ການນໍາກະຊວງປ້ອງກັນປະເທດ ຕ້ອນຮັບຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ

14:07 | 20/10/2021

ວັນທີ 18 ຕຸລາ, ທີ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບບັນດາຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃນປີ 2021 ກ່ອນທີ່ຈະເດີນທາງໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ.

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 46 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບຢູ່ພາຍໃນ ແລະ ຕ່າງປະເທດ ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 46 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບຢູ່ພາຍໃນ ແລະ ຕ່າງປະເທດ
ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບ ເອກອັກຄະຣາຊະທູດໄທ ຄົນໃໝ່ ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບ ເອກອັກຄະຣາຊະທູດໄທ ຄົນໃໝ່
ການນໍາກະຊວງປ້ອງກັນປະເທດ ຕ້ອນຮັບຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ
ທ່ານພົນໂທ ຮວ່າງຊວນຈ໊ຽນ ຖ່າຍຮູບເປັນທີ່ລະນຶກກັບເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ. ພາບ: ເຟືອງລິງ.

ເຂົ້າຮ່ວມພິທີຕ້ອນຮັບມີສະຫາຍ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີຕ່າງປະເທດ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາສະຫະລັດ ອາເມລິກາ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ.

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຊົມເຊີຍບັນດາສະຫາຍເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ທີ່ພັກ, ລັດ ໄດ້ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາຕ່າງປະເທດອາຍຸການ 2021-2024; ທ່ານ ເນັ້ນໜັກວ່າ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ແມ່ນພາກສ່ວນສໍາຄັນໃນວຽກງານພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ, ການທູດປະຊາຊົນ. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຕີລາຄາສູງຕໍ່ການເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນ ເຊິ່ງກະຊວງການຕ່າງປະເທດ ສະຫງວນໃຫ້ແກ່ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໃນໄລຍະຜ່ານມາ, ປະກອບສ່ວນໜູນຊ່ວຍວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານ ແລະບັນລຸໄດ້ໝາກຜົນທີ່ໜ້າສົ່ງເສີມ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ບັນດາຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ ຈະປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ, ປະກອບສ່ວນເພີ່ມທະວີການພົວພັນທາງການທູດລະຫວ່າງຫວຽດນາມ ກັບບັນດາປະເທດ, ອົງການຈັດຕັ້ງສາກົນ, ຊຸກຍູ້ການພົວພັນຮ່ວມມືດ້ານການທະຫານ, ການປ້ອງກັນຊາດໃນຖານະຕໍາແໜ່ງຂອງຕົນ, ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະຍາດແຍ່ງທຸກແຫຼ່ງກໍາລັງໃຫ້ແກ່ການພັດທະນາຂອງປະເທດ.

ໂອກາດນີ້, ສະຫາຍ ຫງວຽນກ໊ວກຢຸ້ງ ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈຕໍ່ທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ສະຫຼະເວລາຕ້ອນຮັບ, ພ້ອມທັງຮັບຮູ້ ແລະຈະນໍາເອົາເນື້ອໃນການໂອ້ລົມຂອງທ່ານພົນໂທ ຮວ່າງຊວນຈ໊ຽນ ໄປຊີ້ນໍາບັນດາອົງການຜູ້ຕາງໜ້າຢູ່ຕ່າງປະເທດ, ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດໃນວຽກງານພົວພັນຕ່າງປະເທດຢູ່ປະເທດປະຈໍາຖິ່ນ.

la.qdnd.vn

ເຫດການ
302 Found

Found

The document has moved here.