ເປີດ​ສະຫຼອງ​ສະ​ຫະ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາບ​ຟຼິກ​ກາ

09:03 | 27/05/2021

ຍ​ສ​ໝ - ເຫດ​ການ​ຈັດ​ຕັ້ງ​ເຫດ​ການ​ທາງ​ອອນ​ລາຍ, ດ້ວຍ​ການເຂົ້າ​ຮ່ວມ​ຂອງ​ທ່ານ​ນາງ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ຫງວຽ​ນ​ເຟືອງ​ງາ, ທ່ານ Olusegun Obasanjo ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ປະ​ເທດ​ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ນີ​ເຊ​ຣີ, ທ່ານ Chekou Oussouman ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ​ສາ​ກົນ​ພາ​ສາ​ຝ​ລັ່ງ ປະ​ຈຳ ຫວຽດ​ນາມ, ພ້ອມ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫຼາຍ​ປະ​ເທດ ຢູ່ ອາບ​ຟຼິກ​ກາ ປະ​ຈຳ ຫວຽດ​ນາ​ມ.

ຫວຽດ​ນາມ ຍາມ​ໃດ​ກໍ່​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ເຢຍ​ລະ​ມັນ​ເປັນ​ສຳ​ຄັນ ຫວຽດ​ນາມ ຍາມ​ໃດ​ກໍ່​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ເຢຍ​ລະ​ມັນ​ເປັນ​ສຳ​ຄັນ
ໜູ​ນ​ຊ່ວຍ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ຮ້ານ​ຂາຍ​ເຄື່ອງ​ ຫວຽດ​ນາມ ຜ່ານ​ທາງ​ອອນ​ລາຍ ໜູ​ນ​ຊ່ວຍ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ຮ້ານ​ຂາຍ​ເຄື່ອງ​ ຫວຽດ​ນາມ ຜ່ານ​ທາງ​ອອນ​ລາຍ
ເປີດ​ສະຫຼອງ​ສະ​ຫະ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາບ​ຟຼິກ​ກາ
​ທ່ານ​ນາງ ຫງວຽນ​ເຟືອງ​ງາ, ປະ​ທານ VUFO

ຕອນ​ບ່າຍ​ວັນ​ທີ 25 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ ອາບ​ຟຼິກ​ກາ ແລະ ຕາ​ເວັນ​ອອກ​ກາງ (IAMES) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ອາ​ບ​ຟຼິກ​ກາ​ຂຽວ” ແລະ ພິ​ທີ​ເປີດ​ຕົວ​ສະ​ຫະ​ພັນ​ການ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາບ​ຟຼິກ​ກາ (25 ພຶດ​ສະ​ພາ 1963 – 25 ພຶດ​ສະ​ພາ 2021).

ເຫດ​ການ​ຈັດ​ຕັ້ງ​ເຫດ​ການ​ທາງ​ອອນ​ລາຍ, ດ້ວຍ​ການເຂົ້າ​ຮ່ວມ​ຂອງ​ທ່ານ​ນາງ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ຫງວຽ​ນ​ເຟືອງ​ງາ, ທ່ານ Olusegun Obasanjo ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ປະ​ເທດ​ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ນີ​ເຊ​ຣີ, ທ່ານ Chekou Oussouman ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ​ສາ​ກົນ​ພາ​ສາ​ຝ​ລັ່ງ ປະ​ຈຳ ຫວຽດ​ນາມ, ພ້ອມ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫຼາຍ​ປະ​ເທດ ຢູ່ ອາບ​ຟຼິກ​ກາ ປະ​ຈຳ ຫວຽດ​ນາ​ມ.

ກ່າວ​ຄຳ​ເຫັນ​ໄຂ​ເຫດ​ການ, ທ່ານ​ສາດ​ສະ​ດາ​ຈານ ປ.ອ ເລ​ເຟືອກ​ມິງ, ຫົວ​ໜ້າ​ສະ​ຖານ​ບັນ IAMES, ປະ​ທານ VAECA ໃຫ້​ຮູ້​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​ຜ່ານ​ຜ່າ​ການ​ຕໍ່​ສູ້​ກູ້​ຊາດຫຼາຍ​ຄັ້ງ ດັ່ງ​ນັ້ນ​ ຫວຽດ​ນາມ ເຂົ້າ​ໃຈ​ໄດ້​ຢ່າງ​ຈະ​ແຈ້ງ​ຄຸນ​ຄ່າ​ຂອງ​ເອ​ກະ​ລາດ​, ເສ​ລີ​ພາບ. ປະ​ທານ ​ໂຮ່​ຈີ​ມິນ ເມື່ອ​ເວົ້າ​ເຖິງ​ເພື່ອນ​ມິດ ອາບ​ຟຼິກ​ກາ ເຄີຍ​ເວົ້າ​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈ​ຕໍ່​ບັນ​ດາ​ໄຊ​ຊະ​ນະ​ຂອງ​ພວກ​ເພື່ອນ, ແລະຮູ້​ສຶກ​ເຈັບ​ປວດ​ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ພວກ​ເພື່ອ​ນ”. ນັ້ນ​ແມ່ນ​ຄຳ​ຢັ້ງ​ຢືນວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຮ່ຽງ​ບ່າ​ຮ່ຽງ​ໄລ່​ກັບ​ບັນ​ດາ​ເຜົ່າອາບ​ຟຼິກ​ກາ, ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ສ່ວນ​ທ່ານ​ນາງ ຫງວຽນ​ເຟືອງ​ງາ, ປະ​ທານ VUFO ໄດ້​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ມີ​ການ​ພົວ​ພັນ​ມິດ​ຕະ​ພາບ ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ​ະ​ຫະ​ພັນ ອາບ​ຟຼິກ​ກາ ແລະ ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ກັບ​ສະ​ຫະ​ພັນ​ອາບ​ຟຼິກ​ກາ. ຍາມ​ໃດ​ຫວຽດ​ນາມ ກໍ່​ຈົດ​ຈຳ ແລະ ສະ​ແດງ​ຄວາມ​ຮູ້​ບູນ​ຄູນ​ຕໍ່​ປະ​ຊາ​ຊົນ ແລະ ລັດ​ຖະ​ບານ ບັນ​ດາ​ປະ​ເທດ​ອາບ​ຟຼິກ​ກາ ທີ່​ໄດ້​ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ ໃນ​ບັ້ນ​ຕໍ່​ສູ້​ປົດ​ປ່ອຍ​ຊາດ.

