ລາວ-ຈີນ ລົງນາມ ຈັດຊື້ສີນຄ້າກະສິກຳປຸງແຕ່ງ ຈາກ ສປປ ລາວ ສົ່ງໄປ ສປ ຈີນ

07:00 | 01/06/2021

ໃນວັນທີ 29 ພຶດສະ​ພາ 2021 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ); ບໍລິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ (AIDC), ສປປ ລາວ ແລະ ບໍລິສັດ ລັດວິສາຫະກິດ ສະບຽງອາຫານ ຈີນ ສາຂາ ເມືອງ ເຈີງໂຈ ແຂວງເຫີໜານ ສປ ຈີນ ໄດ້ລົງນາມບົດບັນທຶກ ແບບທາງໄກ ເພື່ອຮ່ວມມື ໃນການຈັດຊື້ສີນຄ້າ ກະສິກຳປຸງແຕ່ງຈາກ ສປປ ລາວ ສົ່ງໄປ ສປ ຈີນ, ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ແລະ ທ່ານ ເພັດ ພົມພິພັກ ລັດຖະ ມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ
ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ

ພິ​ທີລົງນາມຄັ້ງນີ້, ມີຂຶ້ນລະຫວ່າງ ທ່ານ ພຶດສະພາ ພູມມະສັກ ປະທານບໍລະສັດ AIDC ແລະ ທ່ານ ຈ້າຍ ເຫວີຍ (Dai Wei) ປະທານກຳມະການບໍລິຫານ ລັດວິສາຫະກິດສະບຽງອາຫານ ສປ ຈີນ ສາຂາ ເມືອງ ເຈີງໂຈ ແຂວງ ເຫີໜານ ພ້ອມດ້ວຍມີຜູ້ຕາງໜ້າ ຂອງລັດຖະບານລາວ ຮ່ວມລົງນາມ ເພື່ອເປັນພະຍານ ຄື ທ່ານ ໄຊ​ສົມ​ເພັດ ນໍ​ລະ​ສິງ ຫົວ​ໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ ກະ​ຊວງ ອ​ຄ ແລະ ທ່ານ ສີ​ປະ​ໄພ ໄຊ​ສົງ​ຄາມ ຫົວ​ໜ້າ​ຫ້ອງ​ການ ກະ​ຊວງກະສິກຳ ແລະ ປ່າໄມ້.

