ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ກູບາ ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ໂຕະ​ວົງ​ມົນ

15:50 | 28/05/2021

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ Orlando Nicolas Hernandez Gullien ໄດ້​ຕີ​ລາ​ຄາ​ສູງ​ບັ​ນ​ດາ​ໝາກ​ຜົນ​ປະ​ທັບ​ໃຈ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ການ​ຄວບ​ຄຸມ ໂລກ​ລະ​ບາດ​ໂຄວິດ - 19 . ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ​່​ແບ່ງ​ປັນ​ກ່ຽວ​ກັບ​ໂຄງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ​ກູ​ບາ ໃນ​ປີ 2021 ແລະ ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ ວັກ​ຊິນ​ກັນ​ໂຄວິດ - 19 5 ຊະ​ນິດ ໂດຍ​ກູ​ບາ​ຜະ​ລິດ​ອອກ ແລະ ພັດ​ທະ​ນາ.

ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ
ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໂອ້ລົມທາງໂທລະສັບ ກັບເລຂາທິການຜູ້ທີໜຶ່ງຂອງພັກກອມມູນິດກູບາ ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໂອ້ລົມທາງໂທລະສັບ ກັບເລຂາທິການຜູ້ທີໜຶ່ງຂອງພັກກອມມູນິດກູບາ
ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ກູບາ ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ໂຕະ​ວົງ​ມົນ
ທ່ານ​ນາງ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ມອບ​ຂອງ​ຂວັນ​ໃຫ້​ແກ່ ​ທ່ານ Orlando Nicolas Hernandez Gullien ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ

ຫວ່າງ​ແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ໃຫ​້​ການ​ຕ້ອນ​ຮັບ​ທ່ານ Orlando Nicolas Hernandez Gullien ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ ເຂົ້າ​ຢ້ຽມ​ຂ່ຳ​ນັບ ເນື່ອງ​ໃນ​ໂອ​ກາດ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃໝ່​ຢູ່ ຫວຽດ​ນາມ

ທີ່​ການ​ຕ້ອນ​ຮັບ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ Orlando Nicolas Hernandez Gullien ໄດ້​ຕີ​ລາ​ຄາ​ສູງ​ບັ​ນ​ດາ​ໝາກ​ຜົນ​ປະ​ທັບ​ໃຈ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ການ​ຄວບ​ຄຸມ ໂລກ​ລະ​ບາດ​ໂຄວິດ - 19 . ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ​່​ແບ່ງ​ປັນ​ກ່ຽວ​ກັບ​ໂຄງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ​ກູ​ບາ ໃນ​ປີ 2021 ແລະ ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ ວັກ​ຊິນ​ກັນ​ໂຄວິດ - 19 5 ຊະ​ນິດ ໂດຍ​ກູ​ບາ​ຜະ​ລິດ​ອອກ ແລະ ພັດ​ທະ​ນາ.

ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Orlando Nicolas Hernandez Gullien ກ​ໍ່​ໄດ້​ສະ​ແດງ​ຄວາມ​ຍິນ​ຕໍ່​ຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XIII ແລະ ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຫວັງ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ໜູນ​ຊ່ວຍ​ກູ​ບາ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ສຳ​ຄັນ​ຄື​ພະ​ນັກ​ງານ, ນ້ຳ​ມັນ​ອາຍ​ແກັດ, ກະ​ສິ​ກຳ… ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ.

ສ່ວນ​ທ່ານ ນາງ ປະ​ທານ VUFO ຫງວຽ​ນ​ເຟືອງ​ງາ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Orlando Nicolas Hernandez Gullien ທີ່​ໄດ້​ມາ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ຫວຽດ​ນາມ ແລະ ສ​ະ​ແດງ​ຄວາມ​ເຊື່ອ​ໝັ້​ນ​ວ່າ ທ່ານ ເອກອ​ັກ​ຄະ​ລັດ​ຖະ​ທູດ ຈະ​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ ເຂົ້າ​ໃນ​ການ​ປັບ​ປຸງ ແລະ ຊຸກ​ຍູ້​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ກູ​ບາ.

