ເຊື່ອມຕໍ່ວັດທະນະທຳ ແລະ ຄວາມສີວິໄລ ລະຫວ່າງອິນເດຍ ແລະ ອາຊຽນ

14:53 | 14/10/2021

ຍສໝ - ໃນຕະຫຼອດໄລຍະປະຫວັດສາດອັນຍາວນານ, ອາຊຽນ ແລະ ອິນເດຍ ໄດ້ພັດທະນາການເຊື່ອມຕໍ່ທາງດ້ານວັດທະນະທຳ ແລະ ຄວາມສີວິໄລທີ່ມີມາແຕ່ດົນນານ ເພື່ອເພີ່ມພູນຄູນສ້າງພື້ນຖານອັນໜັກແໜ້ນຂອງສາຍພົວພັນມິດຕະພາບ, ເປີດທາງໃຫ້ແກ່ການຮ່ວມມືຮອບດ້ານ ລະຫວ່າງອາຊຽນ ແລະ ອິນເດຍ ເພື່ອບັນລຸຜົນສຳເລັດອັນໃຫຍ່ຫຼວງໃນຫຼາຍດ້ານ.

ກະ​ຊວງ​ສ​າ​ທາ​ລະ​ນະ​ສຸ​ກ ຫວຽດ​ນາມ ຮັບ​ວັກ​ຊິນ​ກັ​ນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວ​ນ 300.000 ໂດ​ສ ແລະ ເຄື່ອງ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ຈາກ ອົດ​ສະ​ຕາ​ລີ ກະ​ຊວງ​ສ​າ​ທາ​ລະ​ນະ​ສຸ​ກ ຫວຽດ​ນາມ ຮັບ​ວັກ​ຊິນ​ກັ​ນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວ​ນ 300.000 ໂດ​ສ ແລະ ເຄື່ອງ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ຈາກ ອົດ​ສະ​ຕາ​ລີ
ສ.ເກົາຫຼີ ເປີດກວ້າງ FTA ​​ກັບບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນໃນອາຊຽນ ແລະອາເມລິກາລາຕິນ ສ.ເກົາຫຼີ ເປີດກວ້າງ FTA ​​ກັບບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນໃນອາຊຽນ ແລະອາເມລິກາລາຕິນ

ໃນວັນທີ 8-9 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມສຳມະນາວິທະຍາສາດສາກົນ “ເຊື່ອມຕໍ່ວັດທະນະທຳ ແລະ ຄວາມສີວິໄລ ອິນເດຍ-ອາຊຽນ”, ຈັດໂດຍສະຖາບັນຄົ້ນຄວ້າອິນເດຍ ແລະ ອາຊີຕາເວັນຕົກສ່ຽງໃຕ້ (VIISAS), ສະຖາບັນວິທະຍາສາດສັງຄົມຫວຽດນາມ ສົມທົບກັບສູນຄົ້ນຄວ້າອິນເດຍ-ອາຊຽນ (AIC), ສະຖາບັນຂໍ້ມູນຂ່າວສານ ແລະ ການຄົ້ນຄວ້າເພື່ອການພັດທະນາປະເທດ (RIS).

ເຊື່ອມຕໍ່ວັດທະນະທຳ ແລະ ຄວາມສີວິໄລ ລະຫວ່າງອິນເດຍ ແລະ ອາຊຽນ
ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ຈັດຕັ້ງພິທີວາງພວງມາລາເຖິງດວງວິນຍານ ສະຫາຍ ເລຂາຟຽວ ຢູ່ປະເທດຝລັ່ງ, ອີຕາລີ, ສ.ເກົາຫຼີ. (ພາບ: nhandan)

ກອງປະຊຸມສຳມະນາໄດ້ສຸມໃສ່ບັນດາຫົວຂໍ້ຕໍ່ໄປນີ້: ບັນດາແງ່ມູມທີ່ແຕກຕ່າງຂອງການເຊື່ອມຕໍ່ທາງດ້ານວັດທະນະທໍາ ລະຫວ່າງອິນເດຍ ແລະ ອາຊຽນ ຜ່ານໄລຍະປະຫວັດສາດ, ການຕີລາຄາຜົນງານ, ຄວາມໝາຍ ແລະ ຜົນກະທົບຂອງວິວັັດການເຊື່ອມຕໍ່; ການຄຸ້ມຄອງລັດ ກ່ຽວກັບການເຊື່ອມຕໍ່ທາງດ້ານວັດທະນະທໍາ ແລະ ຄວາມສີວິໄລ, ໃນນັ້ນ ເນັ້ນໜັກເຖິງຄວາມສໍາພັນລະຫວ່າງວັດທະນະທໍາກັບແນວຄິດ ແລະ ລະບອບລະບຽບການ.

ກອງປະຊຸມຍັງໄດ້ເຮັດແຈ້ງຍຸດທະສາດສິດອຳນາດອ່ອນ ໂດຍອີງໃສ່ຄຸນຄ່າທາງດ້ານການເມືອງລວມຂອງອິນເດຍ ແລະ ອາຊຽນ, ພ້ອມທັງມາດຕະການສັນຕິພາບໃນການຄຸ້ມຄອງການປະທະ ແລະ ການຮ່ວມມືດ້ານເສດຖະກິດ ເພື່ອບັນລຸໄດ້ການວິທີແກ້ໄຂລວມ.

ນີ້ແມ່ນເວທີການສຶກສາທີ່ເປີດກວ້າງ, ເປັນມືອາຊີບ ແລະ ກົງໄປກົງມາເພື່ອປຶກສາຫາລືບັນດາວິທີການເປີດກວ້າງ ແລະ ເສີມຂະຫຍາຍການເຊື່ອມຕໍ່ທາງດ້ານວັດທະນະທຳ ລະຫວ່າງອິນເດຍ ແລະ ອາຊຽນ, ປະກອບສ່ວນເຂົ້າໃນການເສີມສ້າງກຳລັງແຮງລວມຂອງສອງພາກພື້ນ, ຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ການທູດລະຫວ່າງປະຊາຊົນ, ຊຸກຍູ້ຄວາມກົມກຽວ, ການພັດທະນາ ແລະ ຄວາມວັດທະນາຖາວອນ.

ຄໍາຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.