ຍັງ​ຄົງ​ຮັກ​ສາ​ໄດ້​ເກືອບ​ທັງ​ໝົດ. ບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ, ຄວາມ​ເຊື່ອ​ຖື, ສາ​ສະ​ໜາ ແລະ ຄຸນຄ່າ​ວັດ​ທະ​ນະ​ທຳ​ຂອງ​ເມືອງ​ເກົ່າ ໂຮ້ຍ​ອານ ແມ່ນຫຼັກ​ຖ​ານ​ທີ່​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດໃຫ້​ແກ່​ວິ​ວັດ​ການ​ສ້າງຕັ້ງ, ພັດ​ທະ​ນາ ແລະ ທັງ​ແມ່ນ​ຄວາມ​ຫຼົ້ມ​ສະຫຼາຍ​ຂອງ ເມືອງ​ເກົ່າ.

ເມື່ອ​ມາ​ເຂດ​ເມືອງ​ເກົ່າ​ທີ່​ສວຍ​ງາມນີ້, ເຮົາ​ສາ​ມາດ​ຮູ້​ສຶກ​ໄດ້​ເຖິງຄວາມ​ເປັນຫຼາຍ​ຮູບ​ແບບ, ເຕັມ​ໄປ​ດ້ວຍ​ສີ​ລະ​ປະ ແລະ ຈຸດ​ເກົ່​າ​ແກ່ ດ້ວຍ​ເຮືອນຫຼາຍ​ຫຼັງ​ທີ່​ໄດ້​ປຸກສ້າງລຽນ​ຕິດ​ກັນ ໂດຍ​ມີ​ລັກ​ສະ​ນະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອ​ງ​ສະ​ຖາ​ປັດ​ຕະ​ນະ​ກຳ​ຂອງພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນ.

ເມື່ອ​ຍ່າງ​ຢູ່​ເມືອງ​ເກົ່າ​ໂຮ້ຍ​ອານ, ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອ​ກາດ​ຢ້ຽມ​ຊົມ​ວັດ​ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ມາ​ແຕ່ຫຼາຍ​ຮ້ອຍ​ປີ ຄື: ວັດ​ເກົ່າ, ວັດ​ເຟືອກ​ເລິມ, ວັດ​ວ້ານ​ດຶກ, ຊົມ​ບັນ​ດາ​ກິດຈະກຳ​ຮ້ານ​ອາ​ຫານ, ວິ​ຫານ​ມຽວ​ຂອງ​ຊາວ​ຈີນ ດ້ວຍ​ສະ​ຖາ​ບັດ​ຕະ​ຍະ​ກຳ​ທີ່​ມີຄວາມພິ​ຖິ​ພິ​ຖັນ ແລະ ມີຫຼາຍ​ສີ.

ຕັ້ງຢູ່ຂ້າງກັນ​ນັ້ນ ແມ່ນບັນດາ​ຫຼັງ​ຄາເຮືອນ​ທີ່ມີ​ຈຸດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ຫວຽດ​ນາມ ແລະ ເຮືອນຫຼັງ​ຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ style ເກົ່າ​ແກ່​ຂອງ​ຝ​ລັ່ງ. ບໍ່​ພຽງ​ແຕ່​ແມ່ນ​ຫໍ​ພິ​ພິ​ທະ​ພັນ​ຂອງ​ບັນ​ດາ​ໂຄງ​ການ​ສະ​ຖາ​ປັດ​ຕະ​ນະ​ກຳເທົ່ານັ້ນ, ຄຸນຄ່າ​ດ້ານ​ວັດ​ທະ​ນະ​ທຳ​ຂອງ ເມືອງ​ເກົ່າ​ໂຮ້ຍ​ອານ ຍັງ​ນອນ​ໃນ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸທີ່​ອຸ​ດົມ​ສົມ​ບູນ ແລະ ເປັນຫຼາຍ​ຮູບ​ແບບ.