ໃນ​ພິ​ທີ ທ່ານ ພຶດ​ສະ​ພາ ພູ​ມ​ມະ​ສັກ ​ກ່າວ​ວ່າ: ການ​ໄດ້​ລົງ​ນາມ​ຮ່ວມ​ມື ​ດ້ານ​ຍຸດ​ທະ​ສາດ ໃນ​ການ​ເອົາ​ສີນ​ຄ້າ​ຈາກ ສ​ປ​ປ ລາວ ໄປ​ຂາຍ​ໃນ ສ​ປ ຈີນ ໂດຍ​ການ​ຮ່ວມ​ມື​ກັບ ລັດ​ວິ​ສາ​ຫະ​ກິດ​ສະ​ບຽງ​ອາ​ຫານ ສ​ປ ຈີນ ຄັ້ງ​ນີ້ ແມ່ນກວມ​ເອົາ​ສີນ​ຄ້າກະ​ສິ​ກຳ​ປຸງ​ແຕ່ງ 9 ລາຍ​ການ​ໃຫຍ່ ຄື: ຖົ່ວ​ດິນ 1 ແສນ​ໂຕນ, ແປ້ງ​ມັນ​ຕົ້ນ 1 ແສນ​ໂຕນ, ຊີ້ນ​ງົວ​ແຊ່​ແຂງ 1 ແສນ​ໂຕນ, ໝາກ​ມ່ວ​ງ​ຫິ​ມະ​ພານ 2 ແສນ​ໂຕນ, ໝາກ​ມ່ວງ 1 ແສນ​ໂຕນ, ຖຸລຽນ 5 ໝື່ນ​ໂຕນ, ຖົ່ວ​ເຫລືອງ 2 ແສນ​ໂຕນ, ກ້ວຍ 1 ແສນ​ໂຕນ ແລະ ນ້ຳ​ຕານ 5 ແສນ​ໂຕນ, ຊຶ່ງ​ລວມ​ມູນ​ຄ່າ​ການ​ສົ່ງ​ອອກ 1,5 ຕື້​ໂດ​ລາ ພາຍ​ໃນ​ປີ​ທີ 5 ເປັນ​ຕົ້ນ​ໄປ, ຊຶ່ງ​ການ​ຮ່ວມ​ມື​ດັ່ງ​ກ່າວ​ ຈະສ້າງອາຊີບ ໃຫ້ແກ່ປະຊາຊົນລາວ ຫລາຍແສນຄອບຄົວ ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ດີ​ຂຶ້ນ ແລະ ຈະ​ສ້າງ​ລາຍ​ຮັບ ​ໃຫ້​ແກ່​ລັດ​ຖະ​ບານ. ພ້ອມກັນ​ນັ້ນ, ກໍ​ຍັງ​ເປັນ​ການ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ ເປັນ​ຕົ້ນ​ແມ່ນຖະ​ໜົນ​ຫົນ​ທາງ, ໄຟ​ຟ້າ, ນ້ຳ​ປະ​ປາ ແລະ ຊົນ​ລະ​ປະ​ທານ​ ໄປ​ພ້ອມໆ​ກັນ.​

ລາວ-ຈີນ ລົງນາມ ຈັດຊື້ສີນຄ້າກະສິກຳປຸງແຕ່ງ ຈາກ ສປປ ລາວ ສົ່ງໄປ ສປ ຈີນ
ພິທີລົງນາມ ຈັດຊື້ສີນຄ້າກະສິກຳປຸງແຕ່ງ ຈາກ ສປປ ລາວ ສົ່ງໄປ ສປ ຈີນ. (ພາບ: KPL)

ໂອ​ກາດ​ດຽວ​ກັນ, ຍັງ​ໄດ້​ຂອບ​ໃຈ​ລັດ​ຖະບານລາວ ທີ່​ໄດ້​ເອົາ​ໃຈ​ໃສ່​ຊຸກ​ຍູ້ ແລະ ສະ​ໜັບ​ສະ​ໜູນ ຊຶ່ງ​ຜ່ານ​ມາກໍ​ໄດ້​ພ້ອມ​ກັນ ​ທົດ​ລອງ​ເຮັດ​ກະ​ສິ​ກຳ​ ຢູ່ຫລາຍ​ຈຸດ ແລະ ໄດ້​ກະ​ກຽມ​ພື້ນ​ທີ່​ປູກ​ຝັງເຮັດ​ການ​ຜະ​ລິດ ແຕ່​ພາກ​ກາງ ຫາພາກ​ໃຕ້ ໂດຍ​ປັດ​ຈຸ​ບັນ​ໄດ້​ເກືອບ 1 ແສນ​ເຮັກ​ຕາ. ພາຍຫລັງ​ການ​ລົງ​ນາມ​ຄັ້ງ​ນີ້, ບໍ​ລິ​ສັດ ແລະ ລັດ​ວິ​ສາ​ຫະ​ກິດ ສະ​ບຽງ​ອາ​ຫານ ຈີນ ຈະ​ປຶກ​ສາ​ຫາ​ລື​ ເຖິງ​ລາຍ​ລະ​ອຽດ​ ດ້ານ​ເຕັກ​ນິກ ​ຂອງ​ການ​ປູກ-ການ​ປຸງ​ແຕ່ງ ແລະ ກ້າວ​ສູ່​ຂັ້ນ​ຕອນ​ ການ​ນຳ​ສະ​ເໜີ​ ໂຄງ​ການ​ໃຫ້​ແກ່​ລັດ​ຖະ​ບານ ໃນ​ການ​ຂໍ​ໂກ​ຕ້າ ແລະ ພະ​ຍາ​ຍາມ​ ໃຫ້​ລາ​ຄາ​ສາ​ມາດ​ແຂ່ງ​ຂັນ​ໄດ້ ທຽບ​ປະ​ເທດ​ອ້ອມ​ຂ້າງ.

