ການສົ່ງອອກໝາກໄມ້ ແລະ ຜັກຂອງຫວຽດນາມໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງ

09:38 | 15/10/2021

ຍສໝ - ການໄລ່ສະສົມໃນ 8 ເດືອນ ຕົ້ນປີ 2021, ມູນຄ່າການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມໄປຍັງ ສ.ເກົາຫຼີ ບັນລຸໄດ້ 107,25 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 3,47% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ສ.ເກົາຫຼີ ເປີດກວ້າງ FTA ​​ກັບບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນໃນອາຊຽນ ແລະອາເມລິກາລາຕິນ ສ.ເກົາຫຼີ ເປີດກວ້າງ FTA ​​ກັບບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນໃນອາຊຽນ ແລະອາເມລິກາລາຕິນ
ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ
ພາບ​ປະ​ກອບ
ພາບ​ປະ​ກອບ

ສະເພາະໃນເດືອນສິງຫາ, ຕາມຕົວເລກສະຖິຕິຈາກກົມໃຫຍ່ພາສີ ສະແດງໃຫ້ເຫັນວ່າ ມູນຄ່າການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມໄປຍັງຕະຫຼາດ ສ.ເກົາຫຼີ ບັນລຸ 11,1 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ສູນພັດທະນາການຄ້າເອເລັກໂຕນິກ ໄດ້ອ້າງອີງຂໍ້ມູນຈາກກະຊວງອຸດສາຫະກໍາ ແລະ ການຄ້າ ສະແດງໃຫ້ເຫັນວ່າມີ ໝາກໄມ້ສົດຂອງຫວຽດນາມ 6 ຊະນິດທີ່ໄດ້ຮັບອະນຸຍາດໃຫ້ສົ່ງອອກໄປຕະຫຼາດ ສ.ເກົາຫຼີ ຢ່າງເປັນທາງການ ລວມມີ: ໝາກພ້າວ, ໝາກນັດ, ໝາກມັງກອນເນື້ອຂາວ, ໝາກມັງກອນເນື້ອແດງ, ໝາກມ່ວງ, ໝາກກ້ວຍ. ໃນນັ້ນ, ປະລິມານໝາກກ້ວຍຂອງຫວຽດນາມ ກວມພຽງແຕ່ປະມານ 2% ຂອງອັດຕາສ່ວນກວມຕະຫຼາດຂອງ ສ.ເກົາຫຼີ ແລະ ພວມມີການແກ່ງແຍ້ງຢ່າງແຮງກັບໝາກກ້ວຍຂອງຟິລິບປິນ (ກວມ 75,8% ປະລິມານການນຳເຂົ້າໝາກໄມ້ຊະນິດນີ້ຂອງ ສ.ເກົາຫຼີ).

ໝາກພ້າວຂອງຫວຽດນາມກວມເອົາປະມານ 2,6%, ໝາກນັດ 0,62%, ໃນຂະນະທີ່ໝາກນັດຂອງຟີລິບປິນກວມເອົາ 93% ຂອງການນຳເຂົ້າໝາກໄມ້ທັງໝົດຂອງ ສ.ເກົາຫຼີ...

ຕາມສູນພັດທະນາການຄ້າເອເລັກໂຕນິກແລ້ວ, ເຖິງແມ່ນວ່າຕະຫຼາດຜັກ ແລະ ໝາກໄມ້ຂອງ ສ.ເກົາຫຼີ ຍັງມີຫຼາຍຊ່ອງວ່າງໃນການເຄື່ອນໄຫວສຳລັບວິສາຫະກິດຫວຽດນາມ ແຕ່ເປັນຕະຫຼາດທີ່ຕ້ອງການຄຸນນະພາບສູງ, ມີການປົກປ້ອງຜູ້ບໍລິໂພກໃນລະດັບສູງ ແລະ ມີອຸປະສັກທາງດ້ານເຕັກນິກທີ່ເຂັ້ມງວດອີກດ້ວຍ. ຫວຽດນາມຕ້ອງການໜູນຊ່ວຍໃນການສ້າງເຄື່ອງໝາຍການຄ້າໃຫ້ຜະລິດຕະພັນກະເສດ, ຄືນິວຊີແລນມີເຄື່ອງໝາຍການຄ້າ kiwi, ໂຮນລັງມີເຄື່ອງໝາຍການຄ້າໝາກກ້ຽງ, ຟິລິບປິນມີເຄື່ອງໝາຍການຄ້າໝາກກ້ວຍ.

ຫວຽດນາມ ພວມຊຸກຍູ້ບັນດາອົງການຂອງ ສ.ເກົາຫຼີ ເປີດປະຕູຕະຫຼາດໃຫ້ໝາກໄມ້ຫຼາຍຊະນິດຕື່ມອີກເຊັ່ນ: ໝາກພຸກ, ໝາກໜອດ, ໝາກລິນຈີ່, ໝາກເງາະ, ໝາກລຳໄຍ...

ປະຈຸບັນບັນດາລະບົບຂອງສູນການຄ້າ, ຊຸບເປີມາເກັດ, ຮ້ານສະດວກຊື້ຂອງ ສ.ເກົາຫຼີ ກວມ 60%, ຕະຫຼາດແບບດັ້ງເດີມ 20%, ສ່ວນທີ່ເຫຼືອແມ່ນຜ່ານການຂາຍຍ່ອຍທາງອອນໄລ. ສະນັ້ນ, ບັນດາວິສາຫະກິດຫວຽດນາມຕ້ອງການສົ່ງອອກແບບຍືນຍົງ ກໍ່ຕ້ອງຊອກຫາວິທີນຳເອົາສິນຄ້າຜ່ານລະບົບການຈຳໜ່າຍ, ຮ້ານສັບພະສິນຄ້າຂາຍຍ່ອຍ ແລະ ຮ້ານສະດວກຊື້.

ໄຊພອນ

ເຫດການ
302 Found

Found

The document has moved here.