ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກິ່ນເທີ
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງນະຄອນເກິ່ນເທີຮັບຊາບກ່ຽວກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກ ແລະ ພາຍໃນປະເທດ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງນະຄອນເກິ່ນເທີຮັບຊາບກ່ຽວກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກ ແລະ ພາຍໃນປະເທດ.
ອາເມລິກາຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 48.517.370 ຄົນ, ໃນນັ້ນມີຜູ້ເສຍຊີວິດ 791.048 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ຍສໝ - ເພື່ອໜູນຊ່ວຍບັນດາການເຄື່ອນໄຫວເບື້ອງຕົນ, ADB ຈະນຳໃຊ້ບັນດາແຫຼ່ງໜູນຊ່ວຍດ້ານເຕັກນິກ ແລະ ລະດົມບັນດາແຫຼ່ງທຶນຕ່າງໆຕື່ມອີກ, ໃນນັ້ນ, ລັດຖະບານ ອົດສະຕາລີ ຢັ້ງຢືນການໜູນຊ່ວຍງົບປະມານໃຫ້ແກ່ການສ້າງຍຸດທະສາດ ແລະ ວິວັດການຫັນເປັນພະລັງງານຂຽວຂອງ PVN,
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2021 – 2022 ແລະ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ.
ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ພວມດຳເນີນຢູ່ເຂດຊຸມຊົນແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ເຊິ່ງກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ ເອກະພາບ - ວັນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍອັນຍິ່ງໃຫຍ່ໃນຄວາມມານະພະຍາຍາມສືບຕໍ່ເພີ່ມພູນຄູນສ້າງມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດອັນລ້ຳຄ່າຂອງຊາດ ຫວຽດນາມ. ໃນສະພາບການປັດຈຸບັນ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ສືບຕໍ່ໄດ້ຮັບການເສີມຂະຫຍາຍໃນລະດັບສູງ, ສ້າງກຳລັງແຮງເພື່ອໃຫ້ ຫວຽດນາມ ສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ, ປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 590.000 ຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 7.500 ຄົນ ແລະ ລັດເຊຍ ມີຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ, ຫຼາຍກ່ວາ 1.200 ຄົນ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຊວັນຕວຽນ ໄດ້ຕາງໜ້າ ກະຊວງສາທາລະນະສຸກ ຕ້ອນຮັບວັກຊິນກັນໂຄວິດ - 19 AstraZeneca 50.000 ໂດສ ຂອງ ສາທາລະນະລັດ ໂອຕາລິດ ມອບໃຫ້ ຫວຽດນາມ.
ວັນທີ 16 ພະຈິກ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ສໍານັກພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ຈັດຕັ້ງພິທີສະເໜີປຶ້ມ “ບາງບັນຫາທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ - ຫາງສຽງພາຍໃນ ແລະສາກົນກ່ຽວກັບບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ”.
ຕອນເຊົ້າວັນທີ 16 ພະຈິກ ແມ່ນວັນເຮັດວຽກທໍາອິດຂອງຄູອາຈານຫວຽດນາມ ທີ່ໄປສອນພາສາຫວຽດນາມ ຢູ່ ສປປ ລາວ ໄລຍະ 2021-2023.
ໂດຍຮັບຄຳເຊີນຈາກທ່ານປະທານສະພາສູງ ແລະ ປະທານສະພາແຫ່ງຊາດ ກຳປູເຈຍ, ຕອນບ່າຍວັນທີ 16/11, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມເຈີ່ນແທງເໝີ້ນ ຫົວໜ້າ ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄູ່ຮ່ວມມືລັດຖະສະພາອາຊີ-ເອີລົບ ຄັ້ງທີ 11 (ASEP 11) ຊຶ່ງຖືກຈັດຂຶ້ນຕາມຮູບການທາງໄກ.
ຕອນເຊົ້າວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສການເງິນ ຫວຽດນາມ 2021 ດ້ວຍຫົວຂໍ້ “ຍຸດທະສາດການເງິນໄລຍະ 2021 – 2030 ແລະ ບັນດາມາດຕະການຟື້ນຟູ, ພັດທະນາດເສດຖະກິດ ຫວຽດນາມ” ດ້ວຍການໜູນຊ່ວຍຂອງ ອົງການຮ່ວມມືພັດທະນາເຢຍລະມັນ (GIZ) ເວທີປາໄສຖືກຈັດຕາມຮູບການໂດຍກົງ ແລະ ທາງໄກ.
ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ກ່ວາ 357.000 ຄົນ ແລະ ຜູ້ເສຍຊີວິດ 4.561 ຄົນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ, ບັນດາຄູອາຈານສືບຕໍ່ອຸທິດສ່ວນໃຫ້ແກ່ພື້ນຖານການສຶກສາຂອງ ຫວຽດນາມ.
ໃນບົດລາຍງານອັບເດດສະພາບເສດຖະກິດມະຫາພາກຫວຽດນາມ ທີ່ຫາກໍ່ປະກາດ, ທະນາຄານໂລກ (WB)ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຕ້ອງປະເຊີນໜ້າກັບສິ່ງກີດຂວາງຫຼາຍຢ່າງໃນການຟື້ນຟູພື້ນຖານເສດຖະກິດພາຍຫຼັງການຮັກສາໄລຍະຫ່າງໃນສັງຄົມທີ່ຖືກແກ່ຍາວ, ແຕ່ເສດຖະກິດຫວຽດນາມ ກໍາລັງສະແດງໃຫ້ເຫັນບັນດາສັນຍານທີ່ດີ ແລະຟື້ນຟູ.
ວັນທີ 14 ພະຈິກ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະຜູ້ຕາງໜ້າຄູ-ອາຈານ, ພະນັກງານທີ່ມີຜົນງານດີເດັ່ນເນື່ອງໃນໂອກາດວັນຄູແຫ່ງຊາດຫວຽດນາມ (20-11).
ຍສໝ - ໃນຂອບເຂດເວທີປາໄສລະດັບສູງປະຈຳປີ ຄັ້ງທີ 3 ກ່ຽວກັບອຸດສາຫະກຳ 4.0, ກອງປະຊຸມສຳມະນາຫົວຂໍ້ສະເພາະຄັ້ງທີ 4 ດ້ວຍຫົວຂໍ້ “ພັດທະນາພະລັງງານຂຽວ ແລະ ບັນດາພະລັງງານໃໝ່ໃນວິວັດການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝເຖິງ 2030, ວິໄສທັດຮອດ 2045” ໂດຍການເປັນປະທານຂອງຄະນະກຳມະການເສດຖະກິດສູນກາງ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫະສະມາຄົມພະລັງງານຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 10/11.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ແລະ ກອງທຶນປະດິດສ້າງເຕັກນິກຫວຽດນາມ Vifotec ໄດ້ຈັດພິທີມອບລາງວັນປະດິດສ້າງວິທະຍາສາດເຕັກໂນໂລຢີ ຫວຽດນາມ - WIPO 2020.
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ຫາກໍ່ລົງນາມໃນຂໍ້ຕົກລົງສະບັບເລກທີ 1909/QD-TTg ວ່າດ້ວຍການອະນຸມັດຍຸດທະສາດພັດທະນາວັດທະນະທໍາ ຮອດປີ 2030.
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງການສຶກສາ ແລະ ບຳລຸງສ້າງ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບຂົງເຂດການສຶກສາ ແລະ ບຳລຸງສ້າງ…
ຜູ້ມີສິດເລືອກຕັ້ງຢູ່ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕີລາຄາສູງຄຸນນະພາບກອງປະຊຸມສະໄໝສາມັນເມື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດາຄູອາຈານ, ພະນັກງານຄຸ້ມຄອງການສຶກສາຢູ່ທຸກແຖບຖິ່ນໃນທົ່ວປະເທດ.
ຍສໝ - ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ບຳລຸງສ້າງ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ນະຄອນຮ່າໂນ້ຍ ຫາກໍ່ສ້າງແຜນການຈັດຕັ້ງການສັກຢາປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ເດັກອາຍຸ 12-17 ປີ ຢູ່ນະຄອນ. ຄາດວ່າ ຈະຜັນຂະຫຍາຍໃນໄຕມາດທີ 4 ແລະ ໄຕມາດທຳອິດຂອງປີ 2022.
