ວົງເງິນການຄ້າ ຫວຽດນາມ-ລາວ ສືບຕໍ່ເພີ່ມຂຶ້ນ

ວົງເງິນການຄ້າ ຫວຽດນາມ-ລາວ ສືບຕໍ່ເພີ່ມຂຶ້ນ

ຕາມຫ້ອງການການຄ້າ ປະຈໍາ ລາວ ແລ້ວ, ແຕ່ເດືອນມັງກອນ ຮອດເດືອນກັນຍາ ປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ບັນລຸກວ່າ 947 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 28,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນການສົ່ງອອກບັນລຸກວ່າ 447 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 6% ແລະການນໍາເຂົ້າບັນລຸກວ່າ 499 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 57,9%.

ຫວຽດ​ນາມ ປະ​ກອບ​​ອຸ​ປະ​ກອນ​ການ​ແພດເຂົ້າ​​ສາງແຮອຸ​ປະ​ກອນ​ການ​ແພດ​ຂອງ ອາ​ຊຽນ ດ້ວຍ​ມູນ​ຄ່າ 5 ລ້ານ USD

ຫວຽດ​ນາມ ປະ​ກອບ​​ອຸ​ປະ​ກອນ​ການ​ແພດເຂົ້າ​​ສາງແຮອຸ​ປະ​ກອນ​ການ​ແພດ​ຂອງ ອາ​ຊຽນ ດ້ວຍ​ມູນ​ຄ່າ 5 ລ້ານ USD

ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ໃນອາທິດຈະມາເຖິງນີ້, ການນຳຂັ້ນສູງພາກພື້ນ ຈະປຶກສາຫາລືກ່ຽວກັບ ແລວໄປ - ມາ ຢູ່ ອາຊຽນ ແລະ ຈະນຳໃຊ້ໃບຢັ້ງຢືນສັກວັກຊິນກັນພະຍາດໂຄວິດ - 19 ໃນທົ່ວພາກພື້ນ.

ຕາຕະລາງອັດຕາພາສີນໍາເຂົ້າບູລິມະສິດພິເສດຫວຽດນາມ-ລາວ

ຕາຕະລາງອັດຕາພາສີນໍາເຂົ້າບູລິມະສິດພິເສດຫວຽດນາມ-ລາວ

ລັດຖະບານຫາກໍ່ປະກາດໃຊ້ມະຕິເລກທີ 90/2021/NĐ-CP ກ່ຽວກັບຕາຕະລາງອັດຕາພາສີນໍາເຂົ້າບູລິມະສິດພິເສດຂອງຫວຽດນາມ ເພື່ອປະຕິບັດສັນຍາການຄ້າລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະລັດຖະບານແຫ່ງ ສປປ ລາວ ນັບແຕ່ວັນທີ 4 ຕຸລາ 2020 ຮອດວັນທີ 4 ຕຸລາ 2023.

ຫວຽດນາມ ຊ່ວຍເຫຼືອ ລາວປ້ອງກັນ, ຕ້ານພະຍາດໂຄວິດ-19

ຫວຽດນາມ ຊ່ວຍເຫຼືອ ລາວປ້ອງກັນ, ຕ້ານພະຍາດໂຄວິດ-19

ຕອນເຊົ້າວັນທີ 20 ຕຸລາ, ທ່ານ ຈ້ຽວມີງຊ໊ຽດ, ຮອງເລຂາພັກເມືອງເມື່ອງລາດ (ແຂວງແທັງຮວ໊າ) ໄດ້ມອບອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນເມືອງສົບເບົາ ແລະເມືອງວຽງໄຊ (ແຂວງຫົວພັນ, ລາວ) ດ້ວຍມູນຄ່າທັງໝົດ 100 ລ້ານດົ່ງຢູ່ທີ່ດ່ານຊາຍແດນແຕ໊ນຕັ່ນ.

