ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່

20:37 | 17/10/2021

ຍ​ສ​ໝ - ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ການ​ນຳ ແລະ ລັດ​ຖະ​ບານ​ສ​ະ​ຫະ​ພັນ ລັດ​ເຊຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໄດ້​ມີ​ບົດ​ກ່າວ​ປະ​ໄສ​ທາງ​ໄກ ຢູ່​ເວ​ທີ​ປາ​ໄສ​ຄັ້ງ​ທີ IV “ສັບ​ປະ​ດາ​ພະ​ລັງ​ງານ​ລັດ​ເຊຍ” ທີ່​ໄດ້​ຈັດ​ຂຶ້ນ​ຢູ່ ມົດ​ສະ​ກູ ​ໃນ​ລະ​ຫວ່າງວັນ​ທີ 13 – 15 ຕຸ​ລາ 2021.

ເປັນ​ເຈົ້າ​ການ​ໃນ​ກາ​ບ​ປັບ​ຕົວຕໍ່​ຂໍ້​ກຳ​ນົດ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃໝ່ ເປັນ​ເຈົ້າ​ການ​ໃນ​ກາ​ບ​ປັບ​ຕົວຕໍ່​ຂໍ້​ກຳ​ນົດ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃໝ່
ຜະ​ລິດ​ຕະ​ພັນ​ກະ​ເສດ ວິງ​ລອງ ມີ​ເວັບ​ໄຊ​ຂາຍ​ເຄື່ອງ​ທາງ​ອອນ​ລາຍ​ ຜະ​ລິດ​ຕະ​ພັນ​ກະ​ເສດ ວິງ​ລອງ ມີ​ເວັບ​ໄຊ​ຂາຍ​ເຄື່ອງ​ທາງ​ອອນ​ລາຍ​
ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່
ພາບ​ປະ​ກອບ: TTXVN

ໃນ​ບົດ​ກ່າວ​ປາ​ໄສ​ຂ່ຳ​ນັບ​ຮັບ​ຕ້ອນ ເວ​ທີ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ເນັນ​ໜັກ​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງ ສະ​ຫະ​ພັນ​ລັດ​ເຊຍ​ສຳ​ລັບ​ຂະ​ແໜ​ງ​ພະ​ລັງ​ງານ​ທົ່ວ​ໂລກ, ຊ່ວຍ​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ຄວາ​ມ​ສົມ​ດຸນ​ຕະຫຼາດ​ພະ​ລັງ​ງານ​ສາ​ກົນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ຖື​ວ່າ ເວ​ທີ​ປາ​ໄສ “ສັບ​ປະ​ດາ​ພະ​ລັງ​ງານ ລັດ​ເຊຍ” ໄດ້ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ໂອ້​ລົ​ມ​ສົນ​ທະ​ນາ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ ໃນ​ການ​ພັດ​ທະ​ນາ​ຂ​ະ​ແໜງ​ພະ​ລັ​ງ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຍື​ນ​ຍົງ, ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ບັນ​ດາ​ປະ​ເທດ ແລະ ມວນ​ມະ​ນຸດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ​ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ໄດ້ຮັບ​ຮູ້​ຢ່າງ​ຈະ​ແຈ້ງເຖິງ​ຄວາມ​ສຳ​ຄັ​ນ​ຂອງ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ແຫຼ່ງ​ພະ​ລັງ​ງານ ຕາມ​ທິດ​ຍົກ​ສູງ​ອັດ​ຕາ​ສ່ວນ ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ຕິດ​ພັນ​ກັບ​ການ​ນຳ​ໃຊ້​ພະ​ລັງ​ງານ​ປະ​ຢັດ, ມີ​ປະ​ສິດ​ທິ​ຜົນ, ຍືນ​ຍົງ. ຫວຽດ​ນາມ ພວມ ສ້າງ​ການ​ວາ​ງ​ແຜນ​ຜັງ​ພັດ​ທະ​ນາ​ໄຟ​ຟ້າ​ແຫ່ງ​ຊາດ ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2045 ດ້ວຍ​ການ​ກຳ​ນົດ​ທິດ​ສ້າງ​ໂຄງ​ປະ​ກອບ​ພະ​ລັງ​ງານ​ຂອງ ຫວຽດ​ນາມ ດ້ວຍ 3 ກຳ​ນົດ​ທິດ​ໃຫຍ່.

