ຜູ້ຊ່ຽວຊານຫວຽດນາມ ສົ່ງແຮງບັນດານໃຈໃຫ້ແກ່ນັກສຶກສາເຕັກໂນໂລຢີຍີ່ປຸ່ນ ເກືອບ 100 ຄົນ

09:36 | 04/06/2021

ຍສໝ - ນັກສຶກສາເກືອບ 100 ຄົນທີ່ມາຈາກມະຫາວິທະຍາໄລ 10 ແຫ່ງໃນປະເທດຍີ່ປຸ່ນ ໄດ້ເຂົ້າຮ່ວມໃນການໂອ້ລົມກັບຜູ້ຊ່ຽວຊານ (Industry Lecture) ທີ່ຈັດໂດຍ FUNiX Japan. ນັກປາຖະກະຖາແມ່ນບັນດາຊ່ຽວຊານຫວຽດນາມ.

ນັກ​ສະ​ແດງ​ຍິງ​ເຊື້ອ​ຊາດ ຫວຽດ​ນາມ Kelly Marie ເຈິ່ນ ລອດ​ເຂົ້າ​ຕອບ​ບັນ​ດາ​ຊີ​ລາຍ​ຊື່ ຊາວ​ອາ​ຊີ 100 ຄົນ​ທີ່​ມີ​ຜົນ​ກະ​ທົບ​ໃນ​ປີ 2021 ນັກ​ສະ​ແດງ​ຍິງ​ເຊື້ອ​ຊາດ ຫວຽດ​ນາມ Kelly Marie ເຈິ່ນ ລອດ​ເຂົ້າ​ຕອບ​ບັນ​ດາ​ຊີ​ລາຍ​ຊື່ ຊາວ​ອາ​ຊີ 100 ຄົນ​ທີ່​ມີ​ຜົນ​ກະ​ທົບ​ໃນ​ປີ 2021
ຫວຽດນາມ ແລະ ຍີ່ປຸ່ນ ເປັນປະທານຮ່ວມກອງປະຊຸມອອນລາຍ AFCDM + 3 ຫວຽດນາມ ແລະ ຍີ່ປຸ່ນ ເປັນປະທານຮ່ວມກອງປະຊຸມອອນລາຍ AFCDM + 3

ນັກປາຖະກະຖາ ເລວຽດຢາແຄ້ງ - ຜູ້ຊ່ຽວຊານກ່ຽວກັບການພົວພັນນັກສ້າງໂປຼແກຼມ (Developer Advovate) ຂອງ Google Japan ໄດ້ແບ່ງປັນກ່ຽວກັບການນຳໃຊ້ຂອງ Edge AI ໃນ Google; ສົ່ງແຮງບັນດານໃຈຈາກເລື່ອງລາວຂອງຕົນເອງຕໍ່ໃຫ້ແກ່ຊາວໜຸ່ມ.

ຈາກການເປັນນັກສຶກສາຟີຊິກ, ທ້າວ ເລວຽດຢາແຄ້ງ ໄດ້ຮຽນດ້ວຍຕົນເອງ ເພື່ອກ້າວເຂົ້າສູ່ໂລກເຕັກໂນໂລຢີ ແລະ ກາຍເປັນວິສະວະກອນຢູ່ Google, ຫຼັງຈາກຮຽນຈົບມະຫາວິທະຍາໄລ Tokyo. ປະຈຸບັນ, ທ້າວ ເລວຽດຢາແຄ້ງ ແມ່ນຜູ້ຊ່ຽວຊານ ໃນດ້ານເຄື່ອງຈັກ, ການພັດທະນາໂປຼແກມ/ເວັບ ແລະ ERP; ພ້ອມທັງຍັງເປັນນັກປາຖະກະຖາທີ່ຫ້າວຫັນກ່ຽວກັບ Machine Learning ຂອງ "Tensorflow" - ທາງ YouTube ທີ່ມີຜູ້ລົງທະບຽນຫຼາຍກວ່າ 3 ລ້ານຄົນ.

ຕາມທ້າວ ເລວຽດຢາແຄ້ງ ແລ້ວ, ແຕ່ລະຄົນລ້ວນແຕ່ຕ້ອງການມີຫຼັກໝັ້ນທີ່ໜັກແໜ້ນ, ຖ້າບໍ່ມີ ພວກເຂົາຈະຖືກແກ່ດຶງໄປຕາມຄວາມຄິດເຫັນຂອງຄົນອື່ນ; ຜ່ານນັ້ນ ຈະເຮັດໃຫ້ມີການຕັດສິນໃຈທີ່ຖືກຕ້ອງ, ເໝາະສົມສຳລັບຕົນເອງ.

