ຜູ້ມີສິດເລືອກຕັ້ງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕີລາຄາສູງຄຸນນະພາບກອງປະຊຸມສະພາແຫ່ງຊາດ

06:30 | 15/11/2021

ຜູ້ມີສິດເລືອກຕັ້ງຢູ່ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕີລາຄາສູງຄຸນນະພາບກອງປະຊຸມສະໄໝສາມັນເມື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

ຫວຽດນາມ ສະແດງຄວາມກັງວົນ ກ່ຽວກັບການສືບຕໍ່ຂະຫຍາຍບັນດາເຂດຕັ້ງຖິ່ນຖານ ຢູ່ເຂດແຄມຝັ່ງຕາເວັນຕົກຂອງອິດສະຣາແອນ ຫວຽດນາມ ສະແດງຄວາມກັງວົນ ກ່ຽວກັບການສືບຕໍ່ຂະຫຍາຍບັນດາເຂດຕັ້ງຖິ່ນຖານ ຢູ່ເຂດແຄມຝັ່ງຕາເວັນຕົກຂອງອິດສະຣາແອນ
ອັດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ອັດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
ພາບປະກອບ: quochoi.vn
ພາບປະກອບ: quochoi.vn

ພ້ອມກັບຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ຜູ້ມີສິດເລືອກຕັ້ງຢູ່ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕີລາຄາສູງຄຸນນະພາບກອງປະຊຸມສະໄໝສາມັນເມື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ເຊື່ອມໝັ້ນຕໍ່ບັນດາລັດຖະນະໂຍບາຍຂອງສະພາແຫ່ງຊາດຈະຜັນຂະຫຍາຍໃນຊີວິດຕົວຈິງໂດຍໄວ.

ທ່ານ ຫວໍວັນເທື້ອງ, ຫົວໜ້າຜູ້ຕາງໜ້າພຸດທະສາສະໜາ ຮ່ວາຫາວ ແຂວງ ຕຽນຢາງ ແລະ ຜູ້ມີສິດເລືອກຕັ້ງຫຼາຍຄົນແມ່ນຜູ້ເຊື່ອຖືສາສະໜາ ຮ່ວາຫາວ ຢູ່ແຂວງ ຕຽນຢາງ, ມີຄວາມເອົາໃຈໃສ່ເປັນພິເສດ, ຕິດຕາມກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຢ່າງໃກ້ຊິດ. ທ່ານ ຫວໍວັນເທື້ອງ ໃຫ້ຮູ້ວ່າ, ເຖິງວ່າໂລກລະບາດໂຄວິດ-19 ຍັງມີການຜັນແປສັບສົນຫຼາຍຢ່າງກໍ່ຕາມ, ແຕ່ສະໄໝປະຊຸມຍັງຈັດຕັ້ງຂຶ້ນເພື່ອແກ້ໄຂບັນດາບັນຫາສຳຄັນຂອງປະເທດຊາດ. ຄຸນນະພາບຂອງກອງປະຊຸມບັນລຸໄດ້ຄວາມຮຽກຮ້ອງ, ເອົາໃຈໃສ່ແກ້ໄຂບັນຫາທີ່ມີຄວາມສົນໃຈ, ອຸກໃຈຂອງຜູ້ມີສິດເລືອກຕັ້ງ. ວາລະຊັກຖາມລະຫວ່າງສະມາຊິກສະພາແຫ່ງຊາດ ແລະ ບັນດາສະມາຊິກລັດຖະບານ, ຮອງນາຍົກລັດຖະມົນຕີ, ນາຍົກລັດຖະມົນຕີ ແມ່ນກົງໄປກົງມາ, ມີຄວາມຮັບຜິດຊອບ, ພິເສດສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລື, ຍົກອອກບັນດາມາດຕະການຮັບມືກັບໂລກລະບາດໂຄວິດ-19…

ສ່ວນຜູ້ມີສິດເລືອກຕັ້ງໜຸ່ມ ເຈີນມິນຝູ (ອາຍຸ 22 ປີ), ຢູ່ ຕາແສງ ຮືງເລີ້ຍ, ເມືອງ ນິງກ່ຽວ, ນະຄອນ ເກີນເທີ, ໃຫ້ຂໍ້ສັງເກດວ່າ:

“ການຕິດຕາມກວດກາແມ່ນໜຶ່ງໃນບັນດາບົດບາດໜ້າທີ່ເຊິ່ງສະພາແຫ່ງຊາດພວມຍູ້ແຮງ ແລະ ປະຕິບັດຖືກຕາມບົດບາດຂອງຕົນໃນການສ້າງລັດແຫ່ງນິຕິບັນຍັດສັງຄົມນິຍົມ. ນັ້ນຈະແມ່ນໜຶ່ງໃນບັນດາກຳລັງໜູນຢ່າງໃຫຍ່ຫຼວງຂອງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດຢູ່ທ້ອງຖິ່ນ. ຜ່ານນັ້ນ, ຫວັງວ່າ ບັນດາການຕິດຕາມກວດກາຈະມີຈຸດສຸມ, ຖືກທິດ; ພ້ອມທັງ ຍົກສູງກຳລັງຄວາມສາມາດຕິດຕາມຂອງສະພາແຫ່ງຊາດເຖິງປະຊາຊົນ”.

vovworld.vn

ເຫດການ
302 Found

Found

The document has moved here.