ກ​ຣົວ​ຊີ ແລະ ຮຸງ​ກາ​ຣີ ໜູນ​ຊ່ວຍ​ວັກ​ຊິນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້ ຫວຽດ​ນາມ

15:07 | 15/10/2021

ຍ​ສ​ໝ - ຫວ່າງແລ້ວນິ້ ຢູ່ Budapest, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຮຸງ​ກາ​ຣີ ຫງວຽນ​ທິ​ບິກ​ຖ໋າວ ໄດ້​ຮັບ​ວັກ​ຊິນ​ກັນ​ໂຄວິດ -19 AstraZeneca 60.000 ໂດ​ສ ຂອງ​ລັດ​ຖະ​ບານ ກ​ຣົວ​ຊີ ມອບ​ໃຫ້ ຫວຽດ​ນາມ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ແບ່ງ​ປັ​ນ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ກັນ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ແບ່ງ​ປັ​ນ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ກັນ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19
ການ​ພົບ​ປະແລ​ກ​ປ່ຽນ​ລະ​ຫວ່າງ​ຊາວໜຸ່ມ ຫວຽດ​ນາມ - ໄທ, ​ໃນ​ທ່າມກາງ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົບ​ປະແລ​ກ​ປ່ຽນ​ລະ​ຫວ່າງ​ຊາວໜຸ່ມ ຫວຽດ​ນາມ - ໄທ, ​ໃນ​ທ່າມກາງ​ໂລກ​ລະ​ບາດ​ໂຄວິດ - 19
ກ​ຣົວ​ຊີ ແລະ ຮຸງ​ກາ​ຣີ ໜູນ​ຊ່ວຍ​ວັກ​ຊິນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້ ຫວຽດ​ນາມ
ພິ​ທີ​ມອບ​ຮັ​ບວ​ັກ​ຊິນ (ພາບ: TTXVN)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກ​ຣົວ​ຊີ ປະ​ຈຳ ຮຸງ​ກາ​ຣີ Mladen Andrlić ໄດ້​ຢັ້ງ​ຢືນ​ວ່າ ກ​ຣົວ​ຊີ ຍາ​ມ​ໃດ​ກໍ່​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມກັບ ຫວຽດ​ນາມ ເປັນ​ສຳ​ຄັນ ແລະ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ເອົາ​ໄຊ​ຊະ​ນະ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ.

ທ່ານນາງ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫງວຽນ​ທິ​ບິກ​ຖ໋າວ ໄດ້​ສົ່ງ​ຈົດ​ໝາຍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ນຳ, ລັດ​ຖະ​ບານ ແລະ​ ປະ​ຊາ​ຊົນ ກ​ຣົວ​ຊີ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຕໍ່ ຫວຽດ​ນາມ ແລະ ຖືນີ້​ແມ່ນ​ການ​ກະ​ທຳ​ອັນ​ສູງ​ສົ່ງ, ເປັນສິ່ງທີ່​ພິ​ເສດ​ໃຫ້​ແກ່​ນ້ຳ​ໃຈ​ເພື່ອນ​ມິດ​ອັນ​ຍາວ​ນາມ​ລະ​ຫວ່າງ​ສອງ​ປະ​ເທດ.

ກ່ອນ​ໜ້າ​ນັ້ນ​, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ເສດ​ຖະ​ກິດ​ການຕ່າງປະເທດ ຮຸງ​ກາ​ຣີ ຢູ່ Budapest, ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ທິ​ບິກ​ຖ໋າວ ແລະ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ Istvan Joo ໄດ້​ປະ​ຕິ​ບັດ​ພິ​ທີ​ມອບ​ຮອບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca 400.000 ໂດ​ສ ໂດຍ​ລັດ​ຖະ​ບານ ຮຸງ​ກາ​ຣີ ມອບໂອນ​ໃຫ້​ຫວຽດ​ນາມ ຕາມ​ກົນ​ໄກ​ບໍ່​ຫວັງ​ຜົນກຳໄລ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ ວັກ​ຊິນ​ແມ່ນ​ມາດ​ຕະ​ການ ເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຮ​ຸງກ​າ​ຣີ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດ​ນາມ ເຊິ່ງ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພາກ​ພື້ນ ອາ​ຊີ.

ໃນ​ເດືອນ​ກັນ​ຍາ 2021, ມີ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca 100.000 ໂດ​ສ ແລະ ຊຸດກວດ​ຫາ​ເຊື້ອ​ແບບ​ໄວ 100.000 ຊຸດ ໂດຍ​ລັດ​ຖະ​ບານ ຮຸງ​ກາ​ຣີ ມອບ​ໃຫ້ ຫວຽດ​ນາມ ທີ່​ສະ​ຖາ​ບັນອະ​ນາ​ໄມ​​ລະ​ບາດ​ວິ​ທ​ະ​ຍາ​ສູນ​ກາງ ​ຮັບ, ເກັບ​ຮັກ​ສາ ແລະ ແຈກ​ຢາຍ​ໃຫ້​ແກ່​ບາງ​ໂຮງ​ໝໍ​ຢູ່​ຮ່າ​ໂນ້ຍ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​.

ຕາມ​ແຜນ​ການ​ແລ້ວ, ວັນ​ທີ 13 ຕຸ​ລາ ​ເຮືອ​ບິນ Vietnam Airlines ຈະໄປ​ຍັງ Budapest ເພື່ອ​ນຳຂົນ​ສົ່ງ​ຈຳ​ນວນ​ວັກ​ຊິນ​ດັ່ງ​ກ່າວ ພ້ອມ​ກັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ 12,5 ໂຕນ ທີ່​ມີ​ມູນ​ຄ່າ 380.000 USD ໂດຍ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຮ​ຸງ​ກາ​ຣີ ໜູນ​ຊ່ວຍ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ພ​າຍ​ໃນ​ປະ​ເທດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.