ອົງການຈັດຕັ້ງສັງຄົມສະໜັບສະໜູນ ລັດຖະບານລາວ ຕອບໂຕ້ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢູ່ 10 ແຂວງ

06:00 | 01/06/2021

ຫວ່າງແລ້ວນີ້, 10 ອົງການຈັດຕັ້ງສັງຄົມ ໄດ້ເຊັນສັນຍາຮ່ວມມື ໃນການຕອບໂຕ້ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19 ໃນ 10 ແຂວງທົ່ວປະເທດລາວ ເຊິ່ງໂຄງການຂອງບັນດາ 10 ອົງການນີ້ ຈະສາມາດເຂົ້າເຖິງ ປະຊາຊົນຫລາຍກວ່າ 140.000 ຄົນ ຢູ່ 109 ບ້ານ ໃນ 19 ເມືອງເປົ້າໝາຍ. ໃນນັ້ນ ກວມເອົາ ການສະໜອງບ່ອນລ້າງມື 88 ແຫ່ງ ແລະ ການສະໜອງອຸປະກອນ ເພື່ອສະກັດກັ້ນໂຄວິດ-19 ໃຫ້ແກ່ໂຮງຮຽນ 63 ແຫ່ງ, ໂຮງໝໍນ້ອຍ 17 ແຫ່ງ ແລະ ຕະຫລາດອີກ 15 ແຫ່ງ.

ກ໋​ວາງ​ບິ່ງ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ (ລາວ) ກ໋​ວາງ​ບິ່ງ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ສອງ​ແຂວງ ສະ​ຫວັນ​ນະ​ເຂດ ແລະ ຈຳ​ປາ​ສັກ (ລາວ)
ເລີມ​ດົ່ງ ຮຽກ​ຮ້ອງໃຫ້​ນັກ​ທຸ​ລະ​ກິດ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມາລົງ​ທຶນ​ຢູ່​ແຂວງ ເລີມ​ດົ່ງ ຮຽກ​ຮ້ອງໃຫ້​ນັກ​ທຸ​ລະ​ກິດ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມາລົງ​ທຶນ​ຢູ່​ແຂວງ

ສັນຍາການຮ່ວມມື ຈະດຳເນີນເປັນເວລາ 12 ເດືອນ ແລະ ໄດ້ຮັບການລົງນາມ ໂດຍ ອົງການແພລນ ປະຈໍາ ສປປ ລາວ ເພື່ອຈັດຕັ້ງປະຕິບັດ ກິດຈະກໍາທີ່ເປັນສ່ວນໜຶ່ງ ຂອງໂຄງການການປະກອບສ່ວນຂອງ ອົງການຈັດຕັ້ງສັງຄົມ ເພື່ອປ້ອງກັນ ແລະ ຫລຸດຜ່ອນຄວາມສ່ຽງ ຈາກພະຍາດໂຄວິດ-19 ຫລື ເອີ້ນວ່າ ຊີແຊັກ (CiSAC) ໂດຍໄດ້ຮັບ ສະໜັບສະໜູນ ຈາກສະຫະພາບເອີຣົບ, ເຊິ່ງໂຄງການດັ່ງກ່າວຈະຊ່ວຍປັບປຸງຍຸດທະວິທີການໂຕ້ຕອບພະຍາດໂຄວິດ-19 ຂອງປະເທດຊາດໃນໄລຍະຍາວ ລວມເຖິງການລະບາດ ໂຄວິດ-19 ທົ່ວໂລກ. ການເຊັນສັນຍາຮ່ວມມືໃນຄັ້ງນີ້, ແຕ່ລະອົງການ ຈະໄດ້ຮັບທຶນສະໜັບສະໜູນ ມູນຄ່າ 250 ລ້ານກີບ, ລວມທັງໝົດເປັນມູນຄ່າ 2,5 ຕື້ກີບ ເພື່ອຮັບມືກັບ ພະຍາດໂຄວິດ-19 ຕະຫລອດໄລຍະໂຄງການ CiSAC ທີ່ຈະຈັດຕັ້ງປະຕິບັດໃນ 10 ແຂວງເປົ້າໝາຍແຕ່ນີ້ຈົນຮອດ ເດືອນສິງຫາ ປີ 2023.

