ບັນ​ດາ​ອົງ​ການທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢາກ​ເຂົ້າ​​ເມືອງ, ແຍກ​ປ່ຽວຕິດຕາມອາການ ຢູ່ ຮ່າ​ໂນ້ຍ​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການ​ຫຍັງ

16:11 | 04/06/2021

ຍ​ສ​ໝ - ພະ​ແນກ​ພົວພັນ​ຕ່າງ​ປະ​ເທດ ຮ່າ​ໂນ້ຍ ​ຫາ​ກໍ່​ປະ​ກາດ​ໃຊ້​ເອ​ກະ​ສານທາງການ​ ສະບັບເລກ​ທີ 873/ NV-LS-NVNONN ລົງ​ວັນ​ທີ 1 ມິ​ຖຸ​ນາ 2021 ກ່ຽວ​ກັບ​ການ​ແນະ​ນຳ​ແກ້​ໄຂ​ຂໍ​້​ສະ​ເໜີ​ການເຂົ້າ​ເມືອງ ແລະ ແຍກປ່ຽວເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຂອ​ງ​ຊາວ​ຕ່າງ​ປະ​ເທດ ເຊິ່ງລວມ​ມີ​ບັນ​ດາ​ອົງ​ການ​ການ​ທູດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ.

ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ການ​ເຂົ້າ​ເມືອງ ແບບ​ຜິດ​ກົດ​ໝາຍ ຢ່າງ​ເຂັ້ມ​ງວດ ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ການ​ເຂົ້າ​ເມືອງ ແບບ​ຜິດ​ກົດ​ໝາຍ ຢ່າງ​ເຂັ້ມ​ງວດ
ລັດ​ເຊຍ​ ຍົກ​ເລີກ​​ຂໍ້​ຈຳ​ກັດ​ການ​ເຂົ້າ​ເມືອງ ສຳ​ລັບ​ປະ​ເທດ ຫວຽດ​ນາມ ລັດ​ເຊຍ​ ຍົກ​ເລີກ​​ຂໍ້​ຈຳ​ກັດ​ການ​ເຂົ້າ​ເມືອງ ສຳ​ລັບ​ປະ​ເທດ ຫວຽດ​ນາມ
ບັນ​ດາ​ອົງ​ການທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢາກ​ເຂົ້າ​​ເມືອງ, ແຍກ​ປ່ຽວຕິດຕາມອາການ ຢູ່ ຮ່າ​ໂນ້ຍ​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການ​ຫຍັງ
ພາບ​ປະ​ກອບ

​ໃນ​ເອ​ກະ​ສານທາງການ​ ສະບັບເລກ​ທີ1648/UBND-KGVX ລົງ​ວັນ​ທີ 29 ພຶດ​ສະ​ພາ 2021, ພະ​ແນກພົວພັນ​ຕ່າງ​ປະ​ເທດໂຮ່​ໂນ້ຍໄດ້​ຖືກມອບໝາຍໃຫ້ຮັບ​ເອ​ກະ​ສານ​ສະ​ເໜີ​ເຂົ້າ​ເມືອງແລະແຍກ​ປ່ຽວເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ບັນ​ດາ​ອົງ​ການທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້​ງ​ສາ​ກົນ, ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ຫ້ອງ​ການຜູ້​ຕາງ​ໜ້າ​ອົງ​ການ​ສື່ມວນ​ຊົນ​ຕ່າງ​ປະ​ເທດປະ​ຈຳຫວຽດ​ນາມ…

ເພື່ອ​​​​ຮັບ​ປະ​ກັນການແກ້​ໄຂ​ຂໍ້​ສະ​ເໜີ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ດັ່ງ​ກ່າວໄດ້​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​ຕາມ​ຂໍ້​ກຳ​ນົດ, ຖືກ​​ກັບ​ເປົ້າ​ໝາຍ, ຕາມການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນ​ນະ​ຄອນ​ຢ່າງ​ເດັດ​ຂາດນັ້ນ, ພະ​ແນກ​ພົວພັນຕ່າງ​ປະ​ເທດຮ່າ​ໂນ້ຍໄດ້​ປະ​ກາດ​ໃຊ້​ການ​ແນະ​ນຳ​ຢ່າງ​ລະ​ອຽດກ່ຽວ​ກັບ​ຂັ້ນຕອນ, ​ເອ​ກະ​ສານສະເໜີຕ່າງໆ​ຂອງ​ບັນ​ດາອົງ​ການ​ຈັດ​ຕັ້ງ​ກ່ຽວ​ກັບ​ການ​ເຂົ້າ​ເມືອງແລະແຍກ​ປ່ຽວຂອງ​ຊາວ​ຕ່າງ​ປະ​ເທດ.