ທ່ານ ຄຳແພງ ໄຊສົມແພງ ​ກ່າວ​ວ່າ: ​ພາຍຫລັງ​ທີ່​ ລາວ-ຈີນ ໄດ້​ສຳ​ເລັດ​ການ​ ເຊັນ​ສັນ​ຍາ​ຊື້​-ຂາຍເຂົ້າ 20 ພັນ​ໂຕນ ແລະ ສືບ​ຕໍ່​ສົ່ງ​ອອກ ​ເຂົ້າ 50 ພັນ​ໂຕນ ໃນ​ອະ​ນາ​ຄົດ; ການ​ລົງ​ນາມໃນ​ຄັ້ງ​ນີ້​ ກໍ​ເປັນ​ອີ​ກ​ສິ່ງ​ໜຶ່ງ ​ທີ່ມີ​ຄວາມໝາຍ​ສຳ​ຄັນ​ຍິ່ງ ເປັນ​ໂອ​ກາດ ທີ່​ເປີດ​ຊ່ອງ​ທາງ​ ໃຫ້​ສາ​ມາດ​ສ້າງ​ມູນ​ຄ່າ​ການ​ຄ້າ ຂອງ​ທັງ​ສອງ​ປະ​ເທດ​ເພີ່ມ​ຂຶ້ນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ ການ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົ​ມ ຂອງ ສ​ປ​ປ ລາວ ແລະ ທັງ​ເປັນ​ໂອ​ກາດ ​ໃນ​ການ​ສົ່ງ​ອອກ​ສີນ​ຄ້າ​ກະ​ສິ​ກຳ ​ທີ່​ເປັນ​ສີນ​ຄ້າ​ທີ່​ເປັນ​ທ່າ​ແຮງ​ຂອງ​ລາວ. ນອກ​ນີ້, ຍັງ​ເປັນ​ການ​ສົ່ງ​ເສີມ​ການ​ຜະ​ລິດ, ດຶງ​ດູດ​ການ​ລົງ​ທຶນ ເພື່ອ​ກ້າວ​ຜ່ານ​ອຸ​ປະ​ສັກ​ທີ່​ເກີດ​ຈາກ​ໂຄວິດ-19 ແລະ ຍັງ​ເປັນ​ການ​ຮອງ​ຮັບ​ໃຫ້​ແກ່​ຜົນ​ສຳ​ເລັດ ​ຂອງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ໃນ​ທ້າຍ​ປີ 2021 ນີ້ ກໍ​ຄື​ຍຸດ​ທະ​ສາດໜຶ່ງ​ເລວ​ໜຶ່ງ​ເສັ້ນ​ທາງ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຊຶ່ງ​ເຊື່ອ​ໝັ້ນ​ວ່າ​ ການ​ສົ່ງ​ອອກ​ສີນ​ຄ້າ ຜ່ານ​ການ​ຂົນ​ສົ່ງ​​ທາ​ງ​ລົດ​ໄຟ​ ຈະ​ຊ່ວຍ​ຫລຸດ​ຕົ້ນ​ທຶນ ແລະ ສາ​ມາດ​ແຂ່ງ​ຂັນ​ກັບ​ ສີນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ ແລະ ຂອງ​ສາ​ກົນ​ໄດ້.

