ເຊິນລາ ມອບເຄື່ອງຊ່ວຍຫາຍໃຈ 18 ໜ່ວຍ ແລະວັດຖຸອຸປະກອນການແພດຫຼາຍຢ່າງໃຫ້ 9 ແຂວງຂອງປະເທດລາວ

15:59 | 01/06/2021

ຫວ່າງແລ້ວນີ້, ເຊິນລາ ໄດ້ໜູນຊ່ວຍເຄື່ອງຊ່ວຍຫາຍໃຈ 18 ໜ່ວຍ ແລະວັດຖຸອຸປະກອນການແພດຫຼາຍຢ່າງໃຫ້ 9 ແຂວງຂອງປະເທດລາວ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ລວມມູນຄ່າ 2,8 ຕື້ດົ່ງ.

ໜ່ວຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເຂດ​ລວມ​ໝູ່ 79 – 81 ລີ​ນາມ​ເດ໊ ເປີດ​ນຳ​ໃຊ້​ຫ້ອງ​ມູນ​ເຊື້ອ ໜ່ວຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເຂດ​ລວມ​ໝູ່ 79 – 81 ລີ​ນາມ​ເດ໊ ເປີດ​ນຳ​ໃຊ້​ຫ້ອງ​ມູນ​ເຊື້ອ
ສ້າງ​ຕັ້ງ​ໜ່ວຍ​ສະ​ມາ​ຄົມ ຫວຽດ​ນາມ - ກຳ​ປູ​ເຈຍ ຕາ​ແສງ ຮ່​ວາ​ເທາະ​ໄຕ, ​ເມືອງ ເກິມ​ເລະ (ດ່າ​ນັ້ງ) ສ້າງ​ຕັ້ງ​ໜ່ວຍ​ສະ​ມາ​ຄົມ ຫວຽດ​ນາມ - ກຳ​ປູ​ເຈຍ ຕາ​ແສງ ຮ່​ວາ​ເທາະ​ໄຕ, ​ເມືອງ ເກິມ​ເລະ (ດ່າ​ນັ້ງ)
ເຊິນລາ ມອບເຄື່ອງຊ່ວຍຫາຍໃຈ 18 ໜ່ວຍ ແລະວັດຖຸອຸປະກອນການແພດຫຼາຍຢ່າງໃຫ້ 9 ແຂວງຂອງປະເທດລາວ
ການນຳແຂວງເຊິນລາ ມອບວັດຖຸອຸປະກອນການແພດໃຫ້ຝ່າຍລາວ. ພາບ: giaoducthoidai.vn.

ວັນທີ 29 ພຶດສະພາ, ທີ່ດ່ານຊາຍແດນຈ່ຽງເຄືອງ, ເມືອງຊົງໝາ, ແຂວງເຊິນລາ ໄດ້ມອບວັດຖຸອຸປະກອນການແພດໜູນຊ່ວຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ 9 ແຂວງຂອງປະເທດລາວ. ບັນດາແຂວງຂອງປະເທດເພື່ອນມິດລາວ ທີ່ໄດ້ຮັບຂອງຂວັນໃນຄັ້ງນີ້ລວມມີ: ຫົວພັນ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລິ, ຜົ້ງສາລີ, ໄຊສົມບູນ, ຊຽງຂວາງ, ຫຼວງພະບາງ.

ຕາມນັ້ນແລ້ວ, ແຂວງເຊິນລາ ໄດ້ມອບ: ເຄື່ອງຊ່ວຍຫາຍໃຈ Vsmart model VFS-410 18 ໜ່ວຍ, ຜ້າອັດປາກ-ອັດດັງແພດ 135.000 ອັນ, ຜ້າອັດປາກ-ອັດດັງແພ 45.000 ອັນ ແລະແຈວລ້າງມື 9.000 ຂວດ ລວມມູນຄ່າ 2,8 ຕື້ດົ່ງ.

