ລົງທຶນເພື່ອໃຫ້ຂະແຫນງທ່ອງທ່ຽວ ມົກເຈົາ ບືນຂຶ້ນພັດທະນາຢ່າງເຂັ້ມແຂງ

06:30 | 22/11/2021

ດ້ວຍພູມສັນຖານເປັນຫລາຍຮູບແບບ ເປັນຕົ້ນແມ່ນ ອາກາດປອດໂປ່ງເຢັນສະບາຍ, ແມ່ນເງື່ອນໄຂດີທີ່ສຸດເພື່ອພັດທະນາການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ. ເພື່ອໃຫ້ເຂດທ່ອງທ່ຽວນີ້ພັດທະນາສົມກັບຄວາມສາມາດບົ່ມຊ້ອນ, ໃນຊຸມປີຜ່ານມາ ເມືອງ ມົກເຈົາ ແລະ ແຂວງ ເຊີນລາ ໄດ້ເອົາໃຈໃສ່ດຶງດູດນັກລົງທຶນເຂົ້າມາລົງທຶນຢູ່ເຂດນີ້. ໃນຕົວຈິງ ມີຫລາຍໂຄງການດ້ວຍເງິນລົງທຶນນັບພັນໆຕື້ດົ່ງ ໄດ້, ພວມ ຜັນຂະຫຍາຍ, ບໍ່ພຽງແຕ່ຊ່ວຍປຸກລຸກຄວາມສາມາດບົ່ມຊ້ອນເທົ່ານັ້ນ ຫາກຍັງປະກອບສ່ວນເຮັດໃຫ້ເຂດທ່ອງທ່ຽວນີ້ພັດທະນາ.

ຫວຽດນາມຈັດພິທີໄຫວ້ອາໄລປະຊາຊົນເສຍຊີວິດ ແລະ ພະນັກງານ, ນັບຮົບເສຍສະຫລະຊີວິດຍ້ອນໂລກລະບາດໂຄວິດ-19 ຫວຽດນາມຈັດພິທີໄຫວ້ອາໄລປະຊາຊົນເສຍຊີວິດ ແລະ ພະນັກງານ, ນັບຮົບເສຍສະຫລະຊີວິດຍ້ອນໂລກລະບາດໂຄວິດ-19
ຟູກວກ ກະກຽມຕ້ອນຮັບນັກທ່ອງທ່ຽວສາກົນ ຟູກວກ ກະກຽມຕ້ອນຮັບນັກທ່ອງທ່ຽວສາກົນ

ແດນສະຫວັນນ້ຳນົມ ມົກເຈົາ - ໃນໄລຍະມໍ່ໆມານີ້ ປະຊາຊົນຫລາຍຄົນຢູ່ ແຂວງເຊີນລາ - ເຂດໄຕບັກ (ຕາເວັນຕົກສ່ຽງເຫນືອຫວຽດນາມ) ໄດ້ຮູ້ຈັກຊື່ນີ້. ນີ້ແມ່ນໂຄງການໃຫມ່ ຂອງບໍລິສັດຫຸ້ນສ່ວນແນວພັນງົວນົມ ມົກເຈົາ. ໂຄງການນີ້ ນອນໃນ 11 ໂຄງການ ຊື່ງແຂວງ ເຊີນລາ ຫາກໍ່ມອບແຜນນະໂຍບາຍຮັບຮອງການລົງທຶນໃນກາງເດືອນ ຕຸລາ ຜ່ານມາ. ຄາດວ່າ ປີ 2024 ເມື່ອໂຄງການໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວ ຈະສ້າງຈຸດໂດດເດັ່ນສຳຄັນ ດ້ວຍຮູບແບບທ່ອງທ່ຽວ, ທັດສະນະສຶກສາອັນດູດດື່ມໃຫ້ແກ່ນັກທ່ອງທ່ຽວ ເວົ້າສະເພາະ ແລະ ຂະແຫນງທ່ອງທ່ຽວ ມົກເຈົາ - ເຊີນລາ ເວົ້າລວມ, ປະກອບສ່ວນຊຸກຍູ້ເສດຖະກິດ - ສັງຄົມ ຂອງທ້ອງຖິ່ນພັດທະນາ.

