ພື້ນ​ຖານ​ເສດ​ຖະ​ກິດ ອິນ​ເຕີ​ເນັດ ຫວຽດ​ນາມ ຄາດ​ວ່າ​ຈະ​ບັນ​ລຸ​ໄດ້ 220 ລ້ານ USD ໃນ​ປີ 2030

06:38 | 13/11/2021

ຍ​ສ​ໝ - ​ໃນບົດ​ລາຍ​ງານ e-Conomy SEA 2021 ທີ່​ Google, Temasek ແລະ Bain & Company ຫາ​ກໍ່​ໄດ້ປະ​ກາດ​ໃນ​ວັນ​ທີ 10 ພະ​ຈິກ ໄດ້​ຍົກ​ອອກ​ຂໍ້​ສັງ​ເກ​ດ​ວ່າ ພື້ນ​ຖານ​ເສດ​ຖະ​ກິດອິນ​ເຕີ​ເນັດ​ຂອງ ຫວຽດ​ນາມ ຄາດ​ວ່າ​ຈະ​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ 2 ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ບັນ​ລຸ​ໄດ້ 220 ຕື້ USD ກ່ຽວ​ກັບ​ຍອດ​ມູນ​ຄ່າ​ສິນ​ຄ້າ (GMV) ໃນ​ປີ 2030…

ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ ຄັ້ງ​ທີ 32 ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ ຄັ້ງ​ທີ 32
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ
ພື້ນ​ຖານ​ເສດ​ຖະ​ກິດ ອິນ​ເຕີ​ເນັດ ຫວຽດ​ນາມ ຄາດ​ວ່າ​ຈະ​ບັນ​ລຸ​ໄດ້ 220 ລ້ານ USD ໃນ​ປີ 2030
ພາບ​ປະ​ກອບ: quangngaitv.vn

ບົດ​ລາຍ​ງານ​ພື້ນ​ຖານ​ເສດ​ຖະ​ກິດ ດີ​ຈີ​ຕອນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ສຽງ​ດັງ​ກ້ອງ​ກັງ​ວານ ທົດ​ສະ​ວັດ​ທີ XX: ທົດ​ສະ​ວັດ ດີ​ຈີ​ຕອນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເປີດ​ນຳ​ໃຊ້​ Version ທີ 6 ໂດຍ Google, Temasek ແລະ Bain & Company ປະ​ກາດ ໃຫ້​ຮູ້​ວ່າ ພື້ນ​ຖານ​ເສດ​ຖະ​ກິດດີ​ຈີ​ຕອນຂອງ ຫວຽດ​ນາມ ຄາດ​ວ່າ ຈະ​ເຕີບ​ໂຕ 31% ຂຶ້ນ​ເຖິງ 21 ຕື້ USD ຍ້ອນ​ການ​ເຕີບ​ໂຕ​ 53% ຂອງການ​ຄ້າ​ເອ​ເລັກ​ໂຕ​ນິກ ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ເຖິງວ່າ​ຕະຫຼາດ​ທ່ອງ​ທ່ຽວທາງ​ອອນ​ລາຍ​ພວມຖືກ​ຮັດ​ແຄບ ແລະ ຄາດ​ວ່າຈະ​ສືບ​ຕໍ່​ບັນ​ລຸ​ໄດ້ 57 ຕື້ USD ໃນ​ປີ 2025.

ນັບ​ແຕ່​ເວ​ລາ​ເກີດ​ໂລກ​ລະ​ບາດ​ມາ​ຮອດ​ 6 ເດືອນ​ຕົ້ນ​ປີ 2021, ຫວຽດ​ນາມ ມີ​ຜູ້​ນຳ​ໃຊ້​ດີ​ຈີ​ຕອນ​ຕື່ມ​ອີກ 8 ລ້ານ​ຄົນ ດ້ວຍຫຼາຍກວ່າ​ເຄິ່ງ​ໜຶ່ງ​ໃນ​ຈຳ​ນວນທີ່​ເຂົາ​ເຈົ້າມາຈາກ​ບັນ​ດາເຂດ​ທີ່​ບໍ່​ແມ່ນ​ນະ​ຄອນ​ໃຫຍ່. ຜູ້​ຊົມ​ໃຊ້​ດີ​ຈີ​ຕອນ ຕໍ່​ໜ້າ​ສະພາບໂລກ​ລະ​ບາດ ສະເລ່່ຍໄດ້​ນຳ​ໃຊ້​ຕື່ມ​ອີກ 4 ການ​ບໍ​ລິ​ການ​ດ້ານ​ດີ​ຈີ​ຕອນ ນັບ​ແຕ່​ເວ​ລາ​ໂລກ​ລະ​ບາດເລີ່ມ​ເກີດ​ຂຶ້ນ.