ເຖິງວ່າໄດ້ຫຍໍ້ເວລາເຮັດວຽກລົງເມື່ອທຽບໃສ່ກອງປະຊຸມສະໄໝທ້າຍປີຂອງສະພາແຫ່ງຊາດຊຸດມໍ່ໆມານີ້ກໍ່ຕາມ, ແຕ່ກອງປະຊຸມຍັງຮັບປະກັນຄຸນນະພາບ, ປະສິດທິຜົນ, ຖືກຕ້ອງຕາມຂໍ້ກຳນົດ.
ຍສໝ - ກົມທາງລົດໄຟຫວຽດນາມ ຫາກໍ່ຍື່ນເອກະສານສະເໜີລາຍຊື່ໂຄງການໃໝ່ທີ່ຮຽກຮ້ອງການລົງທຶນຈາກຕ່າງປະເທດໃນຂົງເຂດທາງລົດໄຟ ຕໍ່ກະຊວງຄົມມະນາຄົມຂົນສົ່ງ.
ຍສໝ - ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຫວຽດນາມ ໄດ້ຮັບການຄວບຄຸມ, ຄວາມປະເອີບໃຈຂອງບັນດາຜູ້ນຳວິສາຫະກິດ ແລະ ນັກລົງທຶນເອີລົບ ຈະສືບຕໍ່ເພີ່ມຂຶ້ນ ເມື່ອນັບມື້ນັບມີຫຼາຍບໍລິສັດກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ ແລະ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກເພີ່ມຂຶ້ນ.
ຍສໝ - NanoDragon ໄດ້ຮັບການພັດທະນາດ້ວຍເປົ້າໝາຍເພື່ອຢັ້ງຢືນວ່າສາມາດນຳໃຊ້ເຕັກໂນໂລຊີລຳແສງດາວທຽມຂະໜາດນ້ອຍທີ່ສຸດເພື່ອຮັບສັນຍານລະບຸບຕົວຕົນຢ່າງອັດຕະໂນມັດ (AIS) ຂອງເຮືອ.
ຍສໝ - ກອງປະຊຸມສຸດຍອດວິສາຫະກິດ APEC 2021 ໄດ້ດຳເນີນໃນລະຫວ່າງວັນທີ 11-12 ພະຈິກ ຢູ່ Aukland (ນິວຊີແລນ) ຜ່ານລະບົບທາງໄກສົມທົບກັບໂດຍກົງ. ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຮັບການເຊີນຂຶ້ນກ່າວປາໄສ, ກໍານົດທິດໃຫ້ການປຶກສາຫາລືໃນວາລະປະຊຸມຄັ້ງທຳອິດຂອງກອງປະຊຸມກ່ຽວກັບການພັດທະນາແບບຍືນຍົງ ແລະການປ່ຽນແປງຂອງດິນຟ້າອາກາດ...
ຍສໝ - ການທີ່ສົນທິສັນຍາ RCEP ມີຜົນສັກສິດນັບແຕ່ເດືອນມັງກອນ 2022 ນັ້ນ ຈະສາມາດປະກອບສ່ວນຫັນເປັນຫຼາຍພູມມິພາກໃນສົນທິສັນຍາການຄ້າເສລີ ໂດຍ ASEAN ໄດ້ເຊັນກັບແຕ່ລະປະເທດຄູ່ຮ່ວມມືໃນກ່ອນໜ້ານີ້.
ໃນເດືອນ ຕຸລາ ແລະ ຊຸມມື້ຕົ້ນເດືອນ ພະຈິກ, ສະພາບປົກກະຕິໃໝ່ທີ່ຄ່ອຍໆສ້າງຂຶ້ນຢູ່ທຸກທ້ອງຖິ່ນນັ້ນ ໄດ້ສ້າງຄວາມສະດວກໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.
ຍສໝ - ໃນບົດລາຍງານ e-Conomy SEA 2021 ທີ່ Google, Temasek ແລະ Bain & Company ຫາກໍ່ໄດ້ປະກາດໃນວັນທີ 10 ພະຈິກ ໄດ້ຍົກອອກຂໍ້ສັງເກດວ່າ ພື້ນຖານເສດຖະກິດອິນເຕີເນັດຂອງ ຫວຽດນາມ ຄາດວ່າຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້, ບັນລຸໄດ້ 220 ຕື້ USD ກ່ຽວກັບຍອດມູນຄ່າສິນຄ້າ (GMV) ໃນປີ 2030…
The document has moved here.