ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ

16:00 | 30/05/2021

ຫວ່າງແລ້ວນີ້, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກ ກັບ ສະຫາຍ ລີ້ ຈ້ານຊູ ກຳມະການຄະນະປະຈຳ ກົມການເມືອງສູນກາງພັກ ກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປຈີນ.

ຄະນະສະເພາະກິດລະຫວ່າງກະຊວງສໍາຫຼວດຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ເຮັດວຽກກັບແຂວງດຽນບຽນ ຄະນະສະເພາະກິດລະຫວ່າງກະຊວງສໍາຫຼວດຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ເຮັດວຽກກັບແຂວງດຽນບຽນ
ສປປ ລາວ ແລະ ສປ ຈີນ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ

ໃນການພົບປະທາງໄກຄັ້ງນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນ ຂອງແຕ່ລະປະເທດ, ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈີນ-ລາວ, ເຊິ່ງປີນີ້ ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງ ສາຍພົວພັນ ການທູດ ເຊິ່ງສອງຝ່າຍໄດ້ກໍານົດເປັນປີມິດຕະພາບ ລາວ-ຈີນ, ຈີນ-ລາວ ແລະ ໄດ້ມີການເຄື່ອນໄຫວສະເຫລີມ ສະຫລອງວັນ ຄົບຮອບດັ່ງກ່າວ ຢ່າງມີຄວາມໜາຍ, ການນໍາຂັ້ນສູງຂອງສອງພັກ, ລັດ ໄດ້ມີການແລກປ່ຽນລົມສາຍທາງໄກນໍາກັນ ເພື່ອປຶກສາ ກ່ຽວກັບການຮ່ວມມືດ້ານຕ່າງໆ ເພື່ອປະຕິບັດຕາມເນື້ອໃນຈິດໃຈ ຂອງຂໍ້ຕົກລົງຂອງການນໍາສູງສຸດ ຂອງສອງພັກວ່າດ້ວຍ ແຜນແມ່ບົດກ່ຽວກັບ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ປະກົດຜົນເປັນຈິງ, ໂດຍສະເພາະແມ່ນ ບັນດາໂຄງການໃຫຍ່ໆ ທີ່ພວມຈັດຕັ້ງປະຕິບັດ ດ້ວຍຄວາມຄືບໜ້າ ເປັນຢ່າງດີ ເຊັ່ນ: ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ ແລະ ບັນດາໂຄງການທີ່ແນໃສ່ ປະຕິບັດ ຍຸດທະສາດ ການຫັນປະເທດ ສປປ ລາວ ເປັນປະເທດເຊື່ອມໂຍງ ກັບ ຍຸດທະສາດໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ.

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ
ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. (ພາບ: KPL)

​ໃນການພົບປະຄັ້ງນີ້, ປະທານສະພາແຫ່ງຊາດລາວ ໄດ້ແຈ້ງສະພາບການໃນການຕ້ານ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນປັດຈຸບັນ ແລະ ໄດ້ສະ ແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການ ຊ່ວຍເຫລືອ ດ້ານການແພດ, ຢາ ແລະ ອຸປະກອນ ເພື່ອຮັບມືກັບພະຍາດດັ່ງກ່າວ, ພິເສດ ໄດ້ຕີລາຄາສູງຕໍ່ການ ທີ່ ສະຫາຍ ລີ ຈ້ານຊູ ໄດ້ຕາງໜ້າ, ພັກ, ລັດຖະບານຈີນ ປະກາດໃຫ້ການຊ່ວຍເຫລືອຢາວັກແຊງ ຈໍານວນ 500.000 ໂດສ ອີກ ໃຫ້ແກ່ ສປປ ລາວ ເພື່ອຮັບມືກັບ ພະຍາດໂຄວິດ-19 ໃນປັດຈຸບັນ. ສະຫາຍ ປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງສາຍພົວພັນ ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ ໃນໄລຍະທີ່ຜ່ານມາ ແລະ ໄດ້ປຶກສາຫາລື ກ່ຽວກັບທິດທາງຮ່ວມມືໃນ ຕໍ່ໜ້າໂດຍຈະສືບຕໍ່ປະຕິບັດ ຕາມຂໍ້ຕົກລົງ ຂອງການນໍາຂັ້ນສູງ ຂອງສອງພັກ, ກໍ່ຄືການຕົກລົງ ລະຫວ່າງ ການນໍາຂອງສະພາແຫ່ງຊາດລາວ ແລະ ສະ ພາຜູ້ແທນປະຊາຊົນ ທົ່ວປະເທດຈີນ ໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລື ກ່ຽວກັບຮູບການ, ວິທີການ ໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງອົງການນິຕິບັນຍັດ, ເຊິ່ງເປັນການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ. ສະຫາຍຍັງໄດ້ສົ່ງຄຳອວຍພອນ ໄປຍັງພັກກອມມູນິດຈີນ ເນື່ອງໃນໂອກາດ ຄົບຮອບ 100 ປີ ຂອງພັກ.

