ມູນນິທິຮ່ວມໃຈ ມອບເຄື່ອງປ້ອງກັນ ໂຄວິດ-19 ໃຫ້ກະຊວງ ຖວທ

16:03 | 30/05/2021

ໃນ​ວັນ​ທີ 28 ພຶດສະພາ 2021 ມູນ​ນິທິ​ຮ່ວມ​ໃຈ ໄດ້​ນຳ​ເອົາ​ຜ້າ​ອັດ​ປາກ, ດັງ, ​ເຈວລ້າງ​ມື, ສະ​ເປ​ຂ້າ​ເຊື້ອ, ​ເຫລົ້າ 90 ລວມມູນ​ຄ່າ 22 ລ້ານ​ກວ່າກີບ, ມາ​ມອບ​ໃຫ້​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຕ້ານ ​ແລະ ສະກັດ​ກັ້ນ​ພະຍາດ​ໂຄ​ວິດ-19.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມອບ​ເຄື່ອງ​ອຸ​ປ​ະ​ກອນ​ການ​ແພດ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ລາວ ແລະ ກຳ​ປູ​ເຈຍ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມອບ​ເຄື່ອງ​ອຸ​ປ​ະ​ກອນ​ການ​ແພດ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ລາວ ແລະ ກຳ​ປູ​ເຈຍ
ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ

ຕາງໜ້າ​ໃຫ້​ມູນ​ນິທິ ມອບ​ໂດຍ​ ທ່ານນາງ ດາລາ​ນີ ພົມມະ​ວົງສາ ຫົວໜ້າກົມ​ຄຸ້ມຄອງ​ການ​ທ່ອງ​ທ່ຽວ ​ແລະ ຮັບ​ໂດຍ​ ທ່າ​ນ ສະຫວັນ​ຄອນ ລາ​ຊະ​ມຸນຕີ ຮອງລັດຖະມົນຕີ​ ກະຊວງ ຖວທ ​ໂດຍ​ມີ​ພາກສ່ວນ​ກ່ຽວ​ຂ້ອງ​ ຂອງ​ທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ມູນນິທິຮ່ວມໃຈ ມອບເຄື່ອງປ້ອງກັນ ໂຄວິດ-19 ໃຫ້ກະຊວງ ຖວທ
ມູນນິທິຮ່ວມໃຈ ມອບເຄື່ອງປ້ອງກັນ ໂຄວິດ-19 ໃຫ້ກະຊວງ ຖວທ. (ພາບ: KPL)

ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້, ປະກອບ​ມີຜ້າ​ປິດ​ປາກ-ດັງ 30 ອັນ, ​​ເຈ​ວລ້າງ​ມື 100 ຂວດ, ສະ​ເປ​ຂ້າ​ເຊື້​ອ 100 ຂວດ, ​ເຫລົ້າ 90 ຈຳນວນ 100 ລິດ, ລວມມູນ​ຄ່າທັງໝົດ 22.600.000 ກີບ. ທ່າ​ນ ສະຫວັນ​ຄອນ ລາ​ຊ​ະມຸນຕີ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ມູນ​ນິທິ​ຮ່ວມ​ໃຈ ທີ່​ເຫັນ​ໄດ້​ຄວາມ​ສຳຄັນ ນຳ​ເອົາ​​ເຄື່ອງ​ຊ່ວຍ​ເຫລືອ​ ຕ້ານ​ໂຄ​ວິດ-19 ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ຢືນຢັນຈະ​ນຳ​ເອົາ​​ເຄື່ອງຊ່ວຍ​ເຫ​ລື​ອດັ່ງກ່າວ ​ໄປ​ນຳ​ໃຊ້​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ເພື່ອ​ຕ້ານ ​ແລະ ສະກັດ​ກັ້ນ ການ​ແຜ່ລະບາດ​ ຂອງ​ພະຍາດ​ໂຄ​ວິດ-19 ຢູ່ ສປປ ລາວ ​ໃຫ້​ຫລຸດ​ລົງ ​ແລະ ກັບ​ຄືນ​ສູ່​ສະພາບ​ປົກກະ ຕິ​ໂດຍ​ໄວ. ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ນຳ​ໃຊ້​ຢູ່ກະຊວງຖະ​ແຫລ​ງຂ່າວ, ວັດທະ​ນະ​ທຳ ​ແລະ ທ່ອງ​ທ່ຽວ ​ແນ​ໃສ່​ເຮັດ​ໃຫ້​ພະນັກງານ​ ພາຍ​ໃນ​ກະຊວງ ປາສະ​ຈາກ ​ແລະ ປອດ​ຈາກ​ພະຍາດ​ ໂຄ​ວິດ-19.

ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາ​ມ: ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດ​ນາມ ໃນ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ບໍ່​ມີ​ຫຍັງ​ປຽບ​ທຽບ​ໄດ້ ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາ​ມ: ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດ​ນາມ ໃນ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ບໍ່​ມີ​ຫຍັງ​ປຽບ​ທຽບ​ໄດ້

ຍ​ສ​ໝ - ທີ່ພິທີມອບຮັບ, ທ່ານເຈີ່ນວັນຕຸຍ, ອະດີດກຳມະການສູນກາງພັກ, ອະດີດສະມາຊິກສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໃຫ້ຮູ້ວ່າ, ທ່ານຍາມໃດກໍ່ເອົາໃຈໃສ່ ແລະຕິດຕາມການຜັນ​ແປຂອງໂລກ​ລະ​ບາດ ໂຄວິດ - 19 ຢູ່ຫວຽດນາມ ແລະ ປະເທດລາວໃນໄລ​ຍະ​ທີ່​ຜ່ານ​ມາ.

ກ໋​ວາງ​ບິ່ງ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ (ລາວ) ກ໋​ວາງ​ບິ່ງ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ (ລາວ)

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຂອງ​ຂວັນ, ໂດຍ​ຕາງ​ໜ້າ ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ກ໋​ວາງ​ບິ່ງ, ທ່ານ ຫວູດ໊າຍ​ທັ໊ງ, ເລ​ຂາ​ອົງ​ຄະ​ນະ​ພັກ​ໄດ້​ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ ຫວຽດ​ນາມ ແລະ ລາ​ວ ເຖິງວ່າ ມີ​ຜົນ​ງານຫຼາ​ຍ່​ຢ່າງ​ໃນ​ວຽກ​ງານ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຕາມ ແຕ່​ໄລ​ຍະ​ຜ່ານ​ມາ​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ທີ່​ມາ​ຈາກ​ໂລກ​ລະ​ບາດ​ໂຄວິດ - ...

ຫ໋າຍ​ເຢືອງມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ໃຫ້​ແກ່​ປະ​ຊາ​ຊົນ​ລາວ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຫ໋າຍ​ເຢືອງມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ໃຫ້​ແກ່​ປະ​ຊາ​ຊົນ​ລາວ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຈຳ​ນວນ​ເງິນດ​ັ່ງ​ກ່າວ​ໄດ້​ຫັດ​ຈາກກອງ​ທຶນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແຂວງ​ຫ໋າຍ​ເຢືອງ, ສູນ​ກາງ​ສະ​ມາ​ຄິມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ຈະ​ຮັບ ແລະ ພ້ອມ​ກັບ​ແຫຼ່ງ​ງົບ​ປະ​ມານ​ໜູນ​ຊ່ວຍ​ຂອງ​ສະ​ມາ​ຄົມ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ຊື້​ອຸ​ປະ​ກອນ​ການ​ແພດ​ທີ່​ຈຳ​ເປັນ​ເຊິ່ງ​ລະ​ບົບ​ການ​ແພດ​ລາວ​ພວມ​ຂາ​ດ​ເຂີນ.

kpl.gov.la

ເຫດການ
302 Found

Found

The document has moved here.