ອົງການຈັດຕັ້ງສັງຄົມສະໜັບສະໜູນ ລັດຖະບານລາວ ຕອບໂຕ້ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢູ່ 10 ແຂວງ
ອົງການຈັດຕັ້ງສັງຄົມສະໜັບສະໜູນ ລັດຖະບານລາວ ຕອບໂຕ້ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢູ່ 10 ແຂວງ. (ພາບ: KPL)

ໂຄງການຕ່າງໆຂອງອົງຈັດຕັ້ງສັງຄົມ ຈະໄດ້ເພີ່ມທະວີການກຽມ ຄວາມພ້ອມຂອງຊຸມຊົນ ໃນການຕອບໂຕ້ກັບະຍາດ ໂຄວິດ-19 ພ້ອມດຽວກັນນີ້ ກໍຈະຊ່ວຍຫລຸດຜ່ອນຜົນກະທົບ ທາງລົບທີ່ມີຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຈາກການລະບາດທົ່ວໂລກ. ການຈັດຕັ້ງປະຕິບັດໂຄງການ ແມ່ນເປັນໄປໃນຮູບແບບ ການປະສານງານໂດຍຜ່ານ ເຄືອຂ່າຍອົງການ ຈັດຕັ້ງສັງຄົມ ແລະ ນໍາໂດຍອົງການແພລນສາກົນ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHIasCHias) ເຊິ່ງ 3 ອົງກອນນີ້ຈະເປັນໝາກຫົວໃຈຫລັກ ໃນການສະໜັບສະໜູນ 20 ສະມາຄົມ ເພື່ອຈັດຕັ້ງປະຕິບັດ ໂຄງການ ທຶນຂະໜາດນ້ອຍ ເພື່ອຊ່ວຍຫລຸດຜ່ອນຄວາມສ່ຽງຈາກພະຍາດໂຄວິດ ໃນ 10 ແຂວງ ລວມເຖິງການສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບພະຍາດໂຄວິດ-19, ປັບປຸງ ດ້ານສຸຂະອະານາໄມ ສ່ວນບຸກຄົນ ແລະ ວາງແຜນເພື່ອ ຕອບໂຕ້ຕອບກັບພະຍາດ, ພ້ອມທັງສົ່ງເສີມແຜນ ການສັກຢາປ້ອງກັນພະຍາດດັ່ງກ່າວ.

ໂຄງການນີ້ຈະເປັນປະໂຫຍດ ໃຫ້ແກ່ປະຊາຊົນລາວ ລວມທັງແຮງງານລາວ ທີ່ກັບມາຈາກຕ່າງປະເທດ ແລະ ຊຸມຊົນທີ່ອາໄສ ຢູ່ພື້ນທີ່ທີ່ມີຄວາມສ່ຽງໃນ 10 ແຂວງເຊັ່ນ: ແຂວງບໍ່ແກ້ວ, ຫລວງນ້ຳທາ, ໄຊຍະບູລີ, ຫລວງພະບາງ, ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຈໍາປາສັກ, ບໍລິຄໍາໄຊ ແລະ ແຂວງຄຳມ່ວນ, ເຊິ່ງການຈັດ ຕັ້ງປະຕິບັດ ແມ່ນຈະໄດ້ປະສານສົມທົບ ກັບອໍານາດການປົກຄອງທ້ອງຖິ່ນ ທີ່ຮັບຜິດຊອບວຽກງານຕອບໂຕ້ກັບພະຍາດໂຄວິດ-19 ໂດຍຜ່ານຄະນະ ສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ.

