ວົງເງິນການຄ້າ ຫວຽດນາມ-ລາວ ສືບຕໍ່ເພີ່ມຂຶ້ນ

14:07 | 22/10/2021

ຕາມຫ້ອງການການຄ້າ ປະຈໍາ ລາວ ແລ້ວ, ແຕ່ເດືອນມັງກອນ ຮອດເດືອນກັນຍາ ປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ບັນລຸກວ່າ 947 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 28,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນການສົ່ງອອກບັນລຸກວ່າ 447 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 6% ແລະການນໍາເຂົ້າບັນລຸກວ່າ 499 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 57,9%.

ຫວຽດ​ນາມ ປະ​ກອບ​​ອຸ​ປະ​ກອນ​ການ​ແພດເຂົ້າ​​ສາງແຮອຸ​ປະ​ກອນ​ການ​ແພດ​ຂອງ ອາ​ຊຽນ ດ້ວຍ​ມູນ​ຄ່າ 5 ລ້ານ USD ຫວຽດ​ນາມ ປະ​ກອບ​​ອຸ​ປະ​ກອນ​ການ​ແພດເຂົ້າ​​ສາງແຮອຸ​ປະ​ກອນ​ການ​ແພດ​ຂອງ ອາ​ຊຽນ ດ້ວຍ​ມູນ​ຄ່າ 5 ລ້ານ USD
ຕາຕະລາງອັດຕາພາສີນໍາເຂົ້າບູລິມະສິດພິເສດຫວຽດນາມ-ລາວ ຕາຕະລາງອັດຕາພາສີນໍາເຂົ້າບູລິມະສິດພິເສດຫວຽດນາມ-ລາວ
ພາບ​ປະ​ກອບ
ພາບ​ປະ​ກອບ

ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ຈຸດເວລາຍັງບໍ່ເກີດພະຍາດໂຄວິດ-19, ວົງເງິນການຄ້າສອງສົ້ນເພີ່ມຂຶ້ນ 14,4% ແລະລະດັບເພີ່ມຂື້ນນີ້ແມ່ນຍ້ອນການນໍາເຂົ້າເພີ່ມຂຶ້ນ 54,8%, ສ່ວນການສົ່ງອອກແມ່ນຫຼຸດລົງ 11,4%.

ໃນລະຫວ່າງເດືອນມັງກອນ-ເດືອນກັນຍາ ປີ 2021, ປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງລາວ ລວມມີເຄື່ອງທີ່ເຮັດດ້ວຍເຫຼັກ ແລະເຫຼັກກ້າບັນລຸກວ່າ 57,6 ລ້ານໂດລາສະຫະລັດ; ເຄື່ອງຈັກ, ອຸປະກອນ, ເຄື່ອງມື ແລະເຄື່ອງອາໄຫຼ່ບັນລຸກວ່າ 39,6 ລ້ານໂດລາສະຫະລັດ... ປະເພດສິນຄ້າທີ່ຫວຽດນາມ ນໍາເຂົ້າຕົ້ນຕໍຈາກລາວ ໃນໄລຍະນີ້ແມ່ນຢາງພາລາ ບັນລຸກວ່າ 106,9 ລ້ານໂດລາສະຫະລັດ; ໄມ້ ແລະເຄື່ອງທີ່ເຮັດຈາກໄມ້ບັນລຸເກືອບ 71 ລ້ານໂດລາສະຫະລັດ...

ຫ້ອງການການຄ້າຫວຽດນາມ ປະຈໍາລາວ ໃຫ້ຮູ້ວ່າ ໃນເດືອນກັນຍາສືບຕໍ່ນຳເຂົ້າເກີນດຸນຢູ່ລະດັບ 21,57 ລ້ານໂດລາສະຫະລັດ. ສະນັ້ນ, ສະຫຼຸບ 9 ເດືອນຜ່ານມາ, ຫວຽດນາມ ນຳເຂົ້າເກີນດຸນຈາກລາວ ຢູ່ລະດັບ 52,4 ລ້ານໂດລາສະຫະລັດ. ຄາດຄະເນວ່າ ເດືອນຕຸລາ ປີ 2021, ວົງເງິນການຄ້າອາດຈະເພີ່ມຂຶ້ນ ແລະຈະເພີ່ມຢູ່ໃນການນໍາເຂົ້າຍ້ອນບັນດາແຂວງ, ນະຄອນຂອງລາວ ຍັງປະຕິບັດການລ໋ອກດາວເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

la.qdnd.vn

ເຫດການ
302 Found

Found

The document has moved here.