ຂໍ້ຕົກລົງຂອງປະທານປະເທດກ່ຽວກັບການມອບຂອງຂວັນບຸນປີໃໝ່ຫວຽດນາມ 2024 | |
Etienne Mahler (ເຢຍລະມັນ): ປີໃໝ່ຫວຽດນາມ - ມ່ວນຊື່ນ, ຫອມແຊບ ແລະ ຈົ່ງໃຊ້ເຄື່ອງຢາງໜ້ອຍລົງ |
Rin Keo (ບັນນາທິການກຳປູເຈຍ VOV5, ຫວຽດນາມ): ໃຜກໍ່ເຫັນຍິ້ມແຍ້ມ |
ຂ້າພະເຈົ້າມາຫວຽດນາມ ຄັ້ງທຳອິດໃນປີ 1990 ເມື່ອຕອນເປັນນັກຮຽນຢູ່ໂຮງຮຽນມິດຕະພາບ 80 ທີ່ເຊີນເຕີຍ, ຮ່າໂນ້ຍ. ນັ້ນກໍ່ແມ່ນປີທຳອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມບຸນປີໃໝ່ປະຈຳຊາດຂອງຫວຽດນາມ. ນອກຈາກເຂົ້າໜົມ, ຂອງຂວັນປີໃໝ່, ພວກຂ້າພະເຈົ້າກໍ່ຍັງໄດ້ເຂົ້າຮ່ວມພາເຂົ້າປີໃໝ່. ຂ້າພະເຈົ້າຈື່ຈຳລົດຊາດຂອງເຂົ້າຕົ້ມໝູ ແລະ ໄກ່ຕົ້ມຈໍ້າແຈ່ວເກືອໝາກນາວທີ່ທາງໂຮງຮຽນໄດ້ກະກຽມໄວ້ໃຫ້. ພວກຂ້າພະເຈົ້າສະເຫຼີມສະຫຼອງປີໃໝ່ໃນຄວາມແປກໃໝ່, ມ່ວນຊື່ນກັບການຄົ້ນພົບສິ່ງໃໝ່ໆ.
ພາຍຫລັງຈາກຮຽນຈົບ, ຂ້າພະເຈົ້າໄດ້ຢູ່ຫວຽດນາມເຮັດວຽກ ແລະ ສ້າງຄອບຄົວ. ຂ້າພະເຈົ້າໄດ້ສະເຫຼີມສະຫຼອງປີໃໝ່ຫວຽດນາມ 25 ປີ ຮ່ວມກັບຄູອາຈານ, ຄອບຄົວ ແລະ ໝູ່ເພື່ອນ. ສຳລັບຂ້າພະເຈົ້າແລ້ວ, ສິ່ງທີ່ໜ້າປະທັບໃຈທີ່ສຸດກ່ຽວກັບປີໃໝ່ຫວຽດນາມ ແມ່ນທຸກຄົນລ້ວນແຕ່ມີຮອຍຍິ້ມທີ່ແຈ່ມໃສບໍ່ວ່າຈະຢູ່ໃສ, ຫຼືຢູ່ໃນສະພາບການໃດ. ວັນປີໃໝ່ທີ່ບ້ານພໍ່ເຖົ້າແມ່ເຖົ້າຍາມໃດກໍ່ເຕັມໄປດ້ວຍສຽງຫົວດັງຂຶ້ນຂອງພວກເດັກນ້ອຍ, ອຶກກະທຶກໃນເຮືອນ ແລະ ນອກເຮືອນ. ເນື່ອງໃນໂອກາດນີ້, ບັນດາຄອບຄົວອ້ອມລ້ອມຢ່າງອົບອຸ່ນ, ໝູ່ເພື່ອນໄດ້ພົບປະ ແລະ ໄດ້ສົ່ງຄຳອວຍພອນເຊິ່ງກັນ ແລະ ກັນ, ມອບຂອງຂວັນທີ່ມີຄວາມໝາຍຕ່າງໆໃຫ້ກັນ. ທຸກໆຄົນມີຄວາມສຸກ, ຫວັງວ່າປີໃຫມ່ຈະມີຄວາມສະຫງົບສຸກ.
