ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ຍສໝ -​ ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 2, ຊຸດທີ 5 ເພື່ອສະຫຼຸບ, ຕີລາຄາວຽກງານໃນປີ 2024 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2025.

ທ່ານນາຍົກລັດຖະມົນຕີ ລາວ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳຫວຽດນາມ

ທ່ານນາຍົກລັດຖະມົນຕີ ລາວ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳຫວຽດນາມ

ຍສໝ - ໃນຕອນເຊົ້າ ວັນທີ 19 ທັນວານີ້ 2024 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຫງວຽນ ຫ໋າຍ ນິງ,ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 18-20 ທັນວາ 2024.

ງານລ້ຽງຕ້ອນຮັບຄະນະການທູດໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ

ງານລ້ຽງຕ້ອນຮັບຄະນະການທູດໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ

ຍສໝ - ຕອນ​ຄ່ຳ​ວັນ​ທີ 13 ມັງກອນ​, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິງຈິ໋ງ ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ເປັນປະທານງານລ້ຽງຂອງ​ລັດຖະບານ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ເພື່ອ​ລ້ຽງ​ຕ້ອນຮັບ​ຄະນະ​ການ​ທູດ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ສາກົນ 2025 ​ແລະ ​​ກະກຽມ​ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະເສັງ 2025.

ສືບຕໍ່ປ່ຽນແປງໃໝ່ແນວຄິດຈິນຕະນາການ ແລະວິທີການເຂົ້າເຖິງ, ປະຕິບັດວຽກງານການທູດປະຊາຊົນຢ່າງມີປະສິດທິຜົນ

ສືບຕໍ່ປ່ຽນແປງໃໝ່ແນວຄິດຈິນຕະນາການ ແລະວິທີການເຂົ້າເຖິງ, ປະຕິບັດວຽກງານການທູດປະຊາຊົນຢ່າງມີປະສິດທິຜົນ

ຍສໝ - “ສ້າງ​ລະບົບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ໃຫ້​ເຂັ້ມ​ແຂງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່, ຄວາມ​ຕັ້ງຫວັງຂອງ​ການ​ນຳ​ພັກ ​ແລະ ລັດ, ຄວາມ​ຕ້ອງການ​ພັດທະນາ​ດ້ວຍຕົນ​ເອງ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ກໍ່​ຄື​ການ​ຜັນຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນແຜນ​ການ​ເຮັດ​ວຽກ​ປີ 2025”. ນີ້​ແມ່ນ​ທິດ​ທາງ​ການ​ເຮັດ​ວຽກ​ ປີ 2025 ຂອງ​ລະບົບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ (VUFO) ທີ່​​ບັນດາ​ຜູ້​ແທນ​ທີ່​ກອງ​ປະຊຸມຄະນະ​ປະທານ​ຄັ້ງ​ທີ 13, ອາຍຸ​ການ VI ໄດ້​ຮັບ​ການ​ຮັບຮອງ​ເອົາ 100% ເຊິ່ງ​ຈັດ​ຂຶ້ນ​ໃນ​ຫວ່າງມໍ່ໆມານີ້ຢູ່ ​ຮ່າ​ໂນ້ຍ.

ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ຕ້ອນຮັບທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນຄວາມສະຫງົບລາວ

ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ຕ້ອນຮັບທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນຄວາມສະຫງົບລາວ

ຍສໝ - ວັນ​ທີ 12 ມັງກອນ​ນີ້, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລີມ ໄດ້ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງປ້ອງກັນຄວາມສະຫງົບ​ລາວ ​ໂດຍ ພົນເອກ ວິໄລ ຫຼ້າຄຳ​ຟອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນຄວາມສະຫງົບ ລາວ ນຳໜ້າຄະນະ ມີການຢ້ຽມຢາມ ແລະ ເຮັດວຽກຢູ່​ຫວຽດນາມ.

50 ປີ​ແຫ່ງ​ວັນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ: ເປັນ​ຂົວ​ຕໍ່​ທີ່​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ປະ​ເທດຊາດ

50 ປີ​ແຫ່ງ​ວັນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ: ເປັນ​ຂົວ​ຕໍ່​ທີ່​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ປະ​ເທດຊາດ

ຍສໝ​ - ວັນ​ທີ 13 ມັງກອນ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ຈັດ​ຕັ້ງການພົບປະສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (15 ມັງກອນ 1975 - 15 ມັງກອນ 2025). ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ເລືອງເກື່ອງ ໄດ້​ສົ່ງ​ຈົດໝາຍ ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ໄດ້​ສົ່ງ​ດອກ​ໄມ້​ອວຍພອນ​ສະມາຄົມ.