ທ່ານ ເພັດ ພົມພິພັກ ​ໄດ້​ກ່າວ​ວ່າ: ປັດ​ຈຸ​ບັນ, ລາວ-ຈີນ ໄດ້​ສຳ​ເລັດ​ອະ​ນຸ​ສັນ​ຍາສອງ​ຝ່າຍ ຊຶ່ງ​ສາ​ມາດ​ສົ່ງ​ອອກ​ພືດ ແລະ ຜະ​ລິດ​ຕະ​ພັນ​ພືດໄປ​ສປ ຈີນ ມີ 7 ຊະ​ນິດ​ພືດ​ ຄື: ສາ​ລີ, ມັນ​ຕົ້ນ, ກ້ວຍ, ເຂົ້າ​ສານ, ໝາກ​ໂມ, ມັນ​ດ້າງ, ພືດ​ຕະ​ກູນ​ຖົ່ວ. ນອກ​ນີ້, ມີ ​ງົວ ຕື່ມອີກ. ກະ​ຊວງ ກະສິກຳ ແລະ ປ່າໄມ້, ຍັງສຳ​ເລັດ​ການ ຮ່າງ​ອະ​ນຸ​ສັນ​ຍາ ເພື່ອລໍ​ຖ້າ​ເຊັນ​ລົງ​ນາມ ໃນ​ການ​ສົ່ງ​ພືດ ແລະ ຜະ​ລິດ​ຕະ​ພັນ​ພືດໄປ ສ​ປ ຈີນ ອີກ 6 ຊະ​ນິດ​ ເຊັ່ນ: ໝາກ​ຜຸ, ​ໝາກ​ກ້ຽງ, ໝາກ​ນາວ, ໝາກ​ໜ໊ອດ, ພືດ​ເປັນ​ຢາ, ໃບ​ໝາກຕູມ​ແຫ້ງ, ຊຶ່ງ​ແຕ່​ນີ້ຮອດ​ປີ 2025 ແມ່ນ​ຈະ​​ສືບ​ຕໍ່ເຈ​ລະ​ຈາ​ ທາງ​ດ້ານ​ເຕັກ​ນິກ​ເປີດ​ຕະຫລາດ​ກັບ​ ສ​ປ ຈີນ ຫລາຍກວ່າ 90 ລາຍ​ການ​ພືດ. ຫລັງ​ຈາກ​ເຊັນ​ສັນ​ຍາ​ໃນຄັ້ງ​ນີ້, ກະ​ຊວງກະສິກຳ ແລະ ປ່າໄມ້ ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ ເພື່ອ​ຂໍ​ໂກ​ຕ້າ​ສົ່ງ​ອອກ​ໄປ ສ​ປ ຈີນ 5 ລາຍ​​ການ ທີ່ນອນ​ໃນ​ອະ​ນຸ​ສັນ​ຍາທີ່​ ລາວ-ຈີນ ໄດ້ລົງ​ນາມ​ແລ້ວ ທີ່​ມີ​ໃນ​ 9 ລາຍ​ການ​ສິນ​ຄ້າ ທີ່​ໄດ້​ລົງ​ນາມ​ໃນ​ພິ​ທີຄັ້ງ​ນີ້.​