ໃນອາທິດທີ່ຜ່ານມານີ້, ທາງທີມງານໂຄງການ CiSAC ກໍໄດ້ສະໜອງອຸປະກອນ ແລະ ສະໜັບສະໜູນ ການດໍາເນີນງານ ໃຫ້ແກ່ກະຊວງສາທາລະນະສຸກ ໃນການຕອບໂຕ້ ພະຍາດໂຄວິດ-19 ດ້ວຍງົບປະມານ 88 ລ້ານກວ່າກີບ. ໃນນັ້ນປະກອບມີ: ຄອມພິວເຕີ, ເຄື່ອງພິມເອກະສານ ແລະ ຊຸດ PPE ເພື່ອສະໜັບສະໜູນ ການດໍາເນີນງານ ໃຫ້ແກ່ສະມາຊິກ ຂອງໜ່ວຍງານສະເພາະກິດ ໃນການຕິດຕາມ ແລະ ປະສານງານກ່ຽວກັບການລະບາດທີ່ມີໃນປະຈຸບັນ.

ອົງການຈັດຕັ້ງສັງຄົມສະໜັບສະໜູນ ລັດຖະບານລາວ ຕອບໂຕ້ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢູ່ 10 ແຂວງ
(ພາບ: KPL)

ທ່ານ ນາງ ວິມາລາ ເດດວົງສາ ຮອງຜູ້ອຳນວຍການຝ່າຍແຜນງານ ຂອງອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ກ່າວໃນພິທີເຊັນສັນຍາ ການຮ່ວມມືໃນຄັ້ງນີ້ວ່າ: ບັນດາອົງການ ຈັດຕັ້ງສັງຄົມ ໄດ້ດຳເນີນການຕອບໂຕ້ ແລະ ປ້ອງກັນພະຍາດໂຄວິດ-19 ມາແຕ່ປີ 2020. ການສະໜັບສະໜູນ ອົງການຈັກງຈັດຕັ້ງສັງຄົມ ໃນຄັ້ງນີ້, ຈະຊ່ວຍເພີ່ມທະວີ ຄວາມພະຍາຍາມ ແລະ ເຮັດໃຫ້ການດຳເນີນງານ ຂອງອົງການຈັດຕັ້ງສັງຄົມໃນ ສປປ ລາວ ຂະຫຍາຍໄປສູ່ 10 ແຂວງເປົ້າໝາຍ ໃນຂອບເຂດທົ່ວປະເທດ, ບັນດາໂຄງການດັ່ງກ່າວນີ້ ຈະຊ່ວຍໃຫ້ແມ່ຍິງ, ເດັກຍິງ ແລະ ຊຸມຊົນຂອງພວກເຂົາສາມາດປ້ອງກັນ ແລະ ຟື້ນຕົວຈາກພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິພາບ.”

ທ່ານ ນາງ ອີນາ ມາຊູລູນີດ (Ina Marčiulionytė) ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ກ່າວວ່າ: ພວກເຮົາຂໍຊົມເຊີຍ ຄວາມພະຍາຍາມ ທີ່ຈິງຈັງຂອງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ, ພາກສ່ວນທຸລະກິດ ແລະ ຄູ່ຮ່ວມງານອື່ນໆ ທີ່ໄດ້ຮ່ວມກັນສະກັດກັ້ນ ການລະບາດໃນຮອບໃໝ່ນີ້, ຂ້າພະເຈົ້າເຊື່ອໝັ້ນວ່າ ພວກທ່ານຈະສາມາດ ປະສົບຜົນສຳເລັດ ໃນການປະກອບສ່ວນ ເຂົ້າໃນການຮັບມືກັບ ພະຍາດໂຄວິດ-19 ໃນ ສປປ ລາວ ແລະ ສະແດງໃຫ້ເຫັນວ່າ ອົງການຈັດຕັ້ງສັງຄົມໃນ ສປປ ລາວ ໄດ້ມີບົດບາດສຳຄັນໃນການສະໜັັບສະໜູນອົງການຈັດຕັ້ງຂັ້ນທ້ອງຖິ່ນ ແລະ ຊຸມຊົນໃນການ ຕອບໂຕ້ຕອບກັບ ການລະບາດຂອງພະຍາດ ໂຄວິດ-19 ໃນຄັ້ງນີ້ ໄດ້ຢ່າງມີປະສິດທິພາບ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່​ງ​ເຫວ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ແຂວງ ເງະ​ອານ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່​ງ​ເຫວ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ແຂວງ ເງະ​ອານ

