ນະໂຍບາຍຂອງໄຟຟ້າລາວ ໃນໄລຍະການລະບາດຂອງ ພະຍາດໂຄວິດ-19

16:08 | 30/05/2021

ໃນວັນທີ 28 ພຶດສະພາ 2021 ທີ່ໂທລະພາບແຫ່ງຊາດລາວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບນະໂຍບາຍຂອງໄຟຟ້າລາວ ໃນໄລຍະການລະບາດ ຂອງພະຍາດໂຄວິດ-19 ມີບາງຕອນສຳຄັນວ່າ: ໃນໄລຍະທີ່ເກີດມີການລະບາດ ຂອງພະຍາດໂຄວິດ-19 ລັດຖະບານໄດ້ອອກແຈ້ງການ ກ່ຽວກັບມາດຕະການຜ່ອນຜັນ ຫລຸດຜ່ອນ ການໄປເຮັດວຽກ ຢູ່ສຳນັກງານອົງການ ແລະ ສະຖານທີ່ເຮັດວຽກຂອງໃຜມັນ ໂດຍໄດ້ມີການແບ່ງກັນໄປປະຈຳການ ແລະ ສ່ວນໃຫຍ່ກໍແມ່ນ ໄດ້ເຮັດວຽກຢູ່ເຮືອນ.

ປະເທດລາວ ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ຖືກ ຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ປະເທດລາວ ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ຖືກ ຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7
ຫວຽດນາມ ຈະຊື້ໄຟຟ້າ 3.000 MW ຈາກລາວ ດ້ວຍມູນຄ່າ 6,95 US cent/kWh ຫວຽດນາມ ຈະຊື້ໄຟຟ້າ 3.000 MW ຈາກລາວ ດ້ວຍມູນຄ່າ 6,95 US cent/kWh

ນີ້ກໍເປັນບັນຫາໜຶ່ງທີ່ເຮັດໃຫ້ມີການໃຊ້ກະແສໄຟຟ້າ ຂ້ອນຂ້າງຫລາຍຂຶ້ນ ໂດຍສະເພາະ ແມ່ນແອເຢັນ, ພັດລົມ, ໝໍ້ແດງ, ໝໍ້ຫຸງເຂົ້າໄຟຟ້າຕ່າງໆ ລວມເຖິງອາກາດທີ່ຮ້ອນຫລາຍ ຈຶ່ງເຮັດໃຫ້ມີການໃຊ້ເຄື່ອງໃຊ້ ໄຟຟ້າດັ່ງກ່າວ ນັ້ນຫລາຍຂຶ້ນ ແລະ ເຮັດໃຫ້ຄ່າ ກະແສໄຟຟ້າສູງຂຶ້ນເທົ່າຕົວ.

ເພື່ອເປັນການບັນເທົາຜົນກະທົບຂອງປະຊາຊົນ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນປີ 2021 ຕາມນະໂຍບາຍ ຂອງລັດຖະບານ ໃນໄລຍະການປິດເມືອງນັ້ນ, ທາງຄະນະພັກ, ຄະນະອຳນວຍການ ຂອງລັດວິສາຫະກິດໄຟຟ້າລາວ ຈຶ່ງໄດ້ມີການຄົ້ນຄວ້າ ແລະ ສະເໜີ ຕໍ່ລັດຖະບານ ກ່ຽວກັບນະໂຍບາຍ ຫລຸດຄ່າກະແສໄຟຟ້າ 3% ພາກທີ່ຢູ່ອາໄສ ແລະ ຄ່າບໍາລຸງຮັກສາ ປະຈໍາເດືອນ 5, 6 ,7 (ເປັນເວລາ 3 ເດືອນ) ໃນຂອບເຂດທົ່ວປະເທດ. ພ້ອມນີ້, ຍັງໄດ້ເລື່ອນໄລຍະ ການຊຳລະໜີ້ຄ່າໄຟ ຂອງລູກຄ້າໄປຕື່ມອີກ ຈາກ 2 ເດືອນ ເປັນ 3 ເດືອນ. ແຕ່ກໍມີຫາງສຽງຈາກສັງຄົມ ແລະ ຜູ້ຊົມໃຊ້ໄຟຟ້າ ໃນສື່ສັງຄົມອອນລາຍວ່າ: ການທີ່ຫລຸດຄ່າກະແສໄຟຟ້າ 3% ນີ້ເຫັນວ່າມັນໜ້ອຍຫລາຍ ເປັນຫຍັງຄືບໍ່ຫລຸດຫລາຍກວ່ານີ້ ແລະ ຄ່າກະແສໄຟຟ້າກໍຍັງສູງຢູ່.

