ຫວຽດນາມ - ສ.ເກົາຫຼີ: ຊອກຫາວິທີແກ້ໄຂ ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ

14:57 | 06/06/2021

ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Park Noh-wan, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ. ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອຫາວິທີແກ້ໄຂກຳຈັດ ແລະ ຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ ໃນໄລຍະການລະບາດຂອງ COVID-19 ແລະ ໃນໄລຍະຈະມາເຖິງ.

VKBIA  ມະ​ຫາ​ວິ​ທະ​ຍາ​ໄລ Songgok (ສ.ເກົາຫຼີ) ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ VKBIA ມະ​ຫາ​ວິ​ທະ​ຍາ​ໄລ Songgok (ສ.ເກົາຫຼີ) ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ
ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ແລະ ທ່ານເອກອັກຄະລັດຖະທູດ Park Noh-wan ໄດ້ເຫັນດີວ່າ ການຮ່ວມມືດ້ານເສດຖະກິດ - ການຄ້າຫວຽດນາມ - ສ.ເກົາຫຼີ ຍັງມີຄວາມສາມາດບົ່ມຊ້ອນ ແລະ ຂໍ້ໄດ້ປຽບຫຼາຍຢ່າງເພື່ອພັດທະນາດີກວ່າເກົ່າ. ບັນດາຂໍ້ໄດ້ປຽບດັ່ງກ່າວ ແມ່ນມາຈາກການພົວພັນທາງດ້ານການເມືອງທີ່ດີ, ໂຄງປະກອບຂອງສິນຄ້ານຳເຂົ້າ ແລະ ສົ່ງອອກໄດ້ເພີ່ມເຕີມປະກອບເຊິ່ງກັນ ແລະ ກັນ, ແລະ ການຕັ້ງໜ້າຂອງທັງສອງຝ່າຍ ໃນການເຂົ້າຮ່ວມສັນຍາການຄ້າເສລີ ແລະ ໂດຍສະເພາະແມ່ນການເຊື່ອມຕໍ່ທີ່ໃກ້ຊິດນັບມື້ນັບຫຼາຍຂຶ້ນ ໃນຕ່ອງໂສ້ມູນຄ່າທົ່ວໂລກ.

ຫວຽດນາມ - ສ.ເກົາຫຼີ: ຊອກຫາວິທີແກ້ໄຂ  ແລະ ຊຸກຍູ້ການຮ່ວມມືທາງດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງປະເທດ
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ກ່າວຄໍາເຫັນໃນການພົບປະ.

ສອງຝ່າຍເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍປະສິດທິຜົນສູງສຸດຂອງກົນໄກການຮ່ວມມືສອງຝ່າຍ ເພື່ອຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ເຊັ່ນ: ຕອບສະໜອງຕໍ່ການລະບາດຂອງ COVID-19; ຈັດຕັ້ງແຜນການປະຕິບັດເປົ້າໝາຍການຄ້າສອງຝ່າຍໃຫ້ບັນລຸ 100 ຕື້ໂດລາສະຫະລັດໃນປີ 2023; ຊຸກຍູ້ການເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງ ຫວຽດນາມ - ສ.ເກົາຫຼີ; ເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ; ຊຸກຍູ້ການເຄື່ອນໄຫວຂອງສູນໃຫ້ຄຳປຶກສາ ແລະ ແກ້ໄຂບັນຫາເຕັກໂນໂລຢີຫວຽດນາມ - ສ.ເກົາຫຼີ; ຈັດຕັ້ງການໂອ້ລົມສົນທະນາລະຫວ່າງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ວິສາຫະກິດ ສ. ເກົາຫຼີ ຢ່າງເປັນຕາມການກຳນົດເວລາ.

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ໄດ້ແບ່ງປັນຄວາມຫຍຸ້ງຍາກໃນການເຂົ້າເມືອງຂອງຜູ້ຊ່ຽວຊານ, ບຸກຄະລາກອນທີ່ມີຄຸນນະພາບສູງ ເພື່ອຮັບໃຊ້ບັນດາໂຄງການ FDI ຂອງສ.ເກົາຫຼີ; ແບ່ງປັນຄວາມຫຍຸ້ງຍາກໃນການເຄື່ອນຍ້າຍຜູ້ແຮງງານ ສຳລັບບັນດາໂຄງການ FDI ຂອງ ສ.ເກົາຫຼີ ຢູ່ແຂວງບັກຢາງ, ແຂວງບັກນີງ, ວິງຟູກ, ຖ້າຍຫງວຽນ ໃນສະພາບການລະບາດ COVID-19.

ທ່ານລັດຖະມົນຕີ ຫງວຽນຮົ່ງຢ່ຽນ ໄດ້ຮຽກຮ້ອງໃຫ້ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ແລະ ພິເສດແມ່ນກຸ່ມບໍລິສັດ Samsung Group, SK Group (ທີ່ໄດ້ເຊັນສັນຍາຜະລິດວັກຊີນຢູ່ ສ.ເກົາຫຼີ ກັບກຸ່ມບໍລິສັດ Moderna ແລະ ກຸ່ມ Novanax) ສະໜັບສະໜູນຫວຽດນາມໃນການເຂົ້າເຖິງແຫຼ່ງວັກຊີນ ເພື່ອບັນລຸເປົ້າໝາຍການສັກຢາວັກຊິນ COVID-19 ໃນຂະໜາດໃຫຍ່, ໂດຍສະເພາະແມ່ນການສັກຢາປ້ອງກັນພະຍາດໃຫ້ຜູ້ອອກແຮງງານ ແລະ ຜູ້ກຳມະກອນຢູ່ໂຮງງານ ແລະ ສວນອຸດສາຫະ ກຳຮ່ວມກັບວິສາຫະກິດ FDI ຂອງສ.ເກົາຫຼີ.

