ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Park Noh-wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ. ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອຫາວິທີແກ້ໄຂກຳຈັດ ແລະ ຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ ໃນໄລຍະການລະບາດຂອງ COVID-19 ແລະ ໃນໄລຍະຈະມາເຖິງ.
ຍສໝ - ພະແນກພົວພັນຕ່າງປະເທດ ຮ່າໂນ້ຍ ຫາກໍ່ປະກາດໃຊ້ເອກະສານທາງການ ສະບັບເລກທີ 873/ NV-LS-NVNONN ລົງວັນທີ 1 ມິຖຸນາ 2021 ກ່ຽວກັບການແນະນຳແກ້ໄຂຂໍ້ສະເໜີການເຂົ້າເມືອງ ແລະ ແຍກປ່ຽວເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຊາວຕ່າງປະເທດ ເຊິ່ງລວມມີບັນດາອົງການການທູດ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານ.
ຍສໝ - ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ຫງວຽນທິທູຢາງ - ປະທານກຳມະບານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ພະນັກງານ, ລັດຖະບານ, ຜູ້ອອກແຮງງານຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ປະກອບສ່ວນສະໜັບສະໜູນກອງທຶນ ໂຄວິດ - 19, ພ້ອມກັບປະຊາຊົນແບບຫາບໜ້າທີ່ເພື່ອປະເທດຊາດ.
ຍສໝ - ນັກສຶກສາເກືອບ 100 ຄົນທີ່ມາຈາກມະຫາວິທະຍາໄລ 10 ແຫ່ງໃນປະເທດຍີ່ປຸ່ນ ໄດ້ເຂົ້າຮ່ວມໃນການໂອ້ລົມກັບຜູ້ຊ່ຽວຊານ (Industry Lecture) ທີ່ຈັດໂດຍ FUNiX Japan. ນັກປາຖະກະຖາແມ່ນບັນດາຊ່ຽວຊານຫວຽດນາມ.
ວັນທີ 02 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ຟີລິບປິນ ປະຈຳ ຫວຽດນາມ Meynardo Los Banos Montealegre ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໄດ້ຂ່ຳນັບຊົມເຊີຍ ທ່ານ Nikorndej Balankura ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ ປະຈຳ ຫວຽດນາມ ທີ່ໄດ້ຮັບດຳລົງຕຳແໜ່ງໃໝ່ ຢູ່ ຫວຽດນາມ, ທ່ານນາງກໍ່ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນອາຍຸການຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຮັດໃຫ້ການພົວພັນ ລະຫວ່າງ ຫວຽດນາມ - ໄທ ເລິກເຊິ່ງກ່ວາອີກ.
ຫວ່າງແລ້ວນີ້, ເຊິນລາ ໄດ້ໜູນຊ່ວຍເຄື່ອງຊ່ວຍຫາຍໃຈ 18 ໜ່ວຍ ແລະວັດຖຸອຸປະກອນການແພດຫຼາຍຢ່າງໃຫ້ 9 ແຂວງຂອງປະເທດລາວ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ລວມມູນຄ່າ 2,8 ຕື້ດົ່ງ.
ໃນວັນທີ 29 ພຶດສະພາ 2021 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ); ບໍລິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ (AIDC), ສປປ ລາວ ແລະ ບໍລິສັດ ລັດວິສາຫະກິດ ສະບຽງອາຫານ ຈີນ ສາຂາ ເມືອງ ເຈີງໂຈ ແຂວງເຫີໜານ ສປ ຈີນ ໄດ້ລົງນາມບົດບັນທຶກ ແບບທາງໄກ ເພື່ອຮ່ວມມື ໃນການຈັດຊື້ສີນຄ້າ ກະສິກຳປຸງແຕ່ງຈາກ ສປປ ລາວ ສົ່ງໄປ ສປ ຈີນ, ໂດຍມີ ທ່ານ ຄຳແພງ ...
ບົດລາຍງານໄດ້ປະກອບສ່ວນປະຕິບັດບັນດາການກະທຳກ່ຽວກັບດິນຟ້າອາກາດລະດັບຊາດ ແລະ ທົ່ວໂລກ.