ຜ່ານ​ການ​ຜັນ​ແປຫຼາຍ​ຢ່າງ​ຈາກ​ຍຸກ​ສະ​ໄໝ, ແຕ່​ການ​ດຳ​ລົງ​ຊີ​ວິດ​​ປະ​ຈຳ​ວັນ​ຂອງ ປະ​ຊາ​ຊົນ​ຢູ່​ເມືອງ​ເກົ່າ​ໂຮ້ຍ​ອານ ຍັງ​ຮັກ​ສາ​ໄດ້​ຈຸດ​ຄວາມ​ງາມ​ເບື້ອງ​ຕົ້ນ ແລະ ຫຼີກ​ລ້ຽງຈາກຄວາມອຶກກະທຶກຂ​ອ​ງ​ສັງ​ຄົ​ມ. ບັນ​ດາ​ເມືອງ​ເກົ່າ ໄດ້​ສ້າງ​ຂຶ້ນ​ຕາມ​ຮູບ​ກະດານໝາກລຸກ, ຢູ່​​ລຽບ​ຕາມແຄມ​ແມ່​ນ້ຳ ແລະ ຢູ່ປິ່ນ​ອ້ອມ​ເຮືອນ​ຕ່າງໆ. ທຸກ​ສິ່ງ​ທຸກ​ຢ່າງ​ຄື​ສ່ອງ​ແສງ​ການ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ, ຄ່ອຍເປັນຄ່ອຍໄປ ແລະ ຄວາມ​ເມດ​ຕາ​ຂອງປະ​ຊາ​ຊົນ​ຢູ່ແຫ່ງນີ້.

ເບິ່ງ​ຢູ່​ໄກ, ເມືອງ​ເກົ່າ​ຄື​ນອນ​ໃນ​ເຂດ​ບັນ​ຍາ​ກາດ​ທີ່ເລືອນລາງ ຍ້ອນ​ມີ​ໂຄມ​ໄຟ​ນັບ​ພັນ​ອັນ ​ລຽບ​ຕາມ​ຖະ​ໜົມ, ເຮືອນ​ຊານ ແລະ ສອງຟາກ​ແຄມ​ແມ່​ນ້ຳ. ຕາມ​​ນິ​ຍາມ​ຂອງຊາວ​ທ້ອງ​ຖິ່ນ, ເລື່ອງ​ລອຍ​ກະ​ທົງ ເໝືອນ​ດັ່ງ​ການ​ປ່ອຍ​ບັນ​ດາ​ຄ​ວາມ​ອິດ​ເມື່ອຍ ແລະ ນຳ​ມາ​ເຊິ່ງ​ຄວາມ​ຮູ້​ສຶກ​ສະ​ບາຍ​ໃຈ, ມີຄວາມ​ສຸກ.

ໃນ​ການ​ພັດ​ທະ​ນາ​ຂອງ​ການ​ດຳ​ລົງ​ຊີ​ວິດ​ໃນ​ປັດ​ຈຸ​ບັນ, ບັນ​ດ​າໝູ່​ບ້ານ​ດັ້ງເດີມ, ​ປະ​ຊາ​ຊົນ​ຢູ່​ແຫ່ງນີ້​ຍັງ​ຄົງ​ຮັກ​ສາໄວ້ ແລະ ພັດ​ທະ​ນາ​ຄື​ ໝູ່​ບ້ານ​ໄມ້ ​ກິມ​ບົ່ງ, ຜັກ​ຈ່າ​ເກ໊, ເຄື່ອງ​ປັ້ນ​ດິນ​ເຜົາ​ແທັງ​ຮ່າ.

ບັນ​ດາ​ວຽກ​ງານ​ໄດ້​ຕິດ​ພັນ​ກັບຫຼາຍ​ລຸ້​ນ​ຄົນ, ລ້ຽງບໍ່ຈັກວ່າເທົ່າໃດ​ຄົນ ແລະ ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂ​ອງ​ປະ​ຊາ​ຊົນ​ແຕ​່​ລະ​ຄົນ​ຢູ່​ແຫ່ງນີ້. ປັດ​ຈຸ​ບັນ, ນີ້​ຍັງ​ແມ່ນ​ສະ​ຖານ​ທີ່​ເກັບ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ ເມືອງ​ເກົ່າ​ໂຮ້ຍ​ອານ ແລະ ດ​ຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ເພື່ອ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ.

ຮູບ​ແບ​ບ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ຮູບ​ຜູ້ສາວ​ເຂ​ດ​ຊົນ​ນະ​ບົດ​ຕ່ຳ​ແຜ່ນ… ໃນ​ບັນ​ຍາ​ກາດ​ບ້ານ​ເກີດ​ເກົ່າ​ຢູ່ ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ ໂຮ້ຍ​ອານ ຫຼື​ ໃນ​ຂອບ​ເຂດ​ຂອງ​ບໍ​ລິ​ສັດ​ໝູ່​ບ້ານ​ແພ​ໄໝ​ໂຮ້ຍ​ອານ​ກໍ່​ແມ່ນ​ຈຸດ​ໃໝ່​ທີ່​ເປັນ​ໜ້າ​ຄົ້ນ​ຫາ​ ເມ​ື່ອ​ມາ​ທ່ອ​ງ​ທ່ຽວຢູ່​ເມືອງ​ເກົ່າ​ໃນ​ຊຸມ​ປີ​ມໍ່ໆ​ມານີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.