ສະຫະພັນລັດເຊຍ - ຫວຽດນາມ: ທ່ານນາຍົກລັດຖະມົນຕີ Mikhail Mishustin  ຢ້ຽມຢາມ ຮ່າໂນ້ຍ ຢ່າງເປັນທາງການ

ສະຫະພັນລັດເຊຍ - ຫວຽດນາມ: ທ່ານນາຍົກລັດຖະມົນຕີ Mikhail Mishustin ຢ້ຽມຢາມ ຮ່າໂນ້ຍ ຢ່າງເປັນທາງການ

ຍສໝ - ຕອນ​ເຊົ້າ​ວັນ​ທີ 14 ມັງກອນ​ນີ້, ທ່ານ​ນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Mikhail Vladimirovich Mishustin ​ໄດ້​ເດີນທາງມາ​ຮອດ​ນະຄອນຫຼວງ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 14-15 ມັງກອນ 2025, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ.

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຜ່ານບັນດາການເຄື່ອນໄຫວໜູນຊ່ວຍແມ່ຍິງ

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຜ່ານບັນດາການເຄື່ອນໄຫວໜູນຊ່ວຍແມ່ຍິງ

ຍສໝ - ສະຫະພັນ​ແມ່ຍິງ​ນະຄອນ​ ໂຮ່ຈີ​ມິນ ​ໄດ້​ເພີ່ມ​ທະວີ ​ແລະ ເປີດກວ້າງ​​ການ​ເຄື່ອນ​ໄຫວ​ທາງ​ການ​ທູດປະຊາຊົນ; ພົບປະແລກປ່ຽນ ແລະ ລົງນາມໃນຫຼາຍໂຄງການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ.

ສິ່ງພິເສດໃນສະຖານທີ່ທີ່ສາມາດເບິ່ງພາບອານາເຂດຂອງ 3 ປະເທດ

ສິ່ງພິເສດໃນສະຖານທີ່ທີ່ສາມາດເບິ່ງພາບອານາເຂດຂອງ 3 ປະເທດ

ຍສໝ - ຫຼັກໝາຍສາມແຍກແຫຼມອິນດູຈີນ, ບ່ອນທີ່ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ພົບກັນ, ບໍ່ພຽງແຕ່ເປັນສັນຍາລັກແຫ່ງສັນຕິພາບ ແລະ ມິດຕະພາບເທົ່ານັ້ນ, ແຕ່ຍັງເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວທີ່ມັກຮັກທຳມະຊາດ ແລະ ປະຫວັດສາດອີກດ້ວຍ.

ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດ ອາຊຽນ

ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດ ອາຊຽນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 8 ມັງກອນ ປີ 2025, ກຸ່ມ​ແມ່​ຍິງ​ປະ​ຊາ​ຄົມ ອາ​ຊຽນ ປະຈຳ ຮ່າ​ໂນ້ຍ (AWCH) ໄດ້​ຈັດ​ຕັ້ງ​ການ​ພົບ​ປະອັນ​ສະ​ຫ​ນິດ​ສະ​ຫນົມ​ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2025.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ຈະໄປຢ້ຽມ​ຢາມ ລາວ ແລະ ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ

ຍສໝ - ຕາມ​​ແຈ້ງການຂອງ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສອນ​ໄຊ ສີ​ພັນ​ດອນ, ທ່ານ​ນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ຈະ​ໄປຢ້ຽມຢາມ ລາວ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​​ກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ ແຕ່​ວັນ​ທີ 09-10 ມັງກອນ 2025.

ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ

ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ

ຍສໝ - ວັນ​ທີ 6 ມັງກອນ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ສິງກະ​ໂປ ​ໄດ້​ສົມທົບ​ກັບ​ສະຖານທູດ​ສິງກະ​ໂປ​ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ. logo ​ເປັນ​ທາງ​ການ​ໄດ້​ຮັບ​ການ​ປະກາດ​ ເພື່ອແນໃສ່ເປັນຂີດ​ໝາຍ​ບາດກ້າວ​ບຸກທະລຸ​ໃໝ່ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ສິງກະ​ໂປ ​ໃນ​ປີ 2025 - ​ເພື່ອ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນຊາດ ຫວຽດນາມ ​ແລະ ວັນ​ຊາດ ສິງກະ​ໂປ ຄົບຮອບ 60 ປີ.

