ສົນ​ທິ​ສັນ​ຍາ RCEP ຈະ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1 ມັງ​ກອນ 2022

13:20 | 13/11/2021

ຍສໝ - ການ​ທີ່​ສົນ​ທິສັນ​ຍາ RCEP ມີ​ຜົນ​ສັກ​ສິດ​ນັບ​ແຕ່​ເດືອນ​ມັງ​ກອນ 2022 ນັ້ນ ຈະ​ສາ​ມາດ​ປະ​ກອບ​ສ່ວນ​ຫັນ​ເປັນຫຼາຍ​ພູມ​ມິ​ພາກ​ໃນ​ສົນທິ​ສັນ​ຍາ​ການ​ຄ້າ​ເສ​ລີ ໂດຍ ASEAN ໄດ້​ເຊັນ​ກັບ​ແຕ່​ລະ​ປ​ະ​ເທດ​ຄູ່​ຮ່ວມ​ມື​ໃນ​ກ່ອນ​ໜ້າ​ນີ້.

ເວ​ທີ​ປາ​ໄສ​ລະ​ດັບ​ຊາດ​ປະ​ຈຳປີ “ວັດ​ທະ​ນະ​ທຳ​ກັບ ວິ​ສາ​ຫະ​ກິດ” ຈະ​​​ຖືກ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້ ເວ​ທີ​ປາ​ໄສ​ລະ​ດັບ​ຊາດ​ປະ​ຈຳປີ “ວັດ​ທະ​ນະ​ທຳ​ກັບ ວິ​ສາ​ຫະ​ກິດ” ຈະ​​​ຖືກ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້
ຫາງ​ສຽງ​ສາ​ກົນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ຢູ່ COP26 ຫາງ​ສຽງ​ສາ​ກົນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ຢູ່ COP26
ພາບປະກອບ
ພາບປະກອບ

ກະ​ຊວງ​ອຸດ​ສະ​ຫະ​ກຳ​-ການ​ຄ້າ​ໃຫ້​ຮູ້​ວ່າ, ສົນ​ທິ​ສັນ​ຍາ RCEP ໄດ້​ມີ 10 ປະ​ເທດ​ສະ​ມາ​ຊິກ ASEAN ແລະ 5 ປະ​ເທດ​ຄູ່ຮ່ວມ​ມື​ຂອງ ASEAN ຄື: ຈີນ, ຍີ່​ປຸ່ນ, ສ.ເກົາຫຼີ, ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ຊຶ່ງ​ໄດ້​ເຊັນ​ກັນ​ໃນ​ວັນ​ທີ 15 ພະ​ຈິກ 2020 ພາຍ​ໃຕ້​ກອງ​ປະ​ຊຸມ​ສຸດຍອດ ASEAN ຄັ້ງ​ທີ 37 ໂດຍ​ແມ່ນ​ຫວຽດ​ນາມ​ເປັນ​ປະທານ.

ດັ່ງ​ນັ້ນການ​ລະ​ດົມ​ຊຸກ​ຍູ້​ໃຫ້​ສຳ​ເລັດ​ການ​ຕົກ​ລົງ​ກັນ ແລະ ເຊັນ​ສົນ​ທິ​ສັນ​ຍາ RCEP ໃນ​ປີ​ທີ່​ຫວຽດ​ນາມ​ເປັນ​ປະທານ ASEAN ເປັນ​ຜົນ​ງານ​ທີ່​ບັນ​ດາ​ປະ​ຊາ​ຊາດ ASEAN ແລະ ຄູ່​ຮ່ວມ​ມື ຕີ​ລາ​ສູງ, ຈາກ​ສິ່ງນັ້ນ ຢັ້ງ​ຢືນ​ໄດ້​ເຖິງ​ບົດ​ບາດ ແລະ ຖາ​ນະ​ຂອງ​ຫວຽດ​ນາມ​ໃນ​ພາກ​ພື້ນ.