ພາບປະກອບ
ພາບປະກອບ

ນອກຈາກກະກຽມກໍ່ສ້າງ ແດນສະຫວັນນ້ຳນົມ ມົກເຈົາ ແລ້ວ, ໂຄງການເຂດທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ ແລະ ລະຫລິ້ນບັນເທີງທີ່ມີຄຸນນະພາບສູງຢູ່ເຂດປ່າ ບ້ານອາງ ໂດຍບໍລິສັດພັດທະນາທ່ອງທ່ຽວສາກົນ ເຟື້ອງຮ່ວາງ ມົກເຈົາ ຈຳກັດ ເປັນເຈົ້າຂອງການລົງທຶນ ກໍ່ໄດ້ນຳເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນ. ຜ່ານໄລຍະ 4 ປີແຫ່ງການຜັນຂະຫຍາຍ, ໂຄງການໄດ້ກໍ່ສ້າງສຳເລັດຫລາຍກິດຈະກຳທັນສະໄຫມ, ແຕ່ລະປີດຶງດູດນັກທ່ອງທ່ຽວມາຢ້ຽມຊົມ, ພັກຜ່ອນບຳລຸງສຸຂະພາບນັບໝື່ນໆເທື່ອຄົນ. ທ່ານ ຫງວຽນວັນຮຸ່ງ ປະທານກຸ່ມບໍລິສັດສາກົນ ເຟື້ອງຮ່ວາງ ໃຫ້ຮູ້ວ່າ: ໃນວິວັດແຫ່ງການຜັນຂະຫຍາຍໂຄງການ, ເມືອງ ມົກເຈົາ ແລະແຂວງ ເຊີນລາ ຍາມໃດກໍ່ເອົາໃຈໃສ່, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ ແລະ ສ້າງຄວາມສະດວກທີ່ສຸດໃຫ້ແກ່ນັກລົງທຶນ.

“ເມື່ອຮັບຫນ້າທີ່ກໍ່ສ້າງໂຄງການນີ້ ພວກຂ້າພະເຈົ້າໄດ້ປະຕິບັດຕາມບາດກ້າວຄືດັ່ງການແນະນຳຂອງພະແນກແຜນການ ແລະ ການລົງທຶນແຂວງ ເຊີນລາ ເພື່ອເຮັດບັນດາລະບຽບການລົງທຶນ. ພວກຂ້າພະເຈົ້າກຳນົດວ່າ ກ່ອນອື່ນໝົດ ຕ້ອງກໍ່ສ້າງເຂດລະຫລິ້ນບັນເທີງໃຫ້ແກ່ປະຊາຊົນຢູ່ເຂດໄຕບັກເວົ້າສະເພາະ, ຫລັງຈາກນັ້ນ ຈຶ່ງແມ່ນປະຊາຊົນບັນດາແຂວງທີ່ຢູ່ທາງພາກເໜືອຫວຽດນາມ”.

ນອກຈາກແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ 200 ຄົນຢູ່ ທ້ອງຖິ່ນແລ້ວ, ເຈົ້າຂອງໂຄງການ ຍັງຕັ້ງຫນ້າຮ່ວມເດີນທາງພ້ອມກັບອຳນາດການປົກຄອງທ້ອງຖິ່ນ ເຄື່ອນໄຫວວຽກງານກຸສົນ, ສະຫວັດດີການສັງຄົມຫລາຍໆຢ່າງອີກດ້ວຍ.

