ກອງປະຊຸມສະມັດຊາໃຫຍ່ IPU-142: ຕ້ອງການຄວາມສະເໝີພາບ ໃນການເຂົ້າເຖິງຢາວັກຊິນ COVID-19

11:38 | 28/05/2021

ຍສໝ - ກອງປະຊຸມສະມັດຊາໃຫຍ່ IPU-142 ໄດ້ປຶກສາຫາລືຫຼາຍບັນຫາສຳຄັນຂອງລັດຖະສະພາ, ສະເໜີ ວິທີການແກ້ໄຂ ເພື່ອເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືສາກົນເພື່ອເປັນການຕອບໂຕ້ກັບການປ້ອງກັນພະຍາດ COVID-19.

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການປະຈຳ ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການປະຈຳ ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ
ຫວຽດ​ນາມ ເຂົ້າ​ຮ່ວມ ສະພາບໍລິຫານລັດຖະສະພາບັນດາປະເທດໃນໂລກ (IPU) ຫວຽດ​ນາມ ເຂົ້າ​ຮ່ວມ ສະພາບໍລິຫານລັດຖະສະພາບັນດາປະເທດໃນໂລກ (IPU)

ໃນຕອນແລງຂອງວັນທີ 27 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ຫົວໜ້າຄະນະກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ທ່ານ ຫວູຫາຍຮ່າ ແລະ ຜູ້ຕາງໜ້າຖາວອນຂອງກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ແລະ ກອງປະຊຸມສະໄໝສາມັນຂອງກອງປະຊຸມໃຫຍ່ ຂອງສະຫະພັນລັດຖະສະພາລະຫວ່າງຊາດ IPU ຄັ້ງທີ 142.

ທີ່ກອງປະຊຸມຄົບຄະນະ, ບັນດາຜູ້ແທນ ໄດ້ສືບຕໍ່ປຶກສາຫາລືຫຼາຍບັນຫາ ທີ່ກ່ຽວຂ້ອງເຖິງຫົວຂໍ້ສ່ວນລວມ “ເອົາຊະນະໂລກລະບາດໃນປະຈຸບັນ ແລະ ສ້າງອະນາຄົດທີ່ດີກວ່າ: ບົດບາດຂອງລັດຖະສະພາ.”

ກອງປະຊຸມສະມັດຊາໃຫຍ່ IPU-142: ຕ້ອງການຄວາມສະເໝີພາບ ໃນການເຂົ້າເຖິງຢາວັກຊິນ COVID-19
ກອງປະຊຸມສະມັດຊາໃຫຍ່ IPU-142: ຕ້ອງການຄວາມສະເໝີພາບ ໃນການເຂົ້າເຖິງຢາວັກຊິນ COVID-19. (ພາບ: vietnamplus)

ໃນວາລະດຳເນີນກອງປະຊຸມຄະນະກຳມາທິການ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງປະຊາຄົມໂລກ, ໃນນັ້ນມີສະຫະພັນລັດຖະສະພາລະຫວ່າງຊາດ (IPU) ໃນການຍົກສູງກຳລັງຄວາມໝັ້ນຄົງສາກົນ, ຍົກສູງຄວາມຮັບຮູ້ ແລະ ການກະທຳຂອງລັດຖະສະພາ , ລັດຖະບານ ແລະ ປະຊາຊົນກ່ຽວກັບບັນຫາຄວາມສະຫງົບສຸກ ແລະ ຄວາມປອດໄພທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ.

ເພື່ອເພີ່ມທະວີປະສິດທິຜົນໃນການຮ່ວມມືຫຼາຍຝ່າຍ, ໂດຍສະເພາະ ແມ່ນເສີມຂະຫຍາຍບົດບາດຂອງລັດຖະສະພາ ແລະ ອົງການ IPU ໃນການປະເຊີນ​​ໜ້າກັບບັນດາໄພຂົ່ມຂູ່ ແລະ ຂໍ້ຂັດແຍ່ງຕ່າງໆທີ່ກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ໄດ້ສະເໜີໃຫ້ບັນດາລັດຖະສະພາຂອງປະເທດຕ່າງໆ ຕ້ອງສືບຕໍ່ຮັກສາເຈດຈຳນົງທາງການເມືອງທີ່ເຂັ້ມແຂງ, ມີການກະທຳທີ່ແທດຈິງດ້ວຍ ຈິດໃຈເຄົາລົບກົດໝາຍສາກົນ, ແລະ ມີການປະກອບສ່ວນຕົວຈິງໃຫ້ແກ່ວາລະປະຊຸມຂອງການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອສັນຕິພາບ, ຄວາມໝັ້ນຄົງໃນໂລກ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມຮີບດ່ວນຂອງການສັກຢາວັກຊິນປ້ອງກັນພະຍາດ COVID-19 ໃນທົ່ວໂລກ; ການເຂົ້າເຖິງວັກແຊັງປ້ອງກັນພະຍາດ COVID-19 ຢ່າງຍຸດຕິທຳ ແລະ ເທົ່າທຽມກັນ; ຮັບປະກັນສິດທິມະນຸດ ແລະ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃນສະພາບການໂລກລະບາດ.

