ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ບັນດາຄູອາຈານພວມປະຕິບັດພາລະກຳອັນສະຫງ່າລາສີ ແລະ ເອກອ້າງທະລົງໃຈ

06:02 | 15/11/2021

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດາຄູອາຈານ, ພະນັກງານຄຸ້ມຄອງການສຶກສາຢູ່ທຸກແຖບຖິ່ນໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດການຄ້າບໍລິການທົ່ວໂລກ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດການຄ້າບໍລິການທົ່ວໂລກ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ບັນດາຄູອາຈານພວມປະຕິບັດພາລະກຳອັນສະຫງ່າລາສີ ແລະ ເອກອ້າງທະລົງໃຈ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ຕອນເຊົ້າວັນທີ 14 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະກັບຜູ້ຕາງໜ້າຄູອາຈານ, ພະນັກງານຄຸ້ມຄອງດ້ານການສຶກສາດີເດັ່ນ ເນື່ອງໃນໂອກາດວັນຄູແຫ່ງຊາດ ຫວຽດນາມ ຄືວັນທີ 20 ພະຈິກ. ບັນດາຄູອາຈານເຂົ້າຮ່ວມການພົບປະ ແມ່ນຜູ້ຕາງໜ້າດີເດັ່ນຂອງຄູອາຈານ, ພະນັກງານຄຸ້ມຄອງຢູ່ທຸກຂັ້ນໃນທົ່ວປະເທດກວ່າ 1,5 ລ້ານຄົນ. ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສົ່ງຄຳຂອບໃຈຢ່າງຈິງໃຈ, ເລິກເຊິ່ງທີ່ສຸດ ເຖິງຄູອາຈານລຸ້ນຕ່າງໆໃນທົ່ວປະເທດ; ພ້ອມທັງແບ່ງປັນຄວາມຫຍຸ້ງຍາກ, ຮັບຮູ້ ແລະ ຫຍ້ອງຍໍບັນດາຄວາມມານະພະຍາຍາມ ແລະ ຜົນງານຜ່ານຜ່າຄວາມຫຍຸ້ງຍາກຂອງຖັນແຖວຄູອາຈານໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຂະແໜງສຶກສາ ແລະ ບຳລຸງສ້າງ ໄດ້ປະກອບສ່ວນໃຫຍ່ຫຼວງຫຼາຍຢ່າງ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນລວມເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ເນັ້ນໜັກວ່າ:

“ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທຸກຄົນ, ທຸກຄອບຄົວ ແລະ ຜູ້ເປັນພໍ່ເປັນແມ່ ຈົ່ງຮຽງບ່າຮຽງໄຫຼ່ພ້ອມກັບຂະແໜງສຶກສາ ແລະ ບຳລຸງສ້າງ, ກັບບັນດາຄູອາຈານໃນພາລະກິດປູກສ້າງມະນຸດ. ພວກເຮົາແຕ່ລະຄົນ ຈົ່ງແມ່ນນັກຮຽນເພື່ອຮ່ຳຮຽນຢ່າງບໍ່ຢຸດຢັ້ງ ແລະ ຍາມໃດກໍ່ແມ່ນຄູອາຈານເພື່ອສຶກສາ ເພື່ອເຂົ້າຮ່ວມວຽກງານອັນສະຫງ່າລາສີ ແລະ ສູງສົ່ງນີ້”.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດາຄູອາຈານ, ພະນັກງານຄຸ້ມຄອງການສຶກສາຢູ່ທຸກແຖບຖິ່ນໃນທົ່ວປະເທດ.

vovworld.vn

ເຫດການ
302 Found

Found

The document has moved here.