“ເຊື່ອມຕໍ່ອ້ອມແຂນຫວຽດ” ໜູນ​ຊ່ວຍ​ນັກ​ສຶກ​ສາລາວ ເກືອບ 130 ຄົນ​ຢູ່​ແຂວງ ກ໋​ວາງ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19

06:38 | 15/10/2021

ຍ​ສ​ໝ - ສະ​ມາ​ຄົມ​ນັກ​ຂ່າວ, ສະ​ມາ​ຄົມ​ແມ່​ຍິງທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ກ໋​ວາງ​ນາມ ຫາ​ກໍ່ສົມທົບກັນ​ຈັດ​​ໂຄງ​ການ “ເຊື່ອມຕໍ່ອ້ອມແຂນຫວຽດ” ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ນັກ​ສຶກ​ສາ ລາວ ເກືອບ 130 ຄົນ ຢູ່​​ມະ​ຫາ​ວິ​ທະ​ຍາ ກ໋​ວາງ​ນາມ ຜ່ານ​ຜ່າ ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ນັກ​ຮົບ​ເກົ​່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ມອບ​ເງິນ​ ຈຳ​ນວນ 2000 USD ເພື່ອ​ສະ​ໜັບ​ສະ​ໜູນ​ເພື່ອນ​ຮ່ວມ​ກົມ​ກອງ​ຢູ່​ບ້ານ​ເກີດ​ເມືອງນອນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ນັກ​ຮົບ​ເກົ​່າ ຫວຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ມອບ​ເງິນ​ ຈຳ​ນວນ 2000 USD ເພື່ອ​ສະ​ໜັບ​ສະ​ໜູນ​ເພື່ອນ​ຮ່ວມ​ກົມ​ກອງ​ຢູ່​ບ້ານ​ເກີດ​ເມືອງນອນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ແບ່ງ​ປັ​ນ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ກັນ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ແບ່ງ​ປັ​ນ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ກັນ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19
“ເຊື່ອມຕໍ່ອ້ອມແຂນຫວຽດ” ໜູນ​ຊ່ວຍ​ນັກ​ສຶກ​ສາລາວ ເກືອບ 130 ຄົນ​ຢູ່​ແຂວງ ກ໋​ວາງ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19
ມອບ​ຂອ​ງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ

ໂຄງ​ການ​ໄດ້​ສະ​ໜອງເຂົ້າ​ສານໜຽວ 150 ພູດ ແລະ ເຊື່ອມ​ຕໍ່​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ ມອບ​ເຂົ້າສານ​ໜຽວ 600 ກີ​ໂລ​ກຼາມ, ໝາກ​ໄມ້ 300 ກີ​ໂລ​ກຼາມ ໃຫ້​ແກ່​ນັກ​ສຶກ​ສາ​ລາວ ຢູ່ ແຂວງ ກ໋​ວາງ​ນາມ.

ຕາມ​ທ່ານ ຮອງ​ສາດ​ສະ​ດາ​ຈານ, ປ.ອ ຮ່​ວຽນ​ຈ້ອງ​ເດືອງ, ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ ກ໋​ວາງ​ນາມ ​ແລ້ວ, ໃນ​ໄລ​ຍະກ​່​ວາ 2 ປີ​ທີ່​ຜ່ານ​ມາ ນັກ​ສຶກ​ສາ​ລາວ ຍັງ​ບໍ່​ທັນ​ໄດ້​ກັບ​ບ້ານ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19, ເຂົາ​ເຈົ້າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ເມື່ອ​ຕ້ອງ​ຮຽນ​ແບບ​ທາງ​ໄກ. ດັ່ງ​ນັ້ນ, ໂຮງ​ຮຽນ​ຍາມ​ໃດກໍ່​ສະ​ໜິດ​ຕິດ​ແທດ, ໜູນ​ຊ່ວຍ​ບັນ​ດາ​ນ້ອງ​ໆ​ນັກ​ສຶກ​ສາ​ໃນ​ການ​ຮ່ຳ​ຮຽນ, ດຳ​ລົງ​ຊີ​ວິດ, ມີຫຼາຍ​ກຸ່ມ, ອົງ​ການ​ຈັດ​ຕັ້ງ​ທຳ​ການ​ກຸ​ສົນ​ກໍ່​ຄື​ບັນ​ດາ​ໜ່ວຍ​ງານ, ຂະ​ແໜງ​ການ ມາ​ຢ້ຽມ​ຢາມ, ແບ່​ງ​ປັນ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ນ້ອງໆ. ໂຄງ​ການ “ເຊື່ອມຕໍ່ອ້ອມແຂນຫວຽດ” ທີ່ແທດ​ຈິງ ແລະ ມີ​ຄວາມ​ໝາຍ ໄດ້​ຊ່ວຍ​ໃຫ້​ພວກ​ນ້ອງ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ສ່ວນ​ໃດ​ສ່ວນ​ໜຶ່ງ​ໃນ​ການ​ດຳ​ລົງ​ຊີ​ວິດ, ສືບ​ຕໍ່​ຮ່ຳ​ຮຽນ​ໃຫ້​ເປັນ​ຢ່າງ​ດີ.