ຕາມ​ນັ້ນ​ແລ້ວ, ຫວຽດ​ນາມ ກໍ່ຊຸກ​ຍູ້​ການ​ຫັນ​ແຫຼ່ງ​ກຳ​ລັງ​ເປັນຫຼາຍ​ຮູບ​ແບບ, ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່. ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້ຫຼາຍ​ກົນ​ໄກ​ສົ່ງ​ເສີມ​ພັດ​ທະ​ນາ​ໄຟ​ຟ້າ​ແຮງ​ລົມ, ໄຟ​ຟ້າຊີວະມວນ, ໄຟ​ຟ້າ​ຈາກ​ສິ່ງ​ເສດ​ເຫຼືອ​ແຂງ ແລະ ໄຟ​ຟ້າ​ແສງ​ຕາ​ເວັນ​…

ສຳ​ລັ​ບ​ກຳ​ລັງ​ໄຟ​ຟ້າຟອັກ​ຊິວ, ມີ​ຂັ້ນ​ຕອນຄ່ອຍໆຫຼຸດ​ຜ່ອນ​ລົງ ແລະ ສ່ວນຫຼາຍ​ແມ່ນ​ບໍ່​ພັດ​ທະ​ນາ​ບັນ​ດາ​ໂຮງ​ງານ​ໄຟ​ຟ້າ​ຖ່ານ​ຫີນ​ໃໝ່ຕື່ມ​ອີກ. ໂດຍຄາດ​ຄະ​ເນ​ພັດທະນາ​ໄຟຟ້າ​ອາຍ​ແກັດຢ່າງແຮງ, ລວມ​ມີທັງ​ໄຟ​ຟ້າ​ຄວາມຮ້ອນທີ່​ນຳ​ໃຊ້​ອາຍ​ແກັດ​ພ​າຍ​ໃນ​ປະ​ເທດ ແລະ ຫັນ​ເປັນອາຍແກັດ​ແຫຼວ (LNG).

ຫວຽດ​ນາມ ກໍ່​ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ພະ​ລັງ​ງານ​ຢ່າງ​ປະ​ຢັດ ແລະ ມີ​ປະ​ສິດ​ທິ​ຜົນ. ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ສົນ​ທິ​ສັນ​ຍາ Pari ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໃນ​ນັ້ນ​ມີ​ການ​ຮ່ວມ​ມືດ້ານ​ພະ​ລັງ​ງານ​ທີ່​ມີ​ປະ​ສິດ​ທິຜົນ​ທີ່​ສຸດ ລະ​ຫວ່າງ​ສອງ​ປະ​ເທດ ໃນຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ເນັ້ນ​ໜັກ​ເຖິງຫຼາຍ​ໂຄງ​ການ​ພະ​ລັງ​ງານ​ໃໝ່ ຢູ່ ຫວຽດ​ນາມ ລ້ວນ​ແຕ່​ມີ​ຂີດ​ໝາຍ​ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລ​ະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ​, ຢັ້ງ​ຢືນ​ການ​ຮ່ວມ​ມືດ້ານ​ນ້ຳ​ມັນ​ອາຍ​ແກັດ​ແມ່ນ​ເສົາຫຼັກ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ​ຫວຽດ​ນາມ - ລັດ​ເຊຍ, ດ້ວຍ​ວິສາ​ຫະ​ກິດ ແລະ ໂຄງ​ການຫຼາຍ​ແຫ່ງ​ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່ ທັງ ຫວຽດ​ນາມ ແລະ ລັດ​ເຊຍ. ບັນ​ດາ​ຜົນ​ງານນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໄປ​ຍັງ​ຂົງ​ເຂດ​ພະ​ລັງ​ງານ​ໃໝ່, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ຂຽວ ແລະ ສະ​ອາດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຈະສືບ​ຕໍ່​ປະ​ຕິ​ບັດ​ສຳ​ເລັດ​ລະ​ບອບ​ລະ​ບຽບ​ການ, ນະ​ໂຍ​ບາຍ, ກົດ​ໝາ​ຍ​ໜູນຊ່ວຍ​ການ​ພັດ​ທະ​ນາ​ຂະ​ແໜງ​ພະ​ລັງ​ງານ, ສົ່ງ​ເສີມການ​ຍູ້​ແຮ​ງ​ກົນ​ໄກ​ຮ່ວມ​ມື ພາກລັດ - ເອ​ກະ​ຊົນ, ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດຂອງ ສະ​ຫະ​ພັນ​ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດເຂົ້າ​ຂົງ​ເຂດ​ພະ​ລັງ​ງານ​ຢູ່ ຫວຽດ​ນາມ.

