ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ປະທານການພົບປະສົນທະນາຍຸດທະສາດແຫ່ງຊາດ ຫວຽດນາມ - WEF. (ພາບ: ເຢືອງຢາງ/ສຳນັກຂ່າວສານ ຫວຽດນາມ) |
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 55 ຂອງເວທີເສດຖະກິດໂລກ (WEF Davos 55), , ຢູ່ Davos, ສະວິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບ ”ການພັດທະນາສູນການປະຕິວັດອຸດສາຫະກຳຄັ້ງທີ 4 (C4IR) ແລະ ພັດທະນາສູນການເງິນສາກົນຢູ່ນະຄອນ ໂຮ່ຈີມິນ” ໂດຍນະຄອນ ໂຮ່ຈີມິນ ແລະ ກຸ່ມບໍລິສັດ Sovico ຈັດຕັ້ງ.
ເຂົ້າຮ່ວມການໂອ້ລົມສົນທະນາຍັງມີ: ທ່ານ ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນນ; ບັນດາລັດຖະມົນຕີ, ການນຳຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ; ການນຳຂອງບັນດາວິສາຫະກິດແຖວໜ້າຂອງຫວຽດນາມ ເຊັ່ນ: ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມກອງທັບ (Viettel), ກຸ່ມບໍລິສັດໄປສະນີໂທລະຄົມຫວຽດນາມ (VNPT), ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN), ບໍລິສັດທາງລົດໄຟ ຫວຽດນາມ, ບໍລິສັດຫຸ້ນສ່ວນ FPT, ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ Sovico.
ພິເສດ, ມີການເຂົ້າຮ່ວມຂອງການນຳຫຼາຍກວ່າ 40 ອົງການ, ກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງບັນດາປະເທດ ແລະ ໂລກໃນຂົງເຂດເຕັກໂນໂລຢີ, ພະລັງງານ, ການເງິນ.
ກ່າວຄຳປາໄສທີ່ການໂອ້ລົມສົນທະນາ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຢືນຢັນ ທັງສອງເນື້ອໃນຂອງການໂອ້ລົມສົນທະນາແມ່ນ “ພັດທະນາສູນການປະຕິວັດອຸດສາຫະກຳຄັ້ງທີ 4 (C4IR) ແລະ ພັດທະນາສູນການເງິນສາກົນຢູ່ນະຄອນໂຮ່ຈິມິນ” ເຊິ່ງລ້ວນແຕ່ກ່ຽວຂ້ອງເຖິງເວທີເສດຖະກິດໂລກ.
ດ້ວຍຄວາມມານະພະຍາຍາມຂອງທຸກຝ່າຍ, ຢູ່ນະຄອນ ໂຮ່ຈິມິນ ໄດ້ເປີດສະຫຼອງສູນການປະຕິວັດອຸດສາຫະກຳຄັ້ງທີ 4 (C4IR); ພ້ອມກັນນັ້ນ ກໍ່ຜັນຂະຫຍາຍການກໍ່ສ້າງສູນການເງິນສາກົນຢູ່ນະຄອນ ໂຮ່ຈິມິນ. ການກຳເນີດຂອງ C4IR ໄດ້ປະກອບສ່ວນຊຸກຍູ້ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ, ນັບແຕ່ກ່ອນທີ່ກົມການເມືອງໄດ້ອອກມະຕິເລກທີ 57 ວ່າດ້ວຍການບຸກທະລຸຂອງການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ.