ຜູ້ຊ່ຽວຊານຫວຽດນາມ ສົ່ງແຮງບັນດານໃຈໃຫ້ແກ່ນັກສຶກສາເຕັກໂນໂລຢີຍີ່ປຸ່ນ ເກືອບ 100 ຄົນ
ນັກປາຖະກະຖາ ເລວຽດຢາແຄ້ງ - ຜູ້ຊ່ຽວຊານກ່ຽວກັບການພົວພັນນັກສ້າງໂປຼແກຼມ.

“ຫຼັງຈາກຮຽນຈົບມະຫາວິທະຍາໄລ Tokyo, ໝູ່ເພື່ອນສ່ວນຫຼາຍຂອງຂ້າພະເຈົ້າໃນຫ້ອງຮຽນ ໄດ້ໄປຮຽນຕໍ່. ຕໍ່ໜ້າຄວາມກົດດັນ ແລະ ການຄັດຄ້ານຈາກຜູ້ທີ່ຢູ່ອ້ອມຂ້າງ, ຂ້າພະເຈົ້າຍັງຮັກສາຄວາມຄິດເຫັນຂອງຕົນເອງ, ກຳນົດຢ່າງຈະແຈ້ງວ່າ ຕ້ອງການເຮັດຫຍັງໃນເວລານີ້ ແລະ ຕັດສິນໃຈສະໝັກວຽກ, ແທນທີ່ຈະຮຽນຕໍ່ໄປ. ຫຼັງຈາກເບິ່ງຄືນ 9 ປີທີ່ຜ່ານມາ, ຂ້າພະເຈົ້າບໍ່ເຄີຍເສຍໃຈກັບການຕັດສິນໃຈນັ້ນ” - ນັກປາຖະກະຖາ ເລວຽດຢາແຄ້ງ ແບ່ງປັນ.

ນັກປາຖະກະຖາ ເລວຽດຢາແຄ້ງ ໄດ້ກ່າວວ່າ ໃນປີ 2013, ການປະກົດຕົວຂອງໂທລະສັບ Smartphone ໄດ້ເຮັດໃຫ້ທຸລະກິດ ແລະ ການຄ້າມີການປ່ຽນແປງຫຼາຍຢ່າງ. ຈາກຄວາມຈິງດັ່ງກ່າວ, ທ້າວ ເລວຽດຢແຄ້ງ ໄດ້ເຂົ້າໃຈວ່າ ການເຮັດວຽກເປັນທີ່ປຶກສາດ້ານທຸລະກິດ ກໍ່ແມ່ນກິດຈະກຳໜຶ່ງທີ່ສົ່ງເສີມການປ່ຽນແປງຮູບແບບທຸລະກິດຂອງວິສາຫະກິດ, ແຕ່ປັດໄຈຫຼັກໃນທີ່ນີ້ ຍັງແມ່ນເຕັກໂນໂລຢີຂໍ້ມູນຂ່າວສານ. ທ້າວແຄ້ງ ໄດ້ຢຸດເຊົາເຮັດວຽກເປັນທີ່ປຶກສາດ້ານທຸລະກິດ ໂດຍປະເຊີນກັບການຄັດຄ້ານຂອງທຸກຄົນ ເພື່ອຝຶກຝົນຄວາມຮູ້ດ້ານເຕັກໂນໂລຢີຂອງຕົນ ແລະ ສະໝັກວຽກເຂົ້າ Google.

