​ປະ​ທານ​ປະ​ເທດຫວຽດນາມ​ ຍົກອອກ 3 ຂໍ້ສະ​ເໜີ ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ APEC

14:50 | 13/11/2021

ຍສໝ - ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ຫະ​ກິດ APEC 2021 ໄດ້​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 11-12 ພະຈິກ ຢູ່ Aukland (ນິວ​ຊີ​ແລນ) ຜ່ານລະບົບທາງໄກສົມທົບກັບໂດຍກົງ. ທ່ານ ຫງວຽນ​ຊວນ​ຟຸກ ປະທານ​ປະ​ເທດຫວຽດນາມ ​ໄດ້ຮັບການເຊີນຂຶ້ນ​ກ່າວ​ປາ​ໄສ​, ກໍານົດທິດໃຫ້ການປຶກສາຫາລືໃນ​ວາລະປະຊຸມ​ຄັ້ງ​ທຳ​ອິດຂອງກອງ​ປະຊຸມ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ...

ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສິນ​ລະ​ປະ 4 ປະ​ເພດ​ການ​ສະ​ແດງ​ດັ້ງ​ເດີມຂອງ​ນະ​ຄອນຫຼວງ ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສິນ​ລະ​ປະ 4 ປະ​ເພດ​ການ​ສະ​ແດງ​ດັ້ງ​ເດີມຂອງ​ນະ​ຄອນຫຼວງ
ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ ຄັ້ງ​ທີ 32 ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ ຄັ້ງ​ທີ 32

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ ການ​ພັດທະນາ​ແບບ​ຍືນ​ຍົງ ​ເພື່ອ​ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແມ່ນ​ບັນຫາທີ່​ມີຄວາມໝາຍຍຸດ​ທະ​ສາດ ​ແລະແມ່ນຄວາມ​ຮັບຜິດຊອບ​ລວມ​ຂອງ​ບັນດາ​ປະ​ເທດ, ​ພື້ນຖານເສດຖະກິດ ​ແລະວິ​ສາ​ຫະກິດ; ຮຽກຮ້ອງໃຫ້ມີການຮ່ວມແຮງຮ່ວມໃຈກະທໍາ. ທ່ານ​ປະທານ​ປະ​ເທດ​ ຖື​ວ່າ ​ໃນ​ລັດຖະນະໂຍບາຍຂອງ​ຕົນ, ລັດ​ຕ້ອງ​ຄຳນຶງ​ເຖິງ​ຜົນ​ປະ​ໂຫຍ​ດອັນ​ຍາວ​ນານ, ມີມາດຕະການສໍາຜັດ​ຮອບດ້ານ, ນັບ​ແຕ່​ພື້ນຖານ​ໂຄງ​ລ່າງ, ການ​ເງິນ, ການ​ຄ້າຕະຫຼອດ​ເຖິງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ແຮງ​ງານ ​ແລະສັງຄົມ....

​ປະ​ທານ​ປະ​ເທດຫວຽດນາມ​ ຍົກອອກ 3 ຂໍ້ສະ​ເໜີ ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ APEC
ທ່ານ ຫງວຽນ​ຊວນ​ຟຸກ ປະທານ​ປະ​ເທດຫວຽດນາມ. ພາບ: TTXVN

ທ່ານ​ປະທານ​ປະ​ເທດ ​ໄດ້​ຍົກອອກ 3 ຂໍ້​ສະເໜີເຖິງ​ບັນດາ​ວິ​ສາ​ຫະກິດ ​ຄື: (i) ​ແຕ່ລະ​ວິ​ສາ​ຫະກິດ​ຄວນ​ມີ​ແຜນການ ​ແລະ ວິວັດທະນາການຫຼຸດການ​ປ່ອຍ​ອາຍ​ພິດ​ຕາມ​ຄາດໝາຍ, ບັນດາດັດຊະນີກໍານົດແຫ່ງຊາດ​​ກ່ຽວ​ກັບ​ການ​ຄວບ​ຄຸມ​ລະດັບ ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ, ​ພະລັງງານຫຼຸດລົງ, ຫັນ​ຂະແໜງເສດຖະກິດ​, ວິຖີຊີວິດ ແລະການບໍລິໂພກເປັນຂຽວ; (ii) ຄວນລົງທຶນໃຫ້ອະນາຄົດ ເມື່ອມຸ່ງໄປເຖິງໂຄງການພະລັງງານສະອາດ, ພັດທະນາເຕັກໂນໂລຢີໃໝ່ດ້ວຍ “ມູນຄ່າສີຂຽວ” ໃຫ້ນັບມື້ນັບສູງຂຶ້ນ, ສ້າງພື້ນຖານກະສິກຳສີຂຽວອັດສະລິຍະ; ສ້າງລະບົບຕ່ອງໂສ້ການສະໜອງສີຂຽວ ແລະສົ່ງເສີມການປ່ຽນແປງພຶດຕິກຳທີ່ເປັນມິດກັບສິ່ງແວດລ້ອມຂອງຜູ້ບໍລິໂພກ; (iii) ສະພາ​ທີ່​ປຶກສາ​ວິ​ສາ​ຫະກິດ APEC ຄວນ​ສ້າງ “​ປະມວນແນະນໍາການຊຸກຍູ້​ການ​ດຳ​ເນີນ​ທຸລະ​ກິດ​ແບບ​ຍືນ​ຍົງ APEC” ​ດ້ວຍຈຸດສຸມແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ແລະນ້ອຍ .

