ຜະລິດຕະພັນກະເສດ ວິງລອງ ມີເວັບໄຊຂາຍເຄື່ອງທາງອອນລາຍ | |
ກາເມົາກັບຄືນສູ່ສະພາບປົກກະຕິໃໝ່ |
![]() |
ພາບປະກອບ: TTXVN |
ຈີນຫາກໍ່ປະກາດບາງຂໍ້ກຳນົດໃໝ່ກ່ຽວກັບບັນດາມາດຕະການຄຸ້ມຄອງສະບຽບອາຫານຢ່ງປອດໄພໃນການສົ່ງອອກ ແລະ ຄຸ້ມຄອງການຈົດທະບຽນວິສາຫະກິດຜະລິດຕະພັນຕ່າງປະເທດ ທີ່ນຳເຂົ້າ ຈີນ, ເຊິ່ງຈະມີຜົນສັກສິດ ນັບແຕ່ວັນທີ 1 ມັງກອນ 2022.
ສິ່ງນີ້ໝາຍຄວາມວ່າ ເລື່ອງບັນດາວິສາຫະກິດ ຫວຽດນາມ ກໍ່ຕ້ອງປະຕິບັດຕາມບັນດາຂໍ້ກຳນົດໃໝ່ທີ່ບໍ່ເຄີຍມີມາກ່ອນ ຖ້າຢາກສືບຕໍ່ສົ່ງອອກຜະລິດຕະພັນກະເສດເຂົ້າຈີນ.
ລິ້ນຈີ່, ລຳໄຍ, ໝາກໂມ, ໝາກກ້ວຍ ແມ່ນຜະລິດຕະພັນ 4 ຊະນິດຂອງ ຫ໋າຍເຢືອງ ທີ່ໄດ້ສົ່ງອອກໄປຍັງຫຼາຍຕະຫຼາດຈີນ. ທ້ອງຖິ່ນນີ້ໄດ້ຮີບດ່ວນວາງແຜນກຳນົດໄດ້ 98 ລະຫັດເຂດປູກ ແລະ 73 ຮາກຖານຫຸ້ມຫໍ່ ເພື່ອສົ່ງອອກໄປຍັງຈີນ.
ບໍລິສັດ Ameii ຫວຽດນາມ ສົ່ງອອກໝາກໄມ້ຊະນິດແຫ້ງ ເຂົ້າຕະຫຼາດ ຈີນ ໄດ້ເປັນເຈົ້າການໃນການເປີດກ້ວາງເຂດວັດຖຸດິບ, ຂຶ້ນແຜນການສ້າງໂຮງງານປຸງແຕ່ງທີ່ຖືກຕ້ອງຕາມມາດຕະຖານສົ່ງອອກເຂົ້າຈີນ.
ຕາມບັນດານັກຊ່ຽວຊານບັນດາທ້ອງຖິ່ນແລ້ວ, ວິສາຫະກິດຄວນຈັດຕັ້ງການຜະລິດຄືນ, ຮັບປະກັນແຫຼ່ງສິນຄ້າທີ່ມີຄຸນນະພາບ, ມີຕົ້ນກຳເນີດຢ່າງຈະແຈ້ງ. 9 ເດຶອນຕົ້ນປີ 2021, ຈີນ ແມ່ນຕະຫຼາດໃຫຍ່ອັນດັບທີ 2 ຂອງຜະລິດຕະພັນກະເສດ, ເຄື່ອງປາຂອງດົ່ງ, ສິນໃນນ້ຳ ຫວຽດນາມ, ບັນລຸເກືອບ 6,8 ຕື້ USD, ເພາະສະນັ້ນ ທຸກການປ່ຽນແປງໃນນະໂຍບາຍນຳເຂົ້າຂອງ ຈີນ ລ້ວນແຕ່ກໍ່ຜົນກະທົບບໍ່ແມ່ນໜ້ອຍເຖິງການຕະຫຼາດຂອງ ຫວຽດນາມ.
ບຸນຄົງ