ວິ​ສາ​ຫະ​ກິດເອີລົບ ປະ​ເອີບ​ໃຈ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຂອງຫວຽດ​ນາມ

15:58 | 13/11/2021

ຍສໝ - ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ຄວບ​ຄຸມ, ​ຄວາມປະ​ເອີບ​ໃຈຂອງ​ບັນດາ​ຜູ້​ນຳ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ເອີ​ລົບ ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ ​ເມື່ອ​ນັບ​ມື້​ນັບມີຫຼາຍ​ບໍລິສັດກັບຄືນສູ່ການເຄື່ອນໄຫວ​ເປັນ​ປົກກະຕິ ​ແລະ ຄວາມເຊື່ອ​ໝັ້ນ​​ຂອງ​ຜູ້​ບໍລິ​ໂພ​ກ​ເພີ່ມ​ຂຶ້ນ.

​ປະ​ທານ​ປະ​ເທດຫວຽດນາມ​ ຍົກອອກ 3 ຂໍ້ສະ​ເໜີ ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ APEC ​ປະ​ທານ​ປະ​ເທດຫວຽດນາມ​ ຍົກອອກ 3 ຂໍ້ສະ​ເໜີ ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ APEC
ພັດ​ທະ​ນາ​ຕົວ​ເມືອງອັດ​ສະ​ລິ​ຍະ ຕິດ​ພັນ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ​ທັນ​ສະ​ໄໝ ພັດ​ທະ​ນາ​ຕົວ​ເມືອງອັດ​ສະ​ລິ​ຍະ ຕິດ​ພັນ​ກັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ​ທັນ​ສະ​ໄໝ
ພາບປະກອບ
ພາບປະກອບ

ຫວ່າງແລ້ວນີ້, ສະຫະສະມາຄົມວິສາຫະກິດເອີຣົບ ຢູ່ຫວຽດນາມ (EuroCham) ໄດ້ປະກາດດັດຊະນີສະພາບແວດລ້ອມດຳເນີນທຸລະກິດ EuroCham ໃນໄຕມາດທີ III/2021 (BCI) ບັນລຸ 18,3%. ເຖິງວ່າເພີ່ມຂຶ້ນໜ້ອຍໜຶ່ງກໍ່ຕາມແຕ່ກໍ່ເປັນໜ້າຊື່ນຊົມເມື່ອທຽບໃສ່ລະດັບຕ່ຳສະຖິຕິ 15% ທີ່ບັນລຸໃນໄລຍະປະສົບກັບຄວາມຫຍຸ້ງຍາກຂອງການແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ - 19 ເມື່ອເດືອນ ກັນຍາ 2021.

ການນຳບັນດາວິສາຫະກິດ ແລະນັກລົງທຶນເອີຣົບ ທີ່ເຂົ້າຮ່ວມການສຳຫຼວດດັດຊະນີ BCI ໄດ້ສະແດງໃຫ້ເຫັນຄວາມປະເອີບໃຈກວ່າກ່ຽວກັບສະພາບແວດລ້ອມດຳເນີນທຸລະກິດຂອງ ຫວຽດນາມ ພາຍຫຼັງສິ້ນສຸດການແຍກຫ່າງສັງຄົມ ແລະ ເລີ່ມຕົ້ນໄລຍະ “ປົກກະຕິໃໝ່”, ໂດຍສະເພາະແມ່ນຂົງເຂດການຄ້າ ແລະ ການລົງທຶນ. ຕາມນັ້ນແລ້ວ, ຈຳນວນການນຳວິສາຫະກິດ, ນັກລົງທຶນ ເອີຣົບ ເກືອບເຄິ່ງໜຶ່ງທີ່ເຂົ້າຮ່ວມການສຳຫຼວດ ໄດ້ຄາດຄະເນວ່າ ແງ່ຫວັງເສດຖະກິດ ຫວຽດນາມ ຈະມີສະຖຽນລະພາບ ແລະ ມີການປັບປຸງໃນໄຕມາດຈະມາເຖິງ. ໃນນັ້ນ, ອັດຕາວິສາຫະກິດມີແຜນການຮັກສາ ແລະ ເພີ່ມແຫຼ່ງເງິນລົງທຶນໃນໄຕມາດ IV/2021 ບັນລຸ 69%, ດ້ວຍການຄາດຄະເນວ່າ ລາຍຮັບກໍຈະເພີ່ມຂຶ້ນ.

ທ່ານ Alain Cany EuroCham ໃຫ້ຂໍ້ສັງເກດວ່າ ເຖິງວ່າດັດຊະນີ BCI ຍັງຢູ່ລະດັບຕໍ່າກໍ່ຕາມ ແຕ່ສິ່ງສໍາຄັນພິເສດແມ່ນດັດຊະນີ BCI ພວມມີທ່າອ່ຽງຫັນປ່ຽນຕາມທິດຕັ້ງໜ້າ. ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ຄວບ​ຄຸມ, ​ຄວາມປະ​ເອີບ​ໃຈ​ຂອງ​ບັນດາ​ຜູ້​ນຳ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ເອີ​ລົບ ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ ​ເມື່ອ​ນັບ​ມື້​ນັບມີຫຼາຍ​ບໍລິສັດກັບຄືນສູ່ການເຄື່ອນໄຫວ​ເປັນ​ປົກກະຕິ ​ແລະ ຄວາມເຊື່ອ​ໝັ້ນ​ຂອງ​ຜູ້​ບໍລິ​ໂພ​ກ​ເພີ່ມ​ຂຶ້ນ.

ໄຊພອນ

ເຫດການ
302 Found

Found

The document has moved here.