Mikhail Osin (ນັກສຶກສາຂະແໜງຫວຽດນາມວິທະຍາ, ສະຖາບັນອາຊີ-ອາຟຣິກກາ, ມະຫາວິທະຍາໄລແຫ່ງຊາດ Moscow, ລັດເຊຍ): |
ປີໃໝ່ຢູ່ບ້ານແມ່ນມ່ວນຊື່ນອີ່ຫຼີ!
ໂດຍແມ່ນນັກຮຽນຂະແໜງຫວຽດນາມວິທະຍາ ຢູ່ ລັດເຊຍ, ຂ້າພະເຈົ້າໄດ້ມີໂອກາດຊອກຮູ້ວັດທະນະທຳຫວຽດນາມ, ພິເສດແມ່ນບຸນປີໃໝ່ຫວຽດນາມ.
ການມາຢ້ຽມຢາມບ້ານໃນປີໃໝ່ຫວຽດນາມ ຢູ່ເທດສະບານແຂວງ ເຊີນເຕີຍ - ຊານເມືອງ ຮ່າໂນ້ຍ ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈທີ່ບໍ່ອາດລືມໄດ້. ທັນທີທີ່ລົງຈາກລົດເມ, ຂ້າພະເຈົ້າກໍ່ໄດ້ຮັບຄວາມດຶງດູດທີ່ຈັບອົກຈັບໃຈຍ້ອນບັນຍາກາດອັນຄຶກຄັກຂອງງານບຸນ. ຖະໜົນຫົນທາງໃນໝູ່ບ້ານທຸກແຫ່ງໄດ້ຮັບການປະດັບປະດາຢ່າງສວຍງາມດ້ວຍກິ່ງດອກໝາກຄາຍທີ່ເບັ່ງບານອອກດອກ ແລະ ກອນປະຕິຄູ່ສີແດງ, ເຊິ່ງໄດ້ສ້າງເປັນຄວາມເບີກບານມ່ວນຊື່ນ ແລະ ອົບອຸ່ນ. ບ່ອນໃດກໍ່ມີດອກໝາກຄາຍ ແລະ ທຸກຄົນກໍ່ລ້ວນແຕ່ນຸ່ງຊຸດອາພອນຂອງຫວຽດນາມ, ສຸດທີ່ງົດງາມ ແລະ ເຕັມໄປດ້ວຍສີສັນ.
ໂດຍສະເພາະແມ່ນຂ້າພະເຈົ້າມັກກິດຈະກໍາພື້ນເມືອງເຊັ່ນ: ຟ້ອນສິງໂຕ ແລະ ການຂໍຕົວໜັງສືຂໍພອນໃນຕົ້ນປີ. ທຸກໆຄໍາອວຍພອນ, ທຸກໆການກອດແມ່ນເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມຮັກແພງ. ຂ້າພະເຈົ້າກໍໄດ້ເຂົ້າຮ່ວມບັນດາການລະຫຼິ້ນພື້ນເມືອງຄື: ເຕັ້ນເຊືອກ, ຫຼິ້ນກຸ້ງໄກ່... ສິ່ງດັ່ງກ່າວໄດ້ນຳມາເຊິ່ງຄວາມຮູ້ສຶກທີ່ສະໜິດສະໜົມ ແລະ ໃກ້ຊິດຕິດແທດກັບວັດທະນະທຳຫວຽດນາມ.
ດັ້ງກວັກກ້ຽນ (ຈາກແຂວງກວາງຊີ, ປະເທດຈີນ, ດຳລົງຊີວິດຢູ່ຮ່າໂນ້ຍ, ຮອງຜູ້ອຳນວຍການບໍລິສັດການທ່ອງທ່ຽວ ແລະ ການລົງທຶນການຄ້າ FLY Y ຈຳກັດ): |
ຕະຫຼາດດອກໄມ້ທີ່ສວຍງາມ
ຂ້າພະເຈົ້າໄດ້ມາຫວຽດນາມ ໃນເດືອນ ມີນາ 2010, ໃນເບື້ອງຕົ້ນໄດ້ວາງແຜນທີ່ຈະຮຽນພຽງແຕ່ 1 ປີເທົ່ານັ້ນ. ແຕ່ຫຼັງຈາກຮຽນຈົບ, ຂ້າຳພະເຈົ້າໄດ້ຕັດສິນໃຈຢູ່ ແລະ ເຮັດວຽກຕໍ່ອີກ.