ປະທານອົງການ IPU, ທ່ານ Duarte Pacheco ໄດ້ກ່າວວ່າ, ກອງປະຊຸມສະມັດຊາໃຫຍ່ IPU-142 ແມ່ນກອງປະຊຸມໃຫຍ່ຄັ້ງທຳອິດຂອງອົງການ IPU ໄດ້ດຳເນີນໃນຮູບແບບທາງທາງໄກ, ໃນສະພາບການຂອງການແຜ່ລະບາດຂອງພະຍາດ COVID-19 ແຜ່ຂະຫຍາຍໄປທົ່ວໂລກ ແລະ ມີການພັດທະນາທີ່ສັບສົນ.

ກອງປະຊຸມໃຫຍ່ IPU-142 ໄດ້ປຶກສາຫາລືຫຼາຍບັນຫາສຳຄັນຂອງລັດຖະສະພາ, ເຊິ່ງໄດ້ຍົກໃຫ້ເຫັນບົດບາດຂອງສະພາ ໃນການເອົາຊະນະໂລກລະບາດ ແລະ ການກໍ່ສ້າງໃຫ້ດີຂື້ນໃນອະນາຄົດ; ໃຫ້ຂໍ້ສະເໜີແນະ ແລະ ວິທີແກ້ໄຂເພື່ອເພີ່ມຄວາມສາມັກຄີ ແລະ ການຮ່ວມມືສາກົນໃນການຕອບໂຕ້ກັບການຄຸ້ມຄອງພະຍາດລະບາດໂລກ, ການຟື້ນຟູຫລັງການລະບາດ.

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU

ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍສະມາຊິກກົມການເມືອງ, ປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 207 ຂອງຄະນະບໍລິຫານງານສະຫະພັນລັດຖະສະພາໂລກ (IPU) ໂດຍ ຮູບການຖ່າຍທອດສົດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ

ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຕີລາຄາສູງການຮ່ວມມື ແລະ ສະໜັບສະໜູນຍີ່ປຸ່ນ ຢ່າງມີປະສິດທິຜົນ ເພື່ອການພັດທະນາຂອງຫວຽດນາມ...

ທ່ານນາຍົກລັດຖະມົນຕີ ຍ້ອງຍໍເມືອງດົງແອງ -  ນະຄອນຮ່າໂນ້ຍ ມີຜົນງານດີກ່ຽວກັບການປ້ອງກັນຕ້ານພະຍາດ COVID-19 ທ່ານນາຍົກລັດຖະມົນຕີ ຍ້ອງຍໍເມືອງດົງແອງ - ນະຄອນຮ່າໂນ້ຍ ມີຜົນງານດີກ່ຽວກັບການປ້ອງກັນຕ້ານພະຍາດ COVID-19

ຍສໝ - ໃນວັນທີ 16 ພຶດສະພາປີ 2021, ໃນຂໍ້ຕົກລົງເລກທີ 714/QD-TTg, ທ່ານນາຍົກລັດຖະມົນຕີ ໄດ້ຕັດສິນໃຈມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ແກ່ໝູ່ຄະນະ 03 ແຫ່ງ ແລະ ບຸກຄົນ 04 ຄົນ ຢູ່ເມືອງດົງແອງຂຶ້ນກັບນະຄອນຫຼວງຮ່າໂນ້ຍ ເຊິ່ງໄດ້ປະສົບຜົນສຳເລັດໃນຂົງເຂດສາທາລະນະສຸກ ກ່ຽວກັບການປ້ອງກັນຕ້ານພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.