ພາຍຫລັງ​ພິ​ທີ​ລົງ​ນາມ ​ດັ່ງ​ກ່າວ​ສຳ​ເລັດ​, ທ່ານ ລັດ​ຖະ​ມົນ​ຕີ ​ທັງ​ສອງ​ກະ​ຊວງ ພ້ອມ​ດ້ວຍ​ຄະ​ນະ ກໍ​ໄດ້​ສືບ​ຕໍ່​ເຂົ້າ​ຮ່ວມ​ ການ​ປະ​ຊຸມ​ແບບ​ທາງ​ໄກ ລະ​ຫວ່າງ ບໍ​ລິ​ສັດ​ AIDC ແລະ ບໍ​ລິ​ສັດ COFCO Sundry ປັກກິ່ງ, ຊຶ່ງຝ່າຍບໍລິສັດຈາກ ສປ ຈີນ ມີ ທ່ານ ຫວັງ ເຜິງ ຫົວໜ້າຜູ້ຈັດການທົ່ວໄປ ພະແນກທຸລະກິດ ຂອງບໍລິສັດດັ່ງກ່າວເຂົ້າຮ່ວມ. ການເຂົ້າຮ່ວມກອງປະຊຸມ ຂອງ ທ່ານລັດຖະມົນຕີ ທັງສອງກະຊວງ ພ້ອມຄະນະຄັ້ງນີ້, ເພື່ອເປັນການຊຸກຍູ້ການຮ່ວມມື ຂອງ ສອງບໍລິສັດ ລາວ-ຈີນ, ຊຶ່ງນັບແຕ່ປີ 2019 ສອງບໍລິສັດໄດ້ຮ່ວມມື ຝ່າຍລາວໄດ້ສົ່ງອອກ ສີນຄ້າຫລາຍກວ່າ 11 ລາຍການ. ໃນນີ້, ສະເພາະໝາກມ່ວງຫີນມະພານ ມີມູນຄ່າສົ່ງອອກເຖິງ 15 ລ້ານໂດລາ ໃນປີ 2019 ແລະ ປັດ ຈຸບັນ ໝາກເຜັດກຳລັງເປັນອີກ 1 ລາຍການສີນຄ້າ ທີ່ມີທ່າແຮງສົ່ງອອກໄປ ສປ ຈີນ. ບໍລິສັດ AIDC ມີມູນຄ່າການສົ່ງອອກ ໃນການຮ່ວມມືກັບ ບໍ​ລິ​ສັດ COFCO ປະມານ 1 ຕື້ກວ່າໂດລາ.

ໃນກອງປະຊຸມຄັ້ງນີ້, ບໍ​ລິ​ສັດ COFCO ຈະໃຫ້ການຊ່ວຍເຫລືອ ໃນການສະເໜີ ຂໍເພີ່ມໂກຕ້າໃນການສົ່ງອອກສິນຄ້າ ຈາກ ລາວ ໄປ ສປ ຈີນ, ຈະສະເໜີ ການຍົກເວັ້ນພາສີສີນຄ້າຂອງ 9 ລາຍ ການສີນຄ້າທີ່ ບໍລິສັດ AIDC ລົງນາມຮ່ວມມືກັບ ລັດວິສາຫະກິດ ສະບຽງອາຫານ ຈີນ ແລະ ຈະໃຫ້ ຄໍາແນະນຳທາງ ດ້ານເຕັກນິກວິຊາການ ໃນການປຸງແຕ່ງສິນຄ້າ ແລະ ອື່ນໆ ທີ່ຈຳເປັນ ເພື່ອໃຫ້ການຮ່ວມມື ຂອງສອງບໍລິສັດ ສາມາດສ້າງຜົນປະໂຫຍດ ມາໃຫ້ສອງຝ່າຍ ກໍຄື ຜົນປະໂຫຍດດ້ານການຄ້າມາສູ່ສອງປະເທດ ສປປ ລາວ ແລະ ສປ ຈີນ.

ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

ໃນວັນທີ 24 ທັນວາ 2020 ຢູ່ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ.

ພິທີລົງນາມ ຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ພິທີລົງນາມ ຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ

ໃນວັນທີ 16 ທັນວາ 2020 ຢູ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມຈົດໝາຍ ແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (Exchange Notes) ເພື່ອຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມື ດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ-ຍີ່ປຸນ ທີ່ໄດ້ລົງນາມກັນ ໃນເດືອນພຶດ ສະພາ ຜ່ານມາ. ຕາງໜ້າຝ່າຍລາວ ຮ່ວມລົງນາມ ຄັ້ງນີ້, ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ ...

ວາລະສານ ຍຸກສະໄໝ  ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”

kpl.gov.la

ເຫດການ
302 Found

Found

The document has moved here.