ປີໃໝ່ຢູ່ ຫວຽດນາມ ແລະ ຈີນ ມີລັກສະນະຄ້າຍຄືກັນຫຼາຍຢ່າງ. ນັ້ນແມ່ນການກະກຽມພາເຂົ້າອັນຫຼູຫຼາ, ບູຊາເສັ້ນໄຫວ້ບັນພະບຸລຸດ, ຢາຍອັງເປົາໃຫ້ເດັກນ້ອຍ ແລະ ໄປອວຍພອນໝູ່ເພື່ອນ, ຍາດຕິພີ່ນ້ອງ... ແຕ່ສິ່ງທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈທີ່ສຸດໃນປີໃໝ່ຫວຽດ ແມ່ນບັນຍາກາດທີ່ສວຍສົດງົດງາມ, ເຕັມໄປດ້ວຍສີສັນຂອງຕະຫຼາດດອກໄມ້ລະດູບານໃໝ່.
ປະມານໜຶ່ງເດືອນກ່ອນປີໃໝ່ຫວຽດ, ຖະໜົນຫົນທາງຕ່າງໆ, ສະໜາມຫຼວງ, ຕະຫຼາດ ທັງໃຫຍ່ ແລະ ນ້ອຍ ເຕັມໄປດ້ວຍດອກໄມ້ຫຼາກຫຼາຍຊະນິດ. ຢູ່ພາກເໜືອ, ຮ້ານຂາຍດອກໄມ້ຈັດລຽງຂາຍຕົ້ນດອກໝາກຄາຍສີບົວແດງ ແລະ ດອກໝາກຄາຍຈະເປັນສີບົວອ່ອນ, ສ່ວນຢູ່ພາກໃຕ້ຈະເປັນສີເຫຼືອງສົດໃສຂອງດອກເໝີຍ, ນອກຈາກດອກໝາກຄາຍ ແລະ ດອກເໝີຍແລ້ວ, ບັນດາດອກໄມ້ຊະນິດຕ່າງໆເຊັ່ນ ດອກກ້ວຍໄມ້, ດອກບັນຈະມາດເຫຼືອງ, ດອກດາວເຮືອງ ແລະ ຕົ້ນມາກກ້ຽງນ້ອຍ (ໝາກແປ້ນ) ທີ່ມີໝາກດົກໜາ ກໍ່ຍັງເປັນການຊ່ວຍປະດັບປະດາໃຫ້ໄດ້ບັນຍາກາດໃນລະດູໃບໄມ້ປົ່ງທີ່ສວຍງາມ.
ໃນໂອກາດປີໃໝແຕ່ລະປີ, ຂ້າພະເຈົ້າມັກຈະພາຄອບຄົວໄປຕະຫຼາດດອກໄມ້ເພື່ອເລືອກເອົາດອກໄມ້ມາປະດັບປະດາເຮືອນຊານຢູ່ສະເໝີ. ບັນຍາກາດຢູ່ທີ່ນັ້ນຄຶກຄື້ນ, ສຽງເວົ້າສຽງຫົວ, ການຕໍ່ລາຄາທີ່ປະສົມກັບກິ່ນຫອມຂອງດອກໄມ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມຫ້າວຫັນຕື່ນເຕັ້ນຂອງທຸກໆຄົນ. ບັນດາຄອບຄົວຍ່າງຈັບມືກັນເບິ່ງດອກໄມ້, ເດັກນ້ອຍແລ່ນຫຼິ້ນອ້ອມຕົ້ນໝາກກ້ຽງນ້ອຍຢ່າງມ່ວນຊື່ນ, ຫລາຍຄົນກໍ່ຍັງຢືນຖ່າຍຮູບ...
ມີປີໜຶ່ງ, ຂ້າພະເຈົ້າໄດ້ຊື້ຕົ້ນດອກໝາກຄາຍນ້ອຍໆມາຕົ້ນໜຶ່ງ ແລະ ປະດັບປະດາມັນດ້ວຍຄະຕິຄູ່ສີແດງ ແລະ ຊອງອັງເປົາຕ່າງໆ... ເບິ່ງດອກໝາກຄາຍທີ່ບານອອກໃນເຮືອນເຮັດໃຫ້ຂ້າພະເຈົ້າຮູ້ສຶກໄດ້ເຖິງບັນຍາກາດຂອງບຸນປີໃໝ່ຫວຽດນາມ ຢ່າງເຕັມສ່ວນ. ຊ່ວງເວລາເຫຼົ່ານັ້ນເຮັດໃຫ້ຂ້າພະເຈົ້າເຄົາລົບຮັກບັນຍາກາດບຸນປີໃໝ່ຂອງຫວຽດນາມ ຫລາຍຂຶ້ນ.
