ລາຍການສະແດງສິລະປະ “95 ປີ - ແສງສະຫວ່າງເຍືອງທາງ”
ຍສໝ - ຕອນຄໍ່າວັນທີ 3 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3-2-1930 / 3-2-2025), ຢູ່ສະໜາມຫຼວງປະຕິວັດເດືອນສິງຫາ, ນະຄອນຫຼວງຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມຮັບຊົມລາຍການສະແດງສິລະປະພິເສດຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ຊົມເຊີຍປະເທດປ່ຽນແປງໃໝ່ ດ້ວຍຫົວຂໍ້ວ່າ “95 ປີ - ແສງສະຫວ່າງເຍືອງທາງ”.
|
ລາຍການມີຄວາມໝາຍຢ່າງໃຫຍ່ຫຼວງ, ໂຄສະນາເຜີຍແຜ່ໃຫ້ທຸກຊັ້ນຄົນກ່ຽວກັບຄວາມຮັກແພງຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ແລະມູນເຊື້ອການປະຕິວັດ ໂດຍພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະຜົນງານທີ່ເປັນໜ້າສົ່ງເສີມທາງດ້ານເສດຖະກິດ-ສັງຄົມ, ວັດທະນະທຳ, ການສຶກສາ... ຂອງຫວຽດນາມ; ພ້ອມທັງເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດກິດຈະການປ່ຽນແປງໃໝ່ປະເທດຊາດໃຫ້ສຳເລັດ. |