ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

09:46 | 04/06/2021

ຍ​ສໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ​ນາງ ຫງວຽນ​ທິ​ທູ​ຢາງ - ປະ​ທານ​ກຳ​ມະ​ບານສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ພະ​ນັກ​ງານ, ລັດ​ຖະ​ບານ, ຜູ້​ອອກ​ແຮງ​ງານຂອງສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນກອງ​ທຶນ​ ໂຄວິດ - 19, ພ້ອມ​ກັບ​ປະ​ຊາ​ຊົນ​ແບບ​ຫາບ​ໜ້າ​ທີ່​ເພື່ອ​ປະ​ເທດ​ຊາດ.

ທ່ານ​ນາງ ຫງຽນ​ເຟືອງ​ງາ ປະ​ທານ​  VUFO ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikorndej Balankura ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ ທ່ານ​ນາງ ຫງຽນ​ເຟືອງ​ງາ ປະ​ທານ​ VUFO ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikorndej Balankura ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ
ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່” ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່”
ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19
ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະທານສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ເງິນ​ໃຫ້​ແກ່ກອງ​ທຶນ

ຕອນ​ເຊົ້າ​ວັນ​ທີ 2 ມິ​ຖຸ​ນາ ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ກຳ​ມະ​ບານ ສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ປຸກ​ລະ​ດົມ​ການ​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້ ກອງ​ທຶນ ​ວັກ​ຊິນ​ກັນ​ໂຄວິດ - 19. ພະ​ນັກ​ງານ, ລັດ​ຖະ​ກອນ, ຜູ້ອອ​ກ​ແຮງ​ງານ​ແຕ່​ລະ​ຄົນ​ໃນ​ອົງ​ການ​ປະ​ຈຳ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ບໍ​ລິ​ຈາກ​ຢ່າງ​ໜ້ອຍ​ແມ່ນເງິນ​ເດືອນ 01 ມື້ໃຫ້​ແກ່ກອງ​ທຶນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ​ນາງ ຫງວຽນ​ທິ​ທູ​ຢາງ - ປະ​ທານ​ກຳ​ມະ​ບານສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ພະ​ນັກ​ງານ, ລັດ​ຖະ​ບານ, ຜູ້​ອອກ​ແຮງ​ງານຂອງສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນກອງ​ທຶນ​ ໂຄວິດ - 19, ພ້ອມ​ກັບ​ປະ​ຊາ​ຊົນ​ແບບ​ຫາບ​ໜ້າ​ທີ່​ເພື່ອ​ປະ​ເທດ​ຊາດ.

ເນື່ອງ​ໃນ​ໂອ​ກາດນີ້, ສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມໄດ້​ຮຽກ​ຮ້ອງ ແລະ ຫວັງວ່າ ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ບັນ​ດາ​ອົງ​ການ​ສະ​ມາ​ຊິກ ສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ, ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື​ສາ​ກົນໃນ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ ຫວຽດ​ນາມ ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19.

ທີ່​ພິ​ທີ​ປຸກ​ລະ​ດົມ, ສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ບາງ​ສະ​ມາ​ຊິກ​ຂັ້ນ​ສູນ​ກາງ ໄດ້​ບໍ​ລິ​ຈາກ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 100 ລ້ານ​ດົ່ງ. ບັ້ນ​ປຸກ​ລະ​ດົມ​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ຂອງສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 2 – 6 ມິ​ຖຸ​ນາ 2021.

ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບການສ້າງ​ຕັ້ງ​ຕາມ​ຂໍ້​ຕົກ​ລົງ ເລກ​ທີ 779/QD-TTg ລົງວັນ​ທີ 26 ພຶດ​ສະ​ພາ 2021 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເພື່ອຮັບເອົາ, ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງ​ເງິນ​ອຸ​ປະ​ຖຳ, ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ແລະ ບັນ​ດາ​ແຫຼ່ງ​ທຶນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຕ່າງ​ໆ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ນຳ​ເຂົ້າ, ຄົ້ນ​ຄ້​ວາ, ຜະ​ລິດ​ວັກ​ຊິນ ແລະ ນ້ຳ​ໃຊ້​ວັກ​ຊິນ​ກັນ​ໂຄວິດ - 19.