ບຸນປີໃໝ່ຫວຽດນາມ ສຳລັບຂ້າພະເຈົ້າບໍ່ພຽງແຕ່ແມ່ນວັນພັກຜ່ອນເທົ່ານັ້ນ, ແຕ່ຫາກຍັງແມ່ນເວລາອັນລ້ຳຄ່າເພື່ອມາປຸ້ມລຸມກັນ, ແບ່ງປັນ ແລະ ໃຊ້ຊີວິດໃຫ້ຊ້າລົງອີກດ້ວຍ. ນັ້ນແມ່ນສິ່ງທີ່ຍາມໃດຂ້າພະເຈົ້າກໍ່ນັບຖືຢ່າງສູງ.
Suda Takuya (42 ປີ, ຢູ່ Saijo, ແຂວງ Ehime, ຍີ່ປຸ່ນ): ວັນລະດູໃບໄມ້ປົ່ງທີ່ສະຫງົບສຸກ |
ປີ 2010, ຂ້າພະເຈົ້າໄດ້ສະເຫຼີມສະຫຼອງບຸນປີໃໝ່ຫວຽດນາມ ກັບເພື່ອນຮ່ວມງານ ແລະ
ໝູ່ເພື່ອນທີ່ຢູ່ຫວຽດນາມ ເພື່ອໜູນຊ່ວຍນັກທ່ອງທ່ຽວຕ່າງປະເທດທີ່ກໍາລັງມີລົງຫາປະສົບການຢູ່ທີ່ນີ້ໃນໂອກາດນີ້.
ຂ້າພະເຈົ້າສຸດທີ່ປະຫລາດໃຈເມືອຮອດວັນທີ 1 ແລະ ວັນທີ 2 ຂອງບຸນປີໃໝ່, ບັນດາຮ້ານຄ້າ, ຮ້ານອາຫານກິນດື່ມ ແລະຮ້ານກາເຟ ທັງຫມົດໄດ້ປິດ. ຖະໜົນຫົນທາງ ຮ່າໂນ້ຍ ບໍ່ມີການສັນຈອນຕິດຂັດ, ບຽດສຽດກັນຍັງເຫັນຕາມປົກກະຕິ. ມີແຕ່ລົດໃຫຍ່ ແລະ ລົດຈັກບໍ່ເທົ່າໃດຄັນເຄື່ອນໄປຊ້າໆ. ຄຸ້ມຖະຫນົນຫົນທາງໃນມື້ນີ້ໄດ້ໃຫ້ຄວາມຮູ້ສຶກສະຫງົບສຸກ. ຂ້າພະເຈົ້າສາມາດນອນພັກຜ່ອນຢູ່ເທິງທາງຫຼວງໝາຍເລກ 1 ໄດ້.
ຂ້າພະເຈົ້າມັກບັນຍາກາດແບບນັ້ນເປັນພິເສດ. ຂ້າພະເຈົ້າໄດ້ຮູ້ວ່າ ໃນຊຸມປີມໍ່ໆມານີ້, ໃນມື້ບຸນປີໃໝ່ຫວຽດ, ຮ້ານຄ້າຫຼາຍແຫ່ງຍັງເປີດຢູ່, ຖະໜົນຫົນທາງກໍ່ເຕັມໄປດ້ວຍຜູ້ຄົນໄປມາ. ຂ້າພະເຈົ້າຄິດຮອດບັນຍາກາດທີ່ສະຫງົບຂອງຫຼາຍປີກ່ອນ. ເຖິງຢ່າງໃດກໍຕາມ, ຖ້າຫາກຍັງມີໂອກາດ, ຂ້າພະເຈົ້າກໍຍັງຢາກສະຫຼອງບຸນປີໃໝ່ຢູ່ຫວຽດນາມ!