​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ເລີ່ມ​ຕົ້ນ​ການໄປ​ຢ້ຽມ​ຢາມ​ລາວ

​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ເລີ່ມ​ຕົ້ນ​ການໄປ​ຢ້ຽມ​ຢາມ​ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 9 ມັງກອນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​​ມິງຈິງ ໄດ້​ອອກ​ຈາກ​ຮ່າ​ໂນ້ຍ ແລະ ມາ​ຮອດ​ປະ​ເທດ​ລາວ. ນີ້​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ການ​ນຳ​ທີ່​ສຳຄັນ​ຂອງ​ຫວຽດນາມ ຈະ​ໄປ​ຢ້ຽມຢາມ​ໃນ​ປີ 2025.

ວຽກງານການຕ່າງປະເທດຂອງ ຫວຽດນາມ ປີ 2024: ຕັ້ງໜ້າ, ເປັນເຈົ້າການປະກອບສ່ວນເຂົ້າໃນການສ້າງທ່ວງທ່າການນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

ວຽກງານການຕ່າງປະເທດຂອງ ຫວຽດນາມ ປີ 2024: ຕັ້ງໜ້າ, ເປັນເຈົ້າການປະກອບສ່ວນເຂົ້າໃນການສ້າງທ່ວງທ່າການນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

ຍສໝ - ທ່ານ ບຸ່ຍ​ແທງ​ເຊີນ, ກຳມະການ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ມີ​ບົດ​ຂຽນ “ວຽກ​ງານ​ການ​ຕ່າງປະ​ເທດ​ ຫວຽດນາມ ​ໃນ​ປີ 2024: ຕັ້ງ​ໜ້າ, ເປັນເຈົ້າການປະກອບສ່ວນ​ເຂົ້າ​ໃນ​ທ່ວງທ່າການ​ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່ສັງກາດໃໝ່”, ​ໄດ້ເນັ້ນ​ໜັກ​ເຖິງບັນດາຜົນງານ “ຄວາມສຳຄັນ​, ຄວາມໝາຍທາງປະຫວັດສາດ” ຂອງວຽກງານການຕ່າງປະເທດຕັ້ງແຕ່ຕົ້ນອາຍຸການຈົນເຖິງປະຈຸບັນ. ບົດ​ຂຽນ​ມີ​ເນື້ອ​ໃນ​ດັ່ງ​ຕໍ່​ໄປ​ນີ້​:

​ເອກ​ອັກຄະ​ລັດຖະທູດ ຕວກກີ ເຂົ້າຢ້ຽມຂ່ຳນັບທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ

​ເອກ​ອັກຄະ​ລັດຖະທູດ ຕວກກີ ເຂົ້າຢ້ຽມຂ່ຳນັບທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ

ຍສໝ - ຕອນ​ບ່າຍ​ວັນ​ທີ 7 ມັງກອນ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ຟ່ານແອງເຊີນ ​ໄດ້ມີການຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ຕວກກີ ປະຈຳ ຫວຽດນາມ, ທ່ານ Korhan Kemik.

ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ

ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 7 ມັງກອນ, ຢູ່​ນະຄອນ ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ແຂວງ ກວາງ​ນິງ ​ໄດ້​ຈັດ​ຕັ້ງ​ການພົບປະສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ; 46 ປີ​ແຫ່ງ​ວັນ​ໄຊຊະນະ​ສົງຄາມ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ຊາດ ວັນ​ທີ 7 ມັງກອນ (1979-2025) ​ແລະ ສະຫຼຸບ​ວຽກ​ງານ​ຂອງ​ສະມາຄົມ​ໃນ​ປີ 2024, ຜັນຂະຫຍາຍ​ໜ້າ​ທີ່​ໃນ​ປີ 2025.

