ຜູ້ຊ່ຽວຊານສາກົນ ໄດ້ຕີລາຄາສູງບົດບາດຂອງພັກກອມມູນິດຫວຽດນາມ

18:28 | 29/05/2021

ຍສໝ - ຜູ້ຊ່ຽວຊານລັດເຊຍ ໄດ້ເນັ້ນໜັກວ່າ: ໂດຍການເຊື່ອມໂຍງເຂົ້າກັບໂລກພາຍນອກ, ຫວຽດນາມພາຍໃຕ້ການນຳພາຂອງພັກກອມມູນິດ ສາມາດຮັກສາໄດ້ບັນດາຜົນງານປະຕິວັດຂອງຕົນເພື່ອກ້າວໄປຂ້າງໜ້າ.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ
ເລຂາທິການໃຫຍ່ພັກກອມມູນິດຫວຽດນາມປະທານປະເທດແຫ່ງ ສສ ຫວຽດນາມ ສົ່ງໂທລະເລກຊົມເຊີຍ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມປະທານປະເທດແຫ່ງ ສສ ຫວຽດນາມ ສົ່ງໂທລະເລກຊົມເຊີຍ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ

ຫວຽດນາມ ມີຜົນປະໂຫຍດພື້ນຖານທີ່ພົ້ນເດັ່ນເມື່ອທຽບກັບຫຼາຍປະເທດໃນໂລກໃນພາກພື້ນ ກ່ຽວກັບການຮັບປະກັນສະຖຽນລະພາບດ້ານການເມືອງພາຍໃນ ແລະ ສືບທອດອຳນາດການເມືອງຢ່າງຕໍ່ເນື່ອງ.

ສິ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນຄວາມຄິດເຫັນຂອງຜູ້ຊ່ຽວຊານ Ekaterina Koldunova - ຜູ້ອຳນວຍການສູນອາຊຽນ ຂອງມະຫາວິທະຍາໄລພົວພັນສາກົນ Moskva (MGIMO), ໄດ້ກ່າວໃນກອງປະຊຸມໂຕະມົນວິທະຍາສາດ ດ້ວຍຫົວຂໍ້ “ພັກກອມມູນິດຫວຽດນາມ ໃນການກໍ່ສ້າງປະເທດຊາດ ແລະ ຜົນຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ” ທີຈັດຕັ້ງໂດຍຮູບການຖ່າຍທອດສົດ ໂດຍສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ.

ໃນບົດກ່າວປາໄສທີ່ກອງປະຊຸມສຳມະນາ, ຜູ້ຊ່ຽວຊານ Ekaterina Koldunova ຊີ້ແຈ້ງວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດ, ຫວຽດນາມ ໄດ້ຮ່ວມມືຢ່າງມີປະສິດທິຜົນກັບບັນດາປະເທດໃນອາຊຽນ ແລະ ສ້າງຕັ້ງການໂອ້ລົມສົນທະນາກັບຫລາຍຄູ່ຮ່ວມມືສາກົນ, ໃນນັ້ນມີອາເມລິກາ, ຈີນ, ສະຫະພາບເອີຣົບ (ອີຢູ) ແລະ ສະຫະພັນລັດເຊຍ.

ຜູ້ຊ່ຽວຊານສາກົນ ໄດ້ຕີລາຄາສູງບົດບາດຂອງພັກກອມມູນິດຫວຽດນາມ
ຜູ້ຊ່ຽວຊານສາກົນ ໄດ້ຕີລາຄາສູງບົດບາດຂອງພັກກອມມູນິດຫວຽດນາມ. (ພາບ: TTXVN)

ຕາມທ່ານນາງ Koldunova, ປະເຊີນໜ້າກັບສະພາບການທີ່ສັບສົນ ຂອງການພັດທະນາເສດຖະກິດ ແລະ ການເມືອງໃນໂລກທີ່ມີການຜັນແປຫຼາຍຢ່າງ, ຫວຽດນາມ ໄດ້ເລືອກເສັ້ນທາງແຫ່ງການເຊື່ອມໂຍງຢ່າງຕັ້ງໜ້າ ແລະ ຮ່ວມເຂົ້າກັນກັບປະເທດຕ່າງໆໃນຂະບວນການສາກົນ.

ສ່ວນນັກນັກຮຽນຮູ້ Nicholas Chakpman ຈາກມະຫາວິທະຍາໄລ Tohoku (ຍີ່ປຸ່ນ) ຕີລາຄາວ່າ ນະໂຍບາຍການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມແມ່ນການກະກຽມທີ່ສະດວກເພື່ອໃຫ້ປະເທດຮັບມືກັບສິ່ງທ້າທາຍຫຼາຍຢ່າງ ຂອງສະຖານະການສາກົນ ໃນຂະນະທີ່ຍົກສູງຊື່ສຽງຂອງຫວຽດນາມໃນລະດັບສາກົນ.

ທ່ານ Viktor Sumskiy - ຜູ້ຊ່ຽວຊານດ້ານແນວຄິດຄົນລັດເຊຍທີ່ມີຊື່ສຽງ ຢູ່ສູນການສຶກສາອາຊຽນ ໄດ້ກ່າວວ່າ, ພັກກອມມູນິດຫວຽດນາມ ແມ່ນອົງການພິເສດ ເພາະວ່າມີອົງການຈັດຕັ້ງທີ່ສ່ວນໜ້ອຍໃນໂລກທີ່ສາມາດເຮັດສິ່ງນີ້ໄດ້ໃນເວລາສັ້ນໆ ແລະ ຈັດຕັ້ງປະຕິບັດບັນດາເປົ້າໝາຍການເມືອງ ເຊັ່ນ: ການວາງແຜນ ແລະ ປະຕິບັດການປົດປ່ອຍຊາດ, ການວາງແຜນ ແລະ ໂຮມປະເທດຊາດເປັນເອກະພາບ, ການວາງແຜນ ແລະ ການຈັດຕັ້ງປະຕິບັດການປະຕິຮູບເສດຖະກິດ - ສັງຄົມຢ່າງສຳເລັດຜົນ.

ຜູ້ຊ່ຽວຊານລັດເຊຍ ໄດ້ເນັ້ນໜັກວ່າ: ໂດຍການເຊື່ອມໂຍງເຂົ້າກັບໂລກພາຍນອກ, ພົວພັນກັບທຸກຄູ່ຮ່ວມມືທີ່ເປັນໄປໄດ້, ຫວຽດນາມພາຍໃຕ້ການນຳພາຂອງພັກກອມມູນິດ ສາມາດຮັກສາໄດ້ບັນດາຜົນງານປະຕິວັດຂອງຕົນເພື່ອກ້າວໄປຂ້າງໜ້າ.

ສື່ມວນຊົນສາກົນ: ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045 ສື່ມວນຊົນສາກົນ: ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045

ວັນທີ 25 ມັງກອນ, ສື່ມວນຊົນສາກົນ ແລະ ພາກພື້ນພ້ອມກັນລົງຂ່າວດ້ວຍຄວາມສົນໃຈ, ຕີລາຄາສູງ ແລະ ເຊື່ອໝັ້ນຕໍ່ບັນດາທິດທາງຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ສືບຕໍ່ຮັບຮອງເອົາ.

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22-3-1955/22-3-2021), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ

ຍສໝ - ຫົວໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ແບ່ງປັນໃນກອງປະຊຸມກ່ຽວກັບບັນດາທັດສະນະ, ນະໂຍບາຍຂອງພັກໃນຂົງເຂດວັດທະນະທຳ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.