ທ່ານ​ນາງ ຫງຽນ​ເຟືອງ​ງາ ປະ​ທານ​ VUFO ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikorndej Balankura ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ

14:07 | 02/06/2021

ຍ​ສ​ໝ - ​ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ​ VUFO ໄດ້​ຂ່ຳ​ນັບ​ຊົມ​ເຊີຍ​ ​ທ່ານ Nikorndej Balankura ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ລາ​ຊະ​ອາ​ນາ​ຈັກ ໄທ ປະ​ຈຳ ຫວຽດ​ນາມ ທີ່​ໄດ້​​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃໝ່ ຢູ່ ຫວຽດ​ນາມ, ທ່ານ​ນາງ​ກໍ່​ອວຍ​ພອນ​ໃຫ້ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ​ປ​ະ​ສົບ​​ຜົນ​ສຳ​ເລັດ​ໃນອາ​ຍຸ​ການຂອງຕົນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ເຮັດ​ໃຫ້​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ໄທ ເລິກ​ເຊິ່ງ​ກ່​ວາ​ອີກ.

ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່” ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່”
ເປີດ​ສະຫຼອງ​ສະ​ຫະ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາບ​ຟຼິກ​ກາ ເປີດ​ສະຫຼອງ​ສະ​ຫະ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາບ​ຟຼິກ​ກາ
ທ່ານ​ນາງ ຫງຽນ​ເຟືອງ​ງາ ປະ​ທານ​  VUFO ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikorndej Balankura ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ ຫວຽດ​ນາມ
ທ່ານ​ນາງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ (VUFO) ຫງວຽນ​ເຟືອງ​ງາ ​ໃຫ້ການ​ຕ້ອນ​ຮັບ​ທ່ານ Nikorndej Balankura ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ ລາ​ຊະ​ອາ​ນາ​ຈັກ ໄທ ປະ​ຈຳ ຫວຽດ​ນາມ

ຕອນ​ເຊົ້າ​ວັນ​ທີ 1 ມິ​ຖຸ​ນາ ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ (VUFO) ຫງວຽນ​ເຟືອງ​ງາ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikorndej Balankura ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ລາ​ຊະ​ອາ​ນາ​ຈັກ ໄທ ປະ​ຈຳ ຫວຽດ​ນາມ ໄດ້​​ເຂົ້າ​ຢ້ຽມ​ຂ່ຳ​ນັບ ໃນ​ໂອ​ກາດ​​ຮັບ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ.

​ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ​ VUFO ໄດ້​ຂ່ຳ​ນັບ​ຊົມ​ເຊີຍ​ ​ທ່ານ Nikorndej Balankura ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ລາ​ຊະ​ອາ​ນາ​ຈັກ ໄທ ປະ​ຈຳ ຫວຽດ​ນາມ ທີ່​ໄດ້​​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃໝ່ ຢູ່ ຫວຽດ​ນາມ, ທ່ານ​ນາງ​ກໍ່​ອວຍ​ພອນ​ໃຫ້ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ​ປ​ະ​ສົບ​​ຜົນ​ສຳ​ເລັດ​ໃນອາ​ຍຸ​ການຂອງຕົນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ເຮັດ​ໃຫ້​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ໄທ ເລິກ​ເຊິ່ງ​ກ່​ວາ​ອີກ.

ທ່ານ​ນາງ​ ຫງວຽນ​ທິ​ເຟືອງ​ງາ ໄດ້​ແນະ​ນຳ​ບົດ​ບາດ​ໜ້າ​ທີ່ ແລະ ການ​ເຄື່ອນ​ໄຫວ​ຂອງ VUFO ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ໃຫ້​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​, ທ່ານ​ນາງ​ກໍ່​ໃຫ້​ຮູ້​ວ່າ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ໄທ (ວັນ​ທີ 6 ສິງ​ຫາ 1976 – 6 ສິງ​ຫາ 2021), VUFO ໄດ້​ຂຶ້ນ​ແຜນ​​ສົມ​ທົບ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ຄື: ກອງ​ປະ​ຊຸມ​ສຳ​ມ​ະ​ນາສາ​ກົນ ສົມ​ທົບ​ກັບ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ຫວຽດ​ນາມ - ໄທ ຢູ່​ດ່າ​ນັ້ງ, ງານ​ມະ​ໂຫລານມິດ​ຕະ​ພາບປະ​ຊາ​ຊົນ ຫວຽດ​ນາມ - ໄທ ​ຄັ້ງ​ທີ II ຢູ່ ເກິ່ນ​ເທີ, ກອງ​ປະ​ຊຸມ​ກຳ​ມະ​ນາ “ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ການ​ທູດ​ປະ​ຊາ​ຊົນ ຫວຽດ​ນາມ - ໄທ” ຢູ່ ເທື່ອ​ທຽນ ເຫ້ວ…