ຜັນຂະຫຍາຍ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເຮັດໃຫ້ການ​ພົວ​ພັນ​ຫວຽດ​ນາມ - ໂຕ​ໂກ ເລິກເຊິ່ງກ່ວາອີກ

ຜັນຂະຫຍາຍ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເຮັດໃຫ້ການ​ພົວ​ພັນ​ຫວຽດ​ນາມ - ໂຕ​ໂກ ເລິກເຊິ່ງກ່ວາອີກ

ຍສໝ - ໂດຍຕ້ອນຮັບທ່ານ​ລັດຖະມົນຕີ​ກະຊວງການຕ່າງປະເທດ, ​ເຊື່ອມ​ໂຍງ​​ກັບ​ພາກ​ພື້ນ ​ແລະ ປະຊາຊົນອາໄສຢູ່ຕ່າງປະເທດ ສ.ໂຕ​ໂກ, ຕອນ​ບ່າຍ​ວັນ​ທີ 8 ມັງກອນ​ນີ້, ທີ່ສຳນັກງານປະທານປະເທດ, ທ່ານ​ ປະທານ​ປະ​ເທດ ຫວຽດນາມ ເລືອງ​ເກື່ອງ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນເພື່ອຜັນຂະຫຍາຍບັນດາມາດຕະການເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ, ພິເສດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ ເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານອັນໜັກແໜ້ນຊຸກຍູ້ການຮ່ວມມືໃນທຸກຂົງເຂດ; ​ເພີ່ມ​ທະວີ​ການ​ປະສານ​ງານ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ບັນດາອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ແລະ ສາກົນ ​ເຊັ່ນ ສະຫະ​ປະຊາ​ຊາດ, ຂະບວນການບໍ່​ເຊື່ອມຕໍ່, ອົງການພາສາຝຣັ່ງ, ສະຫະພາບ​ອາ​ຟຼິກາ...

​ເຜີຍ​ແຜ່​ບຸນເຕັດຫວຽດນາມ ໄປເຖິງ​ເພື່ອນ​ລາວ

​ເຜີຍ​ແຜ່​ບຸນເຕັດຫວຽດນາມ ໄປເຖິງ​ເພື່ອນ​ລາວ

ຍສໝ - ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ ຫວຽດນາມ ປີມະເສັງ 2025 ​ແລະ ​ເຜີຍ​ແຜ່​ຈິດ​ໃຈ​ມຸ່ງໄປເຖິງ​ບ້ານ​ເກີດ​ເມືອງ​ນອນ, ວັນ​ທີ 3 ມັງກອນ ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໂຮງຮຽນ​ສອງ​ພາສາ ລາວ-​ຫວຽດນາມ ຫງວຽນຢູ ​ໄດ້​ຈັດ​ງານ​ຕະຫຼາດນັດ​ອາຫານ​ການ​ກິນລະດູບານໃໝ່ 2025.

ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວເພີ່ມພູນຄູນສ້າງນ້ຳໃຈມິດ​ຕະ​ພາບ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວເພີ່ມພູນຄູນສ້າງນ້ຳໃຈມິດ​ຕະ​ພາບ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ຍສໝ - ຫຼາຍການ​ເຄື່ອນ​ໄຫວເພີ່ມພູນຄູນສ້າງນ້ຳໃຈມິດ​ຕະ​ພາບ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໄດ້ຈັດ​ຕັ້ງໂດຍບັນດາສະມາຄົມ​ມິດຕະພາບ ​ໃນ​ອາທິດ​ຜ່ານ​ມາ ​.

ອີຕາລີ ປະດັບຫຼຽນໄຊກຽດຕິຄຸນຊັ້ນອັດສະວິນໃຫ້ ທ່ານ ປອ ນາງ ຫງວຽນເຟືອງຮວ່າ

ອີຕາລີ ປະດັບຫຼຽນໄຊກຽດຕິຄຸນຊັ້ນອັດສະວິນໃຫ້ ທ່ານ ປອ ນາງ ຫງວຽນເຟືອງຮວ່າ

ຍສໝ - ຕອນ​ຄ່ຳ​ວັນ​ທີ 6 ມັງກອນ ປີ 2025, ຢູ່​ທີ່​ເຮືອນ ​ອີ​ຕາ​ລີ (Casa Italia), ຮ່າ​ໂນ້ຍ, ສະຖານທູດ​ ອີ​ຕາ​ລີ ​ໄດ້​ຈັດ​ພິທີ​ປະດັບ​ຫຼຽນ​ໄຊກຽດຕິຄຸນ​ອັນ​ສະຫງ່າ​ລາສີ​ຂອງ​ສາທາລະນະ​ລັດ ອີ​ຕາ​ລີ - ຊັ້ນອັດສະວິນ ໃຫ້​ທ່ານ ປອ ນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ - ກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ກົງສຸນໃຫຍ່ ຫວຽດນາມ ປະຈໍາ ພາກໃຕ້ຂອງລາວ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ກົງສຸນໃຫຍ່ ຫວຽດນາມ ປະຈໍາ ພາກໃຕ້ຂອງລາວ

ຍສໝ - ວັນທີ 27 ທັນວາ 2024 ຜ່ານມາ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ທ່ານ ນາງ ຕະເຟືອງຢຸ້ງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈຳ ນະຄອນປາກເຊ, ແຂວງຈໍາປາສັກ.