ທີ່​ກອງ​ປະຊຸມ COP-26, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​​ແຮງ​ເພື່ອ​ບັນລຸ​ຄວາມ​ດຸ່ນດ່ຽງ​ການ​ປ່ອຍ​ອາຍ​ພິດ​ຮອດ​ປີ 2050 (Net Zero), ຍົກ​ອັດຕາ​ສ່ວນ​ພະລັງງານ​ທົດ​ແທນ​ຂຶ້ນ​ກວ່າ 30% ​ໃນ​ຈຳນວນ​ແຫຼ່ງສະໜອງ​ພະລັງງານທີ່ສະໜອງ​ທັງ​ໝົດ ​ແລະອັດຕາ​ປ່າ​ໄມ້​ໝັ້ນຄົງ​ປົກຄຸມໃຫ້​ໄດ້ 43%... ພັດທະນາສີຂຽວຖືມະນຸດ ເປັນໃຈກາງ; ອີງ​ຕາມ​ລະບອບລະບຽບການ ແລະການ​ຄຸ້ມ​ຄອງ​ທີ່​ທັນ​ສະ​ໄຫມ​, ມີ ວິ​ທະ​ຍາ​ສາດ ​ແລະ​ເຕັກ​ໂນ​ໂລ​ຢີ​ທີ່​ກ້າວ​ຫນ້າ​, ແຫຼ່ງຊັບ​ພະ​ຍາ​ກອນ​ມະ​ນຸດທີ່​ມີຄຸນ​ນະ​ພາບ​ສູງ​.

​ໃນ​ວິວັດການ​ນີ້, ຫວຽດນາມ ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ສະມາຊິກ APEC, ບັນດາ​ປະ​ເທດ, ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະສາກົນ. ຄຽງຂ້າງກັບເລື່ອງສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຫວຽດນາມ ກໍ່ໄດ້ສ້າງກົນໄກບຸລິມະສິດໃຫ້ວິສາຫະກິດ ຍາດແຍ່ງກາລະໂອກາດ ເຂົ້າຮ່ວມການສະໜອງຜະລິດຕະພັນ ແລະການບໍລິການສີຂຽວ; ສ້າງສໍາເລັດ ລະບອບລະບຽບການ ​ແລະ​ນະ​ໂຍບາຍ​​ກ່ຽວ​ກັບ​ການ​ພັດທະນາ​ວິສາຫະ​ກິດສີຂຽວ, ປ່ຽນແປງໃໝ່ຢ່າງປະດິດຄິດສ້າງ, ບັນດາເຂດ​ອຸດ​ສາ​ຫະກຳ​ນິ​ເວດ...

ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ ບັນດາ​ນະ​ໂຍບາຍ​ດັ່ງກ່າວ ພ້ອມ​ກັບ​ຕະຫຼາດ 100 ລ້ານ​ຄົນ ​ແລະ​ເຄືອ​ຂ່າຍອັນ​ໃຫຍ່ກວ້າງ​ຂອງ 14 ສັນຍາ​ການ​ຄ້າ​ເສລີ​ທີ່​ໄດ້​ເຂົ້າ​ຮ່ວມ​ແມ່ນ​ກາລະ​ໂອກາດ ​ແລະ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ສາກົນ​ມາ​ຫວຽດນາມ ເພື່ອພ້ອມກັນ​ຮ່ວມ​ມື, ​ແບ່ງປັນ​ຜົນ​ປະ​ໂຫຍ​ດ ແລະພັດທະນາແບບຍືນຍົງ.

ໄຊພອນ

ເຫດການ
302 Found

Found

The document has moved here.