ຕາມ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ RECP, ສົນ​ທິ​ສັນ​ຍາ​ຈະ​ມີ​ຜົນ​ສັກ​ສິດ​ເປັນ​ທາງ​ການຫຼັງ​ຈາກ 60 ວັນ ນັບ​ແຕ່​ໄລ​ຍະ​ເວ​ລາ​ທີ່​ມີ​ໜ້ອຍ​ສຸດ 6 ປະ​ເທດ ASEAN ແລະ 3 ປະ​ເທດ​ຮ່ວມ​ມື ທີ່​ສຳ​ເລັດ​ການ​ພິ​ຈາ​ລະ​ນາ/ການ​ໃຫ້​ສັດ​ຕະ​ຍະ​ບັນ ແລະ ສົ່ງ​ມອ​ບເຂົ້າ​ບັນ​ຊີ​ສັງ​ລວມ​​ໃຫ້​ແກ່​ເລ​ຂາ​ທິ​ການ​ໃຫຍ່ ASEAN.

ຮອດ​ວັນ​ທີ 2 ພະ​ຈິກ 2021, ໄດ້​ມີ 6 ປະ​ເທດ ASEAN; ໃນ​ນັ້ນມີ​ຫວຽດ​ນາມ ແລະ 4 ປະ​ເທດ​ຮ່ວມ​ມື​ຄື ຈີນ, ຍີ່​ປຸ່ນ, ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ໄດ້​ສົ່ງ​ມອບ​ເຂົ້າ​ບັນ​ຊີ​ສັງ​ລວມເອ​ກະ​ສານ​ທີ່​ພິ​ຈາ​ລະ​ນາ/ໃຫ້​ສັດ​ຕະ​ຍະ​ບັນ​ຂອງ​ຕົນແກ່​ເລ​ຂາ​ທິ​ການ​ໃຫຍ່ ASEAN. ສະ​ນັ້ນ, ສົນ​ທິ​ສັນ​ຍາ RCEP ຈະ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 1 ມັງ​ກອນ 2022.

ຕາມ​ກະ​ຊວງ​ອຸດ​ສະ​ຫະ​ກຳ-ການ​ຄ້າ ກ່າວ: ສົນ​ທິສັນ​ຍາ RCEP ຄາດວ່າຈະສ້າງເປັນຕະຫຼາດໜຶ່ງ​ດ້ວຍປະ​ລິ​ມາດ​ຜູ້​ຊົມ​ໃຊ້​ 2,2 ຕື້​ຄົນ (ກວມ​ເອົ​າ​ປະ​ມາດ 30% ປະ​ຊາ​ກອນ​ໂລກ) ແລະ GDP ປະ​ມານ 26,2 ພັນ​ຕື້ USD, ທຽບ​ເທົ່າ​ປະ​ມານ 30% GDP ໃນ​ທົ່ວ​ໂລກ ແລະ ກາຍ​ເປັນ​ຂົງ​ເຂດ​ການ​ຄ້າ​ເສ​ລີ​ທີ່​ໃຫຍ່​ສຸດ​ໃນ​ໂລກ ຖ້າ​ທຽບ​ໃສ່​ປະ​ລິ​ມານ​ທາງ​ດ້ານ​ປະ​ຊາ​ກອນ.

ສັນຍາ RCEP ຄາດວ່າຈະຊ່ວຍສ້າງຕະຫຼາດສົ່ງອອກແຫ່ງ​ໜຶ່ງ​ທີ່ໝັ້ນຄົງ ແລະ ຍືນຍາວໃຫ້​ແກ່ບັນດາປະເທດ ASEAN ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ, ປະກອບສ່ວນຊຸກຍູ້ການປະຕິບັດນະໂຍບາຍການກໍ່​ສ້າງ​ພື້ນ​ຖານ​ການຜະລິດເປົ້!ໝາຍ​ເພື່ອ​ການສົ່ງອອກຂອງຫວຽດ​ນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.