ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍ ໄປຍັງທ່ານປະທານາທິບໍດີອາເມລິກາ Joe Biden

21:39 | 31/05/2021

ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍຄຳໝັ້ນສັນຍາຂອງສະຫະລັດອາເມລິກາ ໃນການປະກອບສ່ວນເພີ່ມເຕີມຢາວັກແຊງປ້ອງກັນພະຍາດ ໂຄວິດ - 19 ຈຳນວນ 80 ລ້ານປະລິມານ ໃຫ້ແກ່ປະຊາຄົມໂລກ ໃນສະຖານະການການຜັນແປທີ່ສັບສົນຂອງການລະບາດຂອງພະຍາດ ໂຄວິດ - 19.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດາເຜົ່າສ່ວນໜ້ອຍ ແຂວງບັກຢາງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດາເຜົ່າສ່ວນໜ້ອຍ ແຂວງບັກຢາງ
ຫວຽດນາມ ອວຍພອນຊົມເຊີຍທ່ານ Joe Biden ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີສະຫະລັດອາເມລິກາ ຫວຽດນາມ ອວຍພອນຊົມເຊີຍທ່ານ Joe Biden ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີສະຫະລັດອາເມລິກາ

ໃນວັນທີ 30 ພຶດສະພາປີ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍໄປຍັງທ່ານປະທານາທິບໍດີ ອາເມລິກາ Joe Biden ເພື່ອປຶກສາຫາລືກ່ຽວກັບການພົວພັນລະຫວ່າງສອງປະເທດ, ພິເສດແມ່ນການເພີ່ມທະວີການຮ່ວມມື ເພື່ອຮັບມືກັບການລະບາດຂອງພະຍາດ ໂຄວິດ - 19.

ໃນຈົດໝາຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍສະຫະລັດອາເມລິກາ ທີ່ໄດ້ເປັນຜູ້ປະກອບສ່ວນສຳຄັນ ໃນຄຳໝັ້ນສັນຍາວ່າຈະໃຫ້ເງິນ 4 ຕື້ໂດລາ ສຳລັບໂຄງການລິເລີ່ມການເຂົ້າເຖິງຢາວັກແຊງປ້ອງກັນພະຍາດທົ່ວໂລກ (COVAX) ແລະ ແຈ້ງໃຫ້ປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ຫວຽດນາມໄດ້ຮັບວັກຊີນຈຳນວນ 2 ຄັ້ງ ລວມມີ ປະມານ 2,5 ລ້ານປະລິມານ. ທ່ານ ຫງວຽນຊວນຟຸກ ກ່າວວ່າ, ວັກແຊງ COVAX ແມ່ນການສະໜັບສະໜູນທີ່ລ້ຳຄ່າທີ່ໄດ້ຊ່ວຍໃຫ້ຫວຽດນາມ ແລະ ບັນດາປະເທດກຳລັງພັດທະນາຈຳນວນຫຼາຍ ສາມາດແກ້ໄຂກັບໂລກລະບາດ ໂຄວິດ - 19 ໃນເມື່ອການສະໜອງວັກຊີນສາກົນຍັງຂາດເຂີນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍ ໄປຍັງທ່ານປະທານາທິບໍດີອາເມລິກາ Joe Biden
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ. (ພາບ: TTXVN)

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ກໍ່ຊົມເຊີຍຄຳໝັ້ນສັນຍາຂອງສະຫະລັດອາເມລິກາ ໃນການປະກອບສ່ວນເພີ່ມເຕີມຢາວັກແຊງປ້ອງກັນພະຍາດ ໂຄວິດ - 19 ຈຳນວນ 80 ລ້ານປະລິມານ ໃຫ້ແກ່ປະຊາຄົມໂລກ ໃນສະຖານະການການຜັນແປທີ່ສັບສົນຂອງການລະບາດຂອງພະຍາດໂຄວິດ - 19.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫວັງວ່າອາເມລິກາຈະສືບຕໍ່ສະໜັບສະໜູນຫວຽດນາມ ແລະ ປະເທດອື່ນໆ ໃນການສະໜອງວັກຊີນ; ພ້ອມດຽວກັນນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຍັງໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນການຄົ້ນຄວ້າ, ຜະລິດ ແລະ ຖ່າຍທອດເຕັກໂນໂລຢີການສັກຢາວັກຊີນປ້ອງກັນພະຍາດ ໂຄວິດ - 19.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ແລະ ເຊື່ອໝັ້ນວ່າ, ບົນຈິດໃຈການພົວພັນຮ່ວມມືທີ່ເປັນມູນເຊື້ອ, ສອງຝ່າຍຈະສືບຕໍ່ຊຸກຍູ້ການພົວພັນສອງຝ່າຍໃຫ້ເລິກເຊິ່ງກວ່າ, ມີຄຸນນະພາບ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ການພົວພັນຫວຽດນາມ - ອາເມລິກາ ພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ ການພົວພັນຫວຽດນາມ - ອາເມລິກາ ພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ

ຍສໝ - ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Blinken ໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ສະແດງຄວາມປາດຖະໜາ ຢາກຮ່ວມມືກັບທ່ານ Blinken ເພື່ອຊຸກຍູ້ການພົວພັນຫວຽດນາມ - ອາເມລິກາ ໃຫ້ເລິກເຊິ່ງຕື່ມອີກ.

ລັດຖະບານສະຫະລັດອາເມລິກາ ມອບຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ໃຫ້ກະຊວງສາທາລະນະສຸກ ລັດຖະບານສະຫະລັດອາເມລິກາ ມອບຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ໃຫ້ກະຊວງສາທາລະນະສຸກ

ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ 1.870.000.000 ກີບ ມາມອບໃຫ້ກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວໃນວັນທີ 25 ພຶດສະພາ 2021 ຕາງໜ້າມອບໂດຍ, ທ່ານ ປີເຕີ ເຮມ໋ອນ ເອກອັກ ຄະລັດຖະທູດ ສະຫະ ລັດອາເມລິກາ ປະຈຳລາວ ແລະ ...

ຄວາມຍຸຕິທຳສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ ຄວາມຍຸຕິທຳສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ

ຍສໝ - ນາງ ເຈີນໂຕຫງ່າ, ອາຍຸ 79 ປີ, ຖືສັນຊາດຝະລັ່ງ - ຫວຽດນາມ ເຊິ່ງເປັນຜູ້ປະສົບກັບພະຍາດຫຼາຍຢ່າງ ຍ້ອນຮັບຜົນສະທ້ອນຈາກທາດພິດສີສົ້ມ-ດີໂອຊີນ. ໃນທົດສະວັດທີ່ຜ່ານມາ, ຜ່ານຜ່າຄວາມເຈັບປວດຂອງຊະຕາກຳ, ຄວາມຫຍຸ້ງຍາກໃນຊີວິດ ແລະ ອຸປະສັກນັບຫຼາຍຢ່າງຈາກຫລາຍໆຝ່າຍ, ນາງເຈີນໂຕຫງ່າ ໄດ້ຮຽກຮ້ອງຢ່າງຍຸຕິທຳສຳລັບບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊິນ ຈຳນວນຫລາຍພັນຄົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.