ສ່ວນທ່ານ Nikorndej Balankura ໄດ້​ຢັ້ງ​ຢືນເຖິງການຖື​ເປັນ​ສຳ​ຄັນ ແລະ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ VUFO ໃນ​ການ​ພົວ​ພັນ​ລະ​ຫ່​ວາງ ຫວຽດ​ນາມ - ໄທ. ໄທ​ ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ​ບັນ​ດາ​ເຫດ​ການ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ Nikorndej Balankura ກໍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ຊຶ່ງ​ໄດ້​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ແລະ ມີ​ຄວາມ​ໝາຍ​ໃນ​ໂອ​ກາດນີ້. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້ຊີ້​ແຈ້ງວ່າ: ວາ​ລະ​ສານ​ຍຸກ​ສະ​ໄໝ ຊຶ່ງ​ແມ່ນ​ອົງ​ການ​ຂອງ VUFO ໄດ້​ມີການຕິດ​ຕໍ່​ພົວ​ພັນ​ກັບ ສະ​ຖານ​ທູດ ໄທ ປະ​ຈຳ ຫວຽດ​ນາມ ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ສອງ​ປະ​ເທດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ສະ​ຖານ​ທູດ ໄທ ປະ​ຈຳ ຫວຽດ​ນາມ ຈະ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້​ຄວາມເຂົ້າໃຈຂອງ​ໄວ​ໜຸ່ມກ່ຽວ​ກັບ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ.

ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່” ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່”

ຍສໝ - ນີ້ແມ່ນໂຄງການໜຶ່ງ ທີ່ປະກອບສ່ວນດຶງດູດຄວາມສົນໃຈຂອງປະຊາຊົນ ຕໍ່ບັນດາບັນຫາແມ່ຍິງ ແລະ ຊົມເຊີຍບັນດາຂະແໜງການທີ່ມີຫົວຄິດປະດິດສ້າງ.

ເປີດ​ສະຫຼອງ​ສະ​ຫະ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາບ​ຟຼິກ​ກາ ເປີດ​ສະຫຼອງ​ສະ​ຫະ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາບ​ຟຼິກ​ກາ

ຍ​ສ​ໝ - ເຫດ​ການ​ຈັດ​ຕັ້ງ​ເຫດ​ການ​ທາງ​ອອນ​ລາຍ, ດ້ວຍ​ການເຂົ້າ​ຮ່ວມ​ຂອງ​ທ່ານ​ນາງ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ຫງວຽ​ນ​ເຟືອງ​ງາ, ທ່ານ Olusegun Obasanjo ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ປະ​ເທດ​ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ນີ​ເຊ​ຣີ, ທ່ານ Chekou Oussouman ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ​ສາ​ກົນ​ພາ​ສາ​ຝ​ລັ່ງ ປະ​ຈຳ ຫວຽດ​ນາມ, ພ້ອມ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫຼາຍ​ປະ​ເທດ ຢູ່ ອາບ​ຟຼິກ​ກາ ...

ບັນ​ດາ​ຈຸດ​ໃໝ່​ໃນ​ກົດ​ລະ​ບຽບ​ຊຸດ​ທີ VI ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ບັນ​ດາ​ຈຸດ​ໃໝ່​ໃນ​ກົດ​ລະ​ບຽບ​ຊຸດ​ທີ VI ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ

ຍ​ສ​ໝ - ນອກ​ຈາກ​ບັນ​ດາ​ຈຸດ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ໂຄງ​ປະ​ກອບ, ກົດ​ລະ​ບຽບ​ຂອງ​ຊຸດ​ທີ VI ເມື່ອ​ທຽນ​ໃສ່​ກັບ ກົດ​ລະ​ບຽບ​ຂອງ​ຊຸດ​ທີ V ກໍ່​ມີ​ເນື້ອ​ໃນ​ທີ່​ປ່ຽນ​ແປງ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.