ຫວ່າງແລ້ວນີ້, 10 ອົງການຈັດຕັ້ງສັງຄົມ ໄດ້ເຊັນສັນຍາຮ່ວມມື ໃນການຕອບໂຕ້ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19 ໃນ 10 ແຂວງທົ່ວປະເທດລາວ ເຊິ່ງໂຄງການຂອງບັນດາ 10 ອົງການນີ້ ຈະສາມາດເຂົ້າເຖິງ ປະຊາຊົນຫລາຍກວ່າ 140.000 ຄົນ ຢູ່ 109 ບ້ານ ໃນ 19 ເມືອງເປົ້າໝາຍ. ໃນນັ້ນ ກວມເອົາ ການສະໜອງບ່ອນລ້າງມື 88 ແຫ່ງ ແລະ ການສະໜອງອຸປະກອນ ເພື່ອສະກັດກັ້ນໂຄວິດ-19 ໃຫ້ແກ່ໂຮງຮຽນ 63 ແຫ່ງ, ໂຮງໝໍນ້ອຍ 17 ແຫ່ງ ແລະ ຕະຫລາດອີກ ...
ໃນວັນທີ 31 ພຶດສະພາ 2021, ທີ່ນະຄອນຫລວງວຽງຈັນ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະກອງເລຂາສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີເທົ່ານັ້ນ.
ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍຄຳໝັ້ນສັນຍາຂອງສະຫະລັດອາເມລິກາ ໃນການປະກອບສ່ວນເພີ່ມເຕີມຢາວັກແຊງປ້ອງກັນພະຍາດ ໂຄວິດ - 19 ຈຳນວນ 80 ລ້ານປະລິມານ ໃຫ້ແກ່ປະຊາຄົມໂລກ ໃນສະຖານະການການຜັນແປທີ່ສັບສົນຂອງການລະບາດຂອງພະຍາດ ໂຄວິດ - 19.
ຍສໝ - ຕອນບ່າຍວັນທີ 30 ພຶດສະພາ, ນະຄອນດ່ານັ້ງ ໄດ້ມອບສົ່ງຄະນະແພດໝໍລວມມີ 10 ຄົນ, ໃນນັ້ນມີ ທ່ານໝໍເກັ່ງ 3 ຄົນ ແລະ ບັນດາພະຍາບານ ທີ່ມີບົດຮຽນປະສົບການຂອງນະຄອນ ໄປຍັງຈຸດໃຈກາງເກີດໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ.
ຍສໝ - ເພື່ອແນໃສ່ຊຸກຍູ້ວິສາຫະກິດ 2 ແຂວງ ເພີ່ມທະວີການພົວພັນແລກປ່ຽນ, ຮ່ວມືມ, ແບ່ງປັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ຂອງແຕ່ລະຝ່າຍຕາມທິດໜູນຊ່ວຍບັນດາທ່າໄດ້ປ່ຽບຂອງກັນ, ຜ່ານການແລກປ່ຽນ, ສະຫະພັນວິສາຫະກິດ ແຂວງ ລາວກາຍ ແລະ ສະຫະພັນວິສາຫະກິດ ແຂວງ ຢຸນນານ ໄດ້ພ້ອມກັນລົງນາມຂໍ້ຕົກລົງແມ່ກ່ຽວກັບການຮ່ວມມືມິດຕະພາບ ດ້ວຍ 6 ເນື້ອໃນ.
ໃນວັນທີ 28 ພຶດສະພາ 2021 ທີ່ໂທລະພາບແຫ່ງຊາດລາວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບນະໂຍບາຍຂອງໄຟຟ້າລາວ ໃນໄລຍະການລະບາດ ຂອງພະຍາດໂຄວິດ-19 ມີບາງຕອນສຳຄັນວ່າ: ໃນໄລຍະທີ່ເກີດມີການລະບາດ ຂອງພະຍາດໂຄວິດ-19 ລັດຖະບານໄດ້ອອກແຈ້ງການ ກ່ຽວກັບມາດຕະການຜ່ອນຜັນ ຫລຸດຜ່ອນ ການໄປເຮັດວຽກ ຢູ່ສຳນັກງານອົງການ ແລະ ສະຖານທີ່ເຮັດວຽກຂອງໃຜມັນ ໂດຍໄດ້ມີການແບ່ງກັນໄປປະຈຳການ ແລະ ສ່ວນໃຫຍ່ກໍແມ່ນ ໄດ້ເຮັດວຽກຢູ່ເຮືອນ.
ໃນວັນທີ 28 ພຶດສະພາ 2021 ມູນນິທິຮ່ວມໃຈ ໄດ້ນຳເອົາຜ້າອັດປາກ, ດັງ, ເຈວລ້າງມື, ສະເປຂ້າເຊື້ອ, ເຫລົ້າ 90 ລວມມູນຄ່າ 22 ລ້ານກວ່າກີບ, ມາມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19.