ທ່ານເອກອັກຄະລັດຖະທູດ Park Noh-wan ແລະ ຜູ້ຕາງໜ້າບັນດາວິສາຫະກິດ ສ.ເກົາຫຼີ ໄດ້ເຫັນດີກັບການແບ່ງປັນ ແລະ ສະເໜີຂອງທ່ານລັດຖະມົນຕີ ຫງວຽນຮົ່ງຢ່ຽນ, ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນສ້າງການສະໜອງວັກຊີນໃຫ້ແກ່ຫວຽດນາມ ໃນການປະຕິບັດຢ່າງມີປະສິດທິຜົນສອງເປົ້າໝາຍ “ປ້ອງກັນ ແລະ ຕ້ານໂລກລະບາດ, ປົກປ້ອງສຸຂະພາບຂອງປະຊາຊົນ, ແລະ ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃນສະພາບປົກກະຕິໃໝ່”.

VKBIA  ມະ​ຫາ​ວິ​ທະ​ຍາ​ໄລ Songgok (ສ.ເກົາຫຼີ) ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ VKBIA ມະ​ຫາ​ວິ​ທະ​ຍາ​ໄລ Songgok (ສ.ເກົາຫຼີ) ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ

ຍ​ສ​ໝ - ເພື່ນ​ແນ​ໃສ່​ຫັນ​ການ​ເຊື່ອມ​ຕໍ່​ມີ່​ມີ​ຄວາມຫຼາຍ​ປະ​ກົດ​ຜົນ​ເປັນ​ຈິງ, ສະ​ມ​າ​ຄົມ​ນັກ​ທຸ​ລະ​ກິດ ແລະ ລົງ​ທຶນ ຫວຽດ​ນາມ - ສ.ເກົາຫຼີ ໄດ້​ລົງ​ນາມ​ບົດ​ບັນ​ທຶກ​ຊ່​ວນ​ຈຳ​ກ່​ຽວ​ກັບ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານກັບ​ມະ​ຫາ​ວິ​ທະ​ຍາ​ໄລ Songgok ເພື່ອ​ແນ​ໃສ່​ບຳ​ລຸງ​ສ້າງ​ແຫຼ່ງ​ຊັ​ບ​ພະ​ຍາ​ກອນ​ທີ່​ມີ​ຄຸນ​ນະ​ພາບ, ມີ​ສີ​ມື​ສູງ ແລະ ມີ​ຄວາມ​ຮູ້​ດ້ານ​ວັດ​ທະ​ນະ​ທຳ, ພາ​ສາ​ ສ.ເກົາຫຼີ, ຕອບ​ສະ​ໜອງ​ໃຫ້​ແກ່​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ພວມ​ເຮັດ​ວຽກ​ຢູ່​ບັນ​ດາ​ວິ​ສາ​ຫະ​ກິດ FDI.

ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ ຄົນງານຫວຽດນາມ ໄດ້ຕໍ່ກຳນົດເວລາພັກເຊົາຢູ່ປະເທດ ສ.ເກົາຫຼີ ຕື່ມອີກ 1 ປີ

ຍສໝ - ການຕໍ່ກຳນົດເວລານີ້ຈະໄດ້ນໍາໃຊ້ສໍາລັບຄົນງານທີ່ມີວີຊາ E-9 ແລະ ຜູ້ທີ່ຖືວີຊ່າເຮັດວຽກ H-2 ທີ່ຈະໝົດອາຍຸລະຫວ່າງວັນທີ 13 ເມສາ ເຖິງ 31 ທັນວາຂອງປີນີ້.

ພິ​ຈາ​ລະ​ນາ​ຄວາມ​ສາ​ມາດ​ໃນ​ການ​ຈັດ​ຕັ້ງ​ງານ​ບຸນ​ພົບ​ປະ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສ.ເກົາຫຼີ ປະ​ຈຳ​ປີ ພິ​ຈາ​ລະ​ນາ​ຄວາມ​ສາ​ມາດ​ໃນ​ການ​ຈັດ​ຕັ້ງ​ງານ​ບຸນ​ພົບ​ປະ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສ.ເກົາຫຼີ ປະ​ຈຳ​ປີ

ຍ​ສ​ໝ - ທ່ານ ເລ​ຈຸງ​ຈິງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ເລ​ຈຸງ​ຈິງ ໃນ​ຖາ​ນະ​ຕຳ​ແໜ່ງ​ຂອງ​ຕົນ, ທ່ານ Ahn Min – Sik ຈະ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ ​ສ.ເກົາຫຼີ​ ລົງ​ທຶນເຂົ້າ​ຂົງ​ເຂດ​ Startup ກໍ່​ຄື​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກວິ​ສາ​ຫະ​ກິດ, ເຂດ​ເຮັດ​ວຽກ​ລວມ, ການ​ບໍ​ລິ​ການ​ໜູນ​ຊ່ວຍ​ການ Startup, ສູນ​ຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ​ຢູ່ ດ່າ​ນັ້ງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.