ຕາມ​ທ່ານ​ນາງ ຫງວຽນ​ເຟືອງ​ງາ​ ແລ້ວ, ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນໄດ້​ສ້າງ ຜົນ​ກະ​ທົບ​ຫຍໍ້​ທໍ້​ຕໍ່​ທຸກ​ດ້ານ​ຂອງ​ໂລກ ແລະ ແຕ່​ລະ​ປະ​ເທດ, ຍິ່ງ​ກ່​ວາ​ເວ​ລາ​ໃດ​ໝົດ, ພວກ​ເຮົາ​ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ແບ່ງ​ປັນ​ປະ​ສົບ​ການ, ສຸມ​ກຳ​ລັງ​ແຮງ ເພື່ອ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຟື້ນ​ຟູ​ເສດ​ຖະ​ກິດ.

ຫວຽດ​ນາມ ຍາມ​ໃດ​ກໍ່​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ເຢຍ​ລະ​ມັນ​ເປັນ​ສຳ​ຄັນ ຫວຽດ​ນາມ ຍາມ​ໃດ​ກໍ່​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ເຢຍ​ລະ​ມັນ​ເປັນ​ສຳ​ຄັນ

ຍ​ສໝ - ທີ່​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ Heiko Maas ໄດ້​ອວຍ​ພອນ ທ່ານ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ເມື່ອ​ດຳ​ລົງ​ຕຳ​ແໜ່ງ​ໃໝ່ ແລະ ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຂະ​ແໜງ​ການ​ທູດ ຫວຽດ​ນາມ ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ສຳ​ເລັດຫຼາຍ​ຢ່າງ​ກ່​ວາ​ອີກ.

ໜູ​ນ​ຊ່ວຍ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ຮ້ານ​ຂາຍ​ເຄື່ອງ​ ຫວຽດ​ນາມ ຜ່ານ​ທາງ​ອອນ​ລາຍ ໜູ​ນ​ຊ່ວຍ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ຮ້ານ​ຂາຍ​ເຄື່ອງ​ ຫວຽດ​ນາມ ຜ່ານ​ທາງ​ອອນ​ລາຍ

ຕໍ່ໜ້າສະພາບການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ - 19 ອັນໄດ້ເຮັດໃຫ້ຫຼາຍແຂວງ, ນະຄອນທີ່ປະສົບກັບຄວາມຫຍຸ້ງຍາກໃນການຈຳໜ່າຍຜະລິດຕະພັນກະເສດຢູ່ທ້ອງຖິ່ນ ເປັນຕົ້ນແມ່ນ ແຂວງ ຫ໋າຍເຢືອງ, ຮຶງອຽນ, ບັກຢາງ ແລະ ຊອກຈັງ, ຂະແໜງອຸດສາຫະກຳ ແລະ ການຄ້າ ພວມຍູ້ແຮງການເຊື່ອມຕໍ່, ແນະນຳໂຄສະນາຜະລິດຕະພັນກະເສດໃນພື້ນຖານດີຈີຕອນ, ໂປຼແກຼມການຄ້າເອເລັກໂຕນິກ.

ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ

ຍ​ສ​ໝ - CVFS ໄດ້​ນຳ​ບັນ​ດາ​ໜັງ​ສາ​ລະ​ຄະ​ດີ ກ່ຽວ​ກັບ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ, ຄວາມ​ຮັ​ກ​ແພງ​ອອກ​ແຮງ​ງານ ຂອງ​ປະ​ທານ​ໂຮ່​ຈີ​ມິນ ໂດຍ​ເປັນ​ຜູ້​ມີ​ສະ​ຫງວນ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເປົ້າ​ໝາຍ “ສູ້​ຊົນ​ໃຫ້​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາດ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ”ມາ​ຍັງ​ກອງ​ປະ​ຊຸມ​ສຳ​ມະ​ນາ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.