ໂດຍ​ໄດ້​ຮູ້​ວ່າ, ນັບ​ແຕ່​ເວ​ລາ 16 ໂມງ​ຂອງວັນ​ທີ 1 ມິ​ຖຸ​ນາ, ກອງ​ທຶນ​ວັນ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 28 ຕື້​ດົ່ງ​ ຈາກການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ​.

ຕາມ​ແຜນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານແລ້ວ, ປະ​ຊາ​ຊົນ​ທຸກ​ຄົນທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ (ປະ​ມານ 75 ລ້ານ​ຄົນ) ຈະ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ, ດ້ວຍ​ຄ່າ​ຊື້​ວັກ​ຊິນ​ກັນ​ໂຄວິດ - 19 ປະ​ມານ 25.200 ຕື້ ດົ່ງ (ກ່​ວາ 1 ຕື້ USD).

ທ່ານ​ນາງ ຫງຽນ​ເຟືອງ​ງາ ປະ​ທານ​  VUFO ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikorndej Balankura ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ ທ່ານ​ນາງ ຫງຽນ​ເຟືອງ​ງາ ປະ​ທານ​ VUFO ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikorndej Balankura ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ

ຍ​ສ​ໝ - ​ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ​ VUFO ໄດ້​ຂ່ຳ​ນັບ​ຊົມ​ເຊີຍ​ ​ທ່ານ Nikorndej Balankura ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ລາ​ຊະ​ອາ​ນາ​ຈັກ ໄທ ປະ​ຈຳ ຫວຽດ​ນາມ ທີ່​ໄດ້​​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃໝ່ ຢູ່ ຫວຽດ​ນາມ, ທ່ານ​ນາງ​ກໍ່​ອວຍ​ພອນ​ໃຫ້ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ​ປ​ະ​ສົບ​​ຜົນ​ສຳ​ເລັດ​ໃນອາ​ຍຸ​ການຂອງຕົນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ເຮັດ​ໃຫ້​ການ​ພົວ​ພັນ ...

ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່” ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່”

ຍສໝ - ນີ້ແມ່ນໂຄງການໜຶ່ງ ທີ່ປະກອບສ່ວນດຶງດູດຄວາມສົນໃຈຂອງປະຊາຊົນ ຕໍ່ບັນດາບັນຫາແມ່ຍິງ ແລະ ຊົມເຊີຍບັນດາຂະແໜງການທີ່ມີຫົວຄິດປະດິດສ້າງ.

ເປີດ​ສະຫຼອງ​ສະ​ຫະ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາບ​ຟຼິກ​ກາ ເປີດ​ສະຫຼອງ​ສະ​ຫະ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາບ​ຟຼິກ​ກາ

ຍ​ສ​ໝ - ເຫດ​ການ​ຈັດ​ຕັ້ງ​ເຫດ​ການ​ທາງ​ອອນ​ລາຍ, ດ້ວຍ​ການເຂົ້າ​ຮ່ວມ​ຂອງ​ທ່ານ​ນາງ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ຫງວຽ​ນ​ເຟືອງ​ງາ, ທ່ານ Olusegun Obasanjo ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ປະ​ເທດ​ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ນີ​ເຊ​ຣີ, ທ່ານ Chekou Oussouman ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ​ສາ​ກົນ​ພາ​ສາ​ຝ​ລັ່ງ ປະ​ຈຳ ຫວຽດ​ນາມ, ພ້ອມ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫຼາຍ​ປະ​ເທດ ຢູ່ ອາບ​ຟຼິກ​ກາ ...

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.