ສຸພາລັກ ສຸກປັນຍາ (ເລຂາໂທ, ເລຂາເອກອັກຄະລັດຖະທູດ, ສະຖານທູດລາວ ປະຈໍາຫວຽດນາມ): |
ງານລ້ຽງປີໃໝ່ຫວຽດ: ແຊບ, ງາມ ແລະ ມີຄວາມໝາຍທາງດ້ານວັດທະນະທຳ
ນອກຈາກຄວາມເປັນເອກະລັກຂອງວັດທະນະທຳບຸນປີໃໝ່, ຂ້າພະເຈົ້າຍັງປະທັບໃຈ ແລະ ມັກອາຫານຫວຽດນາມ ເປັນພິເສດ, ມັກທີ່ສຸດແມ່ນອາຫານທີ່ມີລັກສະນະພິເສດສະເພາະໃນລະດູໃບໄມ້ປົ່ງໃນປີໃໝ່. ພາເຂົ້າປີໃໝ່ມັກຈະໄດ້ຮັບການກະກຽມໂດຍຄອບຄົວຢ່າງລະອຽດຮອບຄອບ, ຄາບອາຫານອັນຫຼູຫຼາກັບອາຫານຕ່າງໆທີ່ໄດ້ປຸງແຕ່ງຢ່າງພິຖີພິຖັນ, ຈັດແຕ່ງຢ່າງງາມຕາ, ດຶງດູດໃຈດ້ວຍອາຫານຄົບສີຄື: ສີຂຽວຂອງເຂົ້າຕົ້ມໝູ, ສີແດງສົດຂອງເຂົ້າໜຽວໝາກເຂົ້າ, ແກງໜໍ່ໄມ້ເຫຼືອງ, ຈານຢໍ່ຊີ້ນໝູສີຂາວງາຊ້າງ... ຫລາຍລຸ້ນມາເຕົ້າໂຮມກັນຢູ່ພາເຂົ້າ. ເພື່ອນຂອງຂ້າພະເຈົ້າຄົນໜຶ່ງເວົ້າວ່າ: "ບໍ່ວ່າພວກເຮົາຈະຫຍຸ້ງປານໃດ, ເມື່ອປີໃໝ່ຫວຽດມາຮອດ ທຸກຄົນລ້ວນແຕ່ພະຍາຍາມເຕົ້າໂຮມກັນຢ່າງຫນ້ອຍກໍ່ໄດ້ກິນເຂົ້າຮ່ວມກັບຄອບຄົວໜຶ່ງຄາບ". ຂ້າພະເຈົ້າຍັງມັກອາຫານຫວຽດນາມ ເຊັ່ນ: ເຂົ້າຕົ້ມໝູ, ຊີ້ນໝູຕຸນ, ຢໍ່ຊີ້ນໝູ, ຢໍ່ຈືນ.
ປີໃໝ່ມະເສັງ 2025, ຂ້າພະເຈົ້າ ແລະ ໝູ່ເພື່ອນຄົນລາວ ຫລາຍຄົນຈະສະເຫຼີມສະຫຼອງບຸນປີໃໝ່ຢູ່ຫວຽດນາມ. ພວກເຮົາວາງແຜນທີ່ຈະຈູດບັ້ງໄຟດອກ, ຕົກແຕ່ງເຮືອນດ້ວຍຕົ້ນດອກໝາກຄາຍ ແລະ ຊິມອາຫານແຊບໆໃນຊ່ວງໄລຍະວັນບຸນນີ້.
John Sikorski (ຜູ້ຄຸ້ມຄອງ & ບຳລຸງສ້າງຄູພາສາອັງກິດ ທີ່ສູນພາສາອັງກິດ ວໍຊິງຕັນ): |
ຄວາມຮັກແພງ ແລະ ການເຕົ້າໂຮມກັນ
ຄັ້ງທຳອິດທີ່ຂ້າພະເຈົ້າໄດ້ສະເຫຼີມສະຫຼອງບຸນປີໃໝ່ຢູ່ຫວຽດນາມ ແມ່ນປີ 2008, ເມື່ອຂ້າພະເຈົ້າມາຮອດນີ້ເພື່ອມາຢ້ຽມຢາມຄອບຄົວຄູ່ໝັ້ນຂອງຂ້າພະເຈົ້າ. ນັ້ນແມ່ນປະສົບການທີ່ຂ້າພະເຈົ້າບໍ່ມີວັນລືມ. ປີໃໝ່ຫວຽດນາມ ເຮັດໃຫ້ຂ້າພະເຈົ້າປະຫລາດໃຈກັບຄວາມສະຫງົບ ແລະ ມິດງຽບ. ຖະໜົນຫົນທາງມີການສັນຈອນ ແລະ ຜູ້ຄົນໄປມາໜ້ອຍລົງ, ຕ່າງຈາກຊ່ວງຊີວິດປະຈໍາວັນຂອງຮ່າໂນ້ຍຫຼາຍ.