ບັນດາເປົ້າໝາຍທີ່ຈະໄດ້ຮັບການພິຈາລະນາສະເໜີເຂົ້າເມືອງແລະແຍກປ່ຽວ

ເອ​ກະ​ສານ​ຂອງພະ​ແນກ​​ພົວ​ພັນ​ຕ່າງ​ປະ​ເທດຮ່າ​ໂນ້ຍ​ໄດ້​ຊີ້​ແຈ້ງວ່າ, ບັນ​ດາ​ເປົ້າ​ໝາຍ​ທີ່ຈະໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ສະ​ເໜີ​ເຂົ້າ​ເມືອງແລະແຍກ​ປ່ຽວ ​ລວມ​ມີ: ຊາວ​ຕ່າງ​ປະ​ເທດເຮັດ​ວຽກ​ຢູ່​ບັນ​ດາ​ອົງ​ການ​ທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ຫ້ອງ​ການຜູ້​ຕາງ​ໜ້າ​ສື່ມວນ​ຊົນ​ຕ່າງ​ປະ​ເທດປະ​ຈຳຫວຽດ​ນາມ.

ເອ​ກະ​ສານ​ສະ​ເໜີ​ເຂົ້າ​ເມືອງ ແລະ ແຍກ​ປ່ຽວ

ເອ​ກະ​ສານ​ສະ​ເໜີ​ແກ້​ໄຂ​ການ​ເຂົ້າ​ເມືອງ, ແຍກ​ປ່ຽວ ​ຕ້ອງ​ມີ​ເອ​ກະ​ສານ​ສະ​ເໜີການ​ໜູນ​ຊ່ວຍ​ແກ້​ໄຂ​ການ​ເຂົ້າ​ເມືອງ, ປະ​ຕິ​ບັດ​ການ​ແຍກປ່ຽວ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ​ໂຄວິດ - 19 ສົ່ງ​ໄປ​ຍັງ​ພະ​ແນກ​​ພົວ​ພັນ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ ຂໍ້​ມູນ​ຢ່າງ​ຄົບ​ຖ້ວນ (ຊື່, ຕຳ​ແໜ່ງ, ສັນ​ຊາດ​ຂອງ​ຜູ້​ເຂົ້າ​ເມືອງ, ວັນ​ເວ​ລາ​ເຂົ້າ​ເມືອງ, ຖ້ຽວ​ບິນ, ສະ​ຖານ​ທີ່​ເຂົ້າ​ເມືອງ, ຂໍ້​ມູນ​ສະ​ຖານ​ທີ່​ແຍກ​ປ່ຽວທີ່ຈະຕ້ອງ​ຈ່າຍ​ເງິນເອງຊຶ່ງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຜ່ານ​ຈາກ​ນະ​ຄອນ, ແລະ ເອກະສານ​ສັນ​ຍາ​ທີ່ຈະຕ້ອງຮັບ​ຜິດ​ຊອບ​ຕໍ່​ບັນ​ດາ​ຂ​ໍ້​ມູນ​ດັ່ງ​ກ່າວທີ່ໄດ້ສະໜອງ).

