ໃນວັນທີ່ 31 ພຶດສະພາ: ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີເທົ່ານັ້ນ

21:58 | 31/05/2021

ໃນວັນທີ 31 ພຶດສະພາ 2021, ທີ່ນະຄອນຫລວງວຽງຈັນ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະກອງເລຂາສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີເທົ່ານັ້ນ.

ນະໂຍບາຍຂອງໄຟຟ້າລາວ ໃນໄລຍະການລະບາດຂອງ ພະຍາດໂຄວິດ-19 ນະໂຍບາຍຂອງໄຟຟ້າລາວ ໃນໄລຍະການລະບາດຂອງ ພະຍາດໂຄວິດ-19
ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ

ທີ່ນະຄອນຫລວງວຽງຈັນ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະກອງເລຂາສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 30 ພຶດສະພາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 2.002 ຕົວຢ່າງ, ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 1 ກໍລະນີ ຈາກຈຳປາສັກ 1 ຄົນ ແມ່ນເປັນກໍລະນີນໍາເຂົ້າ, ເຊິ່ງເປັນ ແຮງງານ ທີ່ເຂົ້າມາຖືກກົດໝາຍ. ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 1.912 ຄົນ (ໃໝ່ 1), ເສຍຊິວິດສະສົມທັງໝົດ 03 ຄົນ, ປິ່ນປົວດີ 1.543 ຄົນ (ໃໝ່ 117 ຄົນ) ແລະ ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 366 ຄົນ.

ໃນວັນທີ່ 31 ພຶດສະພາ: ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີເທົ່ານັ້ນ
ໃນວັນທີ່ 31 ພຶດສະພາ: ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີເທົ່ານັ້ນ. (ພາບ: KPL)

ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ, ວັນທີ 30 ພຶດສະພາ 2021 ມີຜູ້ເດີນທາງ ທີ່ໄດ້ຮັບອະນຸຍາດ ຈາກຄະນະ ສະເພາະກິດ ຈຳນວນ 1.180 ຄົນ, ຜ່ານດ່ານລາວ-ໄທ 1.070 ຄົນ, ຜ່ານສະໜາມບິນສາກົນວັດໄຕ 110 ຄົນ; ວຽກງານການຈຳກັດບໍລິເວນ ປັດຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນຳໃຊ້ຢູ່ທັງໝົດ 48 ສູນ, ມີຜູ້ຈຳກັດບໍລິເວນ ທັງໝົດ 3.024 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ຕື່ມວ່າ: ເຖິງແມ່ນວ່າສະພາບ ການລະບາດໃນ ສປປ ລາວ ຈຳນວນຜູ້ຕິດເຊື້ອໃໝ່ ຈະມີທ່າອ່ຽງຫລຸດລົງກໍ່ຕາມ ແຕ່ກໍ່ຍັງສືບຕໍ່ມີລາຍງານທຸກມື້, ດັ່ງ ນັ້ນພວກເຮົາບໍ່ຄວນປະໝາດ ຫລື ປ່ອຍປະລະເລີຍ ໃນການປະຕິບັດ ມາດຕະການ ທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ. ບົດຮຽນທີ່ຜ່ານມາ ເຫັນໄດ້ວ່າ ມີການລະບາດ ເປັນຈຸ້ມໃນຄອບຄົວ, ໝູ່ຄູ່, ຄົນໃກ້ຊິດ, ບັນດາຫ້ອງການ ແລະ ສຳນັກງານອົງການ.

ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າກອງປະຊຸມ ບັນດາຜູ້ນໍາອາຊຽນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າກອງປະຊຸມ ບັນດາຜູ້ນໍາອາຊຽນ

ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງຖືກມອບໝາຍເປັນຜູ້ຕາງໜ້າພິເສດ ຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ, ຊຶ່ງໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 24 ເມສາ 2021, ທີ່ສໍານັກງານກອງເລຂາອາຊຽນ, ນະຄອນຫລວງ ...

ຂັ້ນຕອນການຂໍໃບຢັ້ງຢືນ ແລະ ການຂໍອະນຸຍາດນໍາທຶນ ເຂົ້າ-ອອກ ສປປ ລາວ ຂັ້ນຕອນການຂໍໃບຢັ້ງຢືນ ແລະ ການຂໍອະນຸຍາດນໍາທຶນ ເຂົ້າ-ອອກ ສປປ ລາວ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຂອງຕ່າງປະເທດ ທີ່ໄດ້ຮັບອະນຸຍາດລົງທຶນ ຢ່າງຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ ຕ້ອງນໍາທຶນເຂົ້າມາ ສປປ ລາວ ແລະ ຕ້ອງສະເໜີຂໍຢັ້ງຢືນການນໍາເຂົ້າທຶນຈາກຕ່າງປະເທດ ເພື່ອມາດໍາເນີນທຸລະກິດ ຢູ່ ສປປ ລາວ ນໍາທະນາຄານແຫ່ງ ສປປ ລາວ ເປັນປະຈໍາປີ ຈົນກວ່ານໍາເງິນທຶນເຂົ້າມາຄົບຖ້ວນຕາມທີ່ໄດ້ຮັບອະນຸຍາດລົງທຶນ.

ສານອວຍພອນປີໃໝ່ລາວ ພສ 2564 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ ສານອວຍພອນປີໃໝ່ລາວ ພສ 2564 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ

ໃນໂອກາດສົ່ງທ້າຍປີເກົ່າ “ ປີຊວດ” ແລະ ຕ້ອນຮັບປີໃໝ່ “ ປີສະຫລູ” ພ.ສ 2564, ຂ້າພະເຈົ້າ ຂໍຖືໂອກາດເອົາ ເລີກງາມຍາມດີ ວັນທີ່ເປັນ ມົງຄຸນນີ້, ສົ່ງຄໍາ ອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນ້ອງ ເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງ ປະເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ...

kpl.gov.la

ເຫດການ
302 Found

Found

The document has moved here.