ນະໂຍບາຍຂອງໄຟຟ້າລາວ ໃນໄລຍະການລະບາດຂອງ ພະຍາດໂຄວິດ-19
ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ. (ພາບ: KPL)

ຕໍ່ບັນຫາດັ່ງກ່າວ, ຂ້າພະເຈົ້າຂໍຊີ້ແຈງວ່າ: ຖ້າເບິ່ງເຫດຜົນທາງດ້ານການເງິນ ຖືວ່າໄຟຟ້າລາວ ບໍ່ໄດ້ຢູ່ໃນເງື່ອນໄຂທີ່ຈະຕ້ອງຫລຸດ ເນື່ອງຈາກວ່າ ເລື່ອງການເງິນຂອງໄຟຟ້າລາວ ກໍມີບັນຫາຢູ່ແລ້ວ, ເຊິ່ງໃນແຕ່ລະເດືອນ ລັດວິສາຫະກິດໄຟຟ້າລາວ ຕ້ອງແບກຫາບພາລະໜີ້ສີນ ຫລາຍສົມຄວນ ແລະ ຕ້ອງໄດ້ຊຳລະໜີ້ຢູ່ປະມານ 6 ຕື້ກີບຕໍ່ເດືອນ ເພື່ອເປັນການປະກອບສ່ວນຕໍ່ສັງຄົມ ໃນນາມທີ່ວ່າໄຟຟ້າລາວ ກໍແມ່ນບໍລິ ສັດລັດ 100% ດັ່ງນັ້ນ ຈຶ່ງໄດ້ມີການສະເໜີ ຫາພາກສ່ວນທີ່ກ່ຽວຂ້ອງ ຂອງລັດຖະບານ ເພື່ອພິ ຈາລະນາຫລຸດຄ່າໄຟຟ້າ ຢູ່ລະຫວ່າງ 3-5%, ເຊິ່ງພາກສ່ວນດັ່ງກ່າວ, ກໍເຫັນວ່າໄຟຟ້າລາວຍັງມີພາລະໜີ້ສິນຫລາຍ ທີ່ຕ້ອງໄດ້ຊຳລະໃນແຕ່ລະເດືອນ, ສະນັ້ນຈຶ່ງເຫັນດີ ໃຫ້ຫລຸດຄ່າ ກະແສໄຟຟ້າເປັນ 3%.

ສຳລັບຄ່າກະແສໄຟຟ້າ ໃນຄົວເຮືອນທີ່ເພີ່ມສູງຂຶ້ນໃນປັດຈຸບັນ, ທ່ານ ຈັນທະບູນ ສຸກອາລຸນ ໄດ້ຊີ້ແຈງຕື່ມວ່າ: ທຳອິດຕ້ອງແຍກ ສາກ່ອນວ່າ ເງິນທີ່ຈ່າຍຕໍ່ເດືອນ ກັບລາຄາໄຟຟ້າ ແລະ ພະລັງງານທີ່ຊົມໃຊ້ໃນເດືອນ ມີ 3 ຄູນ. ສະນັ້ນ, ເຮົາຢາກຮູ້ວ່າ ຄ່າໄຟ ຂອງເຮົາສູງຢູ່ສ່ວນໃດ, ສູງຢູ່ລາຄາໄຟ ຫລື ສູງຢູ່ປະລິມານໄຟ ແມ່ນໃຫ້ກວດບິນຄືນຫລັງ, ແຕ່ຖ້າຫາກໃຜບໍ່ໄດ້ເກັບ ໃບບິນໄວ້ ພວກເຮົາມີ ຕົວເລກຍ້ອນຫລັງຄືນ 1 ປີ ຂອງຜູ້ຊົມໃຊ້ພະລັງງານໄຟຟ້າ ຢູ່ໃນແອັບພຣີເຄຊັນຂອງໄຟຟ້າລາວ, ເຊິ່ງຜູ້ຊົມໃຊ້ສາ ມາດດາວໂຫລດແອັບ ດັ່ງກ່າວ ແລະ ສາມາດກວດຄືນການຊົມໃຊ້ ພະລັງງານຂອງເຮືອນຕົນເອງໄດ້. ນອກ ຈາກນີ້, ສະພາບອາກາດທີ່ຮ້ອນຂຶ້ນ ກໍເປັນອີກສາເຫດ ໜຶ່ງ ທີ່ຈະຕ້ອງຊົມໃຊ້ໄຟຟ້າ ຫລາຍຂຶ້ນ ເນື່ອງຈາກມີການນຳໃຊ້ ເຄື່ອງທຳຄວາມເຢັນ ໂດຍສະເພາະ ແອເຢັນ, ພັດລົມ ແລະ ເຄື່ອງໃຊ້ໄຟຟ້າຊະນິດຕ່າງໆ ຫລາຍຂຶ້ນກວ່າເກົ່າ, ເຊິ່ງເຮັດໃຫ້ຄ່າໄຟຟ້າເພີ່ມຂຶ້ນເທົ່າຕົວ ແນ່ນອນເງິນມັນກໍຈະເພີ່ມຂຶ້ນໄປ ແລະ ອາດຈະຫລາຍ ຂຶ້ນເທົ່າຕົວ ຖ້າຫາກວ່າເຮົາໃຊ້ພະລັງງານຫລາຍຂຶ້ນ ຍ້ອນວ່າໂຕຄູນມັນໃຫຍ່ຂຶ້ນ ແລະ ນີ້ກໍແມ່ນບັນຫາໜຶ່ງ ທີ່ເຮັດໃຫ້ປະຊາຊົນ ເຂົ້າໃຈ ວ່າເປັນຫຍັງຄ່າໄຟຈຶ່ງແພງແທ້.