ຫວ່າງແລ້ວນີ້, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກ ກັບ ສະຫາຍ ລີ້ ຈ້ານຊູ ກຳມະການຄະນະປະຈຳ ກົມການເມືອງສູນກາງພັກ ກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປຈີນ.
ຍສໝ - ວຽກງານກໍ່ສ້າງຖັນແຖວພະນັກງານ ແລະ ແຫຼ່ງຊັບພະຍາກອນມະນຸດໃຫ້ ລາວນັບມື້ນັບໄດ້ຮັບການເພີ່ມທະວີກ່ຽວກັບຈຳນວນ, ປັບປຸງດ້ານຄຸນນະພາບດ້ວຍບັນດາວິທີ ແລະ ຮູບການກໍ່ສ້າງຫລາຍຮູບຫລາຍແບບ, ອຸດົມສົມບູນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ຂອງ ລາວ
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Blinken ໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ສະແດງຄວາມປາດຖະໜາ ຢາກຮ່ວມມືກັບທ່ານ Blinken ເພື່ອຊຸກຍູ້ການພົວພັນຫວຽດນາມ - ອາເມລິກາ ໃຫ້ເລິກເຊິ່ງຕື່ມອີກ.
ຍສໝ - ຜູ້ຊ່ຽວຊານລັດເຊຍ ໄດ້ເນັ້ນໜັກວ່າ: ໂດຍການເຊື່ອມໂຍງເຂົ້າກັບໂລກພາຍນອກ, ຫວຽດນາມພາຍໃຕ້ການນຳພາຂອງພັກກອມມູນິດ ສາມາດຮັກສາໄດ້ບັນດາຜົນງານປະຕິວັດຂອງຕົນເພື່ອກ້າວໄປຂ້າງໜ້າ.
ຍສໝ - ພາຍຫຼັງໄດ້ຮັບເຄື່ອງບັນເທົາທຸກທີ່ຈຳເປັນດັ່ງກ່າວ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເຊັກໂກ - ໂຊວາເກຍ ຢູ່ ແຂວງບັກຢາງ ໄດ້ຂົນສົ່ງ ແລະ ມອບຂອງຂັວນໄປຍັງ 3 ສະຖານທີ່ ພວມແມ່ນຈຸດຮ້ອນແຮງຂອງໂລກລະບາດໂຄວິດ - 19 ຢູ່ບັກຢາງ ແມ່ນ ຕາແສງ ວຽດຕຽນ ເມືອງ ວຽດອຽນ, ສູນຄວບຄຸມໂລກລະບາດໂຄວິດ - 19 ແຂວງ, ໂຮງໝໍການແພດພື້ນເມືອງແຂວງ. ເຖິງວ່າຈຳນວນຂອງຂວັນແມ່ນໜ້ອຍ ແຕ່ມັນແມ່ນແຫຼ່ງລະດົມກຳລັງໃຈອັນຍີ່ງໃຫຍ່ໃຫ້ແກ່ປະຊາຊົນຊາວບັກຢາງ, ພິເສດແມ່ນກຳມະກອນຢູ່ເຂດແຍກຕົວ.
ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ 1.870.000.000 ກີບ ມາມອບໃຫ້ກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວໃນວັນທີ 25 ພຶດສະພາ 2021 ຕາງໜ້າມອບໂດຍ, ທ່ານ ປີເຕີ ເຮມ໋ອນ ເອກອັກ ຄະລັດຖະທູດ ສະຫະ ລັດອາເມລິກາ ປະຈຳລາວ ແລະ ຕາງໜ້າຮັບໂດຍ ທ່ານ ບຸນແຝງ ພົມມະໄລສິດ ລັດຖະມົນຕີກະ ຊວງສາທາລະນະສຸກ, ໂດຍມີພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.
ຍສໝ - ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Orlando Nicolas Hernandez Gullien ໄດ້ຕີລາຄາສູງບັນດາໝາກຜົນປະທັບໃຈເຊິ່ງ ຫວຽດນາມ ບັນລຸໄດ້ໃນການຄວບຄຸມ ໂລກລະບາດໂຄວິດ - 19 . ທ່ານເອກອັກຄະລັດຖະທູດ ກໍ່ແບ່ງປັນກ່ຽວກັບໂຄງການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນກູບາ ໃນປີ 2021 ແລະ ວິວັດແຫ່ງການພັດທະນາ ວັກຊິນກັນໂຄວິດ - 19 5 ຊະນິດ ໂດຍກູບາຜະລິດອອກ ແລະ ພັດທະນາ.
