ໂຈ​ະ​ການຈັດ​ຕັ້ງງານ​ຕະຫຼາດ​ນັດການ​ຄ້າ​ສາ​ກົນຫວຽດ​ນາມ - ຈີນ 2021

14:24 | 13/10/2021

ຍ​ສ​ໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງລາວ​ກາຍ​ຫາ​ກໍ່​ມີ​ຂໍ້​ຕົກ​ລົງ​ໂຈະ​ການ​ຈັດ​ຕັ້ງ​ງານຕະຫຼາດ​ນັດ​ການ​ຄ້າສາ​ກົນຫວຽດ​ນາມ- ຈີນ (ລາວ​ກາຍ) ຄັ້ງ​ທີ 21 ປີ 2021 ທີ່ຄາດ​ວ່​າ​ຈະ​ຈັດ​​ໃນ​ຕົ້ນ​ເດືອນພະ​ຈິກປີ 2021 ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ຫວຽດ​ນາມ ອອກ​ສຽງ​ກ່ຽວ​ກັບ​ຮູບເງົາຂອງ ຈີນ ເສັກ​ສັນ​ປັ້ນ​ແຕ່ງ​ການ​ປົກ​ປ້ອງ​ຊາຍ​ແດນ ຫວຽດ​ນາມ ອອກ​ສຽງ​ກ່ຽວ​ກັບ​ຮູບເງົາຂອງ ຈີນ ເສັກ​ສັນ​ປັ້ນ​ແຕ່ງ​ການ​ປົກ​ປ້ອງ​ຊາຍ​ແດນ
ສະ​ຫະ​ພັນ​ບານ​ເຕະຈີນຫ້າມ​ສື່​ມວນ​ຊົນຫວຽດ​ນາມປະ​ຕິ​ບັດ​ວຽກ​ງາ​ນ​ສື່ມວນ​ຊົນ​ຢູ່ UAE ສະ​ຫະ​ພັນ​ບານ​ເຕະຈີນຫ້າມ​ສື່​ມວນ​ຊົນຫວຽດ​ນາມປະ​ຕິ​ບັດ​ວຽກ​ງາ​ນ​ສື່ມວນ​ຊົນ​ຢູ່ UAE
ໂຈ​ະ​ການຈັດ​ຕັ້ງງານ​ຕະຫຼາດ​ນັດການ​ຄ້າ​ສາ​ກົນຫວຽດ​ນາມ - ຈີນ 2021
ພ​າບ​ປະ​ກອບ: baolaocai.vn

ຕາມ​ຫ້ອງ​ວ່າການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງລາວ​ກາຍ​ແລ້ວ, ຍ້ອນ​ຜົນ​ກະ​ທົບຂອງ​ໂລກ​ລະ​ບາດ​ໂຄວິດ - 19, ໂດຍໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ກະ​ຊວງ​ອຸດ​ສາ​ຫະ​ກຳແລະການ​ຄ້າ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງລາວ​ກາຍໄດ້​ຕັດ​ສິນ​ໂຈະ​ການ​ຈັດ​ຕັ້ງ​ງານ​ຕະຫຼາດ​ນັດ​ການ​ຄ້າສາ​ກົນຫວຽດ​ນາມ - ຈີນປີ 2021.

ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນແຂວງລາວ​ກາຍ​ໄດ້​ມອບ​ໃຫ້​ພະ​ແນກ​ອຸດ​ສາ​ຫະ​ກຳການ​ຄ້າເປັນ​ເຈົ້າ​ການ, ສົມ​ທົບ​ກັບ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ, ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດແຂວງ​ລາວ​ກາຍແລະບັນ​ດາ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງແຈ້ງໄປ​ຍັງ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອ​ບ​ແຂວງຢຸນ​ໜານ (ຈີນ) ກ່ຽວ​ກັບ​ການ​ໂຈະ​ການ​ຈັດ​ຕັ້ງ​ງານ​ຕະຫຼາດ​ນັດ, ເປັນ​ເຈົ້າ​ການ​ສົມ​ທົບ​ກັບ​ພະ​ແນ​ກ​ການ​ຄ້າແຂ​ວງຢຸນ​ໜານເພື່ອ​ສະ​ເໜີ​ຈັດ​ຕັ້ງ​ໃນ​ຈຸດ​ເວ​ລາ​ທີ່​ເໝາະ​ສົມ.

ພ້ອມ​ທັງ​ສືບ​ຕໍ່​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າເມື່ອ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ຮັບ​ການ​ຄວບ​ຄຸມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ການ​ຮ່ວມ​ມື​ການ​ຄ້າ, ຍູ້​ແຮງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດລະ​ຫວ່າງ​ແຂວງລາວ​ກາຍແລະແຂວງ​ຢຸນ​ໜານ, ປະ​ຕິ​ບັດ​ບັນ​ດາ​ລະບຽບ​ການ​ໂຈະ​ກາ​ນ​ຈັດ​ຕັ້ງ​ງານ​ຕະຫຼາດ​ນັດ​ຕາມ​ຂໍ້​ກຳ​ນົດແລະການ​ແນະ​ນຳ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳແລະການ​ຄ້າ.

ງານ​ຕ​ະຫຼາດ​ນັດ​ການ​ຄ້າ​ສາ​ກົນໂດຍ​ສອງ​ແຂວງລາວ​ກາຍ (ຫວຽດ​ນາມ) ແລະຢຸນ​ໜານ (ຈີນ) ໝູນວຽນ​ກັນ​ຈັດ​ຕັ້ງ​ປະ​ຈຳ​ປີນັບ​ແຕ່​ປີ 2001 ມາ​ຮອດ​ປັດ​ຈຸ​ບັນ.

ງານ​ຕະຫຼາດ​ນັດ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື, ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວແລະການ​ບໍ​ລິ​ການ​ລະ​ຫວ່າງ​ແຂວງລາວ​ກາຍແລະບັນ​ດາ​ທ້ອງ​ຖິ່ນຂອງຫວຽດ​ນາມກັບ​ແຂວງ​ຢຸນ​ໜານແລະບັນ​ດາ​ທ້ອງ​ຖິ່ນ​ຕ່າງໆ​ຂອງຈີນ.

ງານ​ຕະຫຼາດ​ນັດ​ກໍ່​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດຫວຽດ​ນາມຊຶມເຂົ້າ​ຕະຫຼາດ​ຢຸນ​ໜານແລະສ້າງ​ໂອກາດ​ພັດ​ທະ​ນາ​ເປີດ​ກ້​ວາງ​ໄປ​ຍັງ​ບັນ​ດາ​ແຂວງ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ປະ​ເທດ​ຈີນ. ໃນ​ຊຸມ​ປີ​ກ່ອນນີ້, ງານ​ຕະຫຼາດ​ນັດ​ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ​, ນັກ​ທຸ​ລະ​ກິດ​ສອງ​ປະ​ເທດເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼວງຫຼາຍ, ລົງ​ນາມ​ສັນ​ຍາ​ນຳ​ເຂົ້າ​ສິນ​ຄ້າຫຼາຍ​ສະ​ບັບ​ທີ່​ມີ​ມູນ​ຄ່າ​ນັບ​ຮ້​ອຍ​ລ້ານ USD, ພ້ອມ​ທັງ​ມີ​ປະ​ຊາ​ຊົນ​ນັບ​ໝື່ນ​ຄົນ​ເຂດ​ຊາຍ​ແດນ​ມາ​ຢ້ຽມ​ຊົມແລະຊື້​ເຄື່ອງ​ຂອງ​ສິນ​ຄ້າ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.