ຊຸກຍູ້ການເຄື່ອນໄຫວພົວພັນຕ່າງປະເທດຢູ່ 3 ເສົາຄ້ຳ

ຊຸກຍູ້ການເຄື່ອນໄຫວພົວພັນຕ່າງປະເທດຢູ່ 3 ເສົາຄ້ຳ

ຕອນບ່າຍວັນທີ 19 ຕຸລາ, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ເລຮວ່າຍຈູງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ແລະເຮັດວຽກກັບຫົວໜ້າຄະນະອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃນປີ 2021.

ການ​ປຶກ​ສາ​ຫາ​ລືດ້ານ​ການ​ເມືອງ ຫວຽດ​ນາມ - ນີ​ກາ​ຣາກວາ

ການ​ປຶກ​ສາ​ຫາ​ລືດ້ານ​ການ​ເມືອງ ຫວຽດ​ນາມ - ນີ​ກາ​ຣາກວາ

ວັນທີ 19 ຕຸລາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ພ້ອມດ້ວຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ນີກາຣາກວາ Arlette Marenco ໄດ້ດຳເນີນກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີການຕ່າງປະເທດຄັ້ງທຳອິດ ດ້ວຍຮູບການທາງໄກ.

ການນໍາກະຊວງປ້ອງກັນປະເທດ ຕ້ອນຮັບຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ

ການນໍາກະຊວງປ້ອງກັນປະເທດ ຕ້ອນຮັບຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ

ວັນທີ 18 ຕຸລາ, ທີ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບບັນດາຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃນປີ 2021 ກ່ອນທີ່ຈະເດີນທາງໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ.

ຫວຽດນາມ ຊ່ວຍເຫຼືອມົງໂກລີ ຮັບມືກັບພະຍາດໂຄວິດ-19

ຫວຽດນາມ ຊ່ວຍເຫຼືອມົງໂກລີ ຮັບມືກັບພະຍາດໂຄວິດ-19

ຕອນບ່າຍວັນທີ 18 ຕຸລາ, ຕາງໜ້າລັດຖະບານຫວຽດນາມ, ທ່ານ ຢ້ວານແຄງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມົງໂກລີ ໄດ້ພົບປະກັບທ່ານພົນຕີ G.Ariunbuyan ຫົວໜ້າກົມໃຫຍ່ຄຸ້ມຄອງເຫດສຸກເສີນແຫ່ງຊາດມົງໂກລີ ທັງເປັນຮອງຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງມົງໂກລີ ແລະມອບເງິນ 50.000 ໂດລາສະຫະລັດ ໂດຍລັດຖະບານຫວຽດນາມ ຊ່ວຍເຫຼືອລັດຖະບານມົງໂກລີ ເພື່ອຮັບມືກັບພະຍາດໂຄວິດ-19.

ລັດເຊຍ ເພີ່ມການນຳເຂົ້າຜັກ ແລະ ໝາກໄມ້ປຸງແຕ່ງຈາກຫວຽດນາມ

ລັດເຊຍ ເພີ່ມການນຳເຂົ້າຜັກ ແລະ ໝາກໄມ້ປຸງແຕ່ງຈາກຫວຽດນາມ

ຍສໝ - ຫວຽດນາມ ແມ່ນຕະຫຼາດສະໜອງຜັກ ແລະ ໝາກໄມ້ປຸງແຕ່ງ ລາຍໃຫຍ່ອັນດັບທີ 6 ໃຫ້ແກ່ສະຫະພັນລັດເຊຍ, ດ້ວຍລາຄາ 1.011,2 USD/ໂຕນ ໃນ 7 ເດືອນຂອງປີ 2021, ເພີ່ມຂຶ້ນ 32,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ວັນວັດທະນະທຳຫວຽດນາມ-ສະວິດ ຢູ່ ເຊີແນວ ຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ

ວັນວັດທະນະທຳຫວຽດນາມ-ສະວິດ ຢູ່ ເຊີແນວ ຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ

ບັນດານັກສິລະປິນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນໄດ້ສະແດງບາງບົດເພງພື້ນເມືອງ ແລະ ສະແດງເຄື່ອງດົນຕີພື້ນເມືອງຂອງຫວຽດນາມ.

ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່

ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່

ການເຄື່ອນໄຫວວັດແທກ ແລະ ແຜນທີ່ແມ່ນການເຄື່ອນໄຫວສຳຫຼວດພື້ນຖານ, ມີຄວາມສຳຄັນຍິ່ງ, ສະໜອງຂໍ້ມູນ, ຜະລິດຕະພັນຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ກໍາລັງແຮງຂອງການສຶກສາ STEAM ແລະແຫຼ່ງຊັບພະຍາກອນມະນຸດປະດິດສ້າງ

ກໍາລັງແຮງຂອງການສຶກສາ STEAM ແລະແຫຼ່ງຊັບພະຍາກອນມະນຸດປະດິດສ້າງ

ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຸດຍອດຫົວຄິດປະດິດສ້າງຫົວໜ້າໜຸ່ມພາກອາຊີຕາເວັນອອກສ່ຽງໃຕ້ (YSEALI) 2021 ໂດຍຄະນະປະຕິບັດງານການທູດອາເມລິກາ ປະຈໍາ ຫວຽດນາມ ຈັດຂຶ້ນຜ່ານລະບົບທາງໄກໃນວັນທີ 16 ຕຸລາ, ທີ່ນະຄອນໂຮ່ຈີມິນ.

ສ້າງ​ຕັ້ງ​ຕາ​ໜ່​າງ​ປ່ຽນ​ແປງ​ໃໝ່​ປະ​ດິ​ດ​ຄິດ​ສ້າງ ຫວຽດ​ນາມ ຢູ່ ເອີ​ຣົບ

ສ້າງ​ຕັ້ງ​ຕາ​ໜ່​າງ​ປ່ຽນ​ແປງ​ໃໝ່​ປະ​ດິ​ດ​ຄິດ​ສ້າງ ຫວຽດ​ນາມ ຢູ່ ເອີ​ຣົບ

ວັນທີ 16 ຕຸລາ, ຢູ່ສຳນັກງານ ສະຖານທູດ ຫວຽດນາມ ປະຈຳ Berlin (ເຢຍລະມັນ) ໄດ້ດຳເນີນພິທີສ້າງຕັ້ງຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ຢູ່ ເອີຣົບ (VINEU).

ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່

ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່

ຍ​ສ​ໝ - ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ການ​ນຳ ແລະ ລັດ​ຖະ​ບານ​ສ​ະ​ຫະ​ພັນ ລັດ​ເຊຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໄດ້​ມີ​ບົດ​ກ່າວ​ປະ​ໄສ​ທາງ​ໄກ ຢູ່​ເວ​ທີ​ປາ​ໄສ​ຄັ້ງ​ທີ IV “ສັບ​ປະ​ດາ​ພະ​ລັງ​ງານ​ລັດ​ເຊຍ” ທີ່​ໄດ້​ຈັດ​ຂຶ້ນ​ຢູ່ ມົດ​ສະ​ກູ ​ໃນ​ລະ​ຫວ່າງວັນ​ທີ 13 – 15 ຕຸ​ລາ 2021.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ

ຕອນບ່າຍວັນທີ 15 ຕຸລາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ.

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ວຽງ​ຈັນ, ລາວ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ວຽງ​ຈັນ, ລາວ

ເນື່ອງໃນໂອກາດນີ້, ສອງທ່ານກໍໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ ໄລຍະ 2021 – 2025. ບໍລິສັດໃຫຍ່ ທ່ອງທ່ຽວ ໄຊງ່ອນ ໄດ້ມອບທຶນການສຶກສາ 5 ທຶນ ມີມູນຄ່າ 1,5 ຕື້ດົ່ງໃຫ້ແກ່ ນະຄອນຫຼວງ ວຽງຈັນ.

ເພິ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ລາວ

ເພິ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ລາວ

ສອງຝ່າຍຢັ້ງຢືນວ່າ ຈະອະນຸລັກ, ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.

