ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU

14:13 | 27/05/2021

ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍສະມາຊິກກົມການເມືອງ, ປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 207 ຂອງຄະນະບໍລິຫານງານສະຫະພັນລັດຖະສະພາໂລກ (IPU) ໂດຍ ຮູບການຖ່າຍທອດສົດ.

ຫວຽດ​ນາມ ເຂົ້າ​ຮ່ວມ ສະພາບໍລິຫານລັດຖະສະພາບັນດາປະເທດໃນໂລກ (IPU) ຫວຽດ​ນາມ ເຂົ້າ​ຮ່ວມ ສະພາບໍລິຫານລັດຖະສະພາບັນດາປະເທດໃນໂລກ (IPU)
AIPA 2020: ຍູ້​ແຮງ​ກາ​ນ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ໃນ​ຂົງ​ເຂດ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ AIPA 2020: ຍູ້​ແຮງ​ກາ​ນ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ໃນ​ຂົງ​ເຂດ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ກອງປະຊຸມຄັ້ງທີ 207 ຂອງສະພາບໍລິຫານ IPU ໄດ້ດຳເນີນດ້ວຍຮູບການຖ່າຍທອດສົດ ເປັນເວລາ 2 ວັນ, ນັບແຕ່ວັນທີ 24-25 ພຶດສະພາປີ 2021 ເພື່ອປຶກສາຫາລື ແລະ ຕັດສິນບັນຫາຕ່າງໆທີ່ກ່ຽວຂ້ອງກັບການດຳເນີນງານຂອງ IPU ເຊິ່ງເປັນອົງການຮ່ວມມືລະຫວ່າງລັດຖະສະພາລະຫວ່າງຊາດທີ່ໃຫຍ່ທີ່ສຸດໃນໂລກ.

ທີ່ກອງປະຊຸມ, ບັນດາສະມາຊິກໄດ້ພິຈາລະນາ, ຮັບຮອງເອົາ: ໂຄງການດຳເນີນງານກອງປະຊຸມ; ວິໄສທັດປະທານ IPU ແລະ ບົດລາຍງານການເຄື່ອນໄຫວຂອງປະທານ IPU ນັບແຕ່ກອງປະຊຸມ 206 ຂອງສະພາບໍລິຫານ… ກໍ່ທີ່ກອງປະຊຸມ, ກໍ່ໄດ້ເລືອກຕັ້ງສະມາຊິກຄະນະບໍລິຫານ ແລະ ບັນດາອົງການອື່ນໆຂອງ IPU ຕື່ມອີກ.

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 207 ຂອງສະພາບໍລິຫານ IPU
ປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ. (ພາບ: TTXVN)

ໃນມື້ໄຂກອງປະຊຸມ, ບັນດາສະມາຊິກປາດຖະໜາວ່າ ປະທານ IPU ມີບັນດາແຜນການຢ່າງລະອຽດ ເພື່ອນຳ IPU ກາຍເປັນອົງການທີ່ເຂັ້ມແຂງກ່ວາ, ຮັບມືກັບບັນດາການຜັນແປຂອງໂລກລະບາດໃຫ້ເປັນຢ່າງດີກວ່າ; ພັດທະນາລັດທິຫຼາຍຝ່າຍ, ພັດທະນາ IPU ແລະ ການພົວພັນຄູ່ຮ່ວມມືລະຫວ່າງ IPU ແລະ ສະຫະປະຊາຊາດ, ມີການກະທຳຢ່າງແຮງກວ່າໃນບັນດາບັນຫາທົ່ວໂລກ.

ແລະ ກໍ່ໃນຕອນຄ່ຳວັນທີ 25 ພຶດສະພາ, ຕາມເວລາຮ່າໂນ້ຍ, ຄະນະຄະນະບໍລິຫານງານສະຫະພັນລັດຖະສະພາໂລກ (IPU) ໄດ້ສືບຕໍ່ມື້ເຮັດວຽກທີວາລະທີ 2 ໃນກອງປະຊຸມຖ່າຍທອດສົດຄັ້ງທີ 207 ເພື່ອກວດກາຄືນບັນດາເອກະສານລາຍງານການເງິນ, ຄາດຄະເນງົບປະມານ, ໂຄງການເຮັດວຽກຂອງ IPU ໃນເວລາທີ່ຈະມາເຖິງ, ກວດກາບົດລາຍງານການປັບປຸງໃໝ່ ກ່ຽວກັບສະພາບການຈັດຕັ້ງປະຕິບັດພ້ອມທັງການປະເມີນຄືນໃໝ່ຂອງຍຸດທະສາດ IPU.

ສະພາບໍລິຫານໄດ້ກວດກາ ແລະ ຮັບຮອງເອົາບົດລາຍງານຜົນການເງິນສຳລັບປີ 2020 ແລະ ໄດ້ອະນຸມັດລາຍຈ່າຍໃນໄລຍະທີ່ຈະມາເຖິງ. ໂດຍສະເພາະ, ລາຍຈ່າຍທີ່ກຳລັງຈະມາເຖິງຂອງ IPU ຈະສຸມໃສ່ເຂົ້າໃນກິດຈະກຳຕ່າງໆ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ - ຊາຍ, ແລະ ຟື້ນຕົວຈາກການລະບາດຂອງພະຍາດ COVID-19.

ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ

ຍສໝ - ເພື່ອຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ເປັນຕົ້ນແມ່ນໃນເງື່ອນໄຂເກີດໂລກລະບາດໂຄວິດ - 19 ທີ່ພວມມີການຜັນແປຢ່າງສັບສົນຢຸ່ບາງສະຖານທີ່ຈຸດສຸມຄືໃນປັດຈຸບັນ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍທົ່ວປະເທດ ເພື່ອແນໃສ່ເປົ້າໝາຍ ກວດກາຄືນວຽກງານກະກຽມມາຮອດປັດຈຸບັນ, ຮັບຟັງ ແລະ ແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກ...

ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ

ຍສໝ - ຕອນບ່າຍວັນທີ 13 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ.

ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ

ຍສໝ - ສຳນັກຂ່າວສານປະເທດລາວ KPL ມີບົດຂຽນທີ່ມີຫົວຂໍ້ວ່າ ສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.