ລັດຖະບານ ຈັດຕັ້ງງານພົບປະສັງສັນ “ຊົມເຊີຍພັກທີ່ມີກຽດສະຫງ່າ, ຊົມເຊີຍລະດູບານໃໝ່ ປີມະເສັງ 2025”

20:46 | 04/02/2025

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ (3-2-1930 / 3-2-2025) ແລະປີໃໝ່ປະຈໍາຊາດ ປີມະເສັງ 2025, ຕອນຫົວຄ່ຳວັນທີ 3 ກຸມພາ, ລັດຖະບານ ໄດ້ຈັດຕັ້ງງານພົບປະສັງສັນ “ຊົມເຊີຍພັກທີ່ມີກຽດສະຫງ່າ, ຊົມເຊີຍລະດູບານໃໝ່ ປີມະເສັງ 2025”.

ສານອວຍພອນປີໃໝ່ ປີມະເສັງ 2025 ຂອງທ່ານປະທານປະເທດ ເລືອງເກື່ອງ ສານອວຍພອນປີໃໝ່ ປີມະເສັງ 2025 ຂອງທ່ານປະທານປະເທດ ເລືອງເກື່ອງ
ບັນດາການສຳຜັດຕົວຈິງທີ່ເປັນເອກະລັກພິເສດໃນທົ່ວປະເທດ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025 ບັນດາການສຳຜັດຕົວຈິງທີ່ເປັນເອກະລັກພິເສດໃນທົ່ວປະເທດ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025
ລັດຖະບານ ຈັດຕັ້ງງານພົບປະສັງສັນ “ຊົມເຊີຍພັກທີ່ມີກຽດສະຫງ່າ, ຊົມເຊີຍລະດູບານໃໝ່ ປີມະເສັງ 2025”

ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກືອງ ປະທານປະເທດ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ, ການນໍາ, ອະດີດການນໍາພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດຫວຽດນາມ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຂັ້ນສູນກາງເຂົ້າຮ່ວມງານພົບປະສັງສັນ. ລັດຖະບານ ໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຊາບຊຶມທິດນໍາໃນການກະທໍາ ປີ 2025 ແມ່ນ “ມີລະບຽບວິໄນ, ມີຄວາມຮັບຜິດຊອບ; ເປັນເຈົ້າການຢ່າງທັນການ; ຍອດຢ້ຽມກະທັດຮັດມີປະສິດທິຜົນ; ເລັ່ງຄວາມໄວບຸກທະລຸ”, ໃນນັ້ນມານະພະຍາຍາມເປັນພິເສດໃຫ້ແກ່ການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃຫ້ບັນລຸຢ່າງໜ້ອຍ 8% ແລະສູ້ຊົນໃຫ້ບັນລຸສອງຕົວເລກໃນເງື່ອນໄຂທີ່ສະດວກກວ່າ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