ອີຕາ​ລີ ປາດ​ຖະ​ໜາຢ​າກຊຸກ​ຍູ້​ການ​ພົວ​ພັນ​ກັບ ຫວຽດ​ນາມ

ອີຕາ​ລີ ປາດ​ຖະ​ໜາຢ​າກຊຸກ​ຍູ້​ການ​ພົວ​ພັນ​ກັບ ຫວຽດ​ນາມ

ທ່ານຮອງລັດຖະມົນຕີ Gilberto Pichetto Fratin ຢັ້ງຢືນວ່າຈະສະໜັບສະໜູນ ແລະຈະຊຸກຍູ້ຢ່າງແຮງ ເພື່ອໃຫ້ສະພາແຫ່ງຊາດ ອີຕາລີ ໃຫ້ສັດຕະຍາບັນສັນຍາ ອາລັກຂາການລົງທຶນ ລະຫວ່າງ ສະຫະພາບເອີຣົບ ກັບ ຫວຽດນາມ (EVIPA), ພ້ອມທັງສະແດງຄວາມປາດຖະໜາຢາກເຊື່ອມຕໍ່ການທ່ອງທ່ຽວໃນໄວໆນີ້, ເຫັນດີສົມທົບກັນຈັດຕັ້ງກອງປະຊຸມຄະນະກຳມະການປະສົມ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ ຄັ້ງທີ 8.

ເປັນ​ເຈົ້າ​ການ​ໃນ​ກາ​ບ​ປັບ​ຕົວຕໍ່​ຂໍ້​ກຳ​ນົດ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃໝ່

ເປັນ​ເຈົ້າ​ການ​ໃນ​ກາ​ບ​ປັບ​ຕົວຕໍ່​ຂໍ້​ກຳ​ນົດ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃໝ່

ຍ​ສ​ໝ - ຕໍ່​ໜ້າ​ບັນ​ດາ​ການ​ປ່ຽນ​ແປງຫຼ້າ​ສຸດ​ຈາກ​ຂໍ້​ກຳ​ນົດ​ການນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ ຈີນ, ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ເປັນ​ເຈົ້າ​ການ​ໃນຫຼາຍ​ວິ​ທີ​ການ​ຮັບ​ມື​ເພື່ອ​ບໍ່ໃຫ້​ຖືກ​ຂາດ​ວັກ​ຂາດ​ຕອນ ການ​ສົ່ງ​ອອກ.

ນ​ັກ​ສຶກ​ສາ ຫວຽດ​ນາມ ຄ້​ວາ​ໄດ້​ລາງວັນ​ຢູ່ ການ​ແຂ່ງ​ຂັນ ASEAN Youth Video

ນ​ັກ​ສຶກ​ສາ ຫວຽດ​ນາມ ຄ້​ວາ​ໄດ້​ລາງວັນ​ຢູ່ ການ​ແຂ່ງ​ຂັນ ASEAN Youth Video

ຍ​ສ​ໝ - ນາງ ເລ​ທູ​ຖຸຍ, ນັກ​ສຶກ​ສາ​ສະ​ຖາ​ບັນ​ໂຄ​ສະ​ນາ​ ແລະ ຂ່າວສານ, ຄ້​ວາ​ໄດ້​ໜຶ່ງ​ໃນ 3 ລາງວັນ​ການ​ແຂ່ງ​ຂັນ​ຖ່າຍ​ຄຼິບ​ວີ​ດີ​ໂອ ທີ່​ສະ​ຫງວນ​ໃຫ້​ແກ່​ໄວ​ໜຸ່ມ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN Youth Video Competition) ດ້ວຍ​ຫົວ​ຂໍ້ “ຫຼ​ຸດ​ຜ່ອນ​ມົນລະ​ພິດ​ຢາງ​ປ​ຼາດສ​ຕິກ, ມຸ່ງ​ໄປ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ແບບ​ຍື​ນ​ຍົງ”.

