ຊຸກຍູ້ການເຄື່ອນໄຫວພົວພັນຕ່າງປະເທດຢູ່ 3 ເສົາຄ້ຳ

14:38 | 21/10/2021

ຕອນບ່າຍວັນທີ 19 ຕຸລາ, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ເລຮວ່າຍຈູງ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ແລະເຮັດວຽກກັບຫົວໜ້າຄະນະອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃນປີ 2021.

ເປີດໂຕສະມາຄົມຊາວຫວຽດນາມຢູ່ Miyazaki ເປີດໂຕສະມາຄົມຊາວຫວຽດນາມຢູ່ Miyazaki
ກອງປະຊຸມຄົບຄະນະຄັ້ງທີ 3 ຄະນະກຳມາທິການສັງຄົມຂອງສະພາແຫ່ງຊາດ ກອງປະຊຸມຄົບຄະນະຄັ້ງທີ 3 ຄະນະກຳມາທິການສັງຄົມຂອງສະພາແຫ່ງຊາດ
ຊຸກຍູ້ການເຄື່ອນໄຫວພົວພັນຕ່າງປະເທດຢູ່ 3 ເສົາຄ້ຳ
ການນຳຄະນະພົວພັນຕ່າງປະເທດສູນກາງພັກຖ່າຍຮູບທີ່ລະນຶກກັບຄະນະຜູ້ແທນຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ. ພາບ: baoquocte.vn.

ທີ່ການເຮັດວຽກ, ສະຫາຍ ເລຮວ່າຍຈູງ ຊົມເຊີຍບັນດາສະຫາຍຫົວໜ້າອົງການຜູ້ຕາງໜ້າ ທີ່ໄດ້ຮັບການມອບໝາຍໜ້າທີ່ສຳຄັນຈາກພັກ ແລະລັດ, ແລກປ່ຽນກ່ຽວກັບວຽກງານພົວພັນຕ່າງປະເທດຂອງຫວຽດນາມ, ທິດທາງຊຸກຍູ້ວຽກງານຢູ່ທັງ 3 ເສົາຄ້ຳໃຫ້ມີປະສິດທິຜົນ, ນັ້ນແມ່ນ: ການທູດພັກ, ການທູດລັດ ແລະການທູດປະຊາຊົນ ເພື່ອປະຕິບັດແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

ຕາງໜ້າຄະນະ, ສະຫາຍ ຫງວຽນກ໊ວກຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖືວ່າ ການເຮັດວຽກຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາສະຫາຍຫົວໜ້າອົງການຜູ້ຕາງໜ້າແລກປ່ຽນກ່ຽວກັບວຽກງານການທູດພັກ ແລະການທູດປະຊາຊົນ, ພ້ອມທັງຢັ້ງຢືນຈະມານະພະຍາຍາມປະຕິບັດໜ້າທີ່ເຊິ່ງໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.

la.qdnd.vn

ເຫດການ
302 Found

Found

The document has moved here.