ເວ​ທີ​ປາ​ໄສ “ສັບ​ປະ​ດາ​ພະ​ລັງ​ງານ ລັດ​ເຊຍ” ແມ່ນ​ເຫດ​ການ​ສຳ​ຄັນ​ກ່ຽວ​ກັ​ບ​ພະ​ລັງ​ງານ, ໄດ້​ຈັດ​ຕັ້ງ​ຕາມ​ຂໍ້​ລິ​ເລີ່ມ​ຂອງ ລັດ​ຖະ​ບານ ລັດ​ເຊຍ ນັບ​ແຕ່​ປີ 2017 ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື ບັນ​ດາ​ພັດ​ທະ​ນາ ແລະ ຮ່ວມ​ມືສາ​ກົນໃນ​ຂົງ​ເຂດ​ພະ​ລັງ​ງານ.

ເວ​ທີ​ປາ​ໄສ “ສັບ​ປະ​ດາພະ​ລັງ​ງານ ລັດ​ເຊຍ” ປີນີ້ ດ້ວຍ​ຫົວ​ຂໍ້ “ພະ​ລັງ​ງານໂລກ: ຫັນປ່ຽນ​ເພື່ອ​ພັດ​ທະ​ນາ” ດຶງ​ດູດ ການ​ເຂົ້​າ​ຮ່ວມ​ຂອງຜູ້​ແທນລັດ​ເຊຍ ແລະ ສາ​ກົນ ກ່​ວາ 1000 ຄົນ, ໃນ​ນັ້ນ ​ມີການ​ນຳຫຼາຍ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ກຸ່ມ​ບໍ​ລິ​ສັດ​ພະ​ລັງ​ງານ​ແຖວ​ໜ້າ​ໂລກ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ລັດ​ເຊຍ ກໍ່​ມີ​ບົດ​ກ່າວ​ປາ​ໄສ​ຢູ່​ເວ​ທີ​ປາ​ໄສ.

ບົດ​ກ່າວ​ປາ​ໄສ​ຂອງ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້ຮັບການ​ຕີ​ລາ​ຄາ​ສູງຈາກ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວ​ທີ​ປ​າ​ໄສ, ສະ​ແດງ​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ, ມີ​ຄວາ​ມ​ຮັບ​ຜິ​ດ​ຊອບຂອງ ຫວຽດ​ນາມ ໃນ​ບັນ​ດາ​ບັນ​ຫາທົ່ວ​ໂລກ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ ສະ​ຫະ​ພັນ​ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ຂະ​ແໜງ​ພະ​ລັງ​ງານ​ແບບ​ຍືນ​ຍົງ, ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາສັນ​ຕິ​ພາ​ບ, ສະ​ຖຽນ​ລະ​ພາບ ແລະ​ພັດ​ທະ​ນາ​ໃນ​ທົ່ວ​ໂລກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.