ເພື່ອດຶງດູດນັກລົງທຶນ ເຂົ້າມາລົງທຶນຢູ່ແຂວງໃຫ້ໄດ້ຫລາຍກວ່າ, ເປັນຕົ້ນແມ່ນນັກລົງທຶນໃຫຍ່, ທາງແຂວງເຊີນລາ ໄດ້ຜັນຂະຫຍາຍມາດຕະການຢ່າງຄົບຊຸດ, ຈຸດສຸມແມ່ນປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ນັກລົງທຶນ. ໃນໄລຍະ 5 ປີມານີ້, ມີ 49 ໂຄງການເຂົ້າມາລົງທຶນຢູ່ແຂວງ ດ້ວຍເງິນລົງທຶນທັງໝົດແມ່ນກວ່າ 7000 ຕື້ດົ່ງ ຊື່ງຈົດທະບຽນລົງທຶນເຂົ້າເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ, ໃນນັ້ນ ມາຮອດປະຈຸບັນ ມີ 24 ໂຄງການໄດ້ກໍ່ສ້າງສຳເລັດແລະໄດ້ເຄື່ອນໄຫວແລ້ວ, ສ່ວນໂຄງການທີ່ຍັງເຫລືອ ພວມຢູ່ໃນຂັ້ນຕອນຜັນຂະຫຍາຍ. ທ່ານ ລອງຈຸງເຕິມ, ປະທານຄະນະກຳມະການປະຊາຊົນເມືອງ ມົກເຈົາ ໃຫ້ຮູ້ວ່າ:

“ເມືອງ ມົກເຈົາ ໄດ້ສ້າງຕັ້ງຫນ່ວຍງານດຶງດູດການລົງທຶນ ໂດຍທ່ານຮອງປະທານຄະນະກຳມະການເມືອງ ຮັບຜິດຊອບດ້ານເສດຖະກິດຂອງເມືອງເປັນຫົວຫນ້າ. ສະມາຊິກແມ່ນຢູ່ບາງອົງການ ຄະນະ, ຂະແຫນງການ ແລະ ບັນດາຕາແສງທີ່ມີໂຄງການພວມຜັນຂະຫຍາຍຢູ່ບໍລິເວນ. ສຳລັໂຄງການຈຸດສຸມ, ທາງອຳນາດການປົກຄອງເມືອງ ຈະຈັດຕັ້ງການລາຍງານ, ປຶກສາຫາລືໃນແຕ່ລະອາທິດກ່ຽວກັບຄວາມຄບຫນ້າໃນການຜັນຂະຫຍາຍ ແລະ ຕັ້ງຫນ້າສົມທົບກັບນັກລົງທຶນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອຜັນຂະຫຍາຍໂຄງການ”.

ມົກເຈົາ ໄດ້ຮັບຖືວ່າແມ່ນ ດາລາດແຫ່ງທີສອງ ແລະ ແມ່ນຫນຶ່ງໃນບັນດາເຂດທ່ອງທ່ຽວສຳຄັນທີ່ສຸດໃນແລວທ່ອງທ່ຽວ “ຜ່ານເຂດໄຕບັກ”. ປະຈຸບັນ ພ້ອມກັບການຍູ້ແຮງການດຶງດູດນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນ, ແຂວງ ເຊີນລາ ແລະ ທ້ອງຖິ່ນຕ່າງໆກໍ່ພວມເອົາໃຈໃສ່ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ ກ່ຽວກັບການທ່ອງທ່ຽວເ ພື່ອແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງ, ສູ້ຊົນສ້າງໃຫ້ປະຊາຊົນແຕ່ລະຄົນກາຍເປັນ “ທູດທ່ອງທ່ຽວ”.

ໃນສະພາບໂລກລະບາດໂຄວິດ 19 ສົ່ງຜົນສະທ້ອນບໍ່ແມ່ນຫນ້ອຍເຖິງການເຄື່ອນໄຫວທ່ອງທ່ຽວ, ເມືອງມົກເຈົາ ພວມຍູ້ແຮງການສັກວັກຊິນກັນໂຄວິດ ໃຫ້ປະຊາຊົນໝົດທຸກຄົນ, ເພື່ອຮັບປະກັນໃຫ້ ມົກເຈົາ ເປັນຈຸດນັດພົບທີ່ດູດດື່ມ ແລະ ປອດໄພສຳລັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

vovworld.vn

ເຫດການ
302 Found

Found

The document has moved here.