ໂດຍອ້າງອີງເຖິງຜົນຂອງການຄົ້ນຄວ້າທາງວິທະຍາສາດທີ່ກ່າວວ່າ ສຳລັບມະນຸດເຮົາຕ້ອງໃຊ້ເວລາປະມານ 100,000 ຊົ່ວໂມງ ທີ່ຈະຮຽນເປັນເຈົ້າທັກສະໃດໜຶ່ງ, ນັກປາຖະກະຖາ ເລວຽດຢາແຄ້ງ ໄດ້ກ່າວເຖິງປະສົບການ: ຄວາມພະຍາຍາມທີ່ຈະຮຽນຮູ້ ແລະ ຝຶກພາສາຍີ່ປຸ່ນຈົນໄດ້ເຖິງລະດັບຊຳນານ. ທ້າວ ເລວຽດຢາແຄ້ງ ໄດ້ສາມາດປາຖະກະຖາຢູ່ຕໍ່ໜ້າຜູ້ຊົມຍີ່ປຸ່ນ. ຄວາມພະຍາຍາມຈາກທີ່ບໍ່ມີປະສົບການ ມາເປັນ Developer advocate ຂອງ Google. ເຖິງຢ່າງໃດກໍ່ຕາມ, ຄວາມພະຍາຍາມເທົ່ານັ້ນແມ່ນຍັງບໍ່ທັນພຽງພໍ, ແຕ່ຕ້ອງມີຄວາມ "ສະຫຼາດ" - ຮູ້ວິທີນຳໃຊ້ເຕັກໂນໂລຢີເຂົ້າໃນການເຮັດວຽກນຳອີກ ເພື່ອເຮັດວຽກໃຫ້ໄດ້ສຳເລັດໂດຍໄວ ແລະ ຖືກຕ້ອງຊັດເຈນ.

Industry Lecture ແມ່ນລະບົບກິດຈະກຳໃຫຍ່ທີ່ສຳຄັນຂອງ FUNiX Japan ໃນລະດູຮ້ອນປີ 2021, ເຊິ່ງຈັດຂື້ນສຳລັບນັກສຶກສາຂະແໜງເຕັກໂນໂລຢີຍີ່ປຸ່ນ ແລະ ເປີດໃຫ້ຜູ້ຊົມທີ່ສົນໃຈກ່ຽວກັບເຕັກໂນໂລຢີໃໝ່ໆ, ເຊັ່ນ: AI, Machine Learning, IoT, Data Science, Blockchain… ໂຄງການດັ່ງກ່າວ ແມ່ນມີການຮ່ວມເດີນທາງຂອງສະຫະສະມາຄົມບັນດາວິທະຍາໄລ ແລະ ວິສາຫະກິດຍີ່ປຸ່ນ (GTI Consortium) ແລະ FPT ປະເທດຍີ່ປຸ່ນ. Industry Lecture ສຸມໃສ່ການສະໜອງຄວາມຮູ້ ແລະ ຂໍ້ມູນກ່ຽວກັບວິທີການນຳໃຊ້ເຕັກໂນໂລຢີໃໝ່ໃນທຸລະກິດຢ່າງແທ້ຈິງ. ພ້ອມດຽວກັນນີ້, ກໍ່ຍັງເປັນຂົວຕໍ່ ເພື່ອສ້າງໂອກາດໃຫ້ນັກສຶກສາຍີ່ປຸ່ນໂດຍທົ່ວໄປ ແລະ ນັກສຶກສາ FUNiX ເວົ້າສະເພາະ ເພື່ອເຊື່ອມຕໍ່ກັບຜູ້ຊ່ຽວຊານດ້ານເຕັກໂນໂລຢີ. ລະບົບກິດຈະກຳດັ່ງກ່າວຄາດວ່າຈະຈັດຂື້ນໃນທຸກໆ 2 ອາທິດ, ແກ່ຍາວແຕ່ ເດືອນພຶດສະພາ ເຖິງ ເດືອນກໍລະກົດ 2021.
ສົ່ງອອກໝາກລິນຈີ່ ຂອງບັ໊ກຢາງ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ ສົ່ງອອກໝາກລິນຈີ່ ຂອງບັ໊ກຢາງ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ

ຍສໝ - ໝາກລິນຈີ່ ເຕິນອຽນ ງວດທຳອິດ ປະມານ 20 ໂຕນໄດ້ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ ຢ່າງເປັນທາງການ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ

ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຕີລາຄາສູງການຮ່ວມມື ແລະ ສະໜັບສະໜູນຍີ່ປຸ່ນ ຢ່າງມີປະສິດທິຜົນ ເພື່ອການພັດທະນາຂອງຫວຽດນາມ...

ທ່ານປະທານປະເທດຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ ທ່ານປະທານປະເທດຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ

ຍສໝ - ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຕີລາຄາສູງການຮ່ວມມືທີ່ມີປະສິດທິຜົນ ແລະ ແທດຈິງຂອງຍີ່ປຸ່ນໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ໃນນັ້ນມີການຊ່ວຍເຫຼືອໃນການສະໜອງອຸປະກອນຄຸ້ມຄອງຮັກສາວັກຊີນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.