ກ່າວຄຳເຫັນທີ່ພິທີມອບ-ຮັບຂອງຂວັນ, ທ່ານນາງ ຈ໊າງທິຊວນ ຮອງປະທານຄະນະກຳມະການປະຊາຊົນແຂວງເຊິນລາ ໄດ້ແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງປະເທດລາວ ພວມປະເຊີນໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ທ່ານນາງສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ເຊິນລາ ແລະບັນດາແຂວງພາກເໜືອຂອງລາວ ຈະສົມທົບກັນຢ່າງແໜ້ນແຟ້ນໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະປ້ອງກັນ, ຕ້ານພະຍາດຢູ່ເຂດຊາຍແດນ. ຜ່ານນັ້ນ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບເປັນປົກກະຕິ.

ການນຳແຂວງຫົວພັນ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ໜູນຊ່ວຍຢ່າງທັນການຂອງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າແຂວງເຊິນລາ. ນີ້ແມ່ນຂອງຂວັນທີ່ມີຄວາມໝາຍທີ່ສຸດໃນໄລຍະປະຊາຊົນບັນດາແຂວງພາກເໜືອຂອງລາວ ປະສົບກັບຄວາມຫຍຸ້ງຍາກ. ບັນດາຂອງຂວັນນີ້ຈະຊ່ວຍປະເທດລາວ ຍົກສູງກຳລັງຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ຜະລິດຕະພັນກະເສດຫວຽດນາມ ໄດ້ວາງຂາຍໃນເວັບໄຊການຄ້າເອເລັກໂຕນິກ ຜະລິດຕະພັນກະເສດຫວຽດນາມ ໄດ້ວາງຂາຍໃນເວັບໄຊການຄ້າເອເລັກໂຕນິກ

ໝາກລິນຈີ່ ຫາຍເຢືອງ ໄດ້ວາງຂາຍໃນເວັບໄຊການຄ້າເອເລັກໂຕນິກ Lazada ນັບແຕ່ວັນທີ 14 ພຶດສະພາ.

ຄົ້ນຫາປ່າຢູ່ດົງໂມດ້ວຍລົດ ATV ຄົ້ນຫາປ່າຢູ່ດົງໂມດ້ວຍລົດ ATV

ລົດ ATV ມີແຕ່ສາມລໍ້ ຫາ ສີ່ລໍ້ ລົດປະເພດນີ້ເຄີຍນຳໃຊ້ຢູ່ບັນປະເທດພັດທະນາໃນໂລກ. ເມື່ອບໍ່ດົນມານີ້ ພວກນິຍົມລົດATVຢູ່ ຫວຽດນາມໄດ້ມີໂອກາດຮ່ວມເດີນທາງພ້ອມກັບລົດATV 50 ຄັນ ຢູ່ຕາມສາຍທາງຢູ່ດົງໂມ ດິດສະໂກເວຣີ ຂຶ້ນກັບເຂດທ່ອງທ່ຽວດົງໂມເຊີນເຕິຍຮ່າໂນ້ຍ.

ຫວຽດນາມ ໄດ້ສົ່ງອອກໝາກລິ້ນຈີ່ແກ່ນນ້ອຍ 50 ໂຕນໄປຍີ່ປຸ່ນ ຫວຽດນາມ ໄດ້ສົ່ງອອກໝາກລິ້ນຈີ່ແກ່ນນ້ອຍ 50 ໂຕນໄປຍີ່ປຸ່ນ

ຍສໝ - ອີງຕາມກົມການປົກປ້ອງພືດ ກ່າວວ່າ: ໝາກລິ້ນຈີ່ແກ່ນນ້ອຍ 50 ໂຕນທີ່ແຂວງຫາຍເຢື່ອງ ແລະ ບັກຢາງ ໄດ້ເກັບຊື້ ແລະ ສົ່ງອອກໄປຕະຫຼາດຍີ່ປຸ່ນໂດຍຫຼາຍວິສາຫະກິດ.

la.qdnd.vn

ເຫດການ
302 Found

Found

The document has moved here.