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ
(ພາບ: KPL)

​ສະຫາຍປະທານສະພາ ຜູ້ແທນປະຊາຊົນທົ່ວປະເທດຈີນ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນສະຫາຍປະທານ ສະພາແຫ່ງ ຊາດລາວ ທີ່ໄດ້ຮັບການເລືອກຕັ້ງເປັນ ປະທານສະພາແຫ່ງຊາດ ຊຸດທີ 9, ຊົມເຊີຍບັນດາຜົນສຳເລັດ ອັນຮອບດ້ານຂອງ ສປປ ລາວ ໃນການ ພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະຜ່ານມາກໍຄືປັດຈຸບັນ, ທັງໄດ້ຕີລາຄາສູງຕໍ່ສາຍພົວພັນ ສອງຝ່າຍໃນດ້ານຕ່າງໆ ແລະ ເຫັນດີຈະຮ່ວມ ກັບຝ່າຍລາວ ເພື່ອເສີມຂະຫຍາຍ ສາຍພົວພັນຮ່ວມມື ລະຫວ່າງອົງການນິຕິບັນຍັດ ຂອງສອງປະເທດ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ສະຫາຍຍັງໄດ້ແຈ້ງ ບາງຂໍ້ມູນທີ່ສຳຄັນ ກ່ຽວກັບພັກກອມມູນິດຈີນ ເນື່ອງໃນໂອກາດຄົບຮອບ 100 ປີ ຂອງພັກກອມມູນິດຈີນ ໃນເດືອນກໍລະກົດ ທີ່ຈະມາເຖິງ.

ບໍ່ຢຸດການຟ້ອງຮ້ອງຈົນກວ່າບໍລິສັດທີ່ຜະລິດສານພິດສີສົ້ມຕ້ອງໄດ້ຮັບຜິດຊອບຕໍ່ຄວາມຜິດຂອງພວກເຂົາ ບໍ່ຢຸດການຟ້ອງຮ້ອງຈົນກວ່າບໍລິສັດທີ່ຜະລິດສານພິດສີສົ້ມຕ້ອງໄດ້ຮັບຜິດຊອບຕໍ່ຄວາມຜິດຂອງພວກເຂົາ

ຍສໝ - ພາຍຫຼັງເລື່ອງສານປະເທດຝຣັ່ງໄດ້ປະຕິເສດຄຳຟ້ອງຮ້ອງຂອງທ່ານນາງ ເຈີນໂຕຫງ່າ ໃນການຮຽກຮ້ອງຄວາມຍຸຕິທຳໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຫວຽດນາມ, ທ່ານ Chuck Searcy - ປະທານສາຂາສາຂາສະມາຄົມ 106, ສະມາຄົມນັກຮົບເກົ່າເພື່ອສັນຕິພາບ (ອາເມລິກາ); ຜູ້ທີ່ປຶກສາສາກົນສຳລັບໂຄງການ RENEW; ຕົວແທນອົງການບໍ່ສັງກັດລັດຖະບານກ່ຽວກັບສານພິດສີສົ້ມ ໄດ້ກ່າວວ່າ ຄະດີຟ້ອງຮ້ອງຕ້ອງການໄດ້ສືບຕໍ່ນຳຕົວຕໍ່ສານດ້ວຍທຸກຂັ້ນ ແລະ ຢ່າຢຸດການຟ້ອງຮ້ອງຈົນກວ່າບໍລິສັດເຄມີ ແລະ ລັດຖະບານຕ້ອງຮັບຜິດຊອບຕໍ່ການກະທຳທີ່ຜິດຂອງພວກເຂົາ.

ອາເມລິກາ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ ອາເມລິກາ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ

ຍສໝ - ປັດຈຸບັນ, ອາເມລິກາ, ຈີນ ແລະ ສ.ເກົາຫຼ ີສືບຕໍ່ແມ່ນ 4 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ສິນໃນນ້ຳ ຫວຽດນາມ ໃນຊຸມເດືອນຜ່ານມາ, ກວມເອົາກ່ວາ 57% ຍອດມູນຄ່າສົ່ງອອກສິນໃນນ້ຳ.

ຫວຽດນາມ - ຈີນ ສິ້ນສຸດການລາດຕະເວນຮ່ວມ ຢູ່ເຂດທະເລຕິດກັບຂີດແບ່ງເສັ້ນທະເລອ່າວພາກເໜືອ ຫວຽດນາມ - ຈີນ ສິ້ນສຸດການລາດຕະເວນຮ່ວມ ຢູ່ເຂດທະເລຕິດກັບຂີດແບ່ງເສັ້ນທະເລອ່າວພາກເໜືອ

ແຕ່ລະຫວ່າງວັນທີ 26 – 28 ເມສາ, ຢູ່ເຂດທະເລຕິດກັບຂີດແບ່ງເສັ້ນທະເລອ່າວພ່ກເໜືອ ໄດ້ດຳເນີນການລາດຕະເວນຮ່ວມ ລະຫວ່າງ ຕຳຫຼວດທະເລ ຫວຽດນາມ ແລະ ຕຳຫຼວດທະເລ ຈີນ ຄັ້ງທີ 1 ປີ 2021.

kpl.gov.la

302 Found

Found

The document has moved here.