ທ່ອງ​ທ່ຽວ​ໄຕ​້​ຫວັນ ຜ່ານແວ່ນຕາ VR

06:30 | 28/11/2021

ຍ​ສໝ - ຜູ້​ຕາງ​ໜ້າ​ກົມ​ທ່ອງ​ທ່ຽວ​ໄຕ້​ຫວັນ (ຈີນ) ປະຈຳ ​ນະ​ຄອນ​ໂຮ່​ຈີ​ມິນ ສົມ​ທົບ​ກັບ​ ສູນ California Fitness & Yoga ຈັດ​ຕັ້ງ​ລາຍ​ການ “360 VR Experience Taiwan in One Day”- ລົງ​ຕົວ​ຈິງ​ການ​ທ່ອງ​ທ່ຽວ​ຂຽວ ຖີບ​ລົດ​ອ້ອມ​ໄຕ້​ຫວັນ ຜ່ານ​ແວ່ນ​ຕາ VR ແລະ ວີ​ດີ​ໂອ​ຄຼິບ 360 ອົງ​ສາ.

ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ
ຝຸກວັກ ຕ້ອນ​ຮັບຄະ​ນະ​ແຂກ​ທ່ອງ​ທ່ຽວ​ທຳ​ອິດ​ມາ​ ຫວຽດ​ນາມ ດ້ວຍໜັງສືຜ່ານແດນ​ວັກ​ຊິນ ຝຸກວັກ ຕ້ອນ​ຮັບຄະ​ນະ​ແຂກ​ທ່ອງ​ທ່ຽວ​ທຳ​ອິດ​ມາ​ ຫວຽດ​ນາມ ດ້ວຍໜັງສືຜ່ານແດນ​ວັກ​ຊິນ
ທ່ອງ​ທ່ຽວ​ໄຕ​້​ຫວັນ ຜ່ານແວ່ນຕາ VR
ທ່ອງ​ທ່ຽວ​ໄຕ​້​ຫວັນ ຜ່ານແວ່ນຕາ VR (ພາບ: TTXVN)

ນີ້​ແມ່ນ​ໂຄງ​ການ​ສົ່ງ​ເສີມກ​ານ​ທ່ອງ​ທ່ຽວ ໄຕ້​ຫວັນ ທີ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່ຫຼາຍ​ປະ​ເທດ ເຊິ່ງ​​ພວມ​ຟື້ນ​ຟູ​ເສດ​ຖະ​ກິດ, ການ​ທ່ອງ​ທ່ຽວ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ນັ້ນ ມີ​ຫວຽດ​ນາມ.

ຊາວ​ຫວຽດ​ນາມ ອາ​ດຈະ​ທັງ​ຖີບ​ລົດ​ຖີບ ທັງ​ອອກ​ກຳ​ລັງ​ກາຍ ຢູ່​ສູນ California Fitness & Yoga, ທັງ​ນຳ​ໃຊ້​ແວ່ນ​ຕາ VR ເພື່ອ​ຮັບ​ຊົມ​ບັນ​ດາ​ສະ​ຖານ​ທີ່​ຢູ່ ​ໄຕ້​ຫວັນ ທີ່​ເຕັມ​ໄປ​ດ້ວຍ​ຄວາມສວຍງາມ​ທີ່​ບໍ່​ຄາດ​ຄິດກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ, ມະ​ນຸດ, ວັດ​ທະ​ນະ​ທຳ… ຜ່ານ​ການ​ນຳ​ໃຊ້​ແວ່ນ​ຕາ VR.