ຕອນເຊົ້າວັນທີ 11 ມາສາ, ຢູ່ແຂວງເງະອານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມພິທີຮັບຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍການຮັບຮອງໂຮງໝໍມິດຕະພາບຫຼາຍຂະແໜງ ເງະອານ ເປັນໂຮງໝໍຂັ້ນສຸດທ້າຍກ່ຽວກັບວິຊາສະເພາະເຕັກນິກການກວດ, ປິ່ນປົ່ວພະຍາດຢູ່ເຂດຕອນເໜືອພາກ ກາງ.

ລອງ​ອານມອບ​ເງິ​ນ ແລະ ວັດ​ຖຸ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ແຂວງ Prey Veng (ປະ​ເທດ ກຳ​ປູ​ເຈຍ) ລອງ​ອານມອບ​ເງິ​ນ ແລະ ວັດ​ຖຸ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ແຂວງ Prey Veng (ປະ​ເທດ ກຳ​ປູ​ເຈຍ)

ຍ​ສ​ໝ - ໃນ​ໂອ​ກາດນີ້, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂ​ວງ ລອງ​ອານ​ໄດ້​ມອບ​ໃຫ້​ແກ່​ກຳ​ລັງ​ປະ​ກອບ​ອາ​ວຸດ​ແຂວງ Prey Veng ວັດ​ຖຸອຸ​ປະ​ກອນ​ການ​ແພດ​ລວມ​ມີ: ຜ້າ​ອັດ​ປາກ - ດັງອະ​ນາ​ໄມ 7500 ອັນ, ຢາ​ຂ້າ​ເຊື້ອ 180 ລິດ, ຢາ​ລ້າງ​ມື​ຂ້າ​ເຊື້ອ 226 ຕ​ຸກ ແລະ ເງິນ​ເປັນ​ຈຳ​ນວນ 60 ລ້ານ​ດົ່ງ.

ລັດຖະບານລາວ ສະໜອງທຶນເພີ່ມໃຫ້ 4 ສະຖາບັນການເງິນ ທີ່ເຂົ້າຮ່ວມໂຄງການປ່ອຍກູ້ໃຫ້ທຸລະກິດຂະໜາດນ້ອຍ ລັດຖະບານລາວ ສະໜອງທຶນເພີ່ມໃຫ້ 4 ສະຖາບັນການເງິນ ທີ່ເຂົ້າຮ່ວມໂຄງການປ່ອຍກູ້ໃຫ້ທຸລະກິດຂະໜາດນ້ອຍ

ຢູ່ປະເທດລາວແມ່ນມີວິສາຫະກິດເກີດຂຶ້ນຫຼາຍ ແຕ່ວິສາຫະກິດຂະໜາດໃຫຍ່ແມ່ນກວມເອົາສ່ວນໜ້ອຍ, ຈຳນວນຫຼາຍຍັງແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງທຸລະກິດເຫຼົ່ານັ້ນກຳລັງຂະຫຍາຍກິດຈະການຂອງຕົນ ຈຶ່ງມີຄວາມຕ້ອງການເງິນຈຳນວນບໍ່ໜ້ອຍເພື່ອໄປເປັນຕົ້ນທຶນ ແຕ່ການເຂົ້າເຖິງເງິນກູ້ຢືມນັ້ນບໍ່ງ່າຍປານໃດ, ສະນັ້ນການສະໜອງທຶນຂອງກອງທຶນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນມີ ຄວາມຈຳເປັນເພື່ອຊຸກຍູ້ສົ່ງເສີມບັນດາກິດຈະການຂະໜາດນ້ອຍໃຫ້ເຕີບໃຫຍ່ເຂັ້ມແຂງເມືອໜ້າ.

kpl.gov.la

ເຫດການ
302 Found

Found

The document has moved here.