ສຸມໃສ່ພັດທະນາການພົວພັນລະຫວ່າງລຸ້ນໜຸ່ມ ຫວຽດນາມ - ອິນເດຍ

ສຸມໃສ່ພັດທະນາການພົວພັນລະຫວ່າງລຸ້ນໜຸ່ມ ຫວຽດນາມ - ອິນເດຍ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ສະ​ເໜີ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ການສື່ສານ ຫງວຽນ​ແມ້ງ​ຮຸ່ງ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ປະຊາຊົນ ອິນ​ເດຍ ມາ​ເຂົ້າ​ຮ່ວມ​ງານ​ສະເຫຼີມສະຫຼອງ​ມິດຕະພາບ​ປະຊາຊົນ ​ຫວຽດນາມ - ອິນ​ເດຍ ຄັ້ງ​ທີ 12, ວັນ​ທີ 17 ທັນວາ ຢູ່ ຮ່າ​ໂນ້ຍ.

ເລິມດົງ: ຮັບນັກສຶກສາຕ່າງປະເທດຈາກແຂວງ ບໍລິຄຳໄຊ ແລະ ຈຳປາສັກ ຂອງປະເທດເພື່ອນ ລາວ

ເລິມດົງ: ຮັບນັກສຶກສາຕ່າງປະເທດຈາກແຂວງ ບໍລິຄຳໄຊ ແລະ ຈຳປາສັກ ຂອງປະເທດເພື່ອນ ລາວ

ຍສໝ - ໂດຍປະຕິບັດໂຄງການຮ່ວມມືສາກົນລະຫວ່າງແຂວງ ເລິມດົງ ກັບ ແຂວງ ຈໍາປາສັກ ແລະ ແຂວງ ບໍລິຄຳໄຊ (ລາວ) ກ່ຽວກັບການລົງນາມການຮ່ວມມື ແລະ ໜູນຊ່ວຍການບຳລຸງສ້າງນັກສຶກສາ ລາວ, ຫວ່າງມໍ່ໆມານີ້, ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ເລິມດົງ ໄດ້ຈັດພິທີມອບ-ຮັບນັກສຶກສາ ລາວ 5 ຄົນທີ່ມາຮຽນຢູ່ມະຫາວິທະຍາໄລ ດາລາດ ສົກຮຽນ 2024-2025.

3 ແຂວງພາກເໜືອຂອງລາວ ສືບຕໍ່ຫັດແໜ້ນສາຍພົວພັນຮ່ວມມືກັບແຂວງດຽນບຽນ

3 ແຂວງພາກເໜືອຂອງລາວ ສືບຕໍ່ຫັດແໜ້ນສາຍພົວພັນຮ່ວມມືກັບແຂວງດຽນບຽນ

ຍສໝ - ພິທີປະດັບຫຼຽນໄຊມິດຕະພາບ, ຫຼຽນກາ ຈາກພັກ-ລັດຖະບານ ສປປ ລາວ ໃຫ້ຄະນະພັກ-ອົງການປົກຄອງ, ພ້ອມດ້ວຍອະດິດການນຳ ແລະ ການນຳແຂວງດຽນບຽນ ສສ ຫວຽດນາມ ທີ່ມີຜົນງານປະກອບສ່ວນຊ່ວຍເຫຼືອ ບັນດາແຂວງພາກເໜືອຂອງລາວໃນໄລຍະຜ່ານມາ ໄດ້ຈັດຂຶ້ນໃນວັນທີ່ 25 ທັນວາ

ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບທູດສສ ຫວຽດນາມ ປະຈໍາ ສປປ ລາວຄົນໃໝ່

ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບທູດສສ ຫວຽດນາມ ປະຈໍາ ສປປ ລາວຄົນໃໝ່

ຍສໝ - ທ່ານ ງາມປະສົງ ເມືອງມະນີລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ ສປປ ລາວເມື່ອບໍ່ດົນມານີ້ ທີ່ກະຊວງດັ່ງກ່າວ.