ໃນໄລຍະທີ່ອາກາດຮ້ອນອົບເອົ້າຄືແນວນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ແລະ ຜູ້ຊົມໃຊ້ໄຟຟ້າ ໃນຂອບເຂດທົ່ວປະເທດ ຈົ່ງມີສະຕິໃນການຊົມໃຊ້ໄຟ ລວມເຖິງເລື່ອງຄວາມປອດໄພ ກໍຕ້ອງມາກ່ອນ ຖ້າເກີດອັກຄີໄພຂຶ້ນ ມາຈະເຮັດໃຫ້ສູນເສຍຫລາຍ. ສະນັ້ນ, ການຊົມໃຊ້ໄຟຟ້າ ກໍໃຫ້ມັນຖືກຕາມເຕັກນິກ, ການຕໍ່ສາຍໄຟພາຍໃນເຮືອນ ກໍໃຫ້ໃຊ້ຊ່າງໄຟ ທີ່ໄດ້ມາດຕະຖານ ແລະ ອຸປະກອນກໍໃຫ້ໄດ້ ມາດຕະຖານ ແລະ ຂໍແນະນຳຕື່ມວ່າ ແອເຢັນເປັນເຄື່ອງໄຟຟ້າ ທີ່ກິນໄຟຫລາຍກວ່າໝູ່ໃນເຮືອນ, ແອເຢັນ 1 ໜ່ວຍ ຂະໜາດ 18.000 BTU ເທົ່າກັບພັດລົມປະມານ 30 ໜ່ວຍ. ສະນັ້ນ, ທາງລັດວິສະຫະກິດໄຟ ຟ້າລາວ ກໍໄດ້ມີວິທີການໃຊ້ເຄື່ອງ ດັ່ງກ່າວແບບປະຢັດ ທີ່ເປັນຄຣິບວີດີໂອ ທີ່ອະທິບາຍເຖິງວິທີການຊົມໃຊ້ ແອເຢັນໃຫ້ມີປະສິດທິພາບ ເພື່ອຈະໄດ້ຫລຸດຜ່ອນການຈ່າຍເງິນ ຫລື ໃຊ້ພະລັງງານ ໜ້ອຍລົງ ແລະ ທ່ານໃດມີຄວາມສົນໃຈກ່ຽວກັບຄ່າໄຟຟ້າ ສາມາດສອບຖາມໄດ້ທີ່ສາຍດ່ວນ 1199 ຕະຫລອດ 24 ຊົ່ວໂມງ.

EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ

ຍສໝ - ໃນວັນທີ 6 ທັນວາ 2020 ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການລະຫວ່າງ ລັດຖະບານສອງປະເທດຫວຽດນາມ - ລາວ, ໂດຍພາຍໃຕ້ການເປັນສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທອງລຸນ ສີສຸລິດ, ທ່ານ ເຈີນດີງເຍີນ - ...

ເຂື່ອນໄຟຟ້ານໍ້າກົງ 3 ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ ເຂື່ອນໄຟຟ້ານໍ້າກົງ 3 ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ

ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ​ນີ້, ເຊິ່ງກະ​ແສ​ໄຟຟ້າ ທີ່ຜະລິດໄດ້ທັງ​ໝົດ 54 MW (3x18 MW), ຈະສົ່ງ​ຂາຍໃຫ້ ປະ​ເທດຫວຽດນາມ.

ເຂື່ອນໄຟຟ້ານໍ້າກົງ 3 ຈະ​ເປີດຜະລິດໄຟຟ້າຈໍາໜ່າຍ ​ກາງປີ 2021 ເຂື່ອນໄຟຟ້ານໍ້າກົງ 3 ຈະ​ເປີດຜະລິດໄຟຟ້າຈໍາໜ່າຍ ​ກາງປີ 2021

​ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ຕັ້ງຢູ່ສາຍນໍ້າກົງ ເຂດບ້ານວັງແຄນ, ເມືອງພູວົງ, ແຂວງອັດຕະປື ມາ​ຮອດ​ປັດຈຸບັນ ການ​ກໍ່ສ້າງ ໜ້າ​ວຽກ​ໂດຍ​ລວມສໍາເລັດ ແລ້ວ 87,3% ຂອງໜ້າວຽກທັງໝົດ ພາຍຫລັງເລີ່ມລົງມື ກໍ່ສ້າງມາແຕ່ທ້າຍ ປີ 2017 ໂດຍແມ່ນ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ເປັນຜູ້ພັດທະນາ ໂຄງການດັ່ງກ່າວ ແລະ ໄດ້ຈ້າງຊ່ຽວຊານ ແລະ ວິຊາການຈາກບໍລິສັດ Poyry ມາເປັນທີ່ປຶກສາໃນການກໍ່ສ້າງ, ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ ...

kpl.gov.la

ເຫດການ
302 Found

Found

The document has moved here.