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ເພື່ອໃຫ້ C4IR ແລະ ສູນການເງິນສາກົນເຄື່ອນໄຫວຢ່າງປະສິດທິຜົນ, ຫວຽດນາມ ຈະສືບຕໍ່ເຮັດສຳເລັດບັນດາກົດບັນຍັດຕາມທິດທາງປອດໂປ່ງ, ເຮັດລະບຽບການງ່າຍດາຍ ແລະ ລະດົມແຫຼ່ງກຳລັງສູງສຸດໃຫ້ແກ່ການພັດທະນາ; ຊຸກຍູ້ການກໍ່ສ້າງໂຄງລ່າງລວມມີ ໂຄງລ່າງທີ່ສຳຄັນ ແລະ ຈຳເປັນຮີບດ່ວນ, ໂຄງລ່າງລະບຽບການບໍລິຫານ, ໂຄງລ່າງຄົມມະນາຄົມ, ໂຄງລ່າງດີຈີຕອນ, ໂຄງລ່າງເຄືອຂ່າຍຂໍ້ມູນຂ່າວສານ, ໂຄງລ່າງນະວັດຕະກຳ, ໂຄງລ່າງວິທະຍາສາດເຕັກໂນໂລຢີ, ໂຄງລ່າງການແພດ, ການສຶກສາ, ກິລາ; ຊຸກຍູ້ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ...
ແບ່ງປັນກ່ຽວກັບຜົນສຳເລັດຂອງ ຫວຽດນາມ ໃນແຕ່ລະການປ່ຽນແປງແນວຄິດຈິນຕະນາການໃນຂະບວນການປ່ຽນແປງໃໝ່ຂອງປະເທດຊາດ; ເນັ້ນໜັກເຖິງທັດສະນະ “ແຫຼ່ງຊັບພະຍາກອນເກີດຈາກແນວຄິດ ແລະ ວິໄສທັດ, ກຳລັງຜັກດັນເກີດຈາກປ່ຽນແປງໃໝ່ ແລະ ຄວາມຄິດປະດິດສ້າງ, ກຳລັງເຂັ້ມແຂງທີ່ເກີດຈາກປະຊາຊົນ, ວິສາຫະກິດ”, ທ່ານ ນາຍົກລັດຖະມົນຕີ ຖືວ່າ, ກົນໄກ, ນະໂຍບາຍແມ່ນແຫຼ່ງກຳລັງ.
ທ່ານ ນາຍົກລັດຖະມົນຕີ ສະເໜີບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ, ກໍ່ຄືການນຳບັນດາກະຊວງ, ຂະແໜງການ ແລະ ນະຄອນ ໂຮ່ຈີມິນ ແບ່ງປັນປະສົບການ, ປຶກສາຫາລືບັນດາບັນຫາທີ່ຕ້ອງເອົາໃຈໃສ່, ພິເສດແມ່ນຂໍ້ຄົງຄ້າງ ແລະ ຍົກອອກບັນດາຄຳແນະນຳເພື່ອ C4IR ແລະ ສູນການເງິນສາກົນຢູ່ນະຄອນ ໂຮ່ຈີມິນ ມີເພີ່ມເຕີມບັນດາກິດຈະການ, ຜະລິດຕະພັນມີລັກສະນະສັນຍະລັກ, ຂ່ຳນັບຮັບຕ້ອນບັນດາວັນບຸນທີ່ສໍາຄັນຂອງປະເທດຊາດ; ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມກ້າຫານ, ປະກອບສ່ວນໃຫ້ທົ່ວປະເທດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດພັດທະນາ, ຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບອີ່ມໜຳສຳລານ, ມີຄວາມຜາສຸກຂອງຊາດຫວຽດນາມ.
ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບົດບາດຂອງສູນ C4IR ແລະ ຄວາມສາມາດບົ່ມຊ້ອນເພື່ອກາຍເປັນສູນເຕັກໂນໂລຊີຂອງອາຊຽນ ແລະ ໂລກ; ແບ່ງປັນປະສົບການໃນການກໍ່ສ້າງ ແລະ ພັດທະນາການຮ່ວມມືສູນການເງິນກັບບັນດາຄູ່ຮ່ວມມືຕ່າງປະເທດ, ໂອກາດໃນການຮ່ວມມືພັດທະນາພ້ອມກັບສູນການເງິນສາກົນນະຄອນ ໂຮ່ຈີມິນ.
ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບຍຸດທະສາດດຶງດູດແຫຼ່ງທຶນ ແລະ ຄູ່ຮ່ວມມືສາກົນ, ເພື່ອມຸ່ງໄປເຖິງເປົ້າໝາຍເຮັດໃຫ້ນະຄອນ ໂຮ່ຈີມິນ ກາຍເປັນສູນກາງການເງິນແຖວໜ້າຂອງພາກພື້ນ ແລະ ໃນໂລກ; ເນັ້ນໜັກເຖິງບົດບາດຂອງສູນນີ້ແມ່ນຂົວຕໍ່ສຳຄັນລະຫວ່າງວິສາຫະກິດສາກົນ ແລະ ທ້ອງຕະຫຼາດ ຫວຽດນາມ.
ໃຫ້ຄຳໝັ້ນສັນຍາທີ່ຈະຢູ່ຄຽງບ່າຄຽງໄຫຼ່ພ້ອມກັບ ຫວຽດນາມ ໃນການພັດທະນາສູນການປະຕິວັດອຸດສາຫະກຳຄັ້ງທີ 4 (C4IR) ແລະ ພັດທະນາສູນການເງິນສາກົນຢູ່ນະຄອນ ໂຮ່ຈິມິນ.
ທ່ານ ຫງວຽນແທ່ງຮຸ່ງ, ປະທານຜູ້ກໍ່ຕັ້ງກຸ່ມບໍລິສັດ Sovico ໃຫ້ຄຳໝັ້ນສັນຍາ ຈະຮ່ວມເດີນທາງກັບລັດຖະບານໃນບັນດາຂໍ້ລິເລີ່ມແຫ່ງຊາດກ່ຽວກັບປັນຍາປະດິດ ແລະ ເຄິ່ງຊັກນຳໄຟຟ້າ, ປະກອບສ່ວນສ້າງຄວາມສາມາດດ້ານເຕັກໂນໂລຢີສູງ, ສ້າງສາປະເທດ ຫວຽດນາມ ທີ່ທັນສະໄໝ, ພັດທະນາຢ່າງວອງໄວ ແລະ ຍືນຍົງໃນສັງກາດໃໝ່.
ພາຍຫຼັງທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນນ ແລະ ບັນດາລັດຖະມົນຕີ ໄດ້ຕອບບັນດາຄຳເຫັນຂອງບັນດາກຸ່ມບໍລິສັດ, ນັກລົງທຶນຕ່າງປະເທດ, ສິ້ນສຸດການໂອ້ລົມສົນທະນາ, ຜູ້ຕາງໜ້າຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໃຫ້ຄວາມຂອບໃຈບັນດາຄຳເຫັນຂອງບັນດາຜູ້ແທນດ້ວຍຄວາມເຄົາລົບນັບຖືຢ່າງສູງ; ນະຄອນ ຈະຄົ້ນຄວ້າ, ເພີ່ມເຕີມເຂົ້າໃນຍຸດທະສາດພັດທະນາຂອງນະຄອນ; ພ້ອມກັນນັ້ນ ກໍ່ຫວັງວ່າ ຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ໃຫ້ຄຳປຶກສາຂອງເພື່ອນມິດສາກົນ ກ່ຽວກັບການປັບປຸງກົດບັນຍັດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປະສົບການໃນການຄຸ້ມຄອງ, ບໍລິຫານ, ກໍ່ສ້າງໂຄງລ່າງທີ່ທັນສະໄໝ ແລະ ຮຽກຮ້ອງບັນດາອົງການການເງິນສາກົນເຂົ້າມາເຄື່ອນໄຫວຢູ່ສູນການເງິນສາກົນນະຄອນ ໂຮ່ຈີມິນ.
ທ່ານ ບຸນຍັງ ວໍລະຈິດ ສົ່ງໂທລະເລກຊົມເຊີຍ ທ່ານ ຫງວ໋ຽນຟູ໋ ຈ້ອງ ປະທານປະເທດຄົນໃໝ່ຂອງ ຫວຽດນາມ ວັນທີ 23 ຕຸລາ 2018 ນີ້, ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ... |
ແທັງຮັ່ງ