ຫຼັງ​ຈາກ​ນັ້ນ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ສຳ​ຜັດ​ກັບ​ການ​ທ່ອງ​ທ່ຽວລົງ​ພຶດ​ຕິ​ກຳ​ຕົວ​ຈິງດ້ວຍວິທີທີ່​ແຕກ​ຕ່​າງ​ກັນຫຼາຍກວ່າ​ເມື່ອ​ມາ ໄຕ້​ຫວັນ ແລະ ທ່ອງ​ທ່ຽວ​ດ້ວຍ​ລົດ​ຖີບ​ພາຍ​ຫຼັງ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້, ກໍ່​ຄືຫຼາຍ​ສະ​ຖານ​ທີ່​ໃນ​ທົ່ວ​ໂລກ​ໄດ້​ຮັບ​ການ​ເປີດ​ປະ​ຕູ​ການ​ຕະຫຼາດ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເມື່ອຕ​ີ​ລາ​ຄາ​ກ່ຽວ​ກັບ​ໂຄງ​ການ “360 VR Experience Taiwan in One Day”, Travel blogger ຟ້ານ​ເທ້​ແອັງ ໃຫ້​ຮູ້​ວ່າ ໂຄງ​ການ​ແນະ​ນຳ​ກ່ຽວ​ກັບ​ໄຕ້​ຫວັນ​ດ້ວຍ​ບັນ​ດາ​ສະ​ຖານ​ທີ່​ນັດ​ພົບ​ທີ່​ຍອດ​ຢ້​ຽມ​ໃຫ້​ແກ່​ຜູ້​ທີ່​ມີ​ຄວາມ​ນິ​ຍົມ​ຊົມ​ຊອບ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຢູ່ນອກ​ເຮືອນ, ຄົ້ນ​ຫາ​ທຳ​ມະ​ຊາດ…

ທ່ານ Derek Chou ຫົວ​ໜ້າຜູ້​ຕາງ​ໜ້າ​ກົມ​​ທ່ອງ​ທ່ຽວ​ໄຕ້​ຫວັນ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ ໄຕ້​ຫວັນ​ພວມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ແລະ ມຸ່ງ​ໄປ​ເຖິງ​ການ​ເລີ່ມ​ຕົ້ນ​ຂະ​ແໜງ​ການ​ທ່ອງທ່ຽວ, ສົ່ງ​ເສີມ​ການ​ຕະຫຼາດ​ທ່ອງ​ທ່ຽວ​ສາ​ກົນ. ປັດ​ຈຸ​ບັນ, ໄຕ​້​ຫວັນ ພວມ​ຄ່ອຍໆ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເປັນຫຼາຍ​ຮູບ​ແບບ, ໃນ​ນັ້ນ​ອາດ​ຈະ​ນັບ​ເຖິງ​ຍຸດ​ທະ​ສາດ​ການ​ທ່ອງ​ທ່ຽວ ແລະ ລົງພຶດ​ຕິ​ກຳ​ຕົວ​ຈິງ​ດ້ວຍ​ລົດ​ຖີ​ບ, ຄົມ​ມະ​ນາ​ຄົມ​ທີ່​ສະ​ດວກ, ຫັນ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ເຂົ້າ​ອອກ​ເມືອງ​ເປັນ​ງ່າຍ​ດາຍ…

ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ tour ທຳ​ມະ​ຊາດຊີວະພາບ ແລະ ຄອບ​ວົງ​ຈອນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ເຊິ່ງ​ໄຕ້​ຫວັນ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ກຸ່ມແຂກ​ທ່ອງ​ທ່ຽວນ້ອຍ ແລະ ສ່ວນ​ບຸກ​ຄົນ. ເພາະ​ສະ​ນັ້ນ, ໂຄງ​ການ ໄດ້​ຮັບ​ການ​ຄວາມ​ຫວັງ​ວ່າ​ປະ​ກອບ​ສ່ວນ​ແນະ​ນຳ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໄຕ້​ຫວັນ ໃຫ້ກັບຊາວ​ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ຜູ້​ນິ​ຍົມ​ຊົມ​ຊອບ​ກິ​ລາ, ຊົມ​ຊອບລົງ​ພຶດ​ຕິ​ກຳ​ຕົວ​ຈິງ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.