ຂ້າພະເຈົ້າເຫັນໄດ້ວ່າ ປີໃໝ່ຫວຽດແມ່ນຄ້າຍຄືກັບວັນຄຣິດສະມາດໃນສະຫະລັດອາເມລິກາ. ສິ່ງທີ່ແຕກຕ່າງຄື ວັນປີໃໝ່ແມ່ນວັນທີ່ຄອບຄົວກັບມາເຕົ້າໂຮມກັນອີກຄັ້ງໃນຮູບການທີ່ເລິກເຊິ່ງຫຼາຍກວ່າເກົ່າ. ໃນສະຫະລັດອາເມລິກາ, ວັນບຸນຕ່າງໆປົກະຕິຈະປິ່ນອອ້ມແຕ່ຄອບຄົວນ້ອຍໆເທົ່ານັ້ນ, ລວມມີ ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່, ແລະ ລູກໆ. ທຸກຄົນຈະເຕົ້າໂຮມກັນເພື່ອຈັດງານລ້ຽງໃນວັນຄຣິດສະມາດ. ປີໃໝ່ຫວຽດນາມ ແມ່ນຕິດພັນກັບສະມາຊິກຂອງຄອບຄົວທັງໝົດ, ລວມມີທັງພີ່ນ້ອງ, ລຸງ, ປ້າ ແມ່ນກະທັງຍາດຕິພີ່ນ້ອງທີ່ບໍ່ຄ່ອຍໄດ້ມີໂອກາດພົບກັນໃນຕະຫຼອດທັງປີ.
ປະເພນີທີ່ຂ້າພະເຈົ້າມັກທີ່ສຸດແມ່ນການອວຍພອນປີໃໝ່. ຄວາມຊົງຈຳອັນໜຶ່ງທີ່ຂ້າພະເຈົ້າຈື່ຕະຫຼອດແມ່ນເວລາທີ່ພັນລະຍາຂອງຂ້າພະເຈົ້າໄດ້ແນະນໍາວິທີ “ແຮກໝານເຂົ້າເຮືອນ” ໃຫ້ພໍ່ແມ່ຂອງພັນລະຍາຂ້າພະເຈົ້າ. ລາວອະທິບາຍວ່າຂ້າພະເຈົ້າຕ້ອງໄດ້ກ້າວເຂົ້າໄປໃນເຮືອນເປັນຜູ້ທໍາອິດເພື່ອນໍາຄວາມໂຊກດີມາໃຫ້ເຮືອນ, ພິເສດແມ່ນຕ້ອງກ້າວຂາເບື້ອງຂວາ. ຂ້າພະເຈົ້າບໍ່ຄິດວ່າລາຍລະອຽດເລັກນ້ອຍຕ່າງໆຈະສໍາຄັນຂະໜາດນີ້, ແຕ່ສິ່ງນັ້ນເຮັດໃຫ້ຂ້າພະເຈົ້າຮູ້ສຶກໄດ້ເລິກເຊິ່ງຫຼາຍກວ່າເກົ່າກ່ຽວກັບຄວາມລະອຽດອ່ອນຂອງວັດທະນະທຳຫວຽດນາມ.