ຍສໝ - ກອງປະຊຸມສະມັດຊາໃຫຍ່ IPU-142 ໄດ້ປຶກສາຫາລືຫຼາຍບັນຫາສຳຄັນຂອງລັດຖະສະພາ, ສະເໜີ ວິທີການແກ້ໄຂ ເພື່ອເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືສາກົນເພື່ອເປັນການຕອບໂຕ້ກັບການປ້ອງກັນພະຍາດ COVID-19.
ຍສໝ - ນີ້ແມ່ນໂຄງການໜຶ່ງ ທີ່ປະກອບສ່ວນດຶງດູດຄວາມສົນໃຈຂອງປະຊາຊົນ ຕໍ່ບັນດາບັນຫາແມ່ຍິງ ແລະ ຊົມເຊີຍບັນດາຂະແໜງການທີ່ມີຫົວຄິດປະດິດສ້າງ.
ຍສໝ - ໜັງສືພິມ KPL ໄດ້ລົງຂ່າວວ່າ, ຜູ້ມີສິດເລືອກຕັ້ງຫວຽດນາມຫຼາຍກວ່າ 60 ລ້ານຄົນໃນທົ່ວປະເທດ ໄດ້ລົງຄະແນນສຽງໃນວັນທີ 23 ພຶດສະພາ ໃນບັນຍາກາດທີ່ຄຶກຄື້ນຂອງວັນເລືອກຕັ້ງ ເພື່ອເລືອກເອົາຜູ້ແທນທີ່ມີມາດຕະຖານເພື່ອເປັນຕົວແທນປະຊາຊົນ.
ຍສໝ - ທ່ານເອກອັກຄະລັດຖະເທູດ ຫງວຽນຮຸ່ງ ແລະ ທ່ານ ສະມາຊິກລັດຖະສະພາ Napielralski ໄດ້ເຫັນດີເປັນເອກະພາບຕໍ່ແຜນການເພີ່ມທະວີການຮ່ວມມື ແລະ ບັນດາຂັ້ນກະຊວງຂະແໜງການ ຜ່ານບັນດາການຢ້ຽມຢາມ ຫຼັກ ເຊິ່ງກັນ ແລະກັນ ພາຍຫຼັງທັງສອງປະເທດ ຄວບຄຸມໄດ້ໂລກລະບາດໂຄວິດ - 19 ເພື່ອຊຸກຍູ້ການຮ່ວມມື ແລະ ຜັນຂະຫຍາຍ ໝາກຜົນຂອງການຢ້ຽມຢາມ ຫວຽດນາມ ຂັ້ນສູງ ຂອງທ່ານ ປະທານາທໍບໍດີ ໂປໂລຍ Andrzej Duda ໃນວັນທີ 2017, ຊຸກຍູ້ການຮ່ວມມືທ້ອງຖິ່ນຜ່ານການພົວພັນແລກປ່ຽນ ແລະ ຮັກສ່ຽວລະຫວ່າງບັນດານະຄອນຂອງສອງປະເທດ.
ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍສະມາຊິກກົມການເມືອງ, ປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 207 ຂອງຄະນະບໍລິຫານງານສະຫະພັນລັດຖະສະພາໂລກ (IPU) ໂດຍ ຮູບການຖ່າຍທອດສົດ.
ຍສໝ - ເຂົ້າຮ່ວມພິທີມີທ່ານ ພົນຈັດຕະວາ ຫງວຽນກ໊ວກຢວດ, ກຳມະການຄະນະບໍລິຫານງານຄະນະພັກນະຄອນ, ຜູ້ບັນຊາການກອງບັນຊາການນະຄອນຫຼວງ ຮ່າໂນ້ຍ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ແຫ່ງສາທາລະນະສຸກ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ຫວຽດນາມ…
ຍສໝ - ເຫດການຈັດຕັ້ງເຫດການທາງອອນລາຍ, ດ້ວຍການເຂົ້າຮ່ວມຂອງທ່ານນາງ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຫງວຽນເຟືອງງາ, ທ່ານ Olusegun Obasanjo ອະດີດປະທານາທິບໍດີ ປະເທດສາທາລະນະລັດ ສະຫະພັນ ນີເຊຣີ, ທ່ານ Chekou Oussouman ຫົວໜ້າຜູ້ຕາງໜ້າອົງການສາກົນພາສາຝລັ່ງ ປະຈຳ ຫວຽດນາມ, ພ້ອມກັບເອກອັກຄະລັດຖະທູດ ຫຼາຍປະເທດ ຢູ່ ອາບຟຼິກກາ ປະຈຳ ຫວຽດນາມ.