ຊຸກຍູ້ການຮ່ວມມືຊາວໜຸ່ມສອງປະເທດ ຫວຽດນາມ-ລາວ

ຊຸກຍູ້ການຮ່ວມມືຊາວໜຸ່ມສອງປະເທດ ຫວຽດນາມ-ລາວ

ຍສໝ - ຢູ່ຮ່າໂນ້ຍ, ໄດ້ດຳເນີນການພົບປະສອງຝ່າຍລະຫວ່າງສະຫາຍ ບຸ່ຍກວາງຮຸຍ ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ສືບຕໍ່ມູນເຊື້ອອັນດີງາມລະຫວ່າງກອງທັບປະຊາຊົນ ຫວຽດນາມ-ລາວ

ສືບຕໍ່ມູນເຊື້ອອັນດີງາມລະຫວ່າງກອງທັບປະຊາຊົນ ຫວຽດນາມ-ລາວ

ຍສໝ - ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມພະນັກງານກອງທັບປະຊາຊົນລາວ ກ່ຽວກັບວຽກງານກໍາມະບານໃນກອງທັບ ປີ 2024.

ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2024: ສະແດງໃຫ້ເຫັນສາຍພົວພັນອັນດີງາມລະຫວ່າງຫວຽດນາມ ກັບປະເທດອື່ນໆ

ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2024: ສະແດງໃຫ້ເຫັນສາຍພົວພັນອັນດີງາມລະຫວ່າງຫວຽດນາມ ກັບປະເທດອື່ນໆ

ເມື່ອແລກປ່ຽນ ຢູ່ນອກງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2024 ທີ່ດຳເນີນຢູ່ສະໜາມບິນ ຢາເລິມ (ຮ່າໂນ້ຍ), ທ່ານ Olivier Brochet ເອກອັກຄະລັດຖະທູດຝະລັ່ງ ປະຈໍາ ຫວຽດນາມ ແລະທ່ານພົນຕີ Angus Topshee, ຜູ້ບັນຊາການທະຫານເຮືອການາດາ ລ້ວນແຕ່ຕີລາຄາສູງຄວາມສາມາດຂອງຂະແໜງອຸດສາຫະກໍາປ້ອງກັນຊາດຫວຽດນາມ.

VUFO ຕ້ອນຮັບຄະນະຜູ້ແທນສູນຝຶກອົບຮົມອາສາສະໝັກຂອງສັງຄະສະມາຄົມ ໝັ້ກມົນ

VUFO ຕ້ອນຮັບຄະນະຜູ້ແທນສູນຝຶກອົບຮົມອາສາສະໝັກຂອງສັງຄະສະມາຄົມ ໝັ້ກມົນ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​​ອາສາ​ສະໝັກ 24 ຄົນ​ຈາກ​ສູນບຳລຸງສ້າງອາສາ​ສະໝັກ (MTC) ສາຂາ ​ຮ່າ​ໂນ້ຍ, ສັງຄະສະມາຄົມວິຊຸຊົນສຸດທ້າຍຂອງ​ພຣະ​ເຢຊູ​ (ມໍມອນ) ​ແລະ ພະນັກງານ​ 05 ຄົນຈາກຫ້ອງການຜູ້ຕາງໜ້າ​ປະຈຳ ອາຊີ ຂອງສູນ​ການ​ກຸສົນ​ສັງຄະສະມາຄົມ ​ມໍມອນ (LDSC) ​ຢູ່ ຮົງ​ກົງ, ໂດຍ​ທ່ານ Rob Howell, ຫົວໜ້າ​ສາຂາ​ ຮ່າ​ໂນ້ຍ ນຳ​ໜ້າ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO).

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ ແລະສາທາລະນະລັດ Malta

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ ແລະສາທາລະນະລັດ Malta

ຍສໝ - ຕອນຄໍ່າວັນທີ 13 ທັນວາ, ທີ່ນະຄອນໂຮ່ຈີມິນ, ສະຖານກົງສູນກິດຕິມະສັກສາທາລະນະລັດ Malta ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະສາທາລະນະລັດ Malta (1974-2024) ແລະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາທາລະນະລັດ Malta (13-12-1974 / 13-12-2024).

|< < 1 2 3 4 5 > >|
ເຫດການ