ກ່ຽວກັບອາຫານໃນປີໃໝ່ຫວຽດ, ຂ້າພະເຈົ້າຍັງບໍ່ເຄີຍໄດ້ຫໍ່ເຂົ້າຕົ້ມໝູດ້ວຍຕົນເອງ ເພາະວ່າຄອບຄົວຂອງພັນລະຍາຂອງຂ້າພະເຈົ້າມັກຈະສັ່ງໄວ້ກ່ອນລ່ວງໜ້າ. ແຕ່ຂ້າພະເຈົ້າມັກວິທີທີ່ແມ່ເຖົ້າປຸງແຕ່ງເຂົ້າຕົ້ມໝູທອດ. ຄັ້ງທໍາອິດ, ຂ້າພະເຈົ້າບໍ່ຄິດວ່າວິທີນີ້ຈະເຮັດໃຫ້ເຂົ້າຕົ້ມໝູແຊບຂຶ້ນກວ່າເກົ່າ, ແຕ່ເມື່ອລອງກິນເບິ່ງ, ຂ້າພະເຈົ້າກໍ່ຖືກພິຊິດຢ່າງສົມບູນ. ເວລານີ້, ແຕ່ລະປີ, ຂ້າພະເຈົ້າມີແຕ່ເຮັດເຂົ້າຕົ້ມໝູທອດໃຫ້ກັບຄອບຄົວ. ກ່ອນໜ້ານີ້ຂ້າພະເຈົ້າເຫັນວ່າການໃຊ້ໄມ້ຖູ່ຄີບອາຫານເປັນສິ່ງທີ່ຍາກ, ແຕ່ປັດຈຸບັນຂ້າພະເຈົ້າໄດ້ຊໍານິຊໍານານໃນການນໍາໃຊ້ໄມ້ຖູ່ໃນຄາບເຂົ້າທຸກໆວັນແລ້ວ.
Paddy Donoghue (ອົດສະຕາລີ):
Thật là hiếu khách
ຕ້ອນຮັບແຂກຄົນດີທີ່ສຸດ
ຕອນຍັງເປັນໂສດ, ປີໃໝ່ຫວຽດແມ່ນໂອກາດທີ່ຂ້າພະເຈົ້າໄດ້ໄປຫຼິ້ນກັບໝູ່ເພື່ອນ ແລະ ເພີດເພີນໄປກັບຮ່າໂນ້ຍ ແບບບໍ່ຟ້າວບໍ່ຟັ່ງ ແລະ ງຽບໆ ຄົນບໍ່ຫຼາຍ. ນັບແຕ່ຂ້າພະເຈົ້າໄດ້ລື້ງກັບພັນລະຍາຫວຽດນາມຂອງຂ້າພະເຈົ້າ, ປີໃໝ່ຫວຽດໄດ້ກາຍເປັນວັນທີ່ເຕົ້າໂຮມຂອງຄອບຄົວ ແລະ ຍາດຕິພີ່ນ້ອງ. ບຸນປີໃໝ່ຫວຽດເທື່ອທຳອິດກັບຄອບຄົວພັນລະຍາຂອງຂ້າພະເຈົ້າຂ້ອນຂ້າງ "ກົດດັນ", ແຕ່ຄົນຫວຽດນາມ ຍາມໃດກໍ່ເປີດໃຈກວ້າງ ແລະ ໃຈດີ. ທຸກຄົນມີຄວາມເຫັນອົກເຫັນໃຈ ແລະ ໃຫ້ການຊ່ວຍເຫຼືອເມື່ອເຫັນຂ້າພະເຈົ້າຮູ້ສຶກອາຍ ແລະ ບໍ່ຮູ້ວ່າຄວນຈະສື່ສານແນວໃດ. ພັນລະຍາຂອງຂ້າພະເຈົ້າໄດ້ສອນຄຳອວຍພອນປີໃໝ່ບາງຄໍາເປັນພາສາຫວຽດນາມໃຫ້ຂ້າພະເຈົ້າ, ກະກຽມຂອງຂວັນ ແລະ ອັງເປົາ, ແນະນຳໃຫ້ຂ້າພະເຈົ້າມອບອັງເປົາໃຫ້ແກ່ຜູ້ເຖົ້າ ແລະ ເດັກນ້ອຍ.