ທ່ານ ເລ​ວັນ​ຍິ ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ແຂວງ ກ໋​ວາງ​ນາມ ໃຫ້​ຮູ້​ວ່າ ສະ​ມາ​ຄົມ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ນັກ​ສຶກ​ສາ​ລາວ ຢູ່​ແຂວງ ກ໋​ວາງ​ນາມ ໃຫ້ຫຼາຍ​ກ່​ວາ​ອີກ ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ປາດ​ຖະ​ໜາ ບັນ​ດາ​ໜ່ວຍ​ງານ, ສ່ວນ​ບຸກ​ຄົນ ຈະສືບ​ຕໍ່​ມ​ີ​ການກະ​ທຳຮ່ວມເດີນທາງພ້ອມກັບ​ໂຄງ​ການ ເພື່ອ​ມີ​ການ​ໜູນ​ຊ່ວຍຫຼາຍ​ກ່​ວາ​ອີກ.

“ມູນ​ເຊື້ອ​ສັນ​ຕິ​ພາບ, ມິດ​ຕ​ະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ ແຂວງ ກ໋​ວາງ​ນາມ ແລະ ບັນ​ດາ​ແຂວງຂອງ​ລາວ ເວົ້າ​ສະ​ເພາະ, ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ​ເວົ້າ​ລວມ ໄດ້​ຢັ້ງ​ຢືນ​ດ້ວຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ. ຜ່າ​ນ​ບັນ​ດາ​ການ​ເຄື່ອນໄຫວ​ຄື​ໂຄ​ງ​ການ​ດັ່ງ​ກ່າວ, ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ເພີ່ມ​ກຳ​ລັງ​ແຮງຢ່າງ​ທັນ​ການ, ຮ່ວມ​ເດີນ​ທາງ​ກັບ​ບັນ​ດາ​ນັກ​ສຶກ​ສາ, ເພີ່ມ​ພູ​ນ​ຄູນ​ສ້າງ​ນ້ຳ​ໃຈ​ລະ​ຫວ່ງ​ບັນ​ດາ​ເພື່ອນ​ກັບ​ເຂດ​ດິນ​ແດນ​ກ໋​ວາງ​ນາມ, ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ”. ນັກ​ຂ່າວ ເລ​ວັນ​ຍີ​ ໃຫ້​ຮູ້​.

ນ້ອງ ມີ​ນາ ທາ​ລັງ​ສີ (ຢູ່​ແຂວງ​ຈຳ​ປາ​ສັກ​ລາວ) - ນັກ​ສຶກ​ສາ​ພະ​ແນ​ກ​ພາ​ສາ​ອັງ​ກິດ K18 ຂອງມະ​ຫາ​ວິ​ທະ​ຍາ​ໄລ ກ໋​ວາງ​ນາມ ແບ່ງ​ປັນ​ວ່າ: ນ້ອງ​ມາ​ກ໋​ວາງ​ນາມ​ຮ່ຳ​ຮຽນ​ແຕ່​ປີ 2018 ແລະ ເຄີຍ​ກັບ​ບ້ານ​ຕອນຍາມ​ພັກ​ແລ້ງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19, ດັ່ງ​ນັ້ນ​ນັ​ບ​ແຕ່ ປີ 2020 ມາ​ຮອດ​ປັດ​ຈຸ​ບັນ, ນ້ອງ​ຕ້ອງ​ຢູ່​ໂຮງ​ຮຽນ, ບໍ່​ໄດ້​ກັບ​ເມືອບ້ານ. ບາງ​ຄັ້ງ​ບາງ​ຄາວ​ກໍ່​ຮູ້​ສຶກ​ຄິດ​ຮອດ​ບ້ານຫຼາຍ, ແຕ່​ກໍ່​ຮູ້​ສຶກ​ໂຊກ​ດີ ຍ້ອນ​ວ່າຢູ່ນີ້ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່ຢ່າງຫຼວງຫຼາຍ​ຈາກໂຮງ​ຮຽນ, ໝູ່​ຄະ​ນະ ແລະ ​ເພື່ອນໆ. ນັກ​ສຶກ​ສາ​ໄດ້​ສັກ​ວັກ​ຊິນກັນ​ໂຄວິດ - 19, ໄດ້​ຮັບ​ການ​ໜູນ​ຊ່ວຍ​ທັນ​ຍາ​ຫານ, ສະ​ບຽງ​ອາ​ຫານ, ທຶນ​ການ​ສຶກ​ສາ. ນ້ອງ​ຮູ້​ສຶກ​ດີ​ໃຈ ແລະ ຕື້ນ​ຕັນ​ໃຈ​ທີ່​ສຸດ.

ໂດຍ​ໄດ້​ຮູ້​ວ່າ ພາຍ​ຫຼັງ​ໂຄງ​ການ, ສະ​ມາ​ຄົມ​ນັກ​ຂ່າວ​ແຂວງ ກ໋​ວາງ​ນາມ ຈະ​ສືບ​ຕໍ່​ເຊື່ອມ​ຕໍ່​ເພື່ອ​ມີ​ແຫຼ່ງ​ກຳ​ລັງ​ໜູນ​ຊ່ວຍ​ໃຫ້ຫຼາຍ​ກ່​ວາ​ອີກ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ. ກ່ອນ​ໜ້າ​ນັ້ນ, ໂຄງ​ການ “ເຊື່ອມຕໍ່ອ້ອມແຂນຫວຽດ” ກໍ່ໄດ້​ມາ​ຢ້ຽມ​ຢາມ​ບັນ​ດາ​ນັກ​ສຶກ​ສາ​ລາວ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຟ້າມ​ວັນ​ດົ່ງ ແລະ ວິ​ທະ​ຍາ​ໄລ ການ​ແພດ ດັ້ງ​ຖຸຍ​ເຈິນ ຢູ່ ແຂວງ​ ກ໋​ວາງ​ງາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.