99% ຜູ້​ຊົມ​ໃຊ້​ດີ​ຈີ​ຕອນ ຫວຽດ​ນາມ ມີ​ເຈດ​ຈຳ​ນົງ​ສື​ບ​ຕໍ່​ນຳ​ໃຊ້​ບັນ​ດາ​ການ​ບໍ​ລິ​ການ​ທາງ​ໄກ​ໃນ​ອະ​ນາ​ຄົດ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ການຕິດ​ພັນ​ສູງ​ທີ່​ສຸດ ກັບ​ບັນ​ດາ​ການ​ບໍ​ລິ​ການ​ດີ​ຈີ​ຕອນ ແລະ ຜະ​ລິດ​ຕະ​ພັນ​ດີ​ຈີ​ຕອນຂອງຜູ້​ຊົມ​ໃຊ້​ຊາວ​ຫວຽດ​ນາມ.

ກ່ຽວ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ບົດ​ລາຍ​ງານ​ໃຫ້​ຮູ້​ວ່າ ໜຶ່ງ​ໃນ 3 ນັກ​ທຸ​ລະ​ກິດ​ດີ​ຈີ​ຕອນຂອງ ຫວຽດ​ນາມ ຖື​ວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດ​ຄົງ​ຕົວ​ພາຍຫຼັງ​ໂລກ​ລ​ະ​ບາດ ຖ້າ​ຫາກວ່າ ບໍ່​ມີ​ບັນ​ດາ​ພື້ນ​ຖານ​ດີ​ຈີ​ຕອນ. ຢູ່ ຫວຽດ​ນາມ, ບັນ​ດາ​ການ​ບໍ​ລິ​ການ​ການ​ເງິນດີ​ຈີ​ຕອນ ກໍ່​ພວມ​ກາຍ​ເປັນ​ປັດ​ໄຈ​ຊຸກ​ຍູ້​ສຳ​ຄັນ ສຳ​ລັບ 95% ວິ​ສາ​ຫ​ະ​ກິດ ດີ​ຈີ​ຕອນ ທີ່​ປັດ​ຈຸ​ບັນ​ພວມ​ນຳ​ໃຊ້​ວິ​ທີ​ການ​ຊຳ​ລະ​ດີ​ຈີ​ຕອນ ແລະ 67% ຍອມ​ຮັບການ​ໃຫ້​ກູ້​ຢື​ມຜ່ານທາງ​ດີ​ຈີ​ຕອນ. ຍິ່ງ​ໄປ​ກ່​ວາ​ນັ້ນ, 7 ໃນ​ຈຳ​ນວນວ​ິ​ສາ​ຫະ​ກິດ​ດີ​ຈີ​ຕອນ 10 ແຫ່ງ ຄາດ​ວ່າ​ຈະ​ເພີ່ມ​ທະ​ວີ​ການ​ນຳ​ໃຊ້ບັນ​ດາ​ເຄື່ອງ​ມື​ໂຄ​ສ​ະ​ນາ​ດີ​ຈີ​ຕອນ​ຂອງ​ເຂົາ​ເຈົ້າ​ໃນ 5 ປີ​ຈະ​ມາ​ເຖິງ.

ຫວຽດ​ນາມ ຍັງ​ແມ່ນໜຶ່ງໃນ​ສູນ​ປ່ຽນ​ແປງ​ໃໝ່​ທີ່​ດຶງ​ດູດ​ໃຈ ເມື່ອ​ແຫຼ່ງ​ເງິນ​ລົງ​ທຶນ​ໃນ​ທົ່ວ​ໂລກ ສືບ​ຕໍ່​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ. ການ​ເຄື່ອນ​ໄຫວ​ພົວ​ພັນ​ການ​ຄ້າ, ການ​ລົງ​ທຶນ​ເພີ່ມ​ຂຶ້ນ​ສູງ​ໃນ 6 ເດືອນ​ຕົ້ນ​ປີ 2021 ບັນ​ລຸ​ຢູ່​ລະ​ດັບ​ສູງ​ສະ​ຖ​ິ​ຕິ 1,37 ຕື້ USD, ລື່ນກາຍບັນ​ດາ​ບ້ວງ​ເງິນ​ລົງ​ທຶນທັງ​ປີຂອງ​ຊຸມ​ປີ​ຜ່າ​ນ​ມາ, ໂດຍ​ໄດ້​ຊຸກ​ຍູ້​ຍ້ອນ​ຄວາມ​ສົນໃຈໃນການ​ລົງ​ທຶນເຂົ້າ​ບັນ​ດາ​ບໍ​ລິ​ສັດ Startup ດີ​ຈີ​ຕອນ ໃນ​ຂົງ​ເຂດ​ການ​ຄ້າ​ເອ​ເລັກ​ໂຕ​ນິກ (e-commerce), ກ​າ​ນ​ເງິນ(fintech), ສຸ​ຂະ​ພາບ (healthtech) ແລະ ການ​ສຶກ​ສາ(edtech).