ຫຼັງຈາກອາໄສຢູ່ຫວຽດນາມ ບໍ່ເທົ່າໃດປີ, ປີ 2020, ພວກເຮົາກັບຄືນປະເທດອົດສະຕາລີ. ຢູ່ເຂດຂອງພວກເຮົາບໍ່ມີຄົນຫວຽດນາມຫຼາຍ. ອົດສະຕາລີແມ່ນຢູ່ໃນຊີກໂລກພາກໃຕ້ ສະນັ້ນອາກາດຂ້ອນຂ້າງຮ້ອນໃນຊ່ວງປີໃໝ່ຫວຽດ. ເຖິງແມ່ນວ່າຈະມີຄວາມແຕກຕ່າງກັນຫຼາຍຢ່າງ ແຕ່ວ່າປີໃດພວກເຮົາໄດ້ສະເຫຼີມສະຫຼອງປີໃໝ່ຫວຽດ ຮ່ວມກັນທຸກໆປີ.
ທຸກໆປີໃນຊ່ວງປີໃໝ່ຫວຽດ, ພວກເຮົາຈະໄປຕະຫຼາດອາຊີ, ປຸງແຕ່ງອາຫານຫວຽດນາມ ແລະ ເຊີນທັງໝົດຄອບຄົວມາກິນເຂົ້າແລງຮ່ວມກັນ. ພໍ່ແມ່ຂອງຂ້າພະເຈົ້າ ແລະ ຫມູ່ເພື່ອນອົດສະຕາລີ ລ້ວນແຕ່ຕື່ນເຕັ້ນທີ່ຈະເຂົ້າຮ່ວມ. ພວກເຂົາເຈົ້າມັກຊອກຮູ້ຮີດຄອງປະເພນີ ແລະ ອາຫານຂອງຫວຽດນາມ ໃນວັນປີໃໝ່ຫວຽດ. ສາມາດເວົ້າໄດ້ວ່າ ພວກເຮົາປະສົບຜົນສໍາເລັດໃນການປ່ຽນວັນປີໃໝ່ຫວຽດ ໃຫ້ກາຍເປັນວັນຢຸດພັກຂອງຄອບຄົວ.
ປີນີ້, ຂ້າພະເຈົ້າ ແລະ ພັນລະຍາວາງແຜນຈະພາລູກຊາຍອາຍຸ 1 ປີ ກັບຄືນຫວຽດນາມ ຕ້ອນຮັບປີໃໝ່ຫວຽດ. ພວກເຮົາສຸດທີ່ຕື່ນເຕັ້ນ. ສິ່ງເຫຼົ່ານີ້ຈະແມ່ນຄວາມຊົງຈຳຄັ້ງທຳອິດຂອງລູກກ່ຽວກັບປິໃໝ່ຢູ່ຫວຽດນາມ.
ງານປະກວດຫໍ່ເຂົ້ົ້າຕົ້ົ້ມຂອງຊາວຫວຽດນາມຢູ່ສິງກະໂປ ຢ່າງຟົດຟື້ນ ຍສໝ - ໃນ 2 ວັນ, ແຕ່ວັນທີ 15-16 ມັງກອນນີ້, ຢູ່ສະຖານທູດຫວຽດນາມ ປະຈຳ ສິງກະໂປ, ໄດ້ດຳເນີນງານປະກວດຫໍ່ເຂົ້ົ້າຕົ້ົ້ມ, ປະດັບປະດາ, ວາງສະແດງບັນດາຜະລິດຕະພັນ ດ້ວຍຫົວຂໍ້ “ປີໃໝ່ຫວຽດນາມ” ຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. |
ສານອວຍພອນປີໃໝ່ຫວຽດນາມ 2019 ຂອງທ່ານ ນາງ ຫງວຽນ ເຟືອງ ງາ ປະທານສະຫະພັນອົງການມິດຕະພາບຫວຽດນາມ ຍສໝ - ເນື່ອງໃນໂອກາດປີໃໝ່ປະຈໍາຊາດຫວຽດນາມ 2019, ທ່ານ ນາງ ຫງວຽນ ເຟືອງ ງາ ປະທານສະຫະພັນອົງການມິດຕະພາບຫວຽດນາມ ໄດ້ສົ່ງສານອວຍພອນປີໃໝ່ໄປຍັງ ບັນດາເພື່ອນຜູ້ອ່ານຫນັງສືພິມເທີ່ຍດ້າຍທຸກໆທ່ານ ຢູ່ໃນປະເທດ ແລະ ທົ່ວໂລກ, ຊາວຫວຽດນາມຢູ່ຕ່າງແດນ ແລະ ບັນດາປະເທດເພື່ອນມິດ. |
ທອງມີ ສີຫາວົງ