​ໄປຄຽງ​ຄູ່​ກັນ​ນັ້ນ, ຜູ້​ເຂົ້າ​ເມືອງ​ກໍ່​ຕ້ອງ​ໄດ້​ຮັບ​ການກວດ​ວິ​ໄຈຫາ​ເຊື້ອໄວ​ຣັດ SARS-CoV-2 ດ້ວຍ​ເຕັກ​ນິກ Real time - PCR ໃນ​ໄລ​ຍະ​ເວ​ລາ ແຕ່ 3 – 7 ວັນ​ພາຍຫຼັງ​ເຂົ້າ​ເມືອງ ຫວຽດ​ນາມ. ການ​ວິ​ໄຈ​ຫາ​ເ​ຊື້ອ​ໄວ​ຣັດ SARS-CoV-2 ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢູ່​ຫ້ອງ​ທົດ​ລອງ ໂດຍ​ລັດ​ຖະ​ບານ​ອະ​ນຸ​ມັດ ຫຼື ຂຶ້ນ​ກັບ​ລະ​ບົບ​ຫ້ອງ​ທົດ​ລອງ​ຂອງ​ອົງ​ການ​ອະ​ນາ​ໄມໂລກ.

ຜູ້​ເຂົ້າ​ເມືອງ​ກໍ່​ຕ້ອງ​ໃຫ້​ຄຳ​ໝັ້ນ​ສ​ັນ​ຍາ ຈະປະ​ຕິ​ບັດ​ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ເມື່ອ​ໄດ້​ເຂົ້າ​ເມືອງ ແລະ ຈ່າຍ​ຄ່າ​ປິ່ນ​ປົວທັງ​ໝົດ​ໃນ​ກໍ​ລະ​ນີ​ຕິດ​ເຊື້ອ​ ໂຄວິດ - 19 (ໃນ​ກໍ​ລະ​ນີ​ບໍ່​ມີ​ປະ​ກັນ​ໄພ​ສາ​ກົນ.)

ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

ຍ​ສໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ​ນາງ ຫງວຽນ​ທິ​ທູ​ຢາງ - ປະ​ທານ​ກຳ​ມະ​ບານສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ພະ​ນັກ​ງານ, ລັດ​ຖະ​ບານ, ຜູ້​ອອກ​ແຮງ​ງານຂອງສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນກອງ​ທຶນ​ ໂຄວິດ - 19, ພ້ອມ​ກັບ​ປະ​ຊາ​ຊົນ​ແບບ​ຫາບ​ໜ້າ​ທີ່​ເພື່ອ​ປະ​ເທດ​ຊາດ.

ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາຍູ້​ແຮງ​ການ​ໂອ້​ລົມ​ສົນ​ທະ​ນາ​ຢູ່​ບັນ​ດາ​ກອງ​ປະ​ຊຸມ​ກຸ່ມ​ປະ​ຕິ​ບັດ​ງານ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊກ່ຽວ​ກັບບັນ​ດາ​ສານ​ສາກົນ ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາຍູ້​ແຮງ​ການ​ໂອ້​ລົມ​ສົນ​ທະ​ນາ​ຢູ່​ບັນ​ດາ​ກອງ​ປະ​ຊຸມ​ກຸ່ມ​ປະ​ຕິ​ບັດ​ງານ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊກ່ຽວ​ກັບບັນ​ດາ​ສານ​ສາກົນ

ວັນ​ທີ 2 ມິ​ຖຸ​ນາ (ຕາມ​ເວ​ລາ ນິວຢອກ), ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ປະ​ທານ​ກຸ່ມ​ປະ​ຕິ​ບັດ​ງານ​ບໍ່​ເປັນ​ທາງ​ການ​ຂອງ ສະ​ພາ​ຄວາ​ມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ບັນ​ດາ​ສານ​ສາ​ກົນ, ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ປະ​ຈຳ​ໄລ​ຍະ 6 ເດືອນ​ ຂອງ​ກຸ່ມ​ປະ​ຕິ​ບັດ​ງານ.

ທ່ານ​ນາ​ຍົກ​​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ລ​າຍ​ການ ເດືອນ​ພຶດ​ສະ​ພາ 2021 ທ່ານ​ນາ​ຍົກ​​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ລ​າຍ​ການ ເດືອນ​ພຶດ​ສະ​ພາ 2021

ວັນ​ທີ 3 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ, ລັດ​ຖະ​ບານ​ໄດ້​ຈັດ​ກອງ​ປະ​ຊຸມ​​ນັດ​ສາ​ມັນ ເດືອນ​ພຶດ​ສະ​ພາ 2021.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.