ກ​ຣົວ​ຊີ ແລະ ຮຸງ​ກາ​ຣີ ໜູນ​ຊ່ວຍ​ວັກ​ຊິນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້ ຫວຽດ​ນາມ

ກ​ຣົວ​ຊີ ແລະ ຮຸງ​ກາ​ຣີ ໜູນ​ຊ່ວຍ​ວັກ​ຊິນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້ ຫວຽດ​ນາມ

ຍ​ສ​ໝ - ຫວ່າງແລ້ວນິ້ ຢູ່ Budapest, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຮຸງ​ກາ​ຣີ ຫງວຽນ​ທິ​ບິກ​ຖ໋າວ ໄດ້​ຮັບ​ວັກ​ຊິນ​ກັນ​ໂຄວິດ -19 AstraZeneca 60.000 ໂດ​ສ ຂອງ​ລັດ​ຖະ​ບານ ກ​ຣົວ​ຊີ ມອບ​ໃຫ້ ຫວຽດ​ນາມ.

ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ

ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຫວຽດນາມ ແລະຣັດເຊຍ

ຍສໝ - ເມື່ອບໍ່ດົນມານີ້, ທີ່ການພົບປະກັບທ່ານລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເລມີງຮວານ, ທ່ານ ເອກອັກຄະລັດຖະທູດສະຫະພັນຣັດເຊຍ ປະຈຳ ຫວຽດນາມ Gennady Stepanovich Bezdetko (ສຈ. Bezdetko) ໃຫ້ຮູ້ວ່າ ການຮ່ວມມື ລະຫວ່າງສະຫະພັນຣັດເຊຍກັບຫວຽດນາມແມ່ນມີຄວາມຫຼາກຫຼາຍ, ກະສິກຳພວມໄດ້ຮັບຄວາມສົນໃຈຫຼາຍຈາກທັງສອງຝ່າຍ.

ການສົ່ງອອກໝາກໄມ້ ແລະ ຜັກຂອງຫວຽດນາມໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງ

ການສົ່ງອອກໝາກໄມ້ ແລະ ຜັກຂອງຫວຽດນາມໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງ

ຍສໝ - ການໄລ່ສະສົມໃນ 8 ເດືອນ ຕົ້ນປີ 2021, ມູນຄ່າການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມໄປຍັງ ສ.ເກົາຫຼີ ບັນລຸໄດ້ 107,25 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 3,47% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

“ເຊື່ອມຕໍ່ອ້ອມແຂນຫວຽດ” ໜູນ​ຊ່ວຍ​ນັກ​ສຶກ​ສາລາວ ເກືອບ 130 ຄົນ​ຢູ່​ແຂວງ ກ໋​ວາງ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19

“ເຊື່ອມຕໍ່ອ້ອມແຂນຫວຽດ” ໜູນ​ຊ່ວຍ​ນັກ​ສຶກ​ສາລາວ ເກືອບ 130 ຄົນ​ຢູ່​ແຂວງ ກ໋​ວາງ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ສະ​ມາ​ຄົມ​ນັກ​ຂ່າວ, ສະ​ມາ​ຄົມ​ແມ່​ຍິງທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ກ໋​ວາງ​ນາມ ຫາ​ກໍ່ສົມທົບກັນ​ຈັດ​​ໂຄງ​ການ “ເຊື່ອມຕໍ່ອ້ອມແຂນຫວຽດ” ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ນັກ​ສຶກ​ສາ ລາວ ເກືອບ 130 ຄົນ ຢູ່​​ມະ​ຫາ​ວິ​ທະ​ຍາ ກ໋​ວາງ​ນາມ ຜ່ານ​ຜ່າ ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ປະທານປະເທດຫວຽດນາມ ສະແດງຄວາມຂອບໃຈ ລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍໃນການຮັບມືກັບພະຍາດໂຄວິດ-19

ປະທານປະເທດຫວຽດນາມ ສະແດງຄວາມຂອບໃຈ ລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍໃນການຮັບມືກັບພະຍາດໂຄວິດ-19

ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍເຖິງທ່ານປະທານາທິບໍດີອາເມລິກາ Joe Biden, ສະແດງຄວາມຂອບໃຈລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍວັກຊິນ, ຢາປົວພະຍາດ, ວັດຖຸ ແລະອຸປະກອນການແພດເພື່ອໃຫ້ຫວຽດນາມ ຮັບມືກັບພະຍາດໂຄວິດ-19.

ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ

ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ

ຕອນບ່າຍວັນທີ 13 ຕຸລາ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການປະຊຸມທາງໄກກັບຄະນະຜູ້ແທນວິສາຫະກິດລະດັບສູງ ສະພາດຳເນີນທຸລະກິດອາເມລິກາ-ອາຊຽນ (USABC).

ເຊື່ອມຕໍ່ວັດທະນະທຳ ແລະ ຄວາມສີວິໄລ ລະຫວ່າງອິນເດຍ ແລະ ອາຊຽນ

ເຊື່ອມຕໍ່ວັດທະນະທຳ ແລະ ຄວາມສີວິໄລ ລະຫວ່າງອິນເດຍ ແລະ ອາຊຽນ

ຍສໝ - ໃນຕະຫຼອດໄລຍະປະຫວັດສາດອັນຍາວນານ, ອາຊຽນ ແລະ ອິນເດຍ ໄດ້ພັດທະນາການເຊື່ອມຕໍ່ທາງດ້ານວັດທະນະທຳ ແລະ ຄວາມສີວິໄລທີ່ມີມາແຕ່ດົນນານ ເພື່ອເພີ່ມພູນຄູນສ້າງພື້ນຖານອັນໜັກແໜ້ນຂອງສາຍພົວພັນມິດຕະພາບ, ເປີດທາງໃຫ້ແກ່ການຮ່ວມມືຮອບດ້ານ ລະຫວ່າງອາຊຽນ ແລະ ອິນເດຍ ເພື່ອບັນລຸຜົນສຳເລັດອັນໃຫຍ່ຫຼວງໃນຫຼາຍດ້ານ.

ຫວຽດນາມ ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ

ຫວຽດນາມ ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ

ຍສໝ - ວັນທີ 9 ຕຸລາ, ສະຖາບັນການຕ່າງປະເທດຫວຽດນາມ ສົມທົບກັບ UN Women (ອົງການສະຫະປະຊາຊາດເພື່ອສົ່ງເສີມບົດບາດຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ) ແລະ ສະຖານທູດຝລັ່ງ, ເມັກຊີໂກ, ແອັດສະປາຍ, ຊູແອັດ ແລະ ການາດາ ປະຈຳຫວຽດນາມ ໄດ້ຈັດຕັ້ງລາຍການໂອ້ລົມສົນທະນາທາງອອນໄລ “ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ” (ສິດທິແມ່ຍິງໃນນະໂຍບາຍການຕ່າງປະເທດ).

ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ

ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ

ຍສໝ - ມະຫາວິທະຍາໄລກວາງນາມ, ພະແນກການຕ່າງປະເທດ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງນາມ ໄດ້ສົມທົບກັນຈັດຕັ້ງ “ການແຂ່ງຂັນຂຽນ ແລະ ບັນຍາຍດ້ວຍພາສາຫວຽດນາມສໍາລັບນັກສຶກສາລາວທີ່ພວມສຶກສາຮໍ່າຮຽນຢູ່ແຂວງກວາງນາມໃນປີ 2021”.

ໂຈ​ະ​ການຈັດ​ຕັ້ງງານ​ຕະຫຼາດ​ນັດການ​ຄ້າ​ສາ​ກົນຫວຽດ​ນາມ - ຈີນ 2021

ໂຈ​ະ​ການຈັດ​ຕັ້ງງານ​ຕະຫຼາດ​ນັດການ​ຄ້າ​ສາ​ກົນຫວຽດ​ນາມ - ຈີນ 2021

ຍ​ສ​ໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງລາວ​ກາຍ​ຫາ​ກໍ່​ມີ​ຂໍ້​ຕົກ​ລົງ​ໂຈະ​ການ​ຈັດ​ຕັ້ງ​ງານຕະຫຼາດ​ນັດ​ການ​ຄ້າສາ​ກົນຫວຽດ​ນາມ- ຈີນ (ລາວ​ກາຍ) ຄັ້ງ​ທີ 21 ປີ 2021 ທີ່ຄາດ​ວ່​າ​ຈະ​ຈັດ​​ໃນ​ຕົ້ນ​ເດືອນພະ​ຈິກປີ 2021 ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

|< < 1 2 3 4 5 > >|
302 Found

Found

The document has moved here.