ຜ່ານ​ໄລຍະໂລກ​ລະ​ບາດ, ຂ້າ​ພະ​ເຈົ​້າ​ໄດ້​ເຫັນ​ປະ​ຈັກ​ຕາ ປະ​ຊາ​ຊົນ ຫວຽດ​ນາມ ມີ​ຄວາມ​ກ້າ​ຫານ​ແນວ​ໃດ ແລະ ເຂົາ​ເຈົ້າ​ອາດ​ຈະ​ກາຍ​ເປັນ​ຜູ້​ຮັບ​ເຕັກ​ໂນ​ໂລ​ຢີ​ໃໝ່​ໂດຍ​ໄວ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​. ການ​ປັບ​ປຸງ​ໃໝ່​ນີ້ ໄດ້ຄາດ​ຄະ​ເນ​ກ່ຽວ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ອິນ​ເຕີ​ເນັດ​ຂອງ ຫວຽດ​ນາມ ຮອດ​ປີ 2030 ໃຫ້ພວກ​ເຮົາ​ເຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງຂອງ​ປະ​ເທດ​ຊາດ ເມື່ອ ຫວຽດ​ນາມ ເພີ່ມ​ຄວາມ​ໄວ​ໃນ​ການ​ເຫັນ​ເປັນ​ດີ​ຈີ​ຕອນ” ທ່າ​ນ​ນາງ ເຈິມ​ຫງວຽນ, ຜູ້​ອຳ​ນວຍ​ການ​ Google ຮັບ​ຜິດ​ຊອບຕະຫຼາດ ລາວ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ, ໃຫ້​ຮູ້​.

ຕາມ​ທ່ານ​ນາງ ເຈິມ​ຫງວຽນ ​ແລ້ວ, ບັນ​ດາ​ໂຄງ​ການ​ໃໝ່​ສຸດ​ຂອງ Google ຄື ຖານ​ຍິງ ຫວຽດ​ນາມ Digital 4.0 ແລະ ສ້າງ​ໂປ​ແກຼມອະ​ນາ​ຄົດກັບ Google ໄດ້​ສະໜອງ​ບັນ​ດາ​ຊຸດ​ຝຶ​ກ​ອົບ​ຮົມ​ດ້ານ​ເຕັກ​ນິກ​ດີ​ຈີ​ຕອນ ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ບັນ​ດາ​ລາຍ​ການ​ສ້າງ​ໂປ​ແກຼ​ມໃຫ້​ແກ່​ຊາວ​ຫວຽດ​ນາມ ນັບ​ລ້ານ​ຄົນ ແມ່ນຫຼັກ​ຖານ​ຕົວ​ຈິງ​ໃຫ້​ແກ່​ຄຳ​ໝັ້ນ​ສັນ​ຍາ​ຂອງພວກ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ປະ​ເທດ​ຊາດ​ພັດ​ທະ​ນາ​ດີ​ຈີ​ຕອນ.

ດ້ວຍການເບິ່ງ​ແງ່​​ຫວັງ ໄລ​ຍະ 10 ປີ, ບົດ​ລາຍ​ງານ ປີ 2021 ໄດ້​ເນັ້ນ​ໜັກ​ວ່າ ພາກ​ພື້ນນີ້ ພວມ​ບົນ​ເສັ້ນ​ທາງ​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ທີ່​ມີ​ມູນ​ຄ່າ ພັນ​ຕື້ USD ໃນ​ປີ 2030, ໃນ​ນັ້ນ ຫວຽດ​ນາມ ອາດ​ຈະ​ມີ​ຍອດ​ມູນ​ຄ່າ​ສິນ​ຄ້າ ບັນ​ລຸ​ໄດ້ 220 ຕື້ USD (GMV). ໂດຍ​ໄດ້ຮັບ​ການ​ຊຸກ​ຍູ້​ຈາກ​ພື້ນ​ຖານ​ຜູ້​ຊົມ​ໃຊ້ ແລະ ວິ​ສາ​ຫະ​ກິດ​ດີ​ຈີ​ຕອນ ທີ່​ພວມ​ມີ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ການ​ເພີ່ມ​ຄວາມ​ໄວ​ດ້ານການ​ຄ​້າ​ເອກ​ລັກ​ໂຕ​ນິກ, ການ​ສົ່ງ​ອາ​ຫານ ແລະ ການ​ບໍ​ລິ​ການ​ດ້ານ​ການ​ເງິນ​ດີ​ຈີ​ຕອນ, ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEA) ຄາດ​ວ່າ​ຈະ​ບັນ​ລຸ​ໄດ້ 174 ຕື້ USD (GMV) ໃນ​ທ້າຍ​ປີ 2021. ຕົວ​ເລກ​ນີ້​ຄາດ​ວ່າ ຈະ​ເລື່ອນກາຍຕົວເລກ 360 ຕື້ USD ໃນ​ປີ 2025, ເຊິ່ງ​ໄດ້​ຄາດ​ຄະ​ເນ​ໃນ​ເມື​່ອ​ກ່ອນ​ແມ່ນ 300 ຕື້ USD.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.