ດານັງ ຍົກລະດັບການທູດປະຊາຊົນໃນປີ 2025 | |
ຫຼາຍເຫດການການຕ່າງປະເທດຫຼາຍຝ່າຍ ຈະໄດ້ຮັບການຈັດຕັ້ງໂດຍຫວຽດນາມ ໃນປີ 2025 |
ຕາມຄະນະຈັດຕັ້ງແລ້ວ, ງານບຸນກາເຟ ບ່ວນມາທວດ ຄັ້ງທີ 9 ປີ 2025 ຈະມີບັນດາການເຄື່ອນໄຫວຕົ້ນຕໍຄື: ພິທີເປີດ, ປິດ, ງານບຸນຕາມຖະໜົນ, ກອງປະຊຸມການຄ້າສາກົນເຊື່ອມໂຍງ, ຍົກລະດັບກາເຟ ຫວຽດນາມ... ແລະ ບາງການເຄື່ອນໄຫວຕອບສະໜອງງານບຸນຂອງບັນດາທ້ອງຖິ່ນ.
ງານບຸນກາເຟ ບ່ວນມາທວດ ແມ່ນເຫດການທີ່ພົ້ນເດັ່ນຂອງຂະແໜງກາເຟ ຫວຽດນາມ. (ພາບປະກອບ: ໜັງສືພິມ ດັກລັກ) |
ງານບຸນຈະມີບັນດາຈຸດເດັ່ນໃໝ່ຄື: ການແຂ່ງຂັນປະດິດສ້າງເນື້ອໃນດິຈິຕອນເພື່ອເຜີຍແຜ່ງານບຸນຢູ່ອິນເຕີເນັດ; ພິທີເລີ່ມງານໂຮງງານກາເຟພະລັງງານ ຈຸ່ງງວຽນ Legend; ແຄ້ມກາເຟ “ຮ່ວມເດີນທາງ, ແບ່ງປັນ” ຢູ່ເຂດຮ່ອງຮອຍປະຫວັດສາດ - ວັດທະນະທຳ ນິຄົມ CADA (ເມືອງ ກຣົງປັກ); ການແຂ່ງຂັນຂົ້ວກາເຟ...
ປະຈຸບັນ, ແຂວງ ດັກລັກ ພວມຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອກະກຽມໃຫ້ແກ່ການຈັດຕັ້ງງານບຸນ. ບັນດາຂໍ້ມູນກ່ຽວກັບລາຍການງານບຸນໄດ້ເອົາລົງ, ອັບເດດຢ່າງເປັນປະຈຳ ແລະ ຄົບຖ້ວນ ຢູ່ໃນໜ້າປະຕູຖານ ຂໍ້ມູນເອເລັກໂຕນິກແຂວງດັກລັກ: http://daklak.gov.vn; ເວັບໄຊເອເລັກໂຕນິກຂອງງານບຸນກາເຟ ບ່ວນມາທວດ: http://lehoicaphe.vn; Fanpage ຂອງງານບຸນກາເຟ ບ່ວນມາທວດ: https://www.facebook.com/lehoicaphevn.
ງານບຸນກາເຟ ບ່ວນມາທວດ ຄັ້ງທີ 9 ປີ 2025 ແມ່ນການເຄື່ອນໄຫວຢ່າງແທດຈິງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ບ່ວນມາທວດ, ປົດປ່ອຍແຂວງ ດັກລັກ (10 ມີນາ 1975 – 10 ມີນາ 2025). ນີ້ກໍ່ແມ່ນເຫດການສຳຄັນ, ປະກອບສ່ວນໂຄສະນາເຄື່ອງໝາຍການຄ້າກາເຟ ບ່ວນມາທວດ, ສ້າງຮູບພາບນະຄອນ ບ່ວນມາທວດ ເປັນ “ຕົວເມືອງກາເຟຂອງໂລກ”, ປະກອບສ່ວນຍົກສູງທີ່ຕັ້ງຂະແໜງກາເຟຂອງຫວຽດນາມ ໃນເວທີສາກົນ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ແລະ ການທ່ອງທ່ຽວຂອງແຂວງ ດັກລັກ; ເຊີດຊູຜູ້ປູກ, ປຸງແຕ່ງ ແລະ ດຳເນີນທຸລະກິດກາເຟ; ແນະນຳຄວາມສາມາດບົ່ມຊ້ອນການທ່ອງທ່ຽວ, ສົ່ງເສີມການລົງທຶນໃນຂົງເຂດກາເຟ ແລະ ຜະລິດຕະພັນກະສິກຳ; ແນະນຳ, ໂຄສະນາວັດທະນະທຳພື້ນເມືອງຂອງບັນດາຊົນເຜົ່າ, ພິເສດແມ່ນ “ພື້ນທີ່ວັດທະນະທຳຄ້ອງ ໄຕງວຽນ - ສິລະປະກຳທີ່ພົ້ົ້ນເດັ່ນເລີດລ້ຳເລົ່າຂານປາກຕໍ່ປາກ ແລະ ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ”
ການແຂ່ງຂັນປະດິດສ້າງເນື້ອໃນດິຈິຕອນເພື່ອເຜີຍແຜ່ງານບຸນຢູ່ອິນເຕີເນັດໃນຂອບເຂດງານບຸນກາເຟ ບ່ວນມາທວດ ຄັ້ງທີ 9 ປີ 2025 ຈະດຳເນີນແຕ່ເດືອນມັງກອນ ຫາວັນທີ 10 ເດືອນກຸມພາ 2025. ການແຂ່ງຂັນດັ່ງກ່າວ ເພື່ອຄັດເລືອກບັນດາຜົນງານດີເດັ່ນ ເພື່ອນຳໃຊ້ເຂົ້າໃນວຽກງານຂໍ້ມູນຂ່າວສານ, ການສື່ສານ ແລະ ໂຄສະນາກ່ຽວກັບງານບຸນກາເຟ ບ່ວນມາທວດ ຄັ້ງທີ 9 ປີ 2025 ແລະ ບັນດາໂຄງການໂຄສະນາ, ເຜີຍແຜ່, ແນະນຳບັນດາຜະລິດຕະພັນກາເຟ ບ່ວນມາທວດ ຢູ່ພາຍໃນປະເທດ ແລະ ບັນດາຊ່ອງທາງສື່ມວນຊົນ, ເຄືອຂ່າຍສັງຄົມ ເພື່ອໂຄສະນາໄປສູ່ຕ່າງປະເທດ. ພ້ອມກັນນັ້ນ, ກໍ່ເສີມຂະຫຍາຍຄວາມສາມາດ, ຄວາມຮູ້ ແລະ ຈິດໃຈຄວາມຄິດສ້າງສັນຂອງບັນດາອົງການ, ກົມກອງລວມໝູ່, ບຸກຄົນໃນການເຜີຍແຜ່ຄຸນຄ່າກາເຟ ບ່ວນມາທວດ ຜ່ານເວທີດີຈີຕອນ; ຍົກສູງຄວາມຮັບຮູ້ໃນການປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າປະຫວັດສາດ, ວັດທະນະທຳພື້ນເມືອງໃນປະຊາຊົນທຸກຊັ້ນວັນນະ, ປະກອບສ່ວນໂຄສະນາຮູບພາບ “ບ່ວນມາທວດ - ຈຸດໝາຍປາຍທາງຂອງກາເຟໂລກ”... ຫົວຂໍ້ຂອງການແຂ່ງຂັນແມ່ນ “ບ່ວນມາທວດ - ຊ່ວງເວລາຂອງຂາ້ພະເຈົ້າ”. ເປົ້າໝາຍເຂົ້າຮ່ວມການແຂ່ງຂັນແມ່ນບັນດາອົງການ, ໜ່ວຍງານ, ນັກປະພັນ/ກຸ່ມນັກປະພັນຊາວຫວຽດນາມ ຫຼື ຊາວຕ່າງປະເທດພວມອາໄສ, ເຮັດວຽກຢູ່ຫວຽດນາມ. ຄະນະຈັດຕັ້ງງານບຸນໄດ້ມອບໃຫ້ພະແນກຖະແຫຼງຂ່າວ ແລະ ການສື່ສານ ເປັນຫົວໜ່ວຍຮັບຜິດຊອບຈັດຕັ້ງ ແລະ ຊີ້ນຳການສ້າງກົດລະບຽບການແຂ່ງຂັນ, ສ້າງຕັ້ງຄະນະຈັດຕັ້ງ, ຄະນະກຳມະການກວດກາ, ກອງເລຂາ; ຈັດຕັ້ງການປະກາດ ແລະ ລະດົມເປີດກວ້າງກ່ຽວກັບການແຂ່ງຂັນໃນບັນດາພາຫະນະສື່ມວນຊົນ... |
ເປີດງານເຫດການແລກປ່ຽນວັດທະນະທຳ ຫວຽດນາມ-ຈີນ ປີ 2025 ຢູ່ ແຂວງ ຢຸນນານ, ຈີນ ຍສໝ - ຕອນຄ່ຳວັນທີ 13 ມັງກອນ, ພິທີເລີ່ມຕົ້ນການເຄື່ອນໄຫວພົບປະແລກປ່ຽນມະນຸດສະທຳ ແລະ ງານມະໂຫລານປະຊາຊົນເຂດຊາຍແດນ ຫວຽດນາມ - ຈີນ 2025 ໄດ້ດຳເນີນຢູ່ເມືອງ ມາລີຟໍ, ແຂວງ ຢຸນນານ, ຈີນ. ເຫດການໄດ້ດຶງດູດປະຊາຊົນເຂດຊາຍແດນສອງປະເທດເຂົ້າຮ່ວມມ່ວນຊື່ນ ແລະ ຮ້ອງເພງມິດຕະພາບໃນລະດູບານໃໝ່ເປັນຈຳນວນຫຼວງຫຼາຍ. |
ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 1.000 ຄົນຈະເຂົ້າຮ່ວມ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025 ຍສໝ - ຕອນບ່າຍວັນທີ 9 ມັງກອນ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວກ່ຽວກັບລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ” ປີ 2025. |
ມີງດຶກ