ທ່ານ​ນາງ​ກໍ​່​ຢັ້ງ​ຢືນ​ການ​ພົວ​ພັນ​ອັນ​ດີ​ງາມ​ກັບ ICAP ແລ​ະ ສະ​ມາ​ຄົມ​ມິດ​ຕະ​ພາບ ກູ​ບາ - ຫວຽດ​ນາມ, ປະ​ທານ VUFO ໄດ້​ແບ່​ງ​ປັນ ກ່ຽວ​ກັບ​ລະ​ບົບ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫ່​ວາງ​ສອງ​ຝ່າຍ ແລະ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ ICAP ໃນ​ປີ 2020.

ເມື່ອ​ສົ່ງ​ຄຳ​ອວຍ​ພອນ​ຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ ພັກ​ກອມ​ມູ​ນິດ ກູ​ບາ, ທ່ານ​ນາງ ໄດ້​ຢັ້ງ​ຢືນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ສົມ​ທົບ​ກັບ​ສະ​ຖານ​ທູດ ເພື່ອ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຊຸກ​ຍູ້​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, VUFO ແລະ ສະ​ມາ​ຄົມ ຫວຽດ​ນາມ - ກູ​ບາ ມີ​ຜົນ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ໂອ້​ລົມ​ສົ​ນ​ທິ​ນາ ໂຕະ​ວົງ​ມົນ ເຊິ່ງ​ເຊື້ອ​ເຊີນ​ທ່ານ​ມາ​ໂອ້​ລົມສົນ​ທະ​ນາ ກ່ຽວ​ກັບ​ສະ​ພາບ​ການ​ກູບາ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ.

ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ ກູບາຖືເປັນສຳຄັນ ແລະ ຂອບໃຈນ້ຳໃຈສາມັກຄີ, ການໜຼນຊ່ວຍອັນລ້ຳຄ່າ ຂອງ ຫວຽດນາມ

ຍ​ສ​ໝ - ທ່ານລັດຖະມົນຕີການ​ຕ່າງ​ປະ​ເທດ Bruno Rodriguez Parrilla ໄດ້​ສະ​ແດງ​ຄວາມຊົມເຊຍ​ຕໍ່​ທ່ານລັດຖະມົນຕີການຕ່າງປະເທດ ຫວຽດ​ນາມ ບຸນ​ແທັງ​ເຊີນ; ທ່ານ​ກໍ່ສະແດງຄວາມຂອບອົກຂອບໃຈແລະຖ​ື​ເປັນ​ສຳ​ຄັນນ້ຳ​ໃຈ​ສາ​ມັກ​ຄີ, ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ ຫວຽ,ນາມ ທີ່ສະ​ຫງວຽນ​ໃຫ້​ແກ່​ກູບາໃນໄລຍະທີ່ຜ່ານມາ, ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ໃນຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ເດືອນມັງກອນ 2020 ແລະ ເດືອນເມສາ 2021).

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໂອ້ລົມທາງໂທລະສັບ ກັບເລຂາທິການຜູ້ທີໜຶ່ງຂອງພັກກອມມູນິດກູບາ ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໂອ້ລົມທາງໂທລະສັບ ກັບເລຂາທິການຜູ້ທີໜຶ່ງຂອງພັກກອມມູນິດກູບາ

ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະແດງຄວາມຊົມເຊີຍພັກກອມມູນິດກູບາ ທີ່ໄດ້ຈັດຕັ້ງສຳເລັດຜົນການຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 8, ສະແດງຄວາມຊົມເຊີຍໃຫ້ທ່ານ Miguel Díaz-Canel Bermudez ໃນການເລືອກຕັ້ງເປັນເລຂາທິການຜູ້ທີໜຶ່ງ.

ປັບ​ປຸງ ແລະ ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ເລິກ​ເຊິ່ງ​ຂຶ້ນ​ຕື່ມ ປັບ​ປຸງ ແລະ ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

ວັນທີ 20 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